ບົດສຳພາດທ່ານ Bertrand Lortholary ເອກອັກຄະລັດຖະທູດສາທາລະນະລັດ ຝະລັ່ງ ປະຈຳຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

Chia sẻ
(VOVWORLD) -ວັນທີ 6/5, ຊາວ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຊື່ງແມ່ນໄຊຊະນະ ທີ່ເປັນຂີດໝາຍແຫ່ງການສີ້ນສຸດສະໄໝລ່າເມືອງຂຶ້ນ, ເລີ່ມຕົ້ນສັງກາດເອກະລາດຂອງຫຼາຍປະເທດທີ່ເປັນຫົວເມືອງຂຶ້ນ.

 ການສະເຫຼີມສະຫຼອງເຫດການນີ້ກໍ່ມຸ້ງໄປເຖິງອະນາຄົດອັນສົດໃສກ່ວາໃນສາຍພົວພັນລະຫວ່າງ ຫວຽດນາມ ແລະ ຝະລັ່ງ. ປະຈຸບັນ, ຫວຽດນາມ ແລະ ຝະລັ່ງ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດ. ປີ 2018, ສອງຝ່າຍໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 45 ປີ. ເນື່ອງໃນໂອກາດນີ້, ເຊີນທ່ານຮັບຟັງ

ຂໍຮຽນທ່ານເອກອັກຄະລັດຖະທູດ, ການຮ່ວມມືດ້ານເສດຖະກິດແມ່ນປັດໄຈສຳຄັນໃນສາຍພົວພັນຍຸດທະສາດ. ທ່ານຕີລາຄາຄືແນວໃດຕໍ່ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ-ຝະລັ່ງ ໃນປະຈຸບັນ?

ປະຈຸບັນ, ຝະລັ່ງ ມີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດຄື: ພື້ນຖານໂຄງລ່າງ ແລະ ພິເສດແມ່ນການຂົນສົ່ງ, ໃນນັ້ນ ຂະແໜງການບິນແມ່ນຂະແໜງສ້າງລາຍຮັບຫຼາຍກ່ວາໝູ່. ນອກຈາກນັ້ນແມ່ນຂະແໜງເຄື່ອງໃຊ້ສອຍ, ຜະລິດຕະພັນກະເສດ ແລະ ເຄື່ອງສຳອາງ. ຜູ້ຊົມໃຊ້ ຫວຽດນາມ ນິຍົມຊົມໃຊ້ບັນດາຜະລິດຕະພັນຂອງ ຝະລັ່ງ ຫຼາຍ ແລະ ກົງກັນຂ້າມ ຜູ້ຊົມໃຊ້ ຝະລັ່ງ ກໍ່ນິຍົມຊົມໃຊ້ບັນດາຜະລິດຕະພັນຂອງ ຫວຽດນາມ ທີ່ສຸດ.

ບົດສຳພາດທ່ານ Bertrand Lortholary ເອກອັກຄະລັດຖະທູດສາທາລະນະລັດ ຝະລັ່ງ ປະຈຳຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ  - ảnh 1ທ່ານ Bertrand Lortholary ເອກອັກຄະລັດຖະທູດສາທາລະນະລັດ ຝະລັ່ງ ປະຈຳຫວຽດນາມ (ພາບ: ສະຖານທູດຝລ່ັງປະຈໍາຫວຽດນາມ) 

          ການພົວພັນລະຫວ່າງບັນດາທ້ອງຖີ່ນກໍ່ໄດ້ຮັບການເປີດກ້ວາງດ້ວຍການເຂົ້າຮ່ວມລະຫວ່າງທ້ອງຖີ່ນຂອງຝະລັ່ງ 20 ແຫ່ງ ແລະ ແຂວງ, ນະຄອນຂອງຫວຽດນາມ 15 ແຫ່ງ. ປັດໄຈນີ້ໄດ້ປະກອບສ່ວນສ້າງປະສິດທິຜົນໃຫ້ແກ່ການຮ່ວມມືສອງຝ່າຍ. ຕາມທ່ານແລ້ວ, ການກຳນົດທິດຕົ້ນຕໍໃຫ້ແກ່ການຮ່ວມມືໃນຂົງເຂດນີ້ໃນໄລຍະຕໍ່ໄປແມ່ນຫຍັງ ຂໍຮຽນທ່ານ

         ແຕ່ດົນນານມາແລ້ວ, ການຮ່ວມມືລະຫວ່າງບັນດາທ້ອງຖີ່ນຂອງຫວຽດນາມ ແລະ ຝະລັ່ງ ໄດ້ສວມບົດບາດສຳຄັນທີ່ສຸດ, ໂດຍສະເພາະນັບແຕ່ຊຸມປີ 1990 ປັນຕົ້ນມາ. ປະຈຸບັນ, ມີສະຫະກອນຂອງສອງປະເທດ 30 ແຫ່ງໄດ້ຮັບຄົໝັ້ນສັນຍາຮ່ວມມືໂດຍຜ່ານຂໍ້ຕົກລົງຄູ່ຮວ່ມມືສະບັບຕ່າງໆ. ພວກຂ້າພະເຈົ້າໄດ້ຈັດກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖີ່ນຂອງຫວຽດນາມ ແລະ ຝະລັ່ງ ຢູ່ Toulouse ພາຍຫຼັງກອງປະຊຸມຄັ້ງກ່ອນທີ່ຈັດຂຶ້ນເມື່ອເດືອນກັນຍາປີ 2016 ທີ່ນະຄອນ ເກີນເທີ. ນີ້ແມ່ນບັນດາການພົວພັນຄູ່ຮ່ວມມືທີ່ໄດ້ຮັບການສ້າງຂຶ້ນແຕ່ດົນນານ ໂດຍອີງຕາມບັນດາຂົງເຂດເສດຖະກິດ-ສັງຄົມ, ການສຶກສາ ແລະ ການພັດທະນາ ແລະ ໄດ້ຮັບການພັດທະນາຢ່າງແຂງແຂງຢ່າງບໍ່ຢຸດຢັ້ງ ບົນພື້ນຖານທີ່ສຳຄັນດັ່ງກ່າວ.

 ບັນດາການພົວພັນດ້ານເສດຖະກິດທີ່ແໜ້ນແຟ້ນ ແລະ ຂະຫຍັນຂັນເຄື່ອນນີ້ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ທ່ານຕີລາຄາແນວໃດກ່ຽວກັບການພົວພັນດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງ?         

ຝະລັ່ງ ແລະ ຫວຽດນາມ ມີບັນດາໂຄງການເສດຖະກິດທີ່ສຳຄັນທີ່ສຸດ. ປະຈຸບັນມີບໍລິສັດຂອງ ຝະລັ່ງ ປະມານ 300 ແຫ່ງມີໜ້ານຢູ່ຫວຽດນາມ ແລ້ວ. ພວກຂ້າພະເຈົ້າຫວັງວ່າ, ດ້ວຍເລື່ອງສັນຍາການຄ້າເສລີລະຫວ່າງສະຫະພັນເອີລົບ ແລະ ຫວຽດນາມ ມີຜົນສັກສິດນັ້ນ ຈະສ້າງໃຫ້ມີບັນດາການແລກປ່ຽນໃນຂົງເຂດເສດຖະກິດລະຫວ່າງເອີລົບ ແລະ ຫວຽດນາມ ເວົ້າລວມ ກໍ່ຄືລະຫວ່າງ ຝະລັ່ງ ແລະ ຫວຽດນາມ ເວົ້າສະເພາະ ຫລາຍກ່ວາອີກ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ.

                                     

ຕອບກັບ