ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ

Le Phuong
Chia sẻ
(VOVWORLD) - ເປັນຄັ້ງທຳອິດ, ທີ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາດໄດ້ 2 ລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດໄດ້ມອບໃຫ້ບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນ, ເຊີດຊູບັນດານັກແຕ່ງ, ກຸ່ມນັກແຕ່ງທີ່ມີບັນດາຜະລິດຕະພັນດີເດັ່ນທີ່ສຸດໃນແຕ່ລະປີ. 

ບັນດາຜະລິດຕະພັນຂອງ VOV ໄດ້ຮັບການຕີລາຄາສູງ ຍ້ອນມີລັກສະນະຄົ້ນພົບ, ສ່ອງແສງເຖິງບັນຫາທີ່ມີລົມຫາຍໃຈຂອງຊີວິດ, ກໍ່ຄືສ້າງການກະທົບທີ່ດີຕໍ່ສັງຄົມຢ່າງມີປະສິດທິຜົນ. ໃນລາຍການສາລະຄະດີພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວ ເລເຟືອງ ທີ່ພາດຫົວຂໍ້ວ່າ “ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ”. ເຊີນທ່ານຕິດຕາມຮັບຟັງ. 

ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ - ảnh 1 ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ

ທ່ານຜູ້ຟັງ ແລະ ພວກເພື່ອນຫາກໍ່ໄດ້ຮັບຟັງຜ່ານໄປແລ້ວນັ້ນ ແມ່ນການແນະນຳທີ່ຝັງເລິກໃນໃຈ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈຂອງນັກຂ່າວ ຫງວຽນທິແທັງເຮືອງ ໃນລາຍການພິເສດ “ຄວາມມຸ່ງມາດປາດຖະໜາຂອງຊີວິດ” ໄດ້ອອກອາກາດຜ່ານຊ່ອງກະຈາຍສຽງ VOV2, ພະແນກກະຈາຍສຽງວັດທະນະທຳ - ສັງຄົມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07. ນີ້ແມ່ນຜະລິດຕະພັນທີ່ຍາດໄດ້ລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ດ້ວຍຫົວເລື່ອງກ່ຽວກັບການເດີນທາງໄປຊອກຫາອັດຖິ ແລະ ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງນັກຮົບເກົ່າ, ທະຫານເສຍອົງຄະ ຟ້າມງອັກເຈົາ, ເຊິ່ງແມ່ນຜູ້ທີ່ໄປຊອກຫາອັດຖິບັນດານັກຮົບເສຍທີ່ສະຫຼະຊີວິດເພື່ອຊາດໃນທົ່ວທຸກເຂດພາກຂອງປະເທດຊາດເປັນເວລາເກືອບ 30 ປີ ຢ່າງມິດງຽບ. ນັກຂ່າວ ຫງວຽນທິແທັງເຮືອງ, ພວມປະຕິບັດງານຢູ່ພະແນກກະຈາຍສຽງວັດທະນະທຳ - ສັງຄົມ (VOV2) ແບ່ງປັນວ່າ:

“ສິ່ງທີ່ມີຄວາມຫຍຸ້ງຍາກສຳລັບລາຍການທີ່ມີເວລາແກ່ຍາວຮອດ 60 ນາທີນັ້ນ ແມ່ນເຮັດແນວໃດ ເພື່ອສາມາດດຶງດູດທ່ານຜູ້ຟັງນັບແຕ່ຕົ້ນຈົນຮອດທ້າຍລາຍການ. ສະນັ້ນ, ໃນການສ້າງຮ່າງລາຍການ ກໍ່ຄືການໂອ້ລົມກັບຕົວລະຄອນ, ພວກຂ້າພະເຈົ້າຕ້ອງສ້າງໄດ້ສະພາບການທີ່ບໍ່ໄດ້ຄາດຄິດມາກອ່ນ ແລະ ເຮັດແນວໃດເພື່ອໃຫ້ທ່ານຜູ້ຟັງມີຄວາມຮູ້ສຶກດຶງດູດໃຈ. ນັ້ນແມ່ນການພົບປະລະຫວ່າງຕົວລະຄອນເອກ ຟ້າມງອັກເມົ້າ ກັບຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊິ່ງທ່ານ ເມົ້າ ເປັນຄົນຊອກເຫັນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ການພົບປະໜຶ່ງອີກ ແມ່ນການພົບປະລະຫວ່າງລຸງ ເມົ້າ ກັບຍາດຕິພີ່ນ້ອງຂອງເພື່ອນຮ່ວມກົມກອງ. ການພົບປະນີ້ ພວກຂ້າພະເຈົ້າໄດ້ປະຕິບັດຕາມຮູບການສາລະຄະດີຢູ່ສະຖານທີ່ເກີດເຫດ.  ”

ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ - ảnh 2 ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ

ບໍ່ພຽງແຕ່ດຶງດູດໃຈທ່ານຜູ້ຟັງຍ້ອນເນື້ອໃນຂອງລາຍການເທົ່ານັ້ນ, ຫາກທິມງານຍັງໄດ້ໜູນໃຊ້ທ່າໄດ້ປຽບຂອງການກະຈາຍສຽງຢ່າງສຸດຂີດ, ນັ້ນແມ່ນສຽງ, ເພື່ອຖ່າຍທອດບັນດາຄວາມຮູ້ສຶກທີ່ຈິງໃຈທີ່ສຸດໃຫ້ແກ່ທ່ານຜູ້ຟັງ. ນັບແຕ່ສຽງປະກອບ, ການແບ່ງປັນ, ຄວາມຮູ້ສຶກຂອງແຂກຖືກເຊີນຢູ່ຫ້ອງອັດສຽງ, ການຜັນແປຢ່າງເປັນທຳມະຊາດໃນການໂອ້ລົມຜ່ານຄື້ນກະຈາຍສຽງ, ການແບ່ງປັນສົດຂອງທ່ານຜູ້ຟັງ…ລ້ວນແຕ່ໄດ້ຮັບການເຄົາລົບຢ່າງຈິງໃຈຈາກບັນດາຜູ້ຈັດທຳລາຍການ. ນັກຂ່າວ ຫງວຽນຮົ່ງກວຽນ, ຫົວໜ້າກຸ່ມນັກແຕ່ງທີ່ຄວ້າໄດ້ລາງວັນໃຫ້ຮູ້ວ່າ:

ລາຍການກະຈາຍສຽງຂອງພວກຂ້າພະເຈົ້າໄດ້ປະຕິບັດຕາມວິທີການສື່ມວນຊົນຫລາຍປະເພດ, ທັງອອກອາກາດສົດຜ່ານວິທະຍຸ, ຜ່ານເຄືອຂ່າຍອິນເຕີເນັດໃນເວັບໄຊ vov2.vn ແລະ ພິເສດແມ່ນ livestream ລາຍການຜ່ານ fanpage ຂອງ VOV2 - ສີສັນຊີວິດຫລາກຫລາຍ.

ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ - ảnh 3 ພົບປະກັບນັກຂ່າວ VOV ທີ່ມີບັນດາຜະລິດຕະພັນສື່ມວນຊົນດີເດັ່ນ

ແລະກໍ່ມີຄວາມເປັນກຽດໄດ້ຮັບລາງວັນ A ໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດປີ 2018, ແມ່ນາບົດທີ່ມີຊື່ວ່າ “ຮ່ວມສຳພັນ - ສ້າງກຳລັງໜູນເພື່ອໃຫ້ກະສິກຳກ້າວກະໂດດຂັ້ນ” ຂອງກຸ່ມນັກແຕ່ງທີ່ມາຈາກພະແນກກະຈາຍສຽງສະຖານະການ (VOV1), ເຊິ່ງໄດ້ປຶກສາຫາລືກ່ຽວກັບບັນຫາເລື່ອງລາວຂອງການສ້າງໂຄງປະກອບຂະແໜງກະສິກຳຢູ່ບາງທ້ອງຖິ່ນຄືນໃໝ່. ບົດຂຽນໄດ້ລົງເລິກການສ່ອງແສງ, ໄຈ້ແຍກກ່ຽວກັບເນື້ອໃນດັ່ງກ່າວນີ້ ດ້ວຍບັນດາຮູບແບບຕົວຈິງທີ່ເຕັມໄປດ້ວຍລົມຫາຍໃຈຂອງຊີວິດ; ພ້ອມທັງໄດ້ຍົກອອກບັນດາການໄຈ້ແຍກ, ຂໍ້ສະເໜີ, ມາດຕະການອັນເລິກເຊິ່ງຂອງບັນດານັກຊ່ຽວຊານ, ນັກຄຸ້ມຄອງ ເພື່ອເຮັດແຈ້ງບັນຫາ. ນັກຂ່າວ ຫງວຽນທິເຮືອງລານ, ຫົວໜ້າກຸ່ມນັກແຕ່ງທີ່ຍາດໄດ້ລາງວັນແບ່ງປັນວ່າ:

ຄວາມສຳຄັນບົດຂຽນແມ່ນຕ້ອງຖືກກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ກໍ່ເປັນການປະກອບສ່ວນທັດສະນະໜຶ່ງໃຫ້ແກ່ພັກ ແລະ ລັດ ກໍ່ຄືຂະແໜງກະສິກຳ ເພື່ອບັນລຸໄດ້ບັນດາການດັດແປງທີ່ດີກ່ວາໃຫ້ແກ່ກະສິກຳ ແລະ ຊາວກະສິກອນ ຫວຽດນາມ . ພວກຂ້າພະເຈົ້າຄິດວ່າ ສິ່ງສຳຄັນແມ່ນຊາວກະສິກອນກໍ່ຮັບຮູ້ບັນຫານີ້ ແລະ ເຂົາເຈົ້າກໍ່ອາດຈະຮັບຟັງບົດຂຽນຂອງພວກຂ້າພະເຈົ້າ ເພື່ອໃຫ້ເຂົາເຈົ້າສາມາດປ່ຽນແປງຄວາມຮັບຮູ້, ຄວາມລື້ງເຄີຍຂອງຕົນ. ພວກຂ້າພະເຈົ້າຢາກປະກອບທັດສະນະຂອງຕົນຕື່ມອີກສຽງໜຶ່ງ ເພື່ອຊ່ວຍໃຫ້ຂະແໜງກະສິກຳຊົນນະບົດຂອງ ຫວຽດນາມ ພັດທະນາກ່ວາອີກ, ເຮັດແນວໃດເພື່ອໃຫ້ຂະແໜງກະສິກຳ, ຊົນນະບົດຂອງພວກເຮົານັບມື້ນັບພັດທະນາກ່ວາອີກ ແລະ ຊາວກະສິກອນຂອງພວກເຮົາ ຈະມີຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈຕໍ່ບັນດາຜະລິດຕະພັນກະສິກຳຂອງຕົນ.

ໄດ້ຮັບການເຊີດຊູຢູ່ໃນຕຳແໜ່ງສູງສຸດໃນການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 13 ປີ 2018, ບັນດາບົດປະພັນຍາດໄດ້ລາງວັນ A ຂອງບັນດານັກຂ່າວ VOV ໄດ້ຮັບການຕີລາຄາສູງ ຍ້ອນມີປະສິດທິພາບການກະທົບຕໍ່ສັງຄົມເປັນຢ່າງດີ, ມີບົດບາດໃນການພົບເຫັນ, ການໄຈ້ແຍກຕີລາຄາ, ຕໍ່ສູ້, ຕຳໜິຕິຊົມກໍ່ຄືການຍ້ອງຍໍ, ກໍ່ສ້າງຂອງສື່ມວນຊົນ ແລະ ໄດ້ຮັບການຮັບເອົາຈາກບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງ.

ພ້ອມກັບ 2 ລາງວັນ A, ເຂົ້າຮ່ວມການແຂ່ງຂັນຊີງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 13 ປີ 2018, ວິທະຍຸກະຈາຍສຽງ ຫວຽດນາມ ຍັງຍາດໄດ້ 2 ລາງວັນ B ແລະ 3 ລາງວັນ C ຕື່ມອີກ. ນີ້ແມ່ນລາງວັນ, ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫລວງຂອງບັນດານັກຂ່າວ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ./.

ຕອບກັບ