ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ກຳປູເຈຍ: ໄມຕີຈິດມິດຕະພາບທີ່ສັດຊື່ບໍລິສຸດຜຸດຜ່ອງ

Huong + Van
Chia sẻ
(VOVWORLD) -  40 ປີໄດ້ຜ່ານພົ້ນໄປ, ການອຸທິດສ່ວນຂອງບັນດານັກຊ່ຽວຊານລວມມີນັກເຕັກນິກ ແລະ ບັນນາທິການຂອງວິທະຍຸກະຈາຍສຽງ ຫວຽດນາມ ນັ້ນໄດ້ປະກອບສ່ວນສ້າງພື້ນຖານໃນການພັດທະນາຂອງພື້ນຖານກະຈາຍສຽງຂອງ ກຳປູເຈຍ. 

ປີ 1979, ພາຍຫລັງຫລຸດພົ້ນອອກຈາກວິນາດສະກຳດັບສູນເຊື້ອຊາດ Pol pot Ieng Sary, ລັດຖະບານ ກຳປູເຈຍ ສະເໜີໃຫ້ ຫວຽດນາມ ຊ່ວຍເຫຼືອຟື້ນຟູວິທະຍຸກະຈາຍສຽງ ພະນົມເປັນ. ເຖິງວ່າ ຫວຽດນາມ ຫາກໍ່ຜ່ານຜ່າສົງຄາມມາໄດ້ຫລາຍສິບປີ, ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ເມື່ອມີຄຳສະເໜີຂໍຄວາມຊ່ວຍເຫຼືອຈາກຝ່າຍ ກຳປູເຈຍ, ໃນຄາວນັ້ນ, ການນຳວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດສົ່ງຄະນະນັກຊ່ຽວຊານດ້ານເຕັກນິກ ແລະ ນັກຊ່ຽວຊານບັນນາທິການ, ຜະລິດບັນດາລາຍການກະຈາຍສຽງໄປຍັງ ກຳປູເຈຍ ໃນທັນທີ ເພື່ອຊ່ວຍຟື້ນຟູວິທະຍຸກະຈາຍສຽງຂອງ ກຳປູເຈຍ ຄືນໃໝ່.

ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ກຳປູເຈຍ: ໄມຕີຈິດມິດຕະພາບທີ່ສັດຊື່ບໍລິສຸດຜຸດຜ່ອງ - ảnh 1ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ 

ກ່ອນນີ້ 40 ປີ, ການນຳວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດສົ່ງຄະນະນັກຊ່ຽວຊານເຕັກນິກຊຸດທຳອິດໄປຍັງຊ່ວຍເຫຼືອວິທະຍຸກະຈາຍສຽງ ກຳປູເຈຍ ໂດຍທ່ານ ຮີ່ງ ງອັກເອິ໊ນ ເປັນຫົວໜ້າຄະນະ. ເມື່ອໄປຮອດ ກຳປູເຈຍ, ຄະນະນັກຊ່ຽວຊານຕ້ອງຄົ້ນຄວ້າລະບົບພື້ນຖານທາງດ້ານວັດຖຸຂອງວິທະຍຸກະຈາຍສຽງຂອງ ກຳປູເຈຍ ຍ້ອນວ່າ ເຕັກໂນໂລຊີເຕັກນິກສົ່ງຄື້ນແມ່ນແຕກຕ່າງກັບລະບົບ ເຊິ່ງວິທະຍຸກະຈາຍສຽງ ຫວຽດນາມ ພວມນຳໃຊ້. ທ່ານ ດ່າວຕ໊ຽນຫງໍ, ແມ່ນໜຶ່ງໃນບັນດາສະມາຊິກໃນຄະນະນັກຊ່ຽວຊານໃຫ້ຮູ້ວ່າ: ບັນດາສະມາຊິກຕ້ອງເຮັດວຽກຕະຫລອດທັງເວັນ ແລະ ຄືນ ເພື່ອຊອກຮູ້ລະບົບຂັ້ນຕອນກະຈາຍສຽງຂອງວິທະຍຸກະຈາຍສຽງ ພະນົມເປັນ, ລະບົບເຄື່ອງສົ່ງຄື້ນ, ເຕັກນິກການປະສານສຽງ…ຫລັງຈາກນັ້ນ ຈຶ່ງກໍ່ສ້າງຖັນແຖວພະນັກງານເຕັກນິກໃຫ້ວິທະຍຸກະຈາຍສຽງຂອງປະເທດເພື່ອນ. ວຽກງານດັ່ງກ່າວ ເບິ່ງຄືວ່າງ່າຍດາຍ ແຕ່ມັນພັດຫຍຸ້ງຍາກທີ່ສຸດ. ທ່ານ ດ່າວຕ໊ຽນຫງໍ ຫວນຄືນວ່າ:

ສະໄໝກ່ອນ ເຕັກໂນໂລຊີ analog ນັ້ນແມ່ນຕ້ອງຈັບມືເພື່ອບັນຊາ. ພວກຂ້າພະເຈົ້າບໍ່ເຄີຍເວົ້າພາສາ ກຳປູເຈຍ ຈັກເທື່ອ ແລະ ເພື່ອນ ກຳປູເຈຍ ກໍ່ບໍ່ເຂົ້າໃຈພາສາ ຫວຽດ ດັ່ງນັ້ນ ການໂຄສະນາທາງເຕັກນິກ ເຮັດແນວໃດ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນຂອງເຕັກໂນໂລຊີ ແລະ ຂັ້ນຕອນການກະຈາຍສຽງໄດ້ ນັ້ນແມ່ນວຽກງານທີ່ຫຍຸ້ງຍາກທີ່ສຸດ. ດັ່ງນັ້ນ ໃນຄະນະພວກຂ້າພະເຈົ້າ ມີບາງຄົນຮູ້ພາສາ ອັງກິດ ນັ້ນ ເຂົາເຈົ້າກໍ່ໃຊ້ພາສາ ອັງກິດ ເພື່ອລົມກັນ. ພາຍຫລັງໄດ້ມານະອົດທົນຕໍ່ການຝຶກຫັດ ແລະ ແນະນຳມາໄດ້ໄລຍະໜຶ່ງ, ພວກຂ້າພະເຈົ້າໄດ້ຝຶກຫັດໃຫ້ພວກເພື່ອນ ກຳປູເຈຍ ປະຕິບັດວຽກງານນັ້ນໄດ້ເປັນຢ່າງດີ.

ພ້ອມກັບກຸ່ມນັກຊ່ຽວຊານດ້ານເຕັກນິກ, ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຈັດສົ່ງຄະນະນັກຊ່ຽວຊານບັນນາທິການໄປຊ່ວຍເພື່ອນ ຈັດຕັ້ງລາຍການກະຈາຍສຽງ, ກໍ່ສ້າງຖັນແຖວບັນນາທິການ. ນັບແຕ່ຊຸມວັນທຳອິດທີ່ລຳບາກກາກກຳ, ນອນກາງຄືນຍັງມີຄວາມກັງວົນ ຢ້ານພວກທະຫານແຕກທັບ Pol Pot ດັກຕີຢູ່ສວນ, ຈົດຮອດຊຸມວັນສຸດທ້າຍທີ່ໄປຊ່ວຍເພື່ອນຢູ່ ກຳປູເຈຍ, ຊີວິດການເປັນຢູ່ຂອງນັກຂ່າວ, ນັກເຕັກນິກວິທະຍຸກະຈາຍສຽງ ຫວຽດນາມ ໃນຄາວນັ້ນ ໄດ້ຜ່ານການເວລາຫລາຍຢ່າງ.

ວຽກງານຂອງກຸ່ມນັກຊ່ຽວຊານບັນນາທິການລວມມີການຈັດຕັ້ງຜະລິດບັນດາລາຍການກະຈາຍສຽງພາສາຕ່າງປະເທດຜ່ານຄື້ນກະຈາຍສຽງ ກຳປູເຈຍ, ຫລັງຈາກນັ້ນ ແປເປັນບັນດາພາສາຄື: ພາສາ ຝຣັ່ງ, ພາສາ ອັງກິດ, ພາສາ ລາວ, ພາສາ ໄທ, ພາສາ ຫວຽດ ແລະ ອອກອາກາດທຸກໆວັນ. ໂດຍອີງໃສ່ການໜູນຊ່ວຍຂອງພະນັກງານວິທະຍຸກະຈາຍສຽງ ຫວຽດນາມ, ວິທະຍຸກະຈາຍສຽງ ກຳປູເຈຍ ຈຶ່ງໄດ້ມີຖັນແຖວບັນນາທິການທີ່ມີກຳລັງຢ່າງພຽງພໍ ເພື່ອເຮັດຫຼ້ອນໜ້າທີ່ຮັບຜິດຊອບຂອງຕົນ. ບັນນາທິກການ ຫງວຽນວັນຄຽມ, ຄາວນັ້ນເປັນບັນນາທິການລາຍການກະຈາຍສຽງພາສາ ຝຣັ່ງ ຂຶ້ນກັບພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຖືກວິທະຍຸກະຈາຍສຽງ ຫວຽດນາມ ຈັດສົ່ງໄປເປັນນັກຊ່ຽວຊານປະຈຳຢູ່ ກຳປູເຈຍ ແຕ່ປີ 1980 – 1984 ຫວນຄືນວ່າ:

  ພວກຂ້າພະເຈົ້າຊ່ວຍພວກເພື່ອນບັນນາທິການລາຍການກະຈາຍສຽງ, ສ້າງລາຍການກະຈາຍສຽງ, ຈັດຕັ້ງລາຍການກະຈາຍສຽງ, ຊ່ວຍວຽກງານອັດສຽງ. ນອກຈາກບັນດາວຽກງານກ່ຽວກັບວິຊາການແລ້ວ ພວກຂ້າພະເຈົ້າກໍ່ຊ່ວຍກ່ຽວກັບດ້ານແນວຄິດ ເຮັດແນວໃດ ເພື່ອຮັກສາໄດ້ຖັນແຖວພະນັກງານດ້ານວິຊາການ, ສື່ມວນຊົນ ເພື່ອຮັບໃຊ້ໃຫ້ແກ່ວິທະຍຸໄດ້ດີ

        ການຊ່ວຍເຫຼືອຢ່າງຈິ່ງໃຈຂອງບັນດານັກຊ່ຽວຊານ, ພະນັກງານວິທະຍຸກະຈາຍສຽງ ຫວຽດນາມ ສຳລັບວິທະຍຸກະຈາຍສຽງ ກຳປູເຈຍ ເວົ້າສະເພາະ ແລະ ສຳລັບວຽກງານຖະແຫຼງຂ່າວ, ສື່ສານຂອງ ກຳປູເຈຍ ເວົ້າລວມ ໄດ້ຮັບການຕີລາຄາຢ່າງຈະແຈ້ງໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ທັນວາ 2018 ຂອງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ H.E Khieu Kanharith:

        “ວຽກງານຖະແຫຼງຂ່າວຂອງ ກຳປູເຈຍ ມີການເຄື່ອນໄຫວຢ່າງມີປະສິດທິຜົນຄືປັດຈຸບັນ ແມ່ນຕ້ອງມີການຊ່ວຍເຫຼືອຫລາຍຢ່າງຈາກ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມີບັນດາກາລະໂອກາດພົວພັນແລກປ່ຽນໃນໄລຍະຈະມາເຖິງ ລະຫວ່າງຜູ້ເຮັດວຽກງານກະຈາຍສຽງ 2 ປະເທດ. ວິທະຍຸກະຈາຍສຽງບາງແຫ່ງຂອງບັນດາແຂວງ, ນະຄອນຂອງ ກຳປູເຈຍ ກໍ່ປາດຖະໜາຢາກຮ່ວມມື ແລະ ຖອດຖອນບົດຮຽນຈາກຝ່າຍ ຫວຽດນາມ.

   40 ປີໄດ້ຜ່ານພົ້ນໄປ, ການອຸທິດສ່ວນຂອງບັນດານັກຊ່ຽວຊານລວມມີນັກເຕັກນິກ ແລະ ບັນນາທິການຂອງວິທະຍຸກະຈາຍສຽງ ຫວຽດນາມ ນັ້ນໄດ້ປະກອບສ່ວນສ້າງພື້ນຖານໃນການພັດທະນາຂອງພື້ນຖານກະຈາຍສຽງຂອງ ກຳປູເຈຍ. ບັນດາການອຸທິດສ່ວນນີ້ ໄດ້ປະກອບສ່ວນເສີມສ້າງໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ./.

ຕອບກັບ