ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານເອກະຊົນແຫ່ງທຳອິດຢູ່ ຫວຽດນາມ ສ້າງແຫຼ່ງບັນດານໃຈໃຫ້ໄວໜຸ່ມ

Ngoc Anh
Chia sẻ
(VOVWORLD) - ຫວຽດນາມ ຫາກໍ່ມີຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານເອກະຊົນແຫ່ງທຳອິດ. ນັ້ນແມ່ນຫໍພິພິທະພັນຂອງທ່ານປະລິນຍາເອກ ຫງວຽນຈີ໊ກົງ, ອະດີດຫົວໜ້າຄະນະວິທະຍາສາດເຕັກໂນໂລຊີ, ສະມາຄົມຄອມພີວເຕີ ຫວຽດນາມ, ອະດີດຫົວໜ້າອະນຸກຳມະການອິນເຕີແນັດ ສັງກັດໂຄງການເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ. 

ບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງບັນດາວັດຖຸພັນເທົ່ານັ້ນ, ຫໍພິພິທະພັນຍັງປະກອບສ່ວນສ້າງແຫຼ່ງບັນດານໃຈໃຫ້ແກ່ຜູ້ທີ່ມີຄວາມເມົາມົວຫຼົງໄຫຼໄປກັບການຄົ້ນຄວ້າ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການພັດທະນາເສດຖະກິດ - ສັງຄົມອີກດ້ວຍ, ພິເສດແມ່ນໄວໜຸ່ມ.

ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານຂອງທ່ານປະລິນຍາເອກ ຫງວຽນຈີ໊ກົງ ໄດ້ຮັບການກໍ່ສ້າງມາແຕ່ເດືອນ ພະຈິກ 2019 ແລະ ເປີດສະຫຼອງໃນເດືອນ ມັງກອນ 2020. ທ່ານ ກົງ ໄດ້ດັດແປງ gara ລົດໂອໂຕໃນເຮືອນຂອງຕົນຢູ່ຕາແສງ ດົງຕ໊າກ, ເມືອງ ດົ໊ງດາ, ນະຄອນ ຮ່າໂນ້ຍ ໃຫ້ເປັນຫໍພິພິທະພັນ ເພື່ອແນະນຳກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານໂລກ ແລະ ຫວຽດນາມ.

ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານເອກະຊົນແຫ່ງທຳອິດຢູ່ ຫວຽດນາມ  ສ້າງແຫຼ່ງບັນດານໃຈໃຫ້ໄວໜຸ່ມ - ảnh 1 ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານຂອງທ່ານປະລິນຍາເອກ ຫງວຽນຈີ໊ກົງ 

ແຕ່ດົນມາແລ້ວ, ທ່ານປະລິນຍາເອກ ຫງວຽນຈີ໊ກົງ ໄດ້ຝັກໃຝ່ແນວຄວາມຄິດຢາກກໍ່ສ້າງຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ລາວໄດ້ໃຊ້ເວລາ ເພື່ອເກັບກຳຂໍ້ມູນ, ເກັບໂຮມຮູບຖ່າຍ, ວັດຖຸສິ່ງຂອງມາໄດ້ 40 ປີແລ້ວ. ນອກນັ້ນ ລາວກໍ່ໄປຢ້ຽມຊົມ, ສຳຫລວດຢູ່ຫໍພິພິທະພັນຫລາຍແຫ່ງໃນທົ່ວປະເທດ. ເຖິງວ່າ ມີເນື້ອທີ່ພຽງແຕ່ 25 ຕາແມັດກໍ່ຕາມ, ແຕ່ຫໍພິພິທະພັນຂອງທ່ານກົງ ສາມາດເກັບຮັກສາ, ວາງສະແດງກ່ຽວກັບສະພາບການເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ ແລະ ໂລກໄດ້ຫລາຍພໍສົມຄວນ. ທ່ານປະລິນຍາເອກ ຫງວຽນຈີ໊ກົງ ເວົ້າວ່າ:

ຫໍພິພິທະພັນນີ້ ຕັ້ງຢູ່ໃນ gara ລົດໂອໂຕເກົ່າ ເພື່ອບອກເຕືອນທຸກຄົນກ່ຽວກັບເທບນິຍາຍແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານຂອງຊາວອາເມລິກາ ຄື: Bill Gates ເຄີຍເລີ່ມຕົ້ນທຸລະກິດຈາກ gara ລົດໂອໂຕ. ເຂົ້າໄປໃນຫໍພິພິທະພັນ ຢູ່ເບື້ອງຊ້າຍ ຜູ້ຊົມຈະໄດ້ເຫັນປ້າຍຍາວຕິດໃສ່ຝາ ເຊິ່ງໄດ້ພັນລະນາໂດຍຫຍໍ້ກ່ຽວກັບປະຫວັດສາດເຕັກໂນໂລຊີຂໍ້ມູນຂ່າວສານຂອງມວນມະນຸດ. ທາງລຸ່ມປ້າຍແມ່ນເຄື່ອງຄອມພິວເຕີ ແລະ ອຸປະກອນສຳຮອງຄື ເຄື່ອງພິມ, scaner, ແປ້ນພິມ, ໜ້າຈໍ, fax, sever, ໜ່ວຍຄວາມຈຳ…ພວກຂ້າພະເຈົ້າໄດ້ນຳໃຊ້ບັນດາເຄື່ອງດັ່ງກ່າວ ເຂົ້າໃນການສິດສອນ, ບຳລຸງສ້າງ ແລະ ໝູນໃຊ້ໃນຂະແໜງອຸດສາຫະກຳການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ຫວຽດນາມ.

ມາຊົມຫໍພິພິທະພັນທີ່ເປັນເອກະລັກສະເພາະນີ້ ກໍ່ມີໄວໜຸ່ມຫລາຍຄົນທີ່ມີຄວາມເມົາມົວຫຼົງໄຫຼກັບເຕັກໂນໂລຊີຂໍ້ມູນຂ່າວສານ. ພິເສດແມ່ນນັກຮຽນ, ນັກສຶກສາ, ອາຈານສອນກ່ຽວກັບຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ. ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານຂອງທ່ານປະລິນຍາເອກ ຫງວຽນຈີ໊ກົງ ແມ່ນສະພາບແວດລ້ອມແຫ່ງການຮຽນນອກຫຼັກສູດທີ່ມີປະໂຫຍດ. ອາຈານສອນຢູ່ມະຫາວິທະຍາໄລ FPT ຜູ້ໜຶ່ງທີ່ມາຊົມຫໍພິພິທະພັນແຫ່ງນີ້ ໄດ້ແບ່ງປັນຄວາມໃນໃຈວ່າ:

ຂ້າພະເຈົ້າເຮັດວຽກຢູ່ມະຫາວິທະຍາໄລ FPT ທີ່ຕິດພັນກັບຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ເມື່ອມາຢ້ຽມຊົມຫໍພິພິທະພັນ ຂ້າພະເຈົ້າຮຽນຮູ້ໄດ້ເຕັກໂນໂລຊີຂໍ້ມູນຂ່າວສານຂອງ ຫວຽດນາມ, ພິເສດແມ່ນໃນສະພາບການເຕັກໂນໂລຊີ 4.0. ບັນດາຄວາມເຂົ້າໃຈກ່ຽວກັບວິວັດການສ້າງຕັ້ງ, ພັດທະນາຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ ເວົ້າສະເພາະ ແລະ ໂລກເວົ້າລວມ ແມ່ນມີປະໂຫຍດທີ່ສຸດສຳລັບຂ້າພະເຈົ້າ. ພ້ອມກັນນັ້ນ, ໃຜຈະເຮັດວຽກໃນຂົງເຂດນີ້ ຈະສາມາດຄາດຄະເນໄດ້ອະນາຄົດຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານຈະເປັນຄືແນວໃດ. ສິ່ງນັ້ນແມ່ນມີປະໂຫຍດທີ່ສຸດ.

ທ່ານປະລິນຍາເອກ ຫງວຽນຈີ໊ກົງ ໄດ້ມີຄວາມຜູກພັນກັບຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານມາເປັນເວລາ 40 ປີແລ້ວ, ທ່ານກົງ ໄດ້ເຂົ້າຮ່ວມການຄົ້ນຄວ້າ, ປະດິດສ້າງເຄື່ອງຄອມພິວເຕີອັນໜ່ວຍທຳອິດຂອງ ຫວຽດນາມ ແລະ ທົ່ວອາຊີ ມາແຕ່ປີ 1977, ໝາຍຄວາມວ່າ ໃກ້ກັບໄລຍະເວລາທີ່ຜະລິດເຄື່ອງຄອມພິວເຕີໜ່ວຍທຳອິດຢູ່ ຝຣັ່ງ ປີ 1973 ແລະ ຢູ່ ອາເມລິກາ ປີ 1975. ເມື່ອອອກກິນເບ້ຍບຳນານ, ທ່ານກົງ ໄດ້ສ້າງຫໍພິພິທະພັນ, ທັງເປັນຜູ້ອຳນວຍການ ທັງເປັນຜູ້ເກັບກຳ, ທັງເປັນຜູ້ແນະນຳໃຫ້ແຂກທີ່ເຂົ້າມາຢ້ຽມຊົມຫໍພິພິທະພັນຂອງຕົນ. ທ່ານປະລິນຍາເອກ ຫງວຽນຈີ໊ກົງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຢາກຝາກຝັງຕໍ່ອະນາຄົດວ່າ ພວກເພື່ອນຈົ່ງຄືພວກຂ້າພະເຈົ້າ. ລຸ້ນພວກຂ້າພະເຈົ້າ ເມື່ອຍັງໜຸ່ມ ກ້າໄປກ່ອນ, ໄປທາງແປກໃໝ່ ເຊິ່ງໃນຄາວນັ້ນ ບໍ່ມີໃຜເຊື່ອວ່າ ຈະປະສົບຜົນສຳເລັດ. ສານທີ່ຂ້າພະເຈົ້າຢາກເວົ້າ ແມ່ນພວກເຮົາຕ້ອງມີຄວາມໝັ້ນໃຈ, ຮ່ຳຮຽນໄປເລີ້ອຍໆ ຍ້ອນວ່າເຕັກໂນໂລຊີຂໍ້ມູນຂ່າວສານມີການພັດທະນາຢ່າງວ່ອງໄວ. ຖ້າພວກເພື່ອນໜຸ່ມມີການກະກຽມທີ່ດີ ເຂົາເຈົ້າຈະລື່ນກາຍພວກຂ້າພະເຈົ້າ, ສ້າງຜົນງານທີ່ມະຫັດສະຈັນໃໝ່.

ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານເອກະຊົນແຫ່ງທຳອິດຢູ່ ຫວຽດນາມ  ສ້າງແຫຼ່ງບັນດານໃຈໃຫ້ໄວໜຸ່ມ - ảnh 2 ໃນໄລຍະຈະມາເຖິງ, ຫໍພິພິທະພັນຈະຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ 3 ມິຕິ

ຫໍພິພິທະພັນເຕັກໂນໂລຊີຂໍ້ມູນຂ່າວສານເອກະຊົນແຫ່ງທຳອິດຢູ່ ຫວຽດນາມ ໄດ້ດຶງດູດຜູ້ຊົມຢ່າງຫລວງຫລາຍ ຍ້ອນເຈົ້າຂອງຫໍພິພິທະພັນແມ່ນນັກຊ່ຽວຊານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ວັດຖຸພັນແຕ່ລະຢ່າງຢູ່ທີ່ນີ້ ຈະຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈໄດ້ວ່າ ມັນກຳເນີດເກີດຂຶ້ນໃນໄລຍະໃດ, ໃຜເປັນຜູ້ປະດິດສ້າງ, ບໍລິສັດໃດຜະລິດ, ການຈຳໜ່າຍຜະລິດຕະພັນນັ້ນ. ບັນດາວັດຖຸພັນຢູ່ຫໍພິພິທະພັນ ກໍ່ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາ ທີ່ຢືນຢັນຄວາມເກັ່ງກ້າສາມາດ ແລະ ພູມປັນຍາຂອງຊາວ ຫວຽດນາມ ທີ່ບໍ່ນ້ອຍໜ້າກ່ວາບັນດາປະເທດໃນໂລກ. ໃນໄລຍະຈະມາເຖິງ, ຫໍພິພິທະພັນຈະຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ 3 ມິຕິ, ເອົາລົງໃນອິນເຕີແນັດ ເພື່ອຊ່ວຍໃຫ້ຜູ້ຊົມສາມາດຮັບຊົມທາງໄກ, ບໍ່ຕ້ອງໄປຮອດຫໍພິພິທະພັນໂດຍກົງ.

ຕອບກັບ