ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ

Minh Duc
Chia sẻ
(VOVWORLD) - ອີກບໍ່ພໍເທົ່າໃດມື້, ປະຊາຊົນ ຫວຽດນາມ ກໍ່ຈະຕ້ອນຮັບປີໃໝ່ປະຈຳຊາດປີຊວດ 2020. ອາກາດກໍ່ເລີ່ມຈະເຂົ້າສູ່ລະບູບານໃໝ່ແລ້ວ, ຝົນຝອຍ, ອາກາດໜາວເປັນສັນຍານບົ່ງບອກວ່າ ລະດູບານໃໝ່ໃກ້ຈະວຽນມາແລ້ວ. 

ສຳລັບຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ເຂົາເຈົ້າບໍ່ມີຄວາມຮູ້ສຶກກ່ຽວກັບດິນຟ້າອາກາດພວມກ້າວເຂົ້າສູ່ລະດູບານໃໝ່, ເນື່ອງໃນໂອກາດບຸນເຕັດວຽນມາໃນແຕ່ລະຄັ້ງນັ້ນ ເຂົາເຈົ້າພຽງແຕ່ຮູ້ສຶກໄດ້ຜ່ານໝໍ້ເຂົ້າຕົ້ມ, ແຜ່ນຄຳຜະຫຍາ, ຕົ້ນດອກເໝີຍ, ຕົ້ນດອກຄາຍ, ຕົ້ນໝາກແປ້ນ…

ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 1 (ບັນດາສະມາຊິກໃນຄອບຄົວລຸງ ບຸຍກົງຕ໊ວຽນ)

ເວລາ 6 ໂມງເຊົ້າ, ແສງແດດເລີ່ມສາດສ່ອງລົງມາຜ່ານຮົ່ມໄມ້, ບັນດາສະມາຊິກໃນຄອບຄົວລຸງ ບຸຍກົງຕ໊ວຽນ, ດຳລົງຊີວິດຢູ່ບ້ານ ອາມອນ, ເມືອງ ຈັນທະບູລີ, ນະຄອນຫລວງ ວຽງຈັນ, ປະເທດ ລາວ ກໍ່ເລີ່ມລົງມືລ້າງໃບຕອງເພື່ອຫໍ່ເຂົ້າຕົ້ມ, ລ້າງເຂົ້າ, ຕົ້ມໄກ່…ເພື່ອກະກຽມຕ້ອນຮັບບຸນເຕັດ. ຢູ່ເຮືອນຄົວ, ລູກຫຼານຂອງລຸງ ຕ໊ວຽນ ພວມຟ້າວຟັ່ງປຸງແຕ່ງບັນດາເຍື່ອງອາຫານເພື່ອເຮັດພາເຂົ້າບູຊາປູ່ຍ່າຕາຍາຍ, ບັນພະບຸລຸດ. ອ້າຍ ບຸຍກວາງເກື່ອງ ກຳເນີດ ແລະ ເຕີບໃຫຍ່ຢູ່ ວຽງຈັນ, ມີຊື່ລາວແມ່ນ ບຸນລັນ ບຸດດີ, ປີນີ້ອ້າຍໄດ້ 42 ປີແລ້ວ, ເປັນລູກກົກຂອງລຸງ ຕ໊ວຽນ ພວມນັ່ງຫໍ່ເຂົ້າຕົ້ມຢູ່ໜ້າບ້ານ, ລາວແບ່ງປັນກ່ຽວກັບວຽກງານກະກຽມຕ້ອນຮັບບຸນເຕັດວ່າ:

ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 2 (ອ້າຍ ບຸຍກວາງເກື່ອງ)

ໃນຂະນະດຽວກັນນັ້ນ, 2 ຜົວເມຍລຸງ ຕ໊ວຽນ ກໍ່ເຊັດຖູຮ້ານບູຊາບັນພະບຸລຸດ, ຈັດພາໝາກໄມ້ 5 ຊະນິດ, ຕັ້ງຕົ້ນດອກເໝີຍ, ຕົ້ນດອກຄາຍຢູ່ຂ້າງຮ້ານບູຊາ…ນີ້ແມ່ນວຽກທີ່ລຸງເຮັດໃນຍາມບຸນເຕັດ. ລຸງ ຕ໊ວຽນ ແບ່ງປັນວ່າ:

ຂ້າພະເຈົ້າໄປຢູ່ ລາວ ນຳພໍ່ແມ່ໄດ້ 70 ກ່ວາປີແລ້ວ. ໄລ່ຮອດປັດຈຸບັນແມ່ນລຸ້ນທີ 5 ແລ້ວ. ຍາມໃດຂ້າພະເຈົ້າກໍ່ສັ່ງສອນລູກຫຼານໃຫ້ສືບທອດມູນເຊື້ອຂອງປູ່ຍ່າຕາຍາຍທີ່ຖ່າຍທອດໃຫ້. ໃນຊຸມວັນບຸນເຕັດ, ຍາມໃດຂ້າພະເຈົ້າກໍ່ແນະນຳໃຫ້ລູກຫຼານກະກຽມພາເຂົ້າບຸນເຕັດ, ວິທີຫໍ່ເຂົ້າຕົ້ມ…ນອກຈາກເລື່ອງສອນປຸງແຕ່ງບັນດາເຍື່ອງອາຫານ ຫວຽດນາມ ແລ້ວ, ຂ້າພະເຈົ້າ ຍັງສອນພາສາ ຫວຽດ ໃຫ້ລູກຫຼານຂອງຕົນຕື່ມອີກ ແລະ ໃຫ້ລູກຫຼານໄປຮຽນຢູ່ບັນດາມະຫາວິທະຍາໄລຢູ່ ຫວຽດນາມ.

ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 3 (ພາເຂົ້າບູຊາບັນພະບຸລຸດ)

  ພາຍຫລັງທຳພິທີບູຊາບັນພະບຸລຸດແລ້ວ, ລຸງ ຕ໊ວຽນ ໄດ້ອວຍພອນໃຫ້ບັນດາລູກຫຼານປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຢູ່ເຢັນເປັນສຸກ ແລະ ບໍ່ລືມປະເພນີແຈກອັງເປົາໃຫ້ທຸກຄົນ. ນາງ ນີປາວັນ ບຸດດີ, ອາຍຸ 24 ປີ, ປັດຈຸບັນພວມຮ່ຳຮຽນຢູ່ມະຫາວິທະຍາໄລເຕັກໂນໂລຊີ - ຂໍ້ມູນຂ່າວສານ ທ໊າຍງວຽນ, ຫຼານສາວລຸງ ຕ໊ວຽນ ກໍ່ກັບເມືອ ລາວ ເພື່ອຕ້ອນຮັບບຸນເຕັດພ້ອມກັບຄອບຄົວ.

ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 4(ນາງ ນີປາວັນ ບຸດດີ)

ໃນຂະນະດຽວກັນ, ຄົນທີ່ຢູ່ໃກ້ຄຽງກໍ່ມາອວຍພອນປີໃໝ່ພ້ອມທັງຄອບຄົວຢູ່ເຮືອນລຸງ ຕ໊ວຽນ. ມືຫີ້ວກະຕ່າຂອງຂວັນ ອວຍພອນກັນຢ່າງຟົດສະນັ່ນ ພ້ອມກັນອວຍພອນປີໃໝ່ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. ມາອວຍພອນປີໃໝ່ຢູ່ເຮືອນລຸງ ຕ໊ວຽນ, ລຸງ ສີໄວ ວົງຫາຈັກ ແບ່ງປັນວ່າ:

ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 5 (ລຸງ ສີໄວ ວົງຫາຈັກ, ມາອວຍພອນປີໃໝ່ຢູ່ເຮືອນລຸງ ຕ໊ວຽນ)
ຄອບຄົວຊາວ ຫວຽດນາມ ອາໄສຢູ່ ລາວ ຕ້ອນຮັບບຸນເຕັດ - ảnh 6 (ລຸງ ບຸຍກົງຕ໊ວຽນ ໄຕ້ທຽນເພື່ອບູຊາບັນພະບຸລຸດ)

ລູກຫຼານລຸ້ນຕ່າງໆສ່ວນຫລາຍລ້ວນແຕ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ລາວ, ການເຄື່ອນໄຫວນີ້ ກໍ່ປະກອບສ່ວນເຂົ້າໃນການສຶກສາໃຫ້ລູກຫຼານມີຄວາມເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບຮີດຄອງປະເພນີຂອງປະເທດຊາດ ຫວຽດນາມ ແລະ ຮັກສາເພື່ອປະຕິບັດຕາມ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ ລາວ ກໍ່ສົ່ງຄຳອວຍພອນບຸນເຕັດເຖິງປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ.

ເນື່ອງໃນໂອກາດບຸນເຕັດ, ຂ້າພະເຈົ້າຂໍອວຍພອນໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ຕ້ອນຮັບປີໃໝ່ປະຈຳຊາດຢ່າງມີຄວາມເບີກບານມ່ວນຊື່ນມີສຸຂະພາບແຂງແຮງ, ຈະເລີນຮັ່ງມີ, ມີຄວາມຜາສຸກຢູ່ດິນແດນແຫ່ງດອກຈຳປາ. ອວຍພອນໃຫ້ປະຊາຄົມຊາວ ຫວຽດນາມ ນັບມື້ນັບມີຄວາມສາມັກຄີ, ສະໜິດຕິດພັນ ແລະ ພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດລາວ ກໍ່ຄືນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ ແລະ ແມ່ນຂົວເຊື່ອມຕໍ່ລະຫວ່າງ 2 ຊາດ.

ໃນຊຸມວັນຕົ້ນປີ, ບໍ່ພຽງແຕ່ໃນປະຊາຄົມຊາວ ຫວຽດນາມ ເທົ່ານັ້ນ, ຄົນລາວທີ່ມີຄວາມສະໜິດສະໜົມກໍ່ໄດ້ໄປຢ້ຽມຢາມບັນດາຄອບຄົວຊາວ ຫວຽດນາມ ອາໄສຢູ່ລາວ ເພື່ອອວຍພອນບຸນເຕັດ. ຄຳວ່າ “ສະບາຍດີປີໃໝ່” ຂອງຄົນລາວ ກໍ່ຊ່ວຍໃຫ້ຊາວ ຫວຽດນາມ ອາໄສຢູ່ລາວ ຫລຸດຜ່ອນຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນໄດ້ສ່ວນໃດສ່ວນໜຶ່ງ ເມື່ອບຸນເຕັດວຽນມາ.

 

ຕອບກັບ