ວິທະຍຸກະຈາຍ ຫວຽດນາມ ດ້ວຍພາລະກຳຮັກສາສີສັນ ຫວຽດນາມ

Chia sẻ
(VOVWORLD) -   ພາຍຫຼັງທີ່ທ່ານປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດເປັນເວລາພຽງ 5 ວັນເທົ່ານັ້ນ, ໃນວັນທີ 7 ກັນຍາ ປີ 1945, ວິທະຍຸກະຈາຍສຽງ ຫວຽດນາມ VOV ໄດ້ຮັບການສ້າງຕັ້ງຂຶ້ນ ໃນຕະຫຼອດໄລຍະປະຫວັດສາດ ແຫ່ງການກໍ່ສ້າງ ແລະ ພັດທະນາ, VOV ຍາມໃດກໍ່ແມ່ນອົງການສື່ມວນຊົນທີ່ສຳຄັນແຖວໜ້າ ແລະ ຮັບໃຊ້ຢ່າງໄດ້ການໄດ້ງານ ຂອງພັກ ແລະ ລັດຫວຽດນາມ.

      ເພື່ອຕອບສະໜອງຕາມຄວາມຄອງຄອຍຂອງປະທານ ໂຮ່ຈີມິນ ແລະ ປະຊາຊົນທົ່ວປະເທດ, VOV ໄດ້ເຮັດສຳເລັດໜ້າທີ່ໂຄສະນາຢ່າງດີເດັ່ນ, ໃນນັ້ນມີພາລະກຳຮັກສາ, ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ, ໃນລາຍການກະຈາຍສຽງມື້ນີ້, ພວກຂ້າພະເຈົ້າຂໍແນະນຳບົດທີ່ພາດຫົວຂໍ້ວ່າ VOV ດ້ວຍພາລະກຳຮັກສາສີສັນ ຫວຽດນາມ.                  

ວິທະຍຸກະຈາຍ ຫວຽດນາມ ດ້ວຍພາລະກຳຮັກສາສີສັນ ຫວຽດນາມ - ảnh 1 ທ່ານ ຫງວຽນເທ໊ກີ໋ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

    ໂດຍແມ່ນຫົວໜ່ວຍສື່ມວນຊົນຫຼັກຂອງລັດຖະບານ,  VOV ໃນປັດຈຸບັນແມ່ນອົງການສື່ມວນຊົນເຄື່ອນໄຫວໃນສີ່ປະເພດ: ສື່ສິ່ງພິມ, ໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມເອເລັກໂຕນິກ. ເນື້ອໃນກ່ຽວກັບວັດທະນະທຳ ຍາມໃດກໍ່ແມ່ນໜຶ່ງໃນບັນດາເນື້ອໃນທີ່ສຳຄັນເປັນພິເສດ.

   ນັ້ນແມ່ນການຮັກສາ ແລະ ພັດທະນາທາງດ້ານພາສາ ແລະ ຕົວໜັງສືພາສາຫວຽດ, ພາສາ ແລະ ຕົວໜັງສືຂອງບັນດາເຜົ່າສ່ວນໜ້ອຍ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ໃນມະຫາຄອບຄົວບັນດາເຜົ່າຫວຽດນາມ; ບັນດາງານບຸນ, ພິທີກຳທາງດ້ານວັດທະນະທຳ; ບັນດາມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ…

  ຢູ່ VOV ອາດຈະເວົ້າເຖິງບັນດາລາຍການຕ່າງໆເຊັ່ນ: ວັດທະນະທຳ, ປະເທດຊາດພັນປີ, ຄອບຄົວຫວຽດນາມ, ລະຄອນໂທລະໂຄ່ງ, ຟັງເລື່ອງລາວໃນຕອນເດິກ, ລາຍການເພງພື້ນເມືອງ,… ທັງໝົດເຫຼົ່ານັ້ນກໍ່ລ້ວນແຕ່ເຂັ້ມຂົ້ນໄປດ້ວຍສີສັນຂອງວັດທະນະທຳ ຫວຽດນາມ, ຈາກວິຖີຊີວິດ, ປະເພນີ, ພື້ນຖານດົນຕີ… ເພື່ອຊ່ວຍຜູ້ຟັງ ຜູ້ອ່ານເຂົ້າໃຈແຈ້ງກ່ຽວກັບບັນຫານີ້, ຂໍເຊີນບັນດາທ່ານຕິດຕາມຮັບຟັງບົດສາລະຄະດີ ວ່າດ້ວຍຫົວຂໍ້: ຮັກສາສີສັນວັດທະນະທຳ ຫວຽດນາມ ຜ່ານຄື້ນຂອງ VOV.

       ການແນະນຳໂຄສະນາຢ່າງກວ້າງເລິກ ກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ ແມ່ນໜຶ່ງໃນບັນດາເປົ້າໝາຍເຊິ່ງ VOV ໄດ້ເອົາໃຈໃສ່ໂຄສະນາໃນຕະຫຼອດໄລຍະທີ່ຜ່ານມາ. ທ່ານ ເຈິ່ນເຢິດມິງ ຫົວໜ້າ ພະແນກວັນນະຄະດີ - ສິລະປະ ແລະ ນາງ ຫວູທິຕວຽດມາຍ ຮອງຫົວໜ້າພະແນກວັດທະນະທຳ - ສັງຄົມ ແບ່ງປັນວ່າ:

       “ບັນດາລາຍການທີ່ມີມາແຕ່ດົນນານຄື ລາຍການກາບກອນ, ຟັງເລື່ອງລາວຕອນເດິກ, ສິລະປະວັນນະຄະດີວັນອາທິດ, ເວທີສະແດງໂທລະໂຄ່ງ ກໍ່ລ້ວນແຕ່ຕິດພັນກັບບັນດາບົດປະພັນ, ບັນດາເນື້ອໃນກໍ່ມີລັກສະນະວັດທະນະທຳສູງ. ຄຸນຄ່າວັດທະນະທຳຂອງຊົນເຜົ່າ, ບັນດາສິ່ງທີ່ຍອດຍິ່ງໃນບັນດາບົດປະພັນຖືກພວກຂ້າພະເຈົ້າສືບຕໍ່ເສີມຂະຫຍາຍ ແລະ ເຮັດແນວໃດເພື່ອໃຫ້ລາຍການສິລະປະວັນນະຄະດີ ຕ້ອງໄປຄຽງຄູ່ກັບບັນດາຄຸນຄ່າຂອງຊາດ”.

    “ບັນຫາວັດທະນະທຳຂອງພວກຂ້າພະເຈົ້າຖືກສະແດງຢ່າງຈະແຈ້ງຄືດັ່ງນີ້: ທີໜຶ່ງ ແມ່ນຮັກສາໄດ້ຄວາມໃສແຈ້ງ, ງ່າຍດາຍ, ສາມາດເຂົ້າໃຈງ່າຍຂອງພາສາວັດທະນະທຳ ຫວຽດນາມ. ພວກຂ້າພະເຈົ້າກໍ່ມີລາຍການພິເສດຄື:  ຮັກສາຄວາມໃສແຈ້ງຂອງພາສາຫວຽດ. ໃນນັ້ນບັນດາຄຸນຄ່າພື້ນຖານທີ່ສຸດກ່ຽວກັບຄວາມໃສແຈ້ງຂອງພາສາຫວຽດ ໄດ້ຖືກ VOV2 ເອົາໃຈໃສ່ທີ່ສຸດ. ສິ່ງທີສອງ ແມ່ນບັນຫາວັດທະນະທຳລວມຂອງສັງຄົມ. ນອກຈາກດ້ານດີ, ພວກຂ້າພະເຈົ້າຍັງເຕື້ອງເຖິງບັນດາປະກົດການຫຍໍ້ທໍ້ ແລະ ດ້ານອ່ອນໃນວັດທະນະທຳທີ່ຄວນຕ້ອງການປັບປຸງ”. 

         ພ້ອມກັບການສືບຕໍ່ຜະລິດລາຍການ ທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຟັງໃນທົ່ວປະເທດແຕ່ຫຼາຍປີມານີ້, ບັນດານັກຂ່າວບັນນາທິການຂອງ VOV ໄດ້ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ອັບເດດບັນດາເນື້ອໃນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ແທດເໝາະກັບຊີວິດວັດທະນະທຳ - ສິລະປະທີ່ທັນສະໄໝ. ນາງ ໂງທິແທັງຖຸຍ ຮອງຫົວໜ້າລາຍການວັດທະນະທຳ, VOV2 ໃຫ້ຮູ້ວ່າ:

      “ແຕ່ລະລາຍການກະຈາຍສຽງ, ພວກຂ້າພະເຈົ້າກໍ່ເຮັດຕາມແບບຄືໄດ້ເຮັດມາແຕ່ດົນນານ, ພວກຂ້າພະເຈົ້າກໍ່ໄດ້ກະກຽມທັງຮູບພາບຕື່ມອີກ. ພວກຂ້າພະເຈົ້າຍາມໃດກໍ່ບອກເຕືອນໃຫ້ກັນວ່າ ເມື່ອສະແດງທາງດ້ານຮູບພາບ ກໍ່ຕ້ອງເອົາໃຈໃສ່ເຖິງສີສັນວັດທະນະທຳຂອງຊາດ, ເອົາໃຈໃສ່ເຖິງສີສັນສະເພາະຂອງວັດທະນະທຳ”.

       ການຮັກສາສີສັນວັດທະນະທຳ ຜ່ານຄື້ນຂອງ VOV ຍັງສະແດງອອກຜ່ານເລື່ອງ: ໃນສອງສາມປີມໍ່ໆມານີ້, VOV ໄດ້ສ້າງ ແລະ ທຳການສະແດງບັນດາບົດປະພັນບົນເວທີ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ໄດ້ສ້າງສຽງກັງວານຢ່າງໃຫຍ່ຫຼວງໃນຫາງສຽງຄື ບົດລະຄອນຂັບຮ້ອງພັນປີເມກຂາວ, ຫຼື ລາຍການກະຈາຍສຽງອອກອາກາດສົດ, ລາຍການໂທລະພາບຖ່າຍທອດສົດ ທີ່ມີຫົວຂໍ້ຄວາມຮັກແພງຢ່າງຫຼົ້ນເຫຼືອ ເພື່ອເຊີດຊູຄຸນຄ່າຍືນຍົງຂອງບົດຄຳພິໄນກຳຂອງປະທານ ໂຮ່ຈີມິນ… ບໍ່ພຽງແຕ່ເທົ່ານັ້ນ, VOV ຍັງເປັນເຈົ້າການຕັ້ງໜ້າປະກອບສ່ວນໃຫ້ແກ່ໂລກ ກ່ຽວກັບບັນດາສິ່ງທີ່ເປັນເອກະລັກ ໃນພື້ນຖານວັດທະນະທຳ ຫວຽດນາມ ຜ່ານການຈັດຕັ້ງບັນດາງານປະກວດສຽງເພງ ອາຊຽນ + 3; ງານມະໂຫລານສຽງເພງຫວຽດນາມ - ຈີນ… ການເຄື່ອນໄຫວເຫຼົ່ານັ້ນ ກໍ່ໄດ້ຖືກອອກອາກາດທາງວິທະຍຸກະຈາຍສຽງ ແລະ ໂທລະພາບ ກໍ່ຄືເວບໄຊຕ່າງໆຂອງ VOV. ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:

     “VOV ຢາກຈັດຕັ້ງເວທີປາໄສພົບປະແລກປ່ຽນວັດທະນະທຳ ຂອງບັນດາປະເທດຜ່ານດົນຕີ, ປະກອບສ່ວນເພີ່ມທະວີສາຍພົວພັນແຫ່ງສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດ. ເດືອນ ພະຈິກ ປີນີ້, ຫວຽດນາມ ໄດ້ແບກຫາບໜ້າທີ່ດຳລົງຕຳແໜ່ງປະທານອາຊຽນຢ່າງເປັນທາງການ, ດັ່ງນັ້ນນີ້ກໍ່ແມ່ນການເຄື່ອນໄຫວ ທີ່ມີລັກສະນະວັດທະນະທຳຂອງ VOV ເຊິ່ງແມ່ນອົງການສື່ມວນຊົນແຖວໜ້າຂອງປະເທດຊາດ ປະກອບສ່ວນຍົກລະດັບຖານະບົດບາດຂອງ ຫວຽດນາມ ໃຫ້ສູງຂຶ້ນ”.

     ແຕ່ລະປີ VOV ກໍ່ໄດ້ຜະລິດ ແລະ ສົ່ງບັນດາລາຍການກະຈາຍສຽງ, ໂທລະພາບນັບຮ້ອຍລາຍການ ທີ່ແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ປະຫວັດສາດ ແລະ ພື້ນຖານວັດທະນະທຳທີ່ມີມາແຕ່ດົນນານຂອງ ຫວຽດນາມ ໃຫ້ແກ່ວິທະຍຸ, ໂທລະພາບກວ່າ 20 ແຫ່ງຂອງປະເທດຕ່າງໆ ເພື່ອອອກອາກາດ.

        ຫວຽດນາມພວມສຸມໃສ່ໃຫ້ແກ່ຍຸດທະສາດວັດທະນະທຳໃນໄລຍະໃໝ່, “ກໍ່ສ້າງ ແລະ ພັດທະນາງວັດທະນະທຳ ແລະ ຊາວຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ພັດທະນາປະເທດຊາດແບບຍືນຍົງ”, ໃນນັ້ນໄດ້ກຳນົດວັດທະນະທຳ ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ແມ່ນເປົ້າໝາຍ ແມ່ນກຳລັງໜູນ ເພື່ອພັດທະນາປະເທດຊາດແບບຍືນຍົງ.

   ທີ່ທ່ານຫາກໍ່ຮັບຟັງຜ່ານໄປແມ່ນບົດສາລະຄະດີ “ຮັກສາສີສັນວັດທະນະທຳ ຫວຽດນາມ ຜ່ານຄື້ນຂອງ VOV”.

   ທ່ານຜູ້ຟັງທີ່ເຄົາລົບ, ໃນສະພາບການເຊື່ອມໂຍງສາກົນ, ພົວພັນແລກປ່ຽນ, ວັດທະນະທຳແມ່ນລາຍການທີ່ສຳຄັນເພື່ອຊ່ວຍບັນດາປະເທດຫຍັບມໍ່ເຂົ້າກັນ, ພ້ອມກັນຮ່ວມມືເພື່ອພັດທະນາ. ດ້ວຍການຮັບຮູ້ດັ່ງກ່າວ, VOV ຍັງຕັ້ງໜ້າໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກພາຍນອກ, ຜ່ານຄື້ນຂອງ VOV5. ຕໍ່ໄປນີ້ຂໍເຊີນທ່ານຜູ້ຟັງຮັບຟັງບົດສາລະຄະດີຂອງ VOV5 ທີ່ພາດຫົວຂໍ້: ແນະນຳສີສັນວັດທະນະທຳ ຫວຽດນາມ ອອກສູ່ໂລກພາຍນອກ

                                 -------------------------------

     ໂດຍມີໜ້າທີ່ໂຄສະນາພາບພົດປະເທດ ຫວຽດນາມ ອອກສູ່ໂລກພາຍນອກ, 13 ລາຍການພາສາຕ່າງປະເທດຂອງ VOV5 ທີ່ອອກອາກາດຜ່ານລະບົບ AM ແລະ FM ໄດ້ຕັ້ງໜ້າແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງ ຫວຽດນາມ ຈາກຮີດຄອງປະເພນີ, ອາຫານການກິນ, ຊຸດອາພອນປະຈຳເຜົ່າ ຕະຫຼອດຮອດບັນດາສະຖານທີ່ວັດທະນະທຳ, ບັນດາໝູ່ບ້ານອາຊີບຫັດຖະກຳ. ຕໍ່ໄປນີ້ແມ່ນບັນດາຄຳຄິດເຫັນ ຂອງບັນດານັກຂ່າວບັນນາທິການຂອງ VOV:

          “ການຮ່ວມມືທາງດ້ານວັດທະນະທຳ ແມ່ນພື້ນຖານໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆ. ຄວາມເຂົ້າໃຈທາງດ້ານວັດທະນະທຳລະຫວ່າງສອງປະເທດ ກໍ່ແມ່ນພື້ນຖານໃຫ້ແກ່ການພົວພັນ ທາງດ້ານການເມືອງ, ເສດຖະກິດ, ການສຶກສາ… ຍ້ອນເຫດນີ້ເອງ, ໃນລາຍການຂອງ VOV, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ທີ່ສຸດເຖິງລາຍການວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ. ສິ່ງນີ້ກໍ່ປຽບເໝືອນຂົວເຊື່ອມຕໍ່ ສະໜອງຂໍ້ມູນຂ່າວສານ ເພື່ອໃຫ້ຜູ້ຟັງທັງຫຼາຍເຂົ້າໃຈຕື່ມກ່ຽວກັບວັດທະນະທຳ ຫວຽດນາມ”.

       “ໃນບັນດາລາຍການຂອງພວກຂ້າພະເຈົ້າ, ກໍ່ໄດ້ພະຍາຍາມເຮັດລາຍການວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມ ໃຫ້ເປັນຢ່າງດີ. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນຢາກໃຫ້ຜູ້ຟັງ ຜູ້ອ່ານເຂົ້າໃຈແຈ້ງກ່ຽວກັບວັດທະນະທຳ ຫວຽດນາມ ກວ່າເກົ່າ”. ນີ້ແມ່ນທັດສະນະຂອງບັນດາຜູ້ຮັບຜິດຊອບລາຍການພາສາ ຍີ່ປຸ່ນ, ແອັດສະປາຍ ຂອງ VOV5 ກ່ຽວກັບຄວາມສຳຄັນຂອງລາຍການວັດທະນະທຳ ໃນການໂຄສະນາພາບພົດປະເທດຊາດ ອອກສູ່ໂລກພາຍນອກ.   

   ເຖິງວ່າການສ້າງລາຍການກະຈາຍສຽງມີຄວາມແຕກຕ່າງກັນກໍ່ຕາມ ແຕ່ບັນດາລາຍການດັ່ງກ່າວກໍ່ລ້ວນແຕ່ມຸ່ງໄປເຖິງປັດໄຈດຶງດູດທ່ານຜູ້ຟັງ. ນາງ ຫວູທິເຮືອງຢາງ, ຮອງຫົວໜ້າກຸ່ມລາຍການກະຈາຍສຽງ ເອີຣົບ, ຮັບຜິດຊອບລາຍການກະຈາຍສຽງພາສາ ແອັດສະປາຍ ແບ່ງປັນວ່າ:

        ພວກຂ້າພະເຈົ້າຍາມໃດກໍ່ມານະພະຍາຍາມນຳເອົາດົນຕີພື້ນເມືອງຂອງ ຫວຽດນາມ ມາເປີດໃຫ້ຫລາຍຕື່ມອີກ ເພື່ອເຮັດໃຫ້ລາຍການກະຈາຍສຽງມີຊີວິດຊີວາ, ອຸດົມສົມບູນ, ເພື່ອໃຫ້ທ່ານຜູ້ຟັງສຳຜັດໄດ້ຢ່າງງ່າຍດາຍກ່ວາ. ທ່ານຜູ້ຟັງຂອງພວກຂ້າພະເຈົ້າ ສ່ວນຫລາຍແມ່ນຢູ່ບັນດາປະເທດຄື: ແອັດສະປາຍ, ກູບາ, ອີຕາລີ…ລ້ວນແຕ່ສະແດງໃຫ້ເຫັນຄວາມນິຍົມຕໍ່ບັນດາລາຍການກະຈາຍສຽງວັດທະນະທຳ ສີສັນ 54 ຊົນເຜົ່າ ຫວຽດນາມ, ຄົ້ນຫາ ຫວຽດນາມ, ຊີວິດສັງຄົມ.

        ການສ້າງລາຍການກະຈາຍສຽງຄືແນວນັ້ນ ເບິ່ງຄືວ່າໄດ້ດຶງດູດໃຈທ່ານຜູ້ຟັງຈາກຫລາຍທະວີບໃນໂລກ ແລະ ນັບທັງຊາວຕ່າງປະເທດທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຫວຽດນາມ.

        ຂ້າພະເຈົ້າເຫັນວ່າ VOV5 ມີບັນດາລາຍການກະຈາຍສຽງກ່ຽວກັບວັດທະນະທຳຫລາຍຮູບຫລາຍແບບ. ບໍ່ພຽງແຕ່ກ່ຽວກັບວັດທະນະທຳກ່ຽວກັບ ອາຫານການກິນ, ຊີວິດການເປັນຢູ່ເທົ່ານັ້ນ ຫາກຍັງໄດ້ແນະນຳບັນດາຈຸດເອກະລັກສະເພາະຂອງຊົນເຜົ່າສ່ວນໜ້ອຍອີກດ້ວຍ.

       ຂ້າພະເຈົ້າຟັງ VOV  ເພາະວ່າ ນັ້ນແມ່ນວິທີເພື່ອໃຫ້ຂ້າພະເຈົ້າມີຄວາມຮູ້ສຶກກ່ຽວກັບ ຫວຽດນາມ, ເຂົ້າໃຈກ່ຽວກັບປະຫວັດສາດ, ສິລະປະ ແລະ ວັດທະນະທຳ, ປະຊາຊົນ ແລະ ບັນດາສະຖານທີ່ທ່ອງທ່ຽວຂອງປະເທດພວກເພື່ອນ. VOV ແມ່ນແຫຼ່ງຂໍ້ມູນຂ່າວສານທີ່ມີຄຸນປະໂຫຍດ ແລະ ດີທີ່ສຸດ ເພື່ອໃຫ້ຂ້າພະເຈົ້າຊອກຮູ້ກ່ຽວກັບ ຫວຽດນາມ.

        ນອກຈາກເຄື່ອງມືທີ່ໃຊ້ໃນການກະຈາຍສຽງແລ້ວ, ປັດຈຸບັນ, ວິທີການໂຄສະນາວັດທະນະທຳຂອງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ ຍັງໄດ້ຕໍ່ກຳລັງແຮງຈາກອິນເຕີແນັດ, ໂດຍຜ່ານເວັບໄຊ vovworld.vn. ນາງ ຫງວຽນທິດວານຈາງ, ຮອງຫົວໜ້າກຸ່ມລາຍການກະຈາຍສຽງ ເອີຣົບ 1, ຮັບຜິດຊອບລາຍການກະຈາຍສຽງພາສາ ເຢຍລະມັນ ໃຫ້ຮູ້ວ່າ:

       ນັບແຕ່ເມື່ອມີເວັບໄຊ ພວກຂ້າພະເຈົ້າເຫັນວ່າ ມັນໜູນຊ່ວຍໃຫ້ແກ່ການກະຈາຍສຽງຫລາຍກ່ວາ. ຕົວຢ່າງຄື: ບົດພັນລະນາກ່ຽວກັບຊຸດອາພອນຂອງຊົນເຜົ່າ ຫຼື ບັນດາເຄື່ອງມືຜະລິດ ເມື່ອມີຮູບພາບ ພວກຂ້າພະເຈົ້າສາມາດຂຽນຄຳອະທິບາຍ ຊ່ວຍໃຫ້ທ່ານຜູ້ຟັງວາດພາບໄດ້ງ່າຍກ່ວາ.

        ໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກ ແມ່ນວິທີປົກປັກຮັກສາສີສັນວັດທະນະທຳ ຫວຽດນາມ ໃນຍຸກສະໄໝ. ດ້ວຍບັນດາສານກ່ຽວກັບປະເທດທີ່ມີພື້ນຖານວັດທະນະທຳເປັນເອກະລັກສະເພາະ, ປະຫວັດສາດສະຫງ່າອົງອາດ, ປະຊາຊົນຮັກຫອມສັນຕິພາບຜ່ານຄື້ນກະຈາຍສຽງຂອງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ບັນດາຄວາມງາມທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຫວຽດນາມ ພວມແຜ່ຂະຫຍາຍອອກໄປທົ່ວ 5 ທະວີບໃນໂລກ.

ທີ່ທ່ານຜູ້ຟັງຫາກໍ່ໄດ້ຮັບຟັງບົດສາລະຄະດີ ແຜ່ຂະຫຍາຍສີສັນວັດທະນະທຳ ຫວຽດນາມ ອອກສູ່ໂລກ.

ທ່ານຜູ້ຟັງທີ່ເຄົາລົບ, ວັດທະນະທຳທັງແມ່ນຈິດວິນຍານຂອງຊາດ, ທັງແມ່ນກຳລັງໜູນ, ທັງແມ່ນເປົ້າໝາຍຂອງການພັດທະນາ. ການຮັກສາສີສັນວັດທະນະທຳ ຫວຽດນາມ ແມ່ນຫຼັກການໜຶ່ງ ຍາມໃດກໍ່ໄດ້ຮັບການເຄົາລົບໃນວິວັດການເຊື່ອມໂຍງ ແລະ ສື່ມວນຊົນໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການນີ້ິ້.

  ໂດຍຮັບຮູ້ຄຸນຄ່າ ແລະ ບົດບາດສຳຄັນຂອງວັດທະນະທຳຢ່າງຈະແຈ້ງ, ການນຳວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກຳນົດວ່າ ປັດຈຸບັນນີ້ ຕ້ອງຍາດແຍ່ງເອົາບັນດາທ່າໄດ້ປຽບຂອງເຕັກໂນໂລຊີທັນສະໄໝ ເພື່ອໂຄສະນາ, ເຮັດໃຫ້ຄຸນຄ່າເພີ່ມຂຶ້ນ ແລະ ກຳລັງແຜ່ຂະຫຍາຍຂອງວັດທະນະທຳໃນບັນດາຜະລິດຕະພັນກະຈາຍສຽງ, ໂທລະພາບ, ສື່ສິ່ງພິມ ແລະ ໜັງສືພິມເອເລັກໂຕນິກ. ຕໍ່ໄປນີ້ ແມ່ນການຕອບສຳພາດຂອງທ່ານ ຫງວຽນເທ໊ກີ໋ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບການຮັກສາສີສັນ ຫວຽດນາມ ຜ່ານຄື້ນກະຈາຍສຽງ.

       ຂໍຮຽນທ່ານ ຫງວຽນເທ໊ກີ໋, ເປັນຫຍັງວິທະຍຸກະຈາຍສຽງ ຫວຽດນາມ ຈຶ່ງຖືເປັນສຳຄັນການຮັກສາສີສັນວັດທະນະທຳ, ໂດຍສະເພາະແມ່ນໃນສະພາບການເຊື່ອມໂຍງເຂົ້າກັບສາກົນ?

ປະທານ ໂຮ່ຈີມິນ ໄດ້ເວົ້າຫລາຍເຖິງບັນຫາວັດທະນະທຳ ແລະ ຮັກສາສີສັນວັດທະນະທຳ. ໂຄງການເຄື່ອນໄຫວວັດທະນະທຳ ຫວຽດນາມ ປີ 1943 ໂດຍເລຂາທິການໃຫຍ່ ເຈື່ອງຈິງ ຮຽບຮຽງກໍ່ໄດ້ເວົ້າເຖິງການຮັກສາສີສັນວັດທະນະທຳຂອງຊາດ. ຍ້ອນກຳລັງແຮງວັດທະນະທຳ, ແຫຼ່ງກຳລັງວັດທະນາທຳ ເຊິ່ງພວກເຮົາໄດ້ເອົາໄຊຊະນະຕໍ່ພວກສັດຕູຮ້າຍກາດທີ່ສຸດ. ໄດ້ສູ້ຢັນກັບສັດຕູ, ກັບໄພທຳມະຊາດນັບແຕ່ພັນປີນີ້. ວັດທະນະທຳຄືສະໜາມຮົບ ແລະ ບັນດາຜູ້ທີ່ເຄື່ອນໄຫວໃນຂົງເຂດນັ້ນ ກໍ່ແມ່ນບັນດານັກຮົບ. ສະນັ້ນ, ບັນດາຜູ້ເຮັດວຽກງານສື່ມວນຊົນ ຄວນຖືເປັນສຳຄັນທີ່ສຸດ ແລະ ຮັກສາສີສັນວັດທະນະທຳ ຫວຽດນາມ ໄວ້. ນັ້ນກໍ່ແມ່ນສິ່ງທີ່ບັນດາຜູ້ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ຕັກເຕືອນກັນ ຕ້ອງຖືເອົາພື້ນຖານວັດທະນະທຳຂອງປະເທດຊາດ ເປັນບ່ອນອີງໃນການພັດທະນາຂອງຕົນ.

  ທ່ານຕີລາຄາຄືແນວໃດ ກ່ຽວກັບການຮັກສາວັດທະນະທຳ ຫວຽດນາມ ຢູ່ບັນດາຫົວໜ່ວຍຂອງວິທະຍຸກະຈາຍສຽງ ຫວຽດນາມ ?

       ຢູ່ວິທະຍຸກະຈາຍສຽງ ຫວຽດນາມ ພວກເຮົາມີຫລາຍກົມກອງ ແລະ ແຕ່ລະກົມກອງກໍ່ປະຕິບັດຕາມພາລະບົດບາດ, ໜ້າທີ່, ຫຼັກມູນຈຸດປະສົງ ແລະ ເປົ້າໝາຍເຊິ່ງຕົນເອງຮັບໃຊ້ ລ້ວນແຕ່ມີວິທີສະເພາະ ແລະ ກໍ່ລ້ວນແຕ່ອີງໃສ່ວັດທະນະທຳ. ຕົວຢ່າງຄື: ສະຖານະການການເມືອງນັ້ນ ວັດທະນະທຳແມ່ນໂຄສະນາກ່ຽວກັບວັດທະນະທຳ ເພື່ອຮັກສາວັດທະນະທຳ ຫວຽດນາມ. ນັບທັງຜູ້ເຮັດວຽກຢູ່ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ຢາກແປບົດ, ຂ່າວໄດ້ດີ ກໍ່ຕ້ອງກຳແໜ້ນພາສາ ຫວຽດ ເພື່ອແປເປັນພາສາຕ່າງປະເທດ, ຕ້ອງມີຄວາມອຸດົມສົມບູນຈາກຄຳສັບໃນພາສາ ຫວຽດ.

  ຂໍຮຽນທ່ານ ຫງວຽນເທ໊ກີ໋, VOV ພວມສ້າງຍຸດທະສາດໃນວຽກງານການສື່ສານ, ສະນັ້ນ ເລື່ອງຮັກສາວັດທະນະທຳ ຫວຽດນາມ ໄດ້ກຳນົດທິດຄືແນວໃດ ໃນຍຸດທະສາດນັ້ນ,

       ບັນດາພາຫະນະສື່ມວນຊົນ ຢາກຍົກສູງຄຸນນະພາບ, ໄດ້ຮັບຄວາມຊົມເຊີຍຈາກມະຫາຊົນນັ້ນ ວຽກງານທີ່ເຮັດຢູ່ນັ້ນ ຕ້ອງແມ່ນວຽກງານມີວັດທະນະທຳແລ້ວ. ນັບແຕ່ຂັ້ນຕອນການບັນນາທິການ, ວິທີນຳໃຊ້ຄຳສັບ, ນຳໃຊ້ຮູບພາບ. ຕ້ອງເສີມຂະຫຍາຍອັນທີ່ເປັນວັດທະນະທຳຂອງ ຫວຽດນາມ ທັງໝົດ, ການສຶກສາວັດທະນະທຳ, ຄວາມງາມ, ແບບແຜນການດຳລົງຊີວິດໃຫ້ປະຊາຊົນ. ນັບແຕ່ນັກຂ່າວ, ບັນນາທິການ, ການນຳຕ້ອງມີວິທີສັງເກດເປັນເອກະພາບກັນ, ຮອບດ້ານ ເພື່ອໃຫ້ວັດທະນະທຳ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານຂອງວິທະຍຸກະຈາຍສຽງ ຫວຽດນາມ. ທີສອງ ແມ່ນຍຸດທະສາດພັດທະນາວິທະຍຸນັ້ນ ແມ່ນຕ້ອງຕິດພັນກັບບັນດາເຕັກໂນໂລຊີໃໝ່, ເຕັກໂນໂລຊີດີຈີຕອນ, ວິທະຍຸຕ້ອງໝູນໃຊ້.

  ຂໍຂອບໃຈທ່ານ ຫງວຽນເທ໊ກີ໋ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ.

ທີ່ທ່ານຜູ້ຟັງຫາກໍ່ໄດ້ຮັບຟັງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຕອບສຳພາດກ່ຽວກັບການຮັກສາສີສັນວັດທະນະທຳ ຫວຽດນາມ ຢູ່ວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານຜູ້ຟັງທີ່ເຄົາລົບ! ສີສັນວັດທະນະທຳ ຫວຽດນາມ ແມ່ນການເຕົ້າໂຮມສິ່ງຍອດຍິ່ງຂອງບັນດາຄຸນຄ່າອັນດີງາມ ແລະ ຍືນຍົງຂອງປະເທດຊາດ. ດ້ວຍພາລະກຳຂອງຕົນ, VOV ໄດ້, ພວມ ແລະ ຈະປະກອບສ່ວນເຜີຍແຜ່, ສືບທອດວັດທະນະທຳ, ເພີ່ມພູນຄູນສ້າງພື້ນຖານທາງດ້ານຈິດໃຈນີ້ ເພື່ອສ້າງກຳລັງໜູນໃນການພັດທະນາເສດຖະກິດ - ສັງຄົມ ./.

ຕອບກັບ