ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ

Phuong Cuc
Chia sẻ
(VOVWORLD) - ໃນຫລາຍປີຜ່ານມາ, ສະມາຊິກແມ່ຍິງຂອງສະຫະພັນແມ່ຍິງນະຄອນ ດ່າໜັງ ຫລາຍຄົນໄດ້ປະຕິບັດບັນດາຮູບແບບ “ການດຳລົງຊີວິດຂຽວ”, ທັງສ້າງວຽກເຮັດງານທຳໃຫ້ແກ່ເອື້ອຍນ້ອງແມ່ຍິງ, ທັງປະກອບສ່ວນຮັກສາສິ່ງແວດລ້ອມ. 

ແຕ່ລະຄົນມີການກະທຳອັນດີງາມ ໄດ້ແຜ່ຂະຫຍາຍໄປເຖິງຫລາຍຄົນ ເພື່ອຮ່ວມແຮງຮ່ວມໃຈກັນປົກປັກຮັກສາສິ່ງແວດລ້ອມ. ບົດຂຽນຂອງນັກຂ່າວ VOV.

ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ  - ảnh 1ການແຂ່ງຂັນ "ແມ່ຍິງ ດ່າໜັງ ດຳລົງຊີວິດຂຽວ, ມີການກະທຳຂຽວ”(ພາບ: ສະຫະພັນແມ່ຍິງ ດ່າໜັງ) 

  ປະມານ 2 ປີມານີ້, ເມື່ອຮອດວັນທິດຂອງທຸກໆອາທິດ, ບັນດາສະມາຊິກແມ່ຍິງຢູ່ສະມາຄົມແມ່ຍິງ ແທັງວິງ 4, ຕາແສງ ເທາະກວາງ, ນະຄອນ ດ່າໜັງ ໄດ້ລົງໄປເກັບຂີ້ເຫຍື້ອຢາງປຼາດສະຕິກ, ເຈ້ຍເສດຢູ່ນຳແຕ່ລະຄອບຄົວ. ຫລັງຈາກນັ້ນ, ເອື້ອຍນ້ອງແມ່ຍິງກໍ່ພ້ອມກັນຈັດແບ່ງປະເພດຂີ້ເຫຍື້ອ, ສ່ວນໜຶ່ງແມ່ນເອົາໄປຂາຍເພື່ອສ້າງເປັນກອງທຶນ, ອີກສ່ວນໜຶ່ງແມ່ນເອົາໄປຜະລິດຄືນໃໝ່ ເພື່ອເຮັດກັບປາກກາໃຫ້ແກ່ນັກຮຽນ. ເມື່ອເວົ້າກ່ຽວກັບເລື່ອງເຮັດອຸປະກອນການຮຽນຈາກສິ່ງເສດເຫຼືອນັ້ນ, ເອື້ອຍ ຟານທິຮວາ, ຫົວໜ້າສະມາຄົມແມ່ຍິງ ແທັງວິງ 4 ໃຫ້ຮູ້ວ່າ: ນີ້ແມ່ນແນວຄວາມຄິດຂອງສະມາຊິກແມ່ຍິງໃນສະມາຄົມ ລາວເປັນຄູສອນໂຮງຮຽນອະນຸບານ ແລະ ປັດຈຸບັນ, ລາວໄດ້ອອກກິນເບ້ຍບຳນານແລ້ວ. ມາຮອດປັດຈຸບັນ, ຮູບແບບນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ເອື້ອຍນ້ອງແມ່ຍິງໃນສະມາຄົມຫລາຍຄົນ. ຈາກວິທີເຮັດຄືດັ່ງກ່າວ, ສະມາຄົມແມ່ຍິງສາມາດສ້າງລາຍຮັບໄດ້ເກືອບສິບລ້ານດົ່ງ ເພື່ອສ້າງເປັນກອງທຶນຊ່ວຍເຫຼືອໃຫ້ແກ່ສະມາຊິກທີ່ທຸກຍາກ. ນອກນັ້ນ, ເພື່ອຫລຸດຜ່ອນການນຳໃຊ້ຖົງຢາງນີລົງ, ສະມາຄົມຍັງເກັບຊື້ຖົງຢາງນີລົງທີ່ໃຊ້ແລ້ວຈາກບັນດາຄອບຄົວ, ຫລັງຈາກນັ້ນ ກໍ່ເອົາໄປລ້າງໃຫ້ສະອາດ ແລ້ວຂາຍໃຫ້ບໍລິສັດສິ່ງແວດລ້ອມ. ເອື້ອຍ ຟານທິຮວາ ໃຫ້ຮູ້ວ່າ:

ທີໜຶ່ງແມ່ນສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງຕື່ມອີກ. ທີສອງແມ່ນສ້າງກອງທຶນໃຫ້ສະມາຄົມ ເພື່ອປະກອບສ່ວນເຂົ້າໃນຂະບວນການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງ.

ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ  - ảnh 2 ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ ໄດ້ຮັບການຜັນຂະຫຍາຍຢ່າງກ້ວາງຂວາງ

  ຢູ່ຕາແສງ ເທາະກວາງ, ນະຄອນ ດ່າໜັງ, ສວນຜັກຂອງເອື້ອຍນ້ອງແມ່ຍິງຢູ່ທີ່ນີ້ ໄດ້ເຮັດໃຫ້ຫລາຍຄົນມີຄວາມປະຫລາດໃຈ. ກ່ອນນີ້ ເຂດດິນດັ່ງກ່າວມີຫຍ້າປົ່ງຕຶບໜາ. ເອື້ອຍນ້ອງແມ່ຍິງຢູ່ຕາແສງໄດ້ພາກັນມາຖາງ, ເສຍຫຍ້າເຮັດອະນາໄມບັນດາເຂດດິນດັ່ງກ່າວ ເພື່ອປູກຜັກຫລາຍຊະນິດຄື: ຜັກກາດ, ຜັກບົ້ງ, ຜັກມັນດ້າງ. ເອື້ອຍ ຫງວຽນທິເຟື້ອງ, ຜູ້ຮັບຜິດຊອບການບຳບັດຮັກສາສວນຜັກໃຫ້ຮູ້ວ່າ:

 “ປູກຜັກມີຜົນປະໂຫຍດແມ່ນຜັກປອດສານພິດ. ຍ້ອນວ່າ ຜັກຢູ່ຕະຫລາດບໍ່ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ ດັ່ງນັ້ນ ເອື້ອຍນ້ອງແມ່ຍິງ ຈຶ່ງໄດ້ປູກຜັກກິນເອງ. ປູກຜັກທັງໄດ້ຂາຍລາຄາຖືກໃຫ້ເອື້ອຍນ້ອງແມ່ຍິງ ທັງຮັບປະກັນຜັກປອດສານພິດ ແລະ ທັງມີຄຸນນະພາບສູງ.

ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ  - ảnh 3 ບັນດາຮູບແບບ “ການດຳລົງຊີວິດຂຽວ” ຂອງແມ່ຍິງ ດ່າໜັງ ໄດ້ຮັບການຜັນຂະຫຍາຍຢ່າງກ້ວາງຂວາງ

  ຮູບແບບ “ການດຳລົງຊີວິດຂຽວ” ໄດ້ເລີ່ມທົດລອງເຮັດນາແຕ່ປີ 2010 ຈາກກຸ່ມວົງຄະນະຍາດນ້ອຍໆ ຂຶ້ນກັບຕາແສງ ຮ່ວາແຄ໊ງບັກ (ເມືອງ ລຽນຈ໋ຽວ, ນະຄອນ ດ່າໜັງ) ໂດຍສະຫະພັນແມ່ຍິງນະຄອນ ດ່າໜັງ ສົມທົບກັບສູນການກະທຳເພື່ອການພັດທະນາຕົວເມືອງ ດ່າໜັງ ຜັນຂະຫຍາຍ. ໃນເບື້ອງຕົ້ນ, ສະຫະພັນແມ່ຍິງ ດ່າໜັງ ໄດ້ຝຶກອົບຮົມໃຫ້ແກ່ເອື້ອຍນ້ອງແມ່ຍິງທີ່ເປັນສະມາຊິກຂອງກຸ່ມກ່ຽວກັບ “ການດຳລົງຊີວິດຂຽວ” ດ້ວຍ 6 ຫົວຂໍ້ທີ່ວ່າ: ຂີ້ເຫຍື້ອ, ນ້ຳ, ພະລັງງານ, ຜູ້ອຸປະໂພກບໍລິໂພກທີ່ສະຫລາດ, ເຮືອນປອດໄພ ແລະ ສຸຂະພາບ. ຫລັງຈາກນັ້ນ, ເອື້ອຍນ້ອງແມ່ຍິງ ໄດ້ຮັບການແນະນຳໂດຍກົງກ່ຽວກັບວິທີແບ່ງປະເພດຂີ້ເຫຍື້ອ, ຂັ້ນຕອນເຮັດຝຸ່ນຊີວະພາບ, ວິທີນຳໃຊ້ຖັງໂຟມປູກຜັກທີ່ເປັນເຄືອ, ປະຢັດໄຟຟ້າ, ນ້ຳ ແລະ ບັນດາຮູບແບບໃໝ່ຄື: ສຳນັກງານຂຽວ, ສະມາຄົມຂຽວ; ແມ່ຍິງຈຳກັດການນຳໃຊ້ຖົງຢາງນີລົງ; ຈັດແບ່ງປະເພດຂີ້ເຫຍື້ອຢູ່ຄອບຄົວ…

ມາຮອດປັດຈຸບັນ, ຮູບແບບດັ່ງກ່າວໄດ້ທະວີຄຸນຢ່າງກ້ວາງຂວາງຢູ່ 7 ເມືອງ, 56 ຕາແສງໃນທົ່ວນະຄອນ ດ່າໜັງ ດ້ວຍ 900 ກຸ່ມ “ການດຳລົງຊີວິດຂຽວ” ແລະ ມີສະມາຊິກກ່ວາ 16.000 ຄົນ. ບັນດາສະມາຄົມແມ່ຍິງໄດ້ມີບັນດາວິທີການປະຕິບັດແຕກຕ່າງກັນຄື: ເອື້ອຍນ້ອງແມ່ຍິງຢູ່ເມືອງ ຮ່ວາວາງ ໄດ້ປູກກ້ວຍ ເພື່ອເອົາໃບຕອງໄປຫໍ່ຂອງກິນ ແທນໃຫ້ຖົງຢາງນີລົງ…; ແມ່ຍິງເມືອງ ເຊີນຈາ ໄດ້ນຳໃຊ້ກະຕ່າຢາງໄປຕະຫລາດ ເພື່ອຫລຸດຜ່ອນການນຳໃຊ້ຖົງຢາງນີລົງ…ທຸກການກະທຳນັ້ນ ລ້ວນແຕ່ນຳມາເຊິ່ງປະສິດທິຜົນຕັ້ງໜ້າ.

ເພື່ອຍົກສູງສະຕິໃຫ້ບັນດາສະມາຊິກແມ່ຍິງ, ກໍຄືເຜີຍແຜ່ຈິດໃຈການດຳລົງຊີວິດຂຽວອອກສູ່ວົງຄະນະຍາດ, ສະຫະພັນແມ່ຍິງນະຄອນ ດ່າໜັງ ຍັງໄດ້ຈັດຕັ້ງບັນດາຂະບວນການແຂ່ງຂັນ ຊຸກຍູ້ການຊອກຮູ້ບັນດາຮູບແບບການດຳລົງຊີວິດຂຽວຂອງເອື້ອຍນ້ອງແມ່ຍິງ, ພ້ອມທັງ ຊອກຫາບັນດາມາດຕະການທີ່ແທດຈິງ ແນໃສ່ປົກປັກຮັກສາສິ່ງແວດລ້ອມ. ທ່ານນາງ ຫງວຽນທິຮ່າ, ປະທານສະຫະພັນແມ່ຍິງນະຄອນ ດ່າໜັງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າປຸກລະດົມຂະບວນການແຂ່ງຂັນດ້ວຍຫົວຂໍ້ຕ້ານຂີ້ເຫຍືຶ້ອຢາງ ປຼາດສະຕິກ. ນີ້ແມ່ນຫົວຂໍ້ ທັງຕອບສະໜອງການປຸກລະດົມຂອງສູນກາງສະຫະພັນແມ່ຍິງ ຫວຽດນາມ, ທັງແມ່ນບັນດາລາຍການເສດຖະກິດ - ສັງຄົມ, ພິເສດແມ່ນວຽກງານປົກປັກຮັກສາສິ່ງແວດລ້ອມ ເຊິ່ງຄະນະກຳມະການປະຊາຊົນນະຄອນ ຜັນຂະຫຍາຍໃນຊຸມປີຜ່ານມາ. ດ້ວຍຂະບວນການແຂ່ງຂັນດັ່ງກ່າວ, ພວກຂ້າພະເຈົ້າຈະສືບຕໍ່ຍູ້ແຮງການຈັດຕັ້ງຢູ່ຂັ້ນຮາກຖານ; ພິເສດແມ່ນຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດ ກ່ຽວກັບການຕ້ານຂີ້ເຫຍື້ອຢາງປຼາດສະຕິກ, ປົກປັກຮັກສາສິ່ງແວດລ້ອມ.

ບັນດາການກະທຳນ້ອຍໆ, ງ່າຍດາຍຂອງເອື້ອຍນ້ອງແມ່ຍິງ ຈະກະທົບໃສ່ສະຕິຂອງແຕ່ລະຄົນໃນຄອບຄົວ, ພໍ່ແມ່ປະຊາຊົນຢູ່ອ້ອມຂ້າງ. ທຸກຄົນລ້ວນແຕ່ປາດຖະໜາຢາກໃຫ້ “ການດຳລົງຊີວິດຂຽວ” ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ແຕ່ຢາກໃຫ້ມັນເປັນການກະທຳທີ່ລະອຽດ, ລົງເລິກເຂົ້າໃນຈິດສຳນຶກ, ປ່ຽນແປງສະຕິຄວາມຮັບຮູ້ຂອງແຕ່ລະຄົນ, ປະກອບສ່ວນສ້າງນະຄອນ ດ່າໜັງ ໃຫ້ມີສິ່ງແວດລ້ອມທີ່ດີງາມແບບຍືນຍົງ./.

ຕອບກັບ