ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ໜ້າ​ໜັງ​ສື​ພິມ​ສະ​ບັບ​ລະ​ດູ​ບານ​ໃໝ່

NGOC ANH
Chia sẻ
(VOVWORLD) -ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຸກຂອງປະຊາຊົນຫວຽດຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເອົາລົງໜັງສືພິມສະບັບລະດູບານໃໝ່ເປັນຈຳນວນຫຼວງຫຼາຍ. ປະເທດຊາດຕ້ອນຮັບລະດູບານໃໝ່, ງານບຸນຕ່າງໆໃນລະດູບານໃໝ່ ຫຼື ຮີດຄອງປະເພນີໃນການຕ້ອນຮັບບຸນປີໃໝ່ຂອງຊາວຫວຽດນາມ ກໍໄດ້ມີບົດຂຽນສ່ອງແສງຫຼາຍບົດໄດ້ເອົາລົງໃນໜັງສືພິມສະບັບລະດູບານໃໝ່ສະບັບຕ່າງໆຂອງປີນີ້.
ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ໜ້າ​ໜັງ​ສື​ພິມ​ສະ​ບັບ​ລະ​ດູ​ບານ​ໃໝ່ - ảnh 1ພິທີຕັດແຖບຜ້າໄຂງານບຸນໜັງສືພິມສະບັບລະດູບານໃໝ່ຮ່າໂນ້ຍ 

        ໜັງສືພິມສະບັບລະດູບານໃໝ່ ແມ່ນສະບັບທີ່ໄດ້ພິມຈຳໜ່າຍໃນໂອກາດບຸນປີໃໝ່ປະຈຳຊາດຂອງຫວຽດນາມ ເຊິ່ງເປັນສະບັບທີ່ມີບົດຂຽນຫຼາຍບົດ, ມີເນື້ອໃນອຸດົມສົມບູນ ແລະ ຈັບອົກຈັບໃຈຫຼາຍ. ຕາມທຳນຽມແລ້ວ, ຈຸດລວມຂອງໜັງສືພິມສະບັບລະດູບານໃໝ່ປີຊວດ 2020 ຍັງຄົງແມ່ນບັນຍາກາດຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ເບີກບານມ່ວນຊື່ນ, ປະຊາຊົນທຸກຄົນຕ່າງກໍມີຄວາມປາດຖະໜາວ່າ ຈະໄດ້ພົບແຕ່ຄວາມໂລກດີ, ຢູ່ດີມີແຮງ ແລະ ຈະເລີນຮັ່ງມີ. ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການ ສະມາຄົມນັກຂ່າວຫວຽດນາມ, ໃຫ້ຮູ້ວ່າ:

        “ໜັງສືພິມສະບັບລະດູບານໃໝ່ ໄດ້ສ່ອງແສງໃຫ້ເຫັນສະພາບເສດຖະກິດຂອງປະເທດຊາດ, ພິເສດແມ່ນສ່ອງແສງໃຫ້ເຫັນສີສັນຂອງລະດູບານໃໝ່, ຄວາມເຊື່ອໝັ້ນຕໍ່ອະນາຄົດ, ຄວາມມ່ວນຊື່ນ, ຄວາມສຸກ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທຸກຊັ້ນວັນນະຕໍ່ເສັ້ນທາງບືນຕົວຂຶ້ນຂອງປະເທດໄດ້ຢ່າງມີຊີວິດຊີວາ. ມີໜັງສືພິມສະບັບລະດູບານໃໝ່ຫຼາຍສະບັບ ໄດ້ວາດພາບ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງຈຸດຄວາມງາມຂອງວັດທະນະທຳຂອງຊາດໃນຊຸມວັນບຸນເຕັດ.”

        ບົດຂຽນ “ໄປທ່ຽວລະດູບານໃໝ່ຢູ່ແດນໄກ” ເຊິ່ງໄດ້ລົງພິມໃນໜັງສືພິມ ເຍິນເຢິນ (ປະຊາຊົນ) ໄດ້ແນະນຳກ່ຽວກັບຮີດຄອງປະເພນີທີ່ເປັນເອກະລັກສະເພາະໃນໂອກາດບຸນປີໃໝ່ຂອງຫຼາຍທ້ອງຖິ່ນໃນທົ່ວປະເທດ. ນັ້ນແມ່ນບຸນຂີ້ລັກເອົາໂຊກຕົ້ນປີໃໝ່ຢູ່ເມືອງ ຟອງໂຖ ແຂວງລາຍເຈົາ; ວັນບຸນດຶງເມຍຂອງຊາວເຜົ່າມົ້ງຢູ່ຕາແສງ ຟາລອງ, ເມືອງເມື່ອງເຄືອງ, ແຂວງລາຍເຈົາ.

        ໜັງສືພິມ ຕ໋ວຍແຈ໋ (ແປວ່າໄວໜຸ່ມ) ໄດ້ລົງພິມບົດຂຽນ “ຈຸດເອກະລັກຂອງເຂົ້າຕົ້ມດໍາຂອງຊາວເຜົ່າໄຕ” ເຊິ່ງໄດ້ພັນລະນາຂັ້ນຕອນການຫໍ່ເຂົ້າຕົ້ມດໍາຂອງເຊົາເຜົ່າໄຕແຂວງຮ່າຢາງ. ໃນໜັງສືພິມ ດ້າຍດວ່ານເກັດ (ແປວ່າມະຫາສາມັກຄີ) ມີບົດຂຽນດ້ວຍຫົວຂໍ້ “ລະດູບານໃໝ່ວຽນມາໃນເຮືອນສາມັກຄີ”. ບົດຂຽນດັ່ງກ່າວໄດ້ເລົ່າກ່ຽວກັບວຽກງານເບິ່ງແຍງດູແດ, ຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນຕາແສງ ເລຈີ່, ເມືອງ ຈີໂຕນ, ແຂວງອານຢາງ. ນອກຈາກນັ້ນ ຍັງມີບົດຂຽນທີ່ພາດຫວົຂໍ້ວ່າ “ກຸດຫວຽດຢູ່ບ້ານເພິ່ນ” ເຊິ່ງໄດ້ເວົ້າກ່ຽວກັບບັນຍາກາດຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກຢູ່ບັນດາປະເທດ ລັດເຊຍ, ເຢຍລະມັນ. ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແຕ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ຍັງຮັກສາສີສັນວັດທະນະທໍາ, ຮີດຄອງປະເພນີຂອງຊາດໄວ້ໄດ້, ໂດຍສະເພາະແມ່ນໃນຊຸມວັນບຸນເຕັດ.

        ໃນຄໍລໍາໄປທ່ຽວລະດູບານໃໝ່ຂອງ ໜັງສືພິມ ຮ່າໂນ້ຍ ມີບົດຂຽນກ່ຽວກັບຕະຫຼາດຂາຍດອກໄມ້ ຮ່າງເລືອກ, ເຊິ່ງເປັນຕະຫຼາດຂາຍດອກໄມ້ແຫຼ່ງໜຶ່ງທີ່ໜ້າຈັບອົກຈັບໃຈຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແລະ ໄດ້ຝັງເລິກໃນໃຈຂອງຊາວຮ່າໂນ້ຍ. ຈຸດພິເສດຂອງຕະຫຼາດຂາຍດອກໄມ້ບຸນປີໃໝ່ປະຈໍາຊາດຮ່າງເລືອກ ແມ່ນໄດ້ວາງຂາຍດອກໄມ້ຊ່ວງດຽວໃນປີ, ເຊິ່ງເລີ່ມແຕ່ວັນທີ 15 ເດືອນ 12 ຫາວັນທີ 30 ເດືອນ 12 ແລະ ຍິ່ງໃກ້ບຸນເຕັດລູກຄ້າມາຊື້ຍິ່ງຄັບຄາໜາແໜ້ນ, ອັນໄດ້ສ້າງບັນຍາກາດອຶກກະທຶກຄຶກໂຄມ, ເຕັມໄປດ້ວຍບັນຍາກາດຂອງບຸນປີໃໝ່ປະຈໍາຊາດຂອງນະຄອນຮ່າໂນ້ຍ, ບໍ່ພຽງແຕ່ແມ່ນບ່ອນຊື້ຂາຍເທົ່ານັ້ນ ຫາກຍັງແມ່ນບ່ອນເພື່ອໃຫ້ເຂົາເຈົ້າກັບຄືນສູ່ອະດີດຕະການອີກດ້ວຍ.

        ໜັງສືພິມ ຕິງຮວາເດິດຫວຽດ (ແປວ່າ ສິ່ງຍອດຍິ່ງຂອງດິນແດນຫວຽດນາມ) ໄດ້ແນະນໍາ 5 ງານບຸນໃຫຍ່ຂອງປະເທດ ເມື່ອລະດູບານໃໝ່ວຽນມາ, ໃນນັ້ນ ມີງານບຸນ ວັດເຮືອງ ຢູ່ເມືອງ ໝີດຶກ, ຮ່າໂນ້ຍ, ງານບຸນ ລິມ ຢູ່ເມືອງ ບັກນິງ; ງານບຸນ ພູບ່າແດນ ຢູ່ແຂວງ ເຕິຍນິງ. ບໍ່ພຽງແຕ່ເທົ່ານັ້ນ ໜັງສືພິມດັ່ງກ່າວ ຍັງໄດ້ລົງພິມບົດສາລະຄະດີກ່ຽວກັບໝູ່ບ້ານປູກດອກໄມ້ຊາແດັກ, ແຂວງດົ່ງທ໊າບ, ໝູ່ບ້ານປູກດອກໄມ້ຟຸ້ງໂກງ, ແຂວງຮຶງອຽນ ຫົວຂິດຫົວໄຖກັບລະດູຍາມບຸນເຕັດ.

ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ໜ້າ​ໜັງ​ສື​ພິມ​ສະ​ບັບ​ລະ​ດູ​ບານ​ໃໝ່ - ảnh 2 ຮ້ານວາງສະແດງໜັງສືພິມຢູ່ງານບຸນ 

        ບົດສາລະຄະດີບຸນປີໃໝ່ຢູ່ ເຈື່ອງຊາ ຂອງໜັງສືພິມ ກອງທັບປະຊາຊົນ ໄດ້ສ່ອງແສງໃຫ້ເຫັນບັນຍາກາດຕ້ອນຮັບລະດູບານໃໝ່ຂອງທະຫານ ແລະ ປະຊາຊົນໃນເກາະແຫ່ງຕ່າງໆທີ່ຂຶ້ນກັບໝູ່ເກາະເຈື່ອງຊາ. ບັນດານັກຮົບຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ,

“ຂ້າພະເຈົ້າໄດ້ໄປຢ້ຽມຊົມທຸກຮ້ານວາງສະແດງໜັງສືພິມສະບັບລະດູບານໃໝ່ ໃນງານບຸນໜັງສືພິມສະບັບລະດູບານໃໝ່ຮ່າໂນ້ຍ, ຂ້າພະເຈົ້າເຫັນວ່າ ສຳນັກຂ່າວສານຕ່າງໆ ລ້ວນແຕ່ມີບັນດາບົດຂຽນມ່ວນ, ເນື້ອໃນດີ ແລະ ພິມງາມຫຼາຍ. ງານບຸນໜັງສືພິມລະດູບານໃໝ່ ມີຄົນມາຢ້ຽມຊົມຢ່າງຄັບຄາໜາແໜ້ນ ແລະ ຄຶກຄື້ນຫຼາຍ”.

ຕອບກັບ