ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ

Bui Hang
Chia sẻ
(VOVWORLD) - ໃນ 10 ປີຜ່ານມາ, ຊ່ອງກະຈາຍສຽງ VOV ຈະລາຈອນຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທ່ານຜູ້ຟັງທັງຢູ່ໃກ້ ແລະ ໄກໃນທົ່ວປະເທດເປັນຈຳນວນຫລວງຫລາຍ ແລະ ກາຍເປັນລາຍການກະຈາຍສຽງທີ່ລື້ງເຄີຍສຳລັບທ່ານຜູ້ຟັງເມື່ອເປີດວິທະຍຸຟັງແຕ່ລະເທື່ອ.

 ຊ່ອງກະຈາຍສຽງ VOV ຈະລາຈອນ ບໍ່ພຽງແຕ່ນຳມາເຊິ່ງບັນດາຂໍ້ມູນຂ່າວສານຢ່າງແທດຈິງ ແລະ ມີຄຸນຄ່າໃຫ້ແກ່ທ່ານຜູ້ຟັງ, ແນໃສ່ປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ການເກີດອຸບັດຕິເຫດໃນການສັນຈອນໄປມາເທົ່ານັ້ນ ຫາກຍັງເປັນຂົວເຊື່ອມຕໍ່ຢ່າງແທດຈິງລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນກ່ຽວກັບບັນດາບັນຫາທີ່ຍັງກໍ່ຄວາມຮ້ອນເຮັ່ງໃນສັງຄົມ. ບົດຂຽນຂອງ ບຸຍຮັ່ງ, ນັກຂ່າວ VOV.

“ຂ້າພະເຈົ້າໄດ້ຟັງຊ່ອງກະຈາຍສຽງ VOV ຈະລາຈອນໄດ້ 10 ປີແລ້ວ, ມີປະໂຫຍດດີຫລາຍຢ່າງໃຫ້ແກ່ຜູ້ຂັບລົດ. ຍ້ອນຟັງຊ່ອງກະຈາຍສຽງ VOV ຈະລາຈອນ, ຂ້າພະເຈົ້າຈຶ່ງຮູ້ ແລະ ຫຼີກລ້ຽງໄດ້ເສັ້ນທາງໃດຖືກລົດຕິດ, ເສັ້ນທາງໃດເກີດອຸບັດຕິເຫດ.”

“ເວົ້າລວມແລ້ວ, ທຸກໆລາຍການ, ການສະໜອງຂໍ້ມູນຂ່າວສານກ່ຽວກັບບັນຫາ ການສັນຈອນໄປມາແຕ່ນະຄອນ ໂຮ່ຈີມິນ ເຖິງ ຮ່າໂນ້ຍ ໃຫ້ແກ່ຜູ້ຂັບຂີ່ລົດ ແລະ ທຸກຄົນລ້ວນແຕ່ຮັບຮູ້ຢ່າງທັນການ ເພື່ອເລືອກໄປເສັ້ນທາງທີ່ເໝາະສົມ. ທຸກລາຍການຂອງຊ່ອງກະຈາຍສຽງ VOV ຈະລາຈອນທີ່ອອກອາກາດນັ້ນ ລ້ວນແຕ່ມີຫັນສາ ແຕ່ຂ້າພະເຈົ້າມັກທີ່ສຸດແມ່ນບັນຫາກ່ຽວກັບຄວາມປອດໄພໃນການສັນຈອນໄປມາ, ກ່ຽວກັບເວລາຈຸດສູງ.”

ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ຊ່ອງກະຈາຍສຽງ VOV ຈະລາຈອນ

ດ້ວຍຄວາມຖີ່ອອກອາກາດທີ່ລື້ງເຄີຍແມ່ນ 91 Mhz, ໃນໄລຍະຜ່ານມາ, ຊ່ອງກະຈາຍສຽງ VOV ຈະລາຈອນ ໄດ້ລົງທຶນລະບົບກ້ອງວົງຈອນປິດທັນສະໄໝຢ່າງບໍ່ຢຸດຢັ້ງ, ເຄື່ອນໄຫວຕະຫລອດເວລາຢູ່ສູນເບີໂທລະສັບສາຍດ່ວນ ແລະ ຮັບເອົາຂໍ້ມູນຂ່າວສານຈາກທ່ານຜູ້ຟັງຢ່າງລຽນຕິດ, ພ້ອມກັບບັນດາຂໍ້ມູນຂ່າວສານໄດ້ສົ່ງໂດຍກົງຕະຫລອດວັນ ແລະ ຄືນໃນອາທິດກ່ຽວກັບສະພາບການ, ການຕິດຂັດໃນການສັນຈອນຢູ່ຕາມທາງເສັ້ນຕ່າງໆ, ເພື່ອຮັບປະກັນຂໍ້ມູນຂ່າວສານໃນການສັນຈອນໃຫ້ແກ່ທ່ານຜູ້ຟັງຢ່າງລຽນຕິດ, ວ່ອງໄວ, ຊັດເຈນ ແລະ ທັນການທີ່ສຸດ. ໃນນັ້ນ, ລາຍການ “ເວລາຈຸດສູງ” ຂອງ VOV ຈະລາຈອນໄດ້ອອກອາກາດໃນ 3 ຕອນແຕ່ລະວັນ ດ້ວຍບັນດາຂໍ້ມູນຂ່າວສານ ແລະ ການຊີ້ບອກກ່ຽວກັບການສັນຈອນ, ກົດຈະລາຈອນ, ທັກສະຄວາມປອດໄພເມື່ອຂັບຂີ່ລົດ ດ້ວຍເວລາອອກອາກາດໂດຍກົງກ່ວາ 30%, ຍາມໃດກໍ່ໄດ້ຮັບຄວາມສົນໃຈ, ການກະທົບຕອບຢ່າງສູງຈາກທ່ານຜູ້ຟັງ. ທ່ານ ຈາງກົງຕ໊ຽນ, ຜູ້ອຳນວຍການຊ່ອງກະຈາຍສຽງ VOV ຈະລາຈອນໃຫ້ຮູ້ວ່າ:

“VOV ຈະລາຈອນ ຍັງນຳມາເຊິ່ງຄວາມໝາຍທາງສັງຄົມຢ່າງໃຫຍ່ຫລວງ. ນັ້ນແມ່ນດຶງດູດໄດ້ວົງຄະນະຍາດພ້ອມກັນຕັ້ງໜ້າເຂົ້າຮ່ວມແກ້ໄຂບັນດາບັນຫາເຄັ່ງຮ້ອນຂອງສັງຄົມ ພິເສດແມ່ນໃນການສັນຈອນ, ປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ເກີດອຸບັດຕິເຫດໃນການສັນຈອນຢູ່ບັນດານະຄອນໃຫຍ່ ໂດຍຜ່ານການສະໜອງ ແລະ ແບ່ງປັນຂໍ້ມູນຂ່າວສານກັບ VOV ຈະລາຈອນ. ບໍ່ພຽງແຕ່ຢຸດຢູ່ຂົງເຂດການສັນຈອນເທົ່ານັ້ນ, ຜ່ານບັນດາຂໍ້ມູນຂ່າວສານໄດ້ອັບເດັດເປັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນທາງດ້ານຊີວິດສັງຄົມ ດ້ວຍແຫຼ່ງຂໍ້ມູນຂ່າວຂອງທ່ານຜູ້ຟັງນັບຫລາຍລ້ານຄົນ ພ້ອມດ້ວຍການໜູນຊ່ວຍຂອງລະບົບກ້ອງວົງຈອນປິດ, VOV ຈະລາຈອນໄດ້ ແລະ ພວມປະກອບສ່ວນສຳຄັນ ຊ່ວຍຮັບປະກັນໃຫ້ສະພາບການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ບັນດາບໍລິເວນເຊິ່ງຄື້ນສາມາດປົກຄຸມໃຫ້ດີກ່ວາ.”

ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ - ảnh 2 ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ

ດ້ວຍເວລາອອກອາກາດຢ່າງຕໍ່ເນື່ອງໃນແຕ່ລະມື້, VOV ຈະລາຈອນຍາມໃດກໍ່ມຸ່ງໄປເຖິງທິດນຳແຖວໜ້າແມ່ນການສັນຈອນ, ຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງໄດ້ເກືອບທັງໝົດ ເມື່ອເຂົ້າຮ່ວມການສັນຈອນໃນທົ່ວທຸກເສັ້ນທາງ. ທ່ານ ເຈືອງຮ່ວາບີ່ງ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ, ປະທານຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ຕີລາຄາວ່າ:

“ໃນ 10 ປີຜ່ານມາ, VOV ຈະລາຈອນຍາມໃດກໍ່ຮ່ວມເດີນທາງກັບຜູ້ເຂົ້າຮ່ວມການສັນຈອນ ແລະ ບັນດາອົງການຄຸ້ມຄອງ, ເຈົ້າໜ້າທີ່; ພິເສດແມ່ນຂະແໜງຄົມມະນາຄົມ ແລະ ຕຳຫລວດຈະລາຈອນ, ປະກອບສ່ວນສຳຄັນເຂົ້າໃນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການຈະລາຈອນ. ທັກສະນະຂອງ VOV ຈະລາຈອນ ກໍ່ປະກອບສ່ວນສະໜອງຂໍ້ມູນຂ່າວສານຕີລາຄາຄຸນນະພາບຈາກຜູ້ເຂົ້າຮ່ວມການສັນຈອນ ແລະ ປະຊາຊົນໃນວິວັດການສ້າງ, ບັນດານະໂຍບາຍ, ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄົມມະນາຄົມ, ປັບປຸງບັນດາຂໍ້ກຳນົດທີ່ບໍ່ເໝາະສົມໃຫ້ສົມບູນແບບ.”

ບໍ່ພຽງແຕ່ອອກອາກາດຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ດ້ວຍຈຸດປະສົງປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ເກີດອຸບັດຕິເຫດໃນການສັນຈອນຢູ່ບັນດາຕົວເມືອງ ແລະ ນະຄອນໃຫຍ່ໃນທົ່ວປະເທດ, ປີ 2017, VOV ຈະລາຈອນ ໄດ້ເປີດກ້ວາງເຂດຄື້ນປົກຄຸມເຖິງບັນດາແຂວງທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ດ້ວຍຊ່ອງການສັນຈອນ MeKong (ແມ່ນ້ຳຂອງ) ຄື້ນ FM 90 Mhz ແລະ ໄດ້ຮັບຄວາມນິຍົມ ແລະ ຮ່ວມດຳເນີນທາງຂອງທ່ານຜູ້ຟັງ ກໍ່ຄືອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຢູ່ເຂດດັ່ງກ່າວໄດ້ຢ່າງວ່ອງໄວ. ນີ້ແມ່ນຊ່ອງກະຈາຍສຽງຮັບໃຊ້ພໍ່ແມ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຢ່າງແທດຈິງ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການແກ່ງແຍ້ງຢ່າງຮຸນແຮງກັບບັນດາຜະລິດຕະພັນສື່ມວນຊົນອື່ນ, VOV ຈະລາຈອນ ຕ້ອງສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບເພື່ອພັດທະນາ. ທ່ານ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຊີ້ແຈ້ງວ່າ:

ໃນ 10 ປີຜ່ານມາ, VOV ຈະລາຈອນ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ, ທັງຮັບໃຊ້ບັນດາກຳລັງເຂົ້າຮ່ວມການສັນຈອນ, ທັງຮັບປະກັນຄວາມປອດໄພໃຫ້ແກ່ການສັນຈອນ, VOV ຈະລາຈອນ ກໍ່ແມ່ນຊ່ອງສຳຄັນ, ມີຜົນປະໂຫຍດ, ມີປະສິດທິຜົນ, ສະໜອງຂໍ້ມູນຂ່າວສານກ່ຽວກັບເສດຖະກິດສັງຄົມ…ໃນໄລຍະຈະມາເຖິງ, ໃນສະພາບການທີ່ມີການປ່ຽນແປງຫລາຍຢ່າງກ່ຽວກັບເຕັກໂນໂລຊີ, ວິທີການພົວພັນແລກປ່ຽນ, ຮັບເອົາຂໍ້ມູນຂ່າວ, ກ່ຽວກັບບັນດາຄວາມຕ້ອງການໃໝ່ຂອງລຸ້ນຄົນເຂົ້າຮ່ວມການສັນຈອນ, ໄດ້ຮອດເວລາແລ້ວທີ່ VOV ຈະລາຈອນ ຄວນເບິ່ງຢ່າງຈະແຈ້ງ ເພື່ອເສີມຂະຫຍາຍຈຸດດີ, ໝາກຜົນ, ແກ້ໄຂສິ່ງຈຳກັດ, ຄວາມບໍ່ລົງລອຍກັນ ເພື່ອຫັນປ່ຽນໄປສູ່ໜ້າປະຫວັດສາດໃໝ່ ມີປະດິດຄິດສ້າງ ແລະ ການກ້າວກະໂດດຂັ້ນຫລາຍຢ່າງ.

ຊ່ອງກະຈາຍສຽງ VOV ຈະລາຈອນ, 10 ປີແຫ່ງການຜັນຂະຫຍາຍເຄື່ອງໝາຍການຄ້າກະຈາຍສຽງ - ảnh 3

ຜ່ານ 10 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ. VOV ຈະລາຈອນ ແລະ ຖັນແຖວພະນັກງງານ, ລັດຖະກອນ, ນັກຂ່າວ, ບັນນາທິການໄດ້ເຕີບໃຫຍ່ເທື່ອລະກ້າວ ແລະ ມານະພະຍາຍາມ, ປ່ຽນແປງໃໝ່, ປະດິດຄິດສ້າງລາຍການເພື່ອປັບປຸງ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ພາລະກຳໄດ້ຮັບມອບໝາຍໃນໄລຍະປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ.

ຕອບກັບ