ປຸກລຸກຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນຂອງໄວໜຸ່ມຫວຽດນາມ

Le Thu - Huyen
Chia sẻ
(VOVWORLD) -ຢູ່ຫວຽດນາມ, ນັບມື້ນັບມີໄວໜຸ່ມຫຼາຍຄົນດຳລົງຊີວິດຢ່າງມີອຸດົມການ ແລະ ຄາດຫວັງຖະໜາຢາກສ້າງພາລະກິດຢ່າງໝັ້ນຄົງໃຫ້ແກ່ຕົນເອງ, ຄອບຄົວ ແລະ ປະກອບສ່ວນໃຫ້ແກ່ສັງຄົມ.
ປຸກລຸກຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນຂອງໄວໜຸ່ມຫວຽດນາມ - ảnh 1ເອື້ອຍຄູ ຮ່າແອ໊ງເຟື້ອງ
(ພາບ: phutho.gov.vn)

ຮ່າງບົດລາຍງານການເມືອງທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ຖືນັ້ນແມ່ນກຳລັງຫຼັກແຫຼ່ງແກ່ນສານ, ແມ່ນເນື້ອໃນບຸກທະລຸຍຸດທະສາດ ເພື່ອປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ. ດ້ວຍທັດສະນະທີ່ວ່າ “ປຸກລຸກນ້ຳໃຈຮັກຊາດຢ່າງແຮງ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະເທດຊາດ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມຄາດຫວັງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ” ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ. ເພື່ອສ້າງຄວາມຄາດຫວັງນັ້ນ, ຊາວໜຸ່ມ - ເຊິ່ງແມ່ນຜູ້ທີ່ໄດ້ຮັບຄວາມຫວັງວ່າແມ່ນກະດູກສັ້ນຫຼັງຂອງປະເທດຊາດ, ເປັນເຈົ້າປະເທດຊາດໃນອະນາຄົດ.

        ການສອນດ້ວຍວິທີໃຫ້ນັກຮຽນອ່ານເປັນຈັ່ງຫວະເຕັ້ນແລັບ (Rap). ໃນຊົ່ວໂມງຮຽນມີຄວາມຟົດຟື້ນຂຶ້ນຕື່ມ, ວິທີການຮຽນ - ການສອນໄດ້ດຶງດູດ ຊ່ວຍໃຫ້ນັກຮຽນຈື່ບົດຮຽນໄດ້ໄວກວ່າ. ປະຕິບັດຄືແນວນັ້ນ, ເອື້ອຍຄູ ຮ່າແອ໊ງເຟື້ອງ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ນັກຮຽນໃນແຕ່ລະຊົ່ວໂມງຮຽນ.

         “ຜ່ານຊົ່ວໂມງຮຽນນີ້, ນ້ອງໄດ້ພົວພັນແລກປ່ຽນກັບເພື່ອນຊາວຕ່າງປະເທດດ້ວຍພາສາອັງກິດ ແລະ ຜ່ານການຮຽນນີ້ນ້ອງສາມາດແນະນຳກ່ຽວກັບພື້ນຖານວັດທະນະທຳຫວຽດນາມ ໃຫ້ເພື່ອນມິດສາກົນໄດ້”.

         “ໂດຍໄດ້ເຊື່ອມຕໍ່ກັບເຕັກໂນໂລຊີໃໝ່, ພວກນ້ອງໄດ້ຕັ້ງໃຈຮຽນຫຼາຍກວ່າ. ພວກນ້ອງສາມາດພັດທະນາທັກສະການພົວພັນແລກປ່ຽນກັບຊາວຕ່າງປະເທດໄດ້ຢ່າງງ່າຍດາຍກວ່າ”.

        ພາຫະນະທີ່ເອື້ອຍຄູ ຮ່າແອ໊ງເຟື້ອງ ນຳໃຊ້ນັ້ນ ແມ່ນຄອມພິວເຕີສ່ວນຕົວ, ເຄື່ອງສາຍສະໄລ ແລະ ຊອບແວແລກປ່ຽນທາງອອນລາຍ.

        ເລື່ອງລາວຂອງເອື້ອຍຄູ ຮ່າແອ໊ງເຟື້ອງ ໄດ້ສ້າງຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງໃຫ້ແກ່ປະຊາຊົນຫວຽດນາມ, ເມື່ອລາວໄດ້ປະລະວຽກງານທີ່ໄດ້ຮັບເງິນເດືອນນັບເປັນພັນ USD ຢູ່ນະຄອນ ເພື່ອກັບເມືອບ້ານເກີດເມືອງນອນ, ເຊິ່ງແມ່ນເມືອງຢູ່ເຂດພູດອຍ ຟູ໊ເທາະ ໄປສິດສອນ, ເປີດຫ້ອງສອນພາສາອັງກິດ ບໍ່ມີພົມແດນໃຫ້ພວກນ້ອງຢູ່ເຂດພູດອຍ, ລາວໄດ້ກາຍເປັນຊາວຫວຽດນາມ ຜູ້ດຽວທີ່ລອດເຂົ້າໃນທອັບເອື້ອຍຄູດີເດັ່ນທົ່ວໂລກ 10 ຄົນ. ເອື້ອຍຄູ ຮ່າແອ໊ງເຟື້ອງ, ແບ່ງປັນວ່າ.

        “ບໍ່ວ່າວຽກງານໃດກໍ່ມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍສະເພາະຂອງມັນ. ຍາມໃດຂ້າພະເຈົ້າກໍ່ຄິດວ່າ ການກັບເມືອບ້ານເກີດເມືອງນອນບໍ່ແມ່ນເລື່ອງຍາກ, ຫາກນັ້ນແມ່ນໂອກາດອັນໃຫຍ່ຫຼວງເພື່ອຊ່ວຍໃຫ້ຂ້າພະເຈົ້າສາມາດປະຕິບັດຄວາມໄຝ່ຝັນເກີດມາແຕ່ໃນຄາວຍັງເປັນນ້ອຍ, ມີໂອກາດເພື່ອໃຫ້ຂ້າພະເຈົ້າສ້າງຄຸນຄ່າທີ່ເງິນຄຳບໍ່ສາມາດຊື້ໄດ້”.

ປຸກລຸກຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນຂອງໄວໜຸ່ມຫວຽດນາມ - ảnh 2ອ້າຍບ່າວ ເລແອັງຕ໊ຽນ
(ພາບ: vietnamnet.vn)

ຢູ່ຫວຽດນາມ, ນັບມື້ນັບມີໄວໜຸ່ມຫຼາຍຄົນດຳລົງຊີວິດຢ່າງມີອຸດົມການ ແລະ ຄາດຫວັງຖະໜາຢາກສ້າງພາລະກິດຢ່າງໝັ້ນຄົງໃຫ້ແກ່ຕົນເອງ, ຄອບຄົວ ແລະ ປະກອບສ່ວນໃຫ້ແກ່ສັງຄົມ. ອ້າຍບ່າວເກີດປີ 1990, ເລແອັງຕ໊ຽນ, ຜູ້ໄດ້ຮັບລາງວັນທີໜຶ່ງໃນການເສັງ “ຊອກຫາຄວາມເກັ່ງກ້າສາມາດເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງປີ 2019” ກໍ່ແມ່ນໜຶ່ງໃນບັນດາເພື່ອນໜຸ່ມຄືທີ່ດຳລົງຊິວິດຄືແນວນັ້ນ.

        “ມານະພະຍາມສູ້ຊົນເຮັດແນວໃດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ທຳອິດແມ່ນເພື່ອໃຫ້ຄວາມຮູ້ມີຄຸນຄ່າໃຫ້ແກ່ຕົນ. ຫຼັງຈາກນັ້ນແມ່ນນຳຄວາມໄຝ່ຝັນສ້າງຄຸນຄ່າໃດໜຶ່ງໃຫ້ແກ່ສັງຄົມ. ຂ້າພະເຈົ້າຮູ້ວ່າ, ເສັ້ນທາງເລີ່ມທຸລະກິດແມ່ນຫຍຸ້ງຍາກທີ່ສຸດ, ຕ້ອງການພຽງແຕ່ວ່າ ຍາມໃດພວກເພື່ອນກໍ່ຕ້ອງມີຄວາມເຊື່ອໝັ້ນ, ມີຄວາມຄາດຫວັງ, ມີຄວາມມານະພະຍາຍາມ ຕອນນັ້ນຈະມີສິ່ງມະຫັດສະຈັນປະກົດຂຶ້ນ.”

        ໄວໜຸ່ມໃນປະຈຸບັນໄດ້ດຳລົງຊີວິດໃນປະເທດທີ່ມີຄວາມສະຫງົບສຸກ, ນັບມື້ນັບພັດທະນາ; ປະເທດເຊິ່ງການນຳພັກ, ລັດ ໄດ້ເອົາໃຈໃສ່ເຖິງພາລະກິດກໍ່ສ້າງມະນຸດ, ປະຕິບັດຄວາມຄາດຫວັງກ່ຽວກັບປະເທດທີ່ເຂັ້ມແຂງແຮງກ້າ, ມີໄວໜຸ່ມຫຼາຍຄົນໄດ້ລໍ່ລ້ຽງອຸດົມການ, ຄວາມຄາດຫວັງ, ເຈດຈຳນົງ, ກະກຽມໃຫ້ແກ່ອະນາຄົດອັນສົດໃສ. ເຂົາເຈົ້າກໍ່ແມ່ນປັດໃຈສຳຄັນ ເພື່ອປະກອບສ່ວນປະຕິບັດເປົ້າໝາຍຮອດປີ 2045 ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ ເຊິ່ງຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

ຕອບກັບ