ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

Tran Tuan
Chia sẻ
(VOVWORLD) - ໃນທ່າມກາງອາກາດຮ້ອນເອົາຂອງເດືອນກໍລະກົດ, ໃນບັນຍາກາດທີ່ມິດງຽບ ແລະ ສັກສິດ, ບັນດາເພື່ອນໜຸ່ມໄດ້ນັ່ງຢູ່ຂ້າງຂຸມຝັງສົບສີຂາວຕັ້ງລຽນກັນຢູ່ໂນນພູ, ໄຕ້ທູບ ແລະ ອ່ານຂ້ໍມູນສັ້ນໆທີ່ໄດ້ສະຫຼັກໄວ້ຢູ່ແຜ່ນສີລາ ພວກເພື່ອນລ້ວນແຕ່ມີຈິດໃຈຫົດຫູ່.

ກັບມາບ້ານເກີດເມືອງນອນໃນຊຸມເດືອນກໍລະກົດ - ເຊິ່ງແມ່ນເດືອນສະແດງຄວາມຮູ້ບຸນຄຸນ ດ້ວຍການເຄື່ອນໄຫວມຸ່ງໄປເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ, ຜູ້ແທນ 155 ຄົນທີ່ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ເຊິ່ງແມ່ນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມາຈາກ 29 ປະເທດ ແລະ ເຂດແຄວ້ນ, ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງໃນການເດີນທາງກັບມາບ້ານເກີດເມືອງນອນຂອງບັນດາຊາວໜຸ່ມ, ນັກສຶກສາໜຸ່ມ.

ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1  ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ

        ໃນທ່າມກາງອາກາດຮ້ອນເອົາຂອງເດືອນກໍລະກົດ, ໃນບັນຍາກາດທີ່ມິດງຽບ ແລະ ສັກສິດ, ບັນດາເພື່ອນໜຸ່ມໄດ້ນັ່ງຢູ່ຂ້າງຂຸມຝັງສົບສີຂາວຕັ້ງລຽນກັນຢູ່ໂນນພູ, ໄຕ້ທູບ ແລະ ອ່ານຂ້ໍມູນສັ້ນໆທີ່ໄດ້ສະຫຼັກໄວ້ຢູ່ແຜ່ນສີລາ ພວກເພື່ອນລ້ວນແຕ່ມີຈິດໃຈຫົດຫູ່. ໂດຍໄດ້ກຳເນີດໃນສະໄໝສັນຕິພາບ, ບັນດາໄວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ບໍ່ມີຄວາມຊົງຈຳກ່ຽວກັບສົງຄາມ ຫາກມີພຽງແຕ່ຄວາມຮູ້ສຶກກ່ຽວກັບການເສຍສະຫຼະຂອງລຸ້ນພໍ່, ລຸ້ນອ້າຍຜ່ານບັນດາຮ່ອງຮອຍປະຫວັດສາດ, ຕົວພະຍານໃນສະໄໝສົງຄາມ ຫຼື ຜ່ານບັນດາຟິມຮູບເງົາທີ່ສະຫງ່າອົງອາດຂອງຊາດເທົ່ານັ້ນ. ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຫ່ງນີ້, ສ່ວນຫຼາຍແມ່ນເສຍຊີວິດໃນເກນອາຍຸແຕ່ 18 – 20 ປີເທົ່ານັ້ນ, ເຂົາເຈົ້າແມ່ນບັນດາອ້າຍທະຫານ, ບັນດາຍິງສາວຊາວໜຸ່ມຕະລຸມບອນທີ່ເຂົ້າຮ່ວມການຕໍ່ສູ້, ແຕ່ເມື່ອສົງຄາມສິ້ນສຸດລົງ, ເຂົາເຈົ້າກໍ່ບໍ່ກັບເມືອບ້ານອີກ, ຫາກໄດ້ນອນສະຫງົບຢູ່ແຫ່ງນີ້ ເຊິ່ງເປັນຊາຍຄາລວມຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 2

        ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ ລວມມີເນື້ອທີ່ກວ້າງ 140.000 ຕາແມັດ, ແມ່ນບ່ອນຝັງສົບຂອງນັກຮົບວິລະຊົນກວ່າ 10.000 ຄົນ, ໄດ້ແບ່ງເປັນ 10 ເຂດຕາມທ້ອງຖິ່ນທີ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກຳເນີດ ແລະ ເຂດທີ່ສະຫງວນໃຫ້ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດນີລະນາມ ໃນຊຸມປີຕໍ່ສູ້ຕ້ານຈັກກະພັດອາເມລິກາ ກູ້ຊາດ, ບົນເສັ້ນທາງ ເຈື່ອງເຊີນ ຫຼື ເອີ້ນວ່າ ເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ. ເພື່ອນ ບຸຍຮ່ວາງທັງ, ອາຍຸ 19 ປີ, ມາຈາກການາດາ, ພວມໄຕ້ທູບຢູ່ບັນດາຂຸມຝັງສົບນັກຮົບນີລະນາມ, ແບ່ງປັນວ່າ.

        “ນ້ອງຮູ້ສຶກໂສກເສົ້າ ຍ້ອນວ່າມີນັກຮົບເສຍສະຫຼະຊິວິດເພື່ອຊາດຫຼາຍ, ໃນນັ້ນມີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຫຼາຍຄົນຍັງເປັນນັກຮົບນີລະນາມ, ນັບແຕ່ເມື່ອເສຍສະຫຼະຊີວິດ ຈົນຮອດຕອນຊອກຫາ ກໍ່ບໍ່ຮູ້ຂໍ້ມູນ, ພຽງແຕ່ມາຝັງຢູ່ແຫ່ງນີ້ເທົ່ານັ້ນ, ບໍ່ຮູ້ວ່າມີໃຜມາຢາມບໍ່, ສິ່ງດັ່ງກ່າວເຮັດໃຫ້ນ້ອງຮູ້ສຶກໂສກເສົ້າ. ນ້ອງກໍ່ຮູ້ສຶກມີບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່ສຸດ ຍ້ອນວ່າໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດນັ້ນ, ນ້ອງຈະມານະພະຍາຍາມຮ່ຳຮຽນໃຫ້ເກັ່ງ, ເປັນພົນລະເມືອງດີ ເພື່ອປົກປັກຮັກສາຄວາມສະຫງົບນັ້ນຕະຫຼອດໄປ”.

ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 3

        ຫ່າງຈາກເຂດຂຸມຝັງສົບບັນດານັກຮົບເສຍສະຫຼະຊີວິດນີລະນາມໄປບໍ່ໄກ, ຢູ່ເຂດຂຸມຝັງສົບບັນດານັກຮົບເສຍສະຫຼະຊີວິດຫາຍຟ່ອງ, ເພື່ອນ ວູ ຕາຍຊາ ໂຕ໊ເວິນ, ແມ່ນນາງສາວທີ່ມີ 2 ສາຍເລືອດຫວຽດນາມ ແລະ ຢູແກຼນ, ພວມເພື່ອນເຊັດຖຸໄຄຢູ່ທີ່ຂຶ້ນຫຸ້ມຂຸມຝັງສົບຂອງພໍ່ປູ່. ສຳລັບ ນາງ ໂຕ໊ເວິນ ຄວາມຊົງຈຳກ່ຽວກັບພໍ່ປູ່ຂອງຕົນ ແມ່ນນັກຮົບເສຍສະຫຼະຊີວິດເພື່ອຊາດ ວູກວາງບິ່ງ, ບ້ານເກີດຢູ່ເມືອງ ກ້ຽນຖຸຍ, ຫາຍຟ່ອງ, ໄດ້ເສຍສະຫຼະຊີວິດເມື່ອປີ 1973 ໃນສົງຄາມຕ້ານຈັກກະພັດອາເມລິກາ. ຢູ່ສຸສານແຫ່ງນີ້ແມ່ນແຫ່ງພົບປະຂອງພໍ່ປູ່ ແລະ ຫຼານພາຍຫຼັງເກືອບເຄິ່ງສະຕະວັດທີ່ປະເທດຊາດມີສັນຕິພາບ, ໂຮມປະເທດຊາດເປັນເອກະພາບ.

        “ພໍ່ປູ່ຂອງຂ້າພະເຈົ້າເຄີຍເຂົ້າຮ່ວມສົງຄາມຕໍ່ສູ້ຕ້ານຈັກກະພັດອາເມລິກາ, ເພິ່ນແມ່ນຄົນພິລະອາດຫານ ແລະ ສະຫຼາດສ່ອງໃສ. ເພິ່ນ ໄດ້ເສຍສະຫຼະຊີວິດ. ກ່ອນທີ່ກັບເມືອປະເທດ, ພໍ່ຂອງຂ້າພະເຈົ້າໄດ້ສັ່ງບອກວ່າ ຕ້ອງມາແຫ່ງນີ້ໃຫ້ໄດ້, ຍ້ອນວ່າແຫ່ງນີ້ແມ່ນມີຄວາມສຳຄັນສຳລັບຄອບຄົວຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບສິ່ງນີ້”.

ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 4 ເພື່ອນ ວູ ຕາຍຊາ ໂຕ໊ເວິນ

        ການເຄື່ອນໄຫວຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຍາມໃດກໍ່ແມ່ນຈຸດພົ້ນເດັນຂອງລາຍການຄ້າຍພັກແລ້ງຫວຽດນາມ ໃນຕະຫຼອດໄລຍະ 16 ປີຜ່ານມາ, ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນກ໊ວກເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານໃຫ້ຮູ້ວ່າ: ບ້ານເກີດເມືອງນອນປະເທດຊາດຫວຽດນາມ ມີຄືໃນທຸກວັນນີ້, ພວກເຮົາບໍ່ອາດຫຼົງລືມໄດ້ບັນດາຄຸນຄງາມຄວາມດີ ແລະ ການເສຍສະຫຼະຊີວິດຂອງລຸ້ນປູ່ລຸ້ນພໍ່ທີ່ປະໄວ້ໃຫ້.

        “ບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄືແນວນີ້, ບາງເທື່ອອາດຈະແມ່ນບັນດາຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ໃນຊີວິດຂອງພວກລູກຫຼານທີ່ກຳເກີດ ແລະ ເຕີບໃຫຍ່ຢູ່ຫວຽດນາມ ແລະ ຢູ່ຕ່າງປະເທດ ເມື່ອມາຢ້ຽມຢາມສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ໃນມື້ນີ້. ຜ່ານນັ້ນ ໄດ້ປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງໄວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ”.

ຊາວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 5

        ເນື່ອງໃນໂອກາດນີ້, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອໃຫ້ແກ່ພາລະກິດປົກປັກຮັກສາປະເທດຊາດ, ບັນດາໄວໜຸ່ມ, ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ມອບຂອງຂວັນຫຼາຍພູດທີ່ມີຄວາມໝາຍໃຫ້ແກ່ບັນດາແມ່ຫວຽດນາມ ວິລະຊົນ; ຄອບຄົວນັກຮົບເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ປະສົບກັບຄວາມຫຍຸ້ງຍາກຂອງ 2 ແຂວງ ຮ່າຕິ້ງ ແລະ ແຂວງ ກວາງຈິ.

ຕອບກັບ