ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

Hang + Thom
Chia sẻ
(VOVWORLD) - ດົນຕີສາມາດເຂົ້າສູ່ດວງໃຈຂອງມະນຸດໄດ້ຢ່າງງ່າຍດາຍ ແລະ ມີກຳລັງແຜ່ຂະຫຍາຍຢ່າງໃຫຍ່ຫລວງພ້ອມກັບບົດເພງ “Ghen Co Vy”, ບັນດາບົດເພງຄືຫວຽດນາມ ເອີຍຕີໂຄວິດໃຫ້ປະລາໄຊ”, “ບາວລາຫຍືງຈ໊າຍຕິມຮົ່ງ”, “ເງືອຍແມະອ໊າວຈັ໊ງ”…ຂອງບັນດານັກປະພັນດົນຕີ ຫວຽດນາມ ພວມປະກອບສ່ວນເຊື່ອມຕໍ່ກຳລັງແຮງໃນຊຸມຊົນ ໃຫ້ຮ່ວມແຮງຮ່ວມໃຈເອົາຊະນະຕໍ່ໂລກລະບາດໂຄວິດ-19 ໃຫ້ໄດ້ບົດຂຽນຂອງນັກຂ່າວ VOV.
ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ - ảnh 1 ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

ບົດເພງ “Ghen Co Vy” ຂອງນັກປະພັນດົນຕີ ຄັກຮຶງ. ບໍ່ພຽງແຕ່ແມ່ນຜະລິດຕະພັນສິລະປະທີ່ໂຄສະນາໂດຍທົ່ວໄປເທົ່ານັ້ນ, ແຕ່ເພງ “Ghen Co Vy”  ແລະ ມີທ່າຟ້ອນລ້າງມືປະກອບ ໂດຍນັກຮ້ອງ ກວາງດັງ ປະດິດແຕ່ງ ໄດ້ແຜ່ຂະຫຍາຍອອກໄປທົ່ວໂລກ, ກາຍເປັນປະກົດການດ້ານດົນຕີຂອງໂລກໃນ “ຍາມເກີດໂລກລະບາດໂຄວິດ-19”. ບົດເພງໄດ້ປະພັນກ່ຽວກັບເນື້ອໃນຈິດໃຈອັນໜຸ່ມແໜ້ນ, ໄດ້ນຳເອົາສານທີ່ມີຄວາມປະເອີບໃຈຢ່າງຕັ້ງໜ້າມາໃຫ້ຍາມເກີດໂລກລະບາດ, ຮຽກຮ້ອງໃຫ້ທຸກຄົນ ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຮູ້, ປະຕິບັດຕາມຂໍ້ສະເໜີແນະຂອງກະຊວງສາທາລະນະສຸກ ເພື່ອປ້ອງກັນ, ຫຼີກລ້ຽງການຕິດແປດໂລກລະບາດ.

        ພາຍຫລັງບົດເພງ Ghen Co Vy ໄດ້ສ້າງກຳລັງດູດດື່ມຢ່າງແຮງຕໍ່ສື່ມວນຊົນສາກົນ ແລະ ສື່ສັງຄົມອອນລາຍ. ບັນດານັກປະພັນດົນຕີ ຫວຽດນາມ ສືບຕໍ່ສະເໜີ, ແນະນຳບັນດາບົດເພງ, MV ເພື່ອສົ່ງສານຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນໂລກລະບາດ. “ຫວຽດນາມ ເອີຍ! ຕີໂຄວິດໃຫ້ປະລາໄຊ!” ແມ່ນໜຶ່ງໃນບັນດາຜະລິດຕະພັນດົນຕີທີ່ພົ້ນເດັ່ນ ໄດ້ດຶງດູດຄວາມສົນໃຈຈາກມະຫາຊົນ, ພິເສດແມ່ນໄວໜຸ່ມ. ນີ້ແມ່ນໂຄງການດົນຕີວົງຄະນະຍາດ ແນໃສ່ປຸກລຸກຄວາມເອກອ້າງທະນົງໃຈຂອງປະເທດຊາດ, ຈິດໃຈຄວາມສາມັກຄີ, ຄວາມເມດຕາປານີ, ແຜ່ຂະຫຍາຍນ້ຳໃຈຮັກແພງ ເພື່ອຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ. ບົດເພງດັ່ງກ່າວ ຍັງມຸ່ງໄປເຖິງການສັນລະເສີນຄວາມງາມທາງດ້ານຈິດໃຈຂອງມະນຸດໃນສະພາບການເກີດໂລກລະບາດ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄວາມມານະພະຍາຍາມ, ການເສຍສະຫຼະຂອງບັນດາກຳລັງແນວໜ້າຕ້ານໂລກລະບາດ. ໄປຄຽງຄູ່ກັນນັ້ນ, ບັນດາບົດເພງຄື “ຮ່ວມແຮງຮ່ວມໃຈປ້ອງກັນສະກັດກັ້ນໂຄໂຣນາ”, “ຈົ່ງແຍກຕົວ”…ກໍ່ໄດ້ປະກອບສ່ວນໂຄສະນາ, ຍົກສູງສະຕິການປ້ອງກັນ, ສະກັດກັ້ນໂລກລະບາດ. ນັກປະພັນດົນຕີ ເຈິ່ນຮຸ່ງ, ຜູ້ປະພັນບົດເພງ “ໄວຣັດໂຄໂຣນາຈົ່ງຫາຍໄປ” ແບ່ງປັນວ່າ:

        “ຂ້າພະເຈົ້າປະພັນບົເພງຕາມຄວາມຮູ້ສຶກຂອງຕົນ ກ່ຽວກັບສິ່ງທີ່ພວມເກີດຂຶ້ນ, ກ່ຽວກັບໂຄໂຣນາ. ຂ້າພະເຈົ້າປາດຖະໜາວ່າ ເຖິງວ່າ ໂຄວິດ-19 ຈະອັນຕະລາຍຮ້າຍແຮງເຖິງຂັ້ນໃດກໍ່ຕາມ ພວກເຮົາຈົ່ງຍົກສູງສະຕິ ເພື່ອພ້ອມກັນເອົາຊະນະຕໍ່ໂລກລະບາດດັ່ງກ່າວ.

        ຈຸດລວມຂອງບັນດາຜະລິດຕະພັນດົນຕີດັ່ງກ່າວ ແມ່ນສານທາງສະຖານະການການເມືອງ, ຈັງຫວະອ່ອນຊ້ອຍ, ຈື່ງ່າຍ, ມຸ່ງໄປເຖິງເລື່ອງແຜ່ຂະຫຍາຍພະລັງຊີວິດທີ່ຕັ້ງໜ້າໃນວົງຄະນະຍາດຕໍ່ການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19. ນາງ ເລຫ໋າຍອ໊ຽນ ຢູ່ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ຂ້າພະເຈົ້ານິຍົມທີ່ສຸດບັນດາບົດເພງເວົ້າກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຄັ້ງນີ້. ທຳນອງຈັງຫວະເບີກບານມ່ວນຊື່ນ, ຈື່ງ່າຍ. ຊ້ຳບໍ່ໜຳ, ນັບທັງຂໍ້ສະເໜີແນະຂອງກະຊວງສາທາລະນະສຸກ ກໍ່ໄດ້ປະສົມປະສານເຂົ້າໄປໃນບົດເພງ ຟັງແລ້ວເປັນໜ້າຈັບໃຈທີ່ສຸດ. ດົນຕີໄດ້ເສີມຂະຫຍາຍບົດບາດຂອງຕົນໃນໄລຍະນີ້ເປັນຢ່າງດີທີ່ສຸດ

ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ - ảnh 2 ສຽງເພງປະກອບສ່ວນຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

        ໄປຄຽງຄູ່ກັບບັນດາບົດເພງທີ່ສົ່ງສານວ່າດ້ວຍການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີວິທະຍາສາດແລ້ວ, ມັນຍັງໄດ້ປຸກລະດົມກຳລັງໃຈວົງຄະນະຍາດຮ່ວມແຮງຮ່ວມໃຈຍູ້ໂຄວິດ-19 ໃຫ້ຖອຍໄປຕື່ມອີກ, ນັກປະພັນດົນຕີຫລາຍທ່ານ ກໍ່ໄດ້ສ່ອງແສງໃຫ້ເຫັນບັນດາແງ່ມູມສະເພາະກ່ຽວກັບແພດໝໍ, ພາລະກອນການແພດ ແລະ ບັນດາກຳລັງເຈົ້າໜ້າທີ່ ທີ່ເຮັດວຽກທັງເວັນ ແລະ ຄືນ ຢ່າງອົງອາດກ້າແກ່ນ, ມີຄວາມອົດທົນ, ສຸດຈິດສຸດໃຈ ສະກັດກັ້ນໂລກລະບາດ. ຖັດຈາກບົດເພງ “ຫງູໂມດຈູດດີແອງ”, ນັກຮ້ອງ ຫວຽດຕູ໊ ແລະ ນັກປະພັນດົນຕີ ໂຕວັນ ໄດ້ສົມທົບກັນເປີດຕົວ MV “ດອກໄມ້ບານໃນທ່າມກາງລະດູໂລກລະບາດ” ດ້ວຍສຽງຮ້ອງ, ຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເອົາໃຈໃສ່, ປຸກລະດົມກຳລັງໃຈ ບັນດາແພດໝໍ ທີ່ພວມປະຕິບັດໜ້າທີ່ - ຮັກສາ ແລະ ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນຢ່າງເລິກເຊິ່ງ. ນັກປະພັນດົນຕີ ເລຊວັນບັກ ພ້ອມກັບນັກຮ້ອງຍິງ ຮ່ວຽນຈາງ ຫາກໍ່ເປີດຕົວ MV (ເຫງື່ອຍແມະອ໊າວຈັ໊ງ) ດ້ວຍເນື້ອໃນທີ່ເຕັມໄປດ້ວຍຄວາມສະເທືອນໃຈກ່ຽວກັບແພດໝໍ…ນັກສີລະປິນປະຊາຊົນ ຟ້າມງອັກຄອຍ, ຮອງປະທານສະມາຄົມນັກປະພັນດົນຕີ ຫວຽດນາມ ຖືວ່າ: ນັກສີລະປິນແຕ່ລະຄົນ ຈະມີວິທີປະກອບສ່ວນສະເພາະຂອງຕົນເຂົ້າໃນຄວາມມານະພະຍາຍາມລວມຂອງວົງຄະນະຍາດ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບສ່ວນໃດສ່ວນໜຶ່ງຂອງນັກສີລະປິນທີ່ມີຕໍ່ບັນດາບັນຫາຂອງສັງຄົມ. ທ່ານກ່າວວ່າ:

        “ຂ້າພະເຈົ້າຕີລາຄາສູງຕໍ່ບັນດາການກະທຳຕ່າງໆ, ບາງຄົນແມ່ນປະກອບສ່ວນທາງດ້ານຈິດໃຈ, ບາງຄົນແມ່ນປະກອບສ່ວນດ້ານກຳລັງເຫື່ອແຮງ. ບັນດາຜະລິດຕະພັນດົນຕີໃໝ່ນີ້ ໄດ້ຢັ້ງຢືນຄວາມມີໄຫພິບຂອງນັກປະພັນ ກໍ່ຄືຄວາມສຸດຈິດສຸດໃຈ, ຄວາມເກັ່ງກ້າສາມາດ. ສິ່ງໃດທີ່ປະຊາຊົນຕ້ອງການ, ພັກ, ລັດຮຽກຮ້ອງນັ້ນ ບັນດານັກສີລະປິນ ກໍ່ສະໜິດຕິດພັນຮ່ວມເດີນທາງ.

        ບັນດາບົດເພງໃໝ່, ບົດເພງທີ່ໄດ້ແຕ່ງເນື້ອຮ້ອງໃໝ່ຕື່ມອີກ ຫຼື ບັນດາບົດເພງເຍີ້ຍ ທີ່ມີຄວາມເບີກບານມ່ວນຊື່ນ ລ້ວນແຕ່ມີສານຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດ ໃນການຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ບົດເພງເຫຼົ່ານັ້ນ ພວມໄດ້ຮັບຄວາມນິຍົມຮັບຟັງທີ່ສຸດຈາກມະຫາຊົນ ແລະ ນັບມື້ນັບແຜ່ຂະຫຍາຍອອກສູ່ວົງຄະນະຍາດຢ່າງກ້ວາງຂວາງ.

ຕອບກັບ