ທຸກສິ່ງທຸກຢ່າງເພື່ອຄົນເຈັບຢູ່ໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດໂຄວິດ-19

Kim Dung – Thu Hang
Chia sẻ
(VOVWORLD) -ກຳລັງດັນຕໍ່ບັນດາແພດໝໍແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ດ້ວຍຈິດໃຈ “ເຂັ້ມແຂງແຮ້ງກ້າ”, ກຳລັງແພດໝໍຍັງຮັກສາເຈດນຳນົງຕັດສິນໃຈປີ່ນປົວໃຫ້ແກ່ຄົນເຈັບ.
ທຸກສິ່ງທຸກຢ່າງເພື່ອຄົນເຈັບຢູ່ໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດໂຄວິດ-19 - ảnh 1(ກຳລັງແພດໝໍຍັງຮັກສາເຈດນຳນົງຕັດສິນໃຈປີ່ນປົວໃຫ້ແກ່ຄົນເຈັບ)

ພາຍຫຼັງນຳເຂົ້າເຄື່ອນໄຫວມາເປັນເວລາເກືອບ 1 ອາທິດ, ໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດໂຄວິດ-19 ໄດ້ຫັນຈາກຮາກຖານ 2 ຂອງໂຮງໝໍໂລກມະເຮັ່ງກ້ອນເບົ້ານະຄອນໂຮ່ຈີມິນ ໃນແຕ່ລະມື້ໄດ້ຮັບຄົນເຈັບໜັກ, ຄົນເຈັບມີອາການອັນຕະລາຍແຕ່ 50 – 60 ຄົນ. ກຳລັງດັນຕໍ່ບັນດາແພດໝໍແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ດ້ວຍຈິດໃຈ “ເຂັ້ມແຂງແຮ້ງກ້າ”, ກຳລັງແພດໝໍຍັງຮັກສາເຈດນຳນົງຕັດສິນໃຈປີ່ນປົວໃຫ້ແກ່ຄົນເຈັບ. ມາຮອດປະຈຸບັນ, ມີຄົນເຈັບມີອາການເຈັບໜັກ 106 ຫັນເປັນເບົາແລ້ວ.

ນັ້ນແມ່ນຄຳສັ່ງຂອງທ່ານໝໍ ເຈິ່ນແທັງລິງ, ຮອງຫົວໜ້າພະແນກສຸກເສີນຟື້ນຟູຊີບໂຮງໝໍ ເຈີ້ໄຣ້, ທັງເປັນຮອງຫົວໜ້າໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດ ໂຄວິດ-19, ເມື່ອແລກປ່ຽນກັບຜູ້ຮ່ວມງານກ່ຽວກັບອາການສຸຂະພາບຂອງຄົນເຈັບໜັກ ພວມກັ່ນຕອງເລືອດຢູ່ຫ້ອງ ສຸກເສີນຟື້ນຟູຊີບ (ICU). ແຕ່ລະມື້, ທ່ານໝໍ ລິງ ໄດ້ໄປເຖິງບັນດາຫ້ອງ, ກວດກາອາການສຸຂະພາບຂອງຄົນເຈັບ, ຮຽກຮ້ອງໃຫ້ແພດໝໍເພີ່ມເຕີ່ມ, ປ່ຽນແປງວິທີການປິ່ນປົວຢ່າງມີໄຫວພິບ… ບໍ່ພຽງແຕ່ສຸມໃສ່ການປິ່ນປົວໃຫ້ຄົນເຈັບໜັກແລ້ວ, ທ່ານໝໍ ລິງ ຍັງເຂົ້າຮ່ວມການບົ່ງມະຕິພະຍາດວິຊາສະເພາະຜ່ານໂທລະສັບກັບບັນດາຜູ້ຮ່ວມງານ ເພື່ອແນະນຳການຍ້າຍໂຮງໝໍຢ່າງປອດໄພ, ປະສານງານການຮັບຄົນເຈັບໜັກຮັບເຂົ້າປິ່ນປົວ.

ປະຈຸບັນ, ຢູ່ໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດໂຄວິດ-19 ມີຄົນເຈັບປະມານ 250 ຄົນພວມປິ່ນປົວ. ຄາດວ່າ, ໃນຮອບເວລາ 1 ອາທິດຈະມາເຖິງ, ໂຮງໝໍຈະເພີ່ມກຳລັງຮັບຄົນເຈັບຂຶ້ນເປັນ 550 ຕຽງ, ລວມມີ 100 ຕຽງສຳລັບສະພາບສຸກເສີນ ແລະ 450 ຕຽງແມ່ນຄົນເຈັບໜັກ. ຈຳນວນວຽກງານແມ່ນຫຼາຍ ສະນັ້ນບັນດາແພດໝໍຕ້ອງແບກຫາບວຽກງານເຊິ່ງກັນ ແລະ ກັນ:

“ປະຈຸບັນ, ທ່ານໝໍກໍ່ຕ້ອງປະຕິບັດສ່ວນວຽກງານຂອງພະຍາບານ, ທັງເຮັດວຽກງານຂອງນາງແພດ, ບໍ່ຈຳແນກໜ້າທີ່ຂອງຜູ້ໃດກັບຜູ້ໃດອີກ, ຖ້າໜູນຊ່ວຍເຊິ່ງກັນແລະກັນໄດ້ກໍ່ໜູນຊ່ວຍ. ບາງເທື່ອມີຄົນເຈັບຢຸດຫາຍໃຈ, ພວກຂ້າພະເຈົ້າກໍ່ພ້ອມກັນຂຶ້ນມາ. ປະຈຸບັນກາຍເປັນກຸ່ມໜຶ່ງ, ເຮັດແນວໃດເພື່ອຫຼຸດຜ່ອນ, ແບກຫາບວຽກງານຂອງກັນໄດ້.”

ທຸກສິ່ງທຸກຢ່າງເພື່ອຄົນເຈັບຢູ່ໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດໂຄວິດ-19 - ảnh 2(ບັນດາພາລະກອນການແພດ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອກູ້ເອົາຊີວິດຄົນເຈັບ)

ໂດຍມີໜ້ານັບແຕ່ມື້ທຳອິດກະກຽມໃຫ້ແກ່ໂຮງໝໍ ຟື້ນຟູຊີບສຳລັບຄົນເຈັບຕິດ ໂຄວິດ-19 ນຳເຂົ້າໃຊ້ການ, ທ່ານໝໍ ຮີ່ນກວາງດ້າຍ, ພະແນກສຸກເສີນຟື້ນຟູຊີບໂຮງໝໍ ເຈີ້ໄຣ້, ໃຫ້ຮູ້ວ່າ ຢູ່ທີ່ນີ້ບໍ່ພຽງແຕ່ມີກຳລັງດັນດ້ານວິຊາສະເພາະເທົ່ານັ້ນ, ຫາກຍັງມີຈຳນວນຜູ້ເຈັບໜັກຫຼາຍທີ່ສຸດ. ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງ, ບັນດາແພດໝໍພະແນກໄດ້ສົມທົບກັບບັນດາພະແນກສະເພາະອື່ນລ້ວນແຕ່ເຮັດວຽກນັບແຕ່ເຊົ້າໆຈົນຮອດ 11 – 12 ໂມງຄ່ຳ. ບັນດາແພດໝໍທັງຮັບປະກັນປິ່ນປົວສຸກເສີນຈຳນວນຄົນເຈັບໜັກເພີ່ມຂຶ້ນຢ່າງໄວ, ທັງຄວບຄຸມການປ້ອງກັນ, ຕ້ານການຕິດແປດ.

“ອ້າຍ ລິງ ແມ່ນຫົວໜ້າທິມງານ ເຈີ້ໄຣ້ ປະຈຳໂທລະສັບສາຍດ່ວນ, ແຕ່ລະມື້ໄດ້ຮັບໂທລະສັບນັບຮ້ອຍເທື່ອ. ເມື່ອທຽບໃສ່ຄັ້ງກ່ອນຄືຢູ່ ກວາງນາມ, ດ່ານັ້ງ ຫຼື ຢູ່ ບັກຢາງ ໃນຮອບຜ່ານມາ, ການເຮັດວຽກໃນຄັ້ງນີ້ແມ່ນຫຼາຍທີ່ສຸດ.”

ຕາມທ່ານໝໍ ຫງວຽນຈີທຶກ, ຫົວໜ້າໂຮງໝໍ ເຈີ້ໄຣ້, ທັງເປັນຫົວໜ້າໂຮງໝໍ ຟື້ນຟູຊີບສຳລັບຄົນເຈັບຕິດ ໂຄວິດ-19 ແລ້ວ, ເມື່ອໂຮງໝໍເຄື່ອນໄຫວຈົນສຸດຄວາມສາມາດຕ້ອງການແພດໝໍ 340 ຄົນ, ພະຍາບານ 1.200 ຄົນ, ໄດ້ລະດົມຈາກບັນດາໂຮງໝໍ ແລະ ຈາກບັນດາທ້ອງຖິ່ນຕາມການສັບຊ້ອນຂອງກະຊວງສາທາລະນະສຸກຫວຽດນາມ. ນອກຈາກວຽກງານປິ່ນປົວສຸກເສີນ ແລະ ປິ່ນປົວຢູ່ກັບທີ່ແລ້ວ, ໂຮງໝໍ ເຈີ້ໄຣ້ ຍັງຈັດສົ່ງແພດໝໍປະຈຳການຢູ່ບັນດາໂຮງໝໍໂຄວິດ-19 ຊັ້ນ 3, ມີໜ້າທີ່ຕິດຕາມອາການຄົນເຈັບ. ສະນັ້ນ ຈະເປັນເຈົ້າການກວ່າໃນການກວດພົບຄົນເຈັບໜັກ, ຂົນສົ່ງຄົນເຈັບດ້ວຍຄວາມປອດໄພ. ທ່ານໝໍ ຈີທຶກ ໃຫ້ຮູ້ວ່າ:

“ຈຸດຫຼັກສຳຄັນແມ່ນເຮົາຕ້ອງສະກັດກັ້ນ, ບໍ່ໃຫ້ຄົນເຈັບບໍ່ຖືກຕົກເຂົ້າສູ່ອາການເຈັບໜັກ. ເພື່ອເຮັດໄດ້ສິ່ງດັ່ງກ່າວ ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຫຼາຍກວ່າອີກ. ສະນັ້ນ, ອ້າຍນ້ອງກຳນົດວ່າ ແພດໝໍລຳບາກຄືແນວໃດກໍ່ຕາມ, ຄົນເຈັບເປັນປົກກະຕິແມ່ນດີແລ້ວ”.

ກະຊວງສາທາລະນະສຸກໄດ້ສ້າງຕັ້ງສາງກາງສະໜາມທາງພາກໃຕ້ຢ່າງຮີບເຮັ່ງເພື່ອແນໃສ່ລະດົມທຸກອຸປະກອນ, ເຄື່ອງຈັກຮັບໃຊ້ໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19. ຫົວໜ້າໂຮງໝໍຟື້ນຟູຊີບສຳລັບຄົນເຈັບຕິດ ໂຄວິດ-19 ມີສິດນຳໃຊ້ເຄື່ອງອຸປະກອນທັງໝົດໃນສາງດັ່ງກ່າວ, ຫາກບໍ່ຕ້ອງຂໍຄຳເຫັນຈາກກະຊວງສາທາລະນະສຸກ. ດ້ວຍການໜູນຊ່ວຍເຄື່ອງວັດຖຸອຸປະກອນ, ບັນດາແພດໝໍ, ພາລະກອນການແພດ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຕັດສິນໃຈເຮັດທຸກສິ່ງ ທຸກຢ່າງເພື່ອກູ້ເອົາຊີວິດຄົນເຈັບ./.

ຕອບກັບ