ບັນດາບົດເພງສະຫລອງໄຊ

Bui Hang
Chia sẻ
(VOVWORLD) -  ວັນມະຫາໄຊລະດູບານໃໝ່ປີ 1975 ໄດ້ບັນທຶກໄວ້ໃນປະຫວັດສາດປຽບເໝືອນດັ່ງຂີດໝາຍທີ່ຮຸ່ງເຮືອງເຫລືອງຫຼື້ອເປີດ ໄລໃໝ່ໃຫ້ແກ່ອະນາຄົດທີ່ສະຫວ່າງສະໄຫວຂອງປະເທດຊາດ

ເຫດການດັ່ງກ່າວ ແມ່ນແຫຼ່ງບັນດານໃຈອັນໃຫຍ່ຫລວງໃຫ້ແກ່ບັນດານັກປະພັນດົນຕີ. ພິເສດ ແມ່ນຕ້ອງເວົ້າເຖິງບັນດາບົດເພງ ໂດຍບັນດານັກປະພັນດົນຕີປະດິດແຕ່ງທີ່ເຕັມໄປດ້ວຍຄວາມປະທັບໃຈໃນໄລນັ້ນ ດ້ວຍຄວາມຕື້ນຕັນໃຈຢ່າງແຮງກ້າ, ໄດ້ຍືນຍົງຄົງຕົວຕະຫລອດໄປໃນດວງໃຈຂອງຊາວ ຫວຽດນາມ ຫລາຍລ້ານຄົນ. ບົດຂຽນຂອງນັກຂ່າວ VOV.

ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ແປວ່າ ປະເທດຊາດມີຄວາມເບີກບານມ່ວນຊື່ນຢ່າງສົມບູນ ແມ່ນບົດເພງທີ່ມ່ວນໆ ໃນຈຳນວນ ບົດເພງໄດ້ປະດິດແຕ່ງກ່ຽວກັບວັນມະຫາໄຊວັນທີ 30 ເມສາ, ນີ້ກໍ່ແມ່ນບົດເພງທີ່ມີຊື່ສຽງຂອງອະດີດນັກປະພັນດົນຕີ ຮ່ວາງຮ່າ. ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ໄດ້ປະດິດແຕ່ງໃນຄ່ຳຄືນວັນທີ 26 ເມສາ 1975 ຢູ່ເຮືອນສ່ວນຕົວຂອງອະດີດນັກປະພັນດົນຕີ ຮ່ວາງຮ່າທີ່ ຮ່າໂນ້ຍ. ບົດເພງແມ່ນນ້ຳໃຈຂອງນັກປະພັນດົນຕີ ທີ່ສະແດງໃຫ້ເຫັນຄວາມຜາສຸກທີ່ບໍ່ມີຂອບເຂດ ເມື່ອປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫລັງປະດິດແຕ່ງບົດເພງ ສຳເລັດ ກໍ່ໄດ້ມອບໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຜູ້ຂັບຮ້ອງເພງນີ້ຄົນທຳອິດແມ່ນນັກສິລະປິນ ຈູງກຽນ.

ບັນດາບົດເພງສະຫລອງໄຊ - ảnh 1 ບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວຸຍ” ແປວ່າ ປະເທດຊາດມີຄວາມເບີກບານມ່ວນຊື່ນຢ່າງສົມບູນ 

ບັນດາສຽງເພງທີ່ສະຫງ່າອົງອາດ, ເຕັມໄປດ້ວຍຄວາມຮູ້ສຶກຕື້ນຕັນໃຈ ຄື “ຕາດີຈອງມວນແອ໊ງຊາວຫວ່າງ, ຣື່ງເກີຕຸງໄບ” ຫຼື “ໂອຍ! ແຮ້ງຟຸກໂວບຽນ, ຮ໊າດເໜືອດີແອມ ຫຍື໊ງເລີຍອຽວເທືອງ!”…ໄດ້ປະກົດຜົນເປັນຈິງຖືກບັນທຶກໄວ້ໃນປະຫວັດສາດ. ບົດເພງໄດ້ອອກອາກາດຜ່ານຄື້ນຂອງວິທະຍຸກະຈາຍສຽງປົດປ່ອຍເທື່ອທຳອິດໃນຕອນເຊົ້າວັນທີ 01 ພຶດສະພາ 1975, ພ້ອມກັບບົດເພງ “ຍືກໍ໊ບາກໂຮ່ຈອງໄງ່ວຸຍດ້າຍທັ໊ງ” ແປວ່າ ລຸງໂຮ່ໃນມື້ມະຫາໄຊຂອງນັກປະພັນດົນຕີ ຟ້າມຕວຽນ. ສຳລັບນັກປະພັນດົນຕີ ຮ່ວາງຮ່າ ແລ້ວ, ລາວແຕ່ງບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວູຍ” ພາຍໃນເວລາພຽງ 1 ວັນເທົ່ານັ້ນ, ແຕ່ພັດແມ່ນໝາກຜົນສະຫລຸບຂອງທັງຂະບວນວິວັດການ, ຕະຫຼອກຊີວິດຂອງລາວ ທີ່ໄດ້ເຂົ້າຮ່ວມການປະຕິວັດ ແລະ ເຄື່ອນໄຫວດົນຕີ. ນັກວິຈານດົນຕີ ຫງວຽນທຸຍຄາ ໃຫ້ຮູ້ວ່າ:

ອະດີດນັກປະພັດົນຕີ ຮ່ວາງຮ່າ ແຕ່ງບົດເພງ ເດິ໊ດເນື໊ອກຈ້ອນນ່ຽມວູຍກ່ອນວັນທີ 30 ເມສາ 1975. ເນື້ອໃນຂອງບົດເພງ, ລາວໄດ້ປະສົມປະສານ ດົນຕີປະສານສຽງ (ແຊມເບີ້ມິວສິກ) ເຂົ້າກັບ ດົນຕີປະເພດລາຍມິວສິກ. ພາຍຫລັງວັນທີ 30 ເມສາ 1975, ບົດເພງໄດ້ເຜີຍແຜ່ໄປທົ່ວພາກໃຕ້, ຄາວນັ້ນຊາວໜຸ່ມຢູ່ພາກໃຕ້ຫລາຍຄົນໃຜກໍ່ນິຍົມຂັບຮ້ອງບົດເພງນີ້.

ບັນດາບົດເພງສະຫລອງໄຊ - ảnh 2 ອະດີດນັກປະພັນດົນຕີ ຮ່ວາງຮ່າ

ພ້ອມກັບບົດເພງ “ເດິ໊ດເນື໊ອກຈ້ອນນ່ຽມວູຍ”, ບົດເພງ “ຍືກໍ໊ບາກໂຮ່ຈອງໄງ່ວູຍດ້າຍທັ໊ງ” ກໍ່ແມ່ນບົດເພງທີ່ຂາດບໍ່ໄດ້ ເມື່ອເວົ້າເຖິງວັນມະຫາໄຊ. ບົດເພງດັ່ງກ່າວ ໂດຍນັກປະພັນດົນຕີ ຟ້າມຕວຽນ ປະດິດແຕ່ງໃນຄ່ຳຄືນວັນທີ 28 ເມສາ 1975 ແລະ ໄດ້ອັດສຽງໃນຕອນບ່າຍວັນທີ 30 ເມສາ 1975 ເພື່ອໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ອອກອາການໃນເວລາ 17 ໂມງຂອງວັນດຽວກັນ ໃນລາຍການສະຖານະການການເມືອງພິເສດ, ປະກາດຂ່າວປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ. ນັກປະພັນດົນຕີ ຟ້າມຕວຽນ ແບ່ງປັນວ່າ:

ບົດເພງໄດ້ແຕ່ງຂຶ້ນຖືກກັບຊ່ວງເວລາທີ່ນ້ຳໃຈຂອງປະຊາຊົນທົ່ວປະເທມຸ່ງໄປເຖິງໄຊຊະນະ. 45 ປີຜ່ານພົ້ນໄປແລ້ວ ແຕ່ເມື່ອຟັງຄືນ ຂ້າພະເຈົ້າຮູ້ສຶກຄືດັ່ງຫາກໍ່ແມ່ນໃນມື້ວານນີ້. ຂ້າພະເຈົ້າແຕ່ງບົດເພງດັ່ງກ່າວ ແມ່ນມາຈາກຄວາມຮູ້ສຶກໃນໃຈຂອງຂ້າພະເຈົ້າເອງ. ເມື່ອ 2 ພາກເໜືອ - ໃຕ້ ໂຮມເຂົ້າກັນແລ້ວກໍ່ຄິດຮອດ ຄິດເຖິງປະທານໂຮ່ຈີມິນ.

ບົດເພງ “ມົວຊວັນເຈນແທ່ງໂຟ໊ໂຮ່ຈີມິນ” ແປວ່າລະດູບານໃໝ່ຢູ່ນະຄອນໂຮ່ຈິມິນ ຂອງອະດີດນັກປະພັນດົນຕີ ຊວັນຮົ່ງ ແມ່ນໜຶ່ງໃນບັນດາບົດເພງທີ່ມ່ວນ  ເຊິ່ງມີເນື້ອໃນກ່ຽວກັບວັນເບີກບານມ່ວນຊື່ນເອກະລາດຂອງປະເທດຊາດ. ເດືອນ ມີນາ 1975, ເມື່ອເປີດສາກບັ້ນຮົບ ໄຕງວຽນ, ນັກປະພັນດົນຕີ ຊວັນຮົ່ງ ພວມປະຕິບັດງານຢູ່ສະໜາມຮົບ B2. ຄາວນັ້ນ, ເນື້ອໃນບົດເພງກໍ່ໄດ້ປະກົດອອກຢູ່ໃນຫົວຂອງລາວ, ລາວໄດ້ຂຽນໃສ່ແຂນ, ຂຽນໃສ່ໃບໄມ້ໄວ້ ເພື່ອບໍ່ໃຫ້ຫຼົງລືມ. ເມື່ອໄປຮອດໄຊງ່ອນ ອະດີດນັກປະພັນດົນຕີ ຊວັນຮົ່ງ ໄດ້ເຫັນປະຈັກຕາຈຸດເວລາທີ່ 5 ປີກທະຫານປົດປ່ອຍ ກ້າວເຂົ້າ ໄຊງ່ອນ ຢ່າງສະຫງ່າອົງອາດ, ໂຄ່ນລົ້ມອຳນາດການປົກຄອງໄຊງ່ອນ, ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ປະເທດຊາດ. ຈາກຄວາມຕື້ນຕັນໃຈໃນຈຸດເວລາປະຫວັດສາດໃນວັນທີ 30 ເມສານັ້ນ, ລາວໄດ້ແຕ່ງບົດເພງທີ່ມີຊື່ວ່າ “ມົວຊວັນເຈນແທ່ງໂຟ໊ໂຮ່ຈີມິນ” ໄດ້ສຳເລັດ.       

ບັນດາບົດເພງສະຫລອງໄຊ - ảnh 3 ອະດີດນັກປະພັນດົນຕີ ຊວັນຮົ່ງ

ເນື້ອຮ້ອງຂອງບົດເພງໄດ້ສະແດງໃຫ້ເຫັນອາລົມຈິດຢ່າງມີຊີວິດຊີວາຂອງຜູ້ແຕ່ງ ເມື່ອໄດ້ຮັບຊົມລະດູບານໃໝ່ໃນທ່າມກາງຄວາມເບີກບານມ່ວນຊື່ນຂອງວັນມະຫາໄຊ ທັງເຂົ້າໃຈງ່າຍ, ທັງເຫັນໃຈກັນ ໄດ້ກາຍເປັນຄວາມຊິນເຄີຍສຳລັບປະຊາຊົນນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດລະດູບານໃໝ່ວຽນມາ. ນັກວິຈານດົນຕີ ຫງວຽນທຸຍຄາ ໃຫ້ຮູ້ວ່າ:

ໄຊງ່ອນ ເປັນຄັ້ງທຳອິດທີ່ມີບົດເພງກ່ຽວກັບລະດູບານໃໝ່. ບົດເພງ ມົວວັນ ເຈນແທ່ງຟ໊ໂຮ່ຈີມິນຂອງອະດີດນັກປະພັນດົຕີ ຊວັນຮົ່ງ ໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນໄຊງ່ອນ ພາຍຫລັງວັນປົດປ່ອຍ.”

ແລະຍັງມີບົດເພງທີ່ມ່ວນໆຫລາຍບົດ, ມີຄວາມໝາຍນຳມາເຊິ່ງພະລັງຊີວິດອັນແຮງກ້າຕື່ມອີກ, ຍືນຍົງຄົງຕົວຕະຫລອດກັບການເວລາ ຍ້ອນວ່າມັນເປັນປຶ້ມປະຫວັດສາດດ້ານດົນຕີ ໄດ້ບັນທຶກຈຸດເວລາປະຫວັດສາດ ທີ່ບໍ່ອາດຫຼົງລືມໄດ້ຂອງປະເທດຊາດ ວັນທີ 30 ເມສາ 1975./.

ຕອບກັບ