ຂ້າພະເຈົ້າຫລັ່ງນ້ຳຕາ ເມື່ອໄດ້ຟັງເພງກ່ຽວກັບປະທານ ໂຮ່ຈີມິນ

Chia sẻ
(VOVWORLD) -  ປະທານ ໂຮ່ຈີມິນ ຜູ້ນຳທີ່ມີຄວາມປີຊາສາມາດຂອງປະຊາຊົນ ຫວຽດນາມ ຮູບພາບຂອງເພິ່ນໄດ້ຝັງເລິກໃນໝູ່ປະຊາຊົນ ອີຢິບ ດ້ວຍນ້ຳໃຈຮັກແພງທີ່ສັດຊື່ບໍລິສຸດ ແລະ ຄວາມນິຍົມນັບຖືຢ່າງເລິກເຊິ່ງ. 

ອ້າຍ Mohamed Anees Sharara ເປັນຊາວ ອີຢິບ ຄົນໜຶ່ງ ທີ່ມີນ້ຳໃຈຮັກແພງພິເສດຕໍ່ປະທານ ໂຮ່ຈີມິນ. ບໍ່ພຽງແຕ່ຊອກປຶ້ມຂຽນກ່ຽວກັບປະທານ ໂຮ່ຈີມິນ, ຮຽນຮ້ອງເພງກ່ຽວກັບເພິ່ນເທົ່ານັ້ນ, ລາວຍັງປະພັນດົນຕີກ່ຽວກັບນະຄອນທີ່ໃສ່ຊື່ລຸງໂຮ່ ແລະ ຮຽນເອົາ ນິໄສທີ່ລຽບງ່າຍ, ສະຫງ່ຽມຄ່ຽມຄົມຈາກເພິ່ນອີກດ້ວຍ. ບົດຂຽນຂອງນັກຂ່າວ VOV.

ເຊິ່ງເປັນລັດຖະກອນທີ່ເຮັດວຽກນຳລັດ, ອ້າຍ Mohamed Anees Sharara, ຊາວ ອີຢິບ ພັດມີຄວາມເມົາມົວຫຼົງໄຫຼໃນດົນຕີ. ຍ້ອນເຫດນັ້ນ, ເຮືອນຂອງຄອບຄົວລາວຢູ່ຊານນະຄອນຫລວງ ກາຍໂຣ ຍາມໃດກໍ່ຟົດຟື້ນດ້ວຍສຽງ ກີຕາ, ເປັນຕົ້ນແມ່ນໃນຊຸມວັນທ້າຍອາທິດ. ບາງຄັ້ງບາງຄາວ 2 ຜົວເມຍອ້າຍ Mohamed ແລະ ເອື້ອຍ ກາເທືອງ ກໍ່ພ້ອມກັນຟັງ ແລະ ເສບດົນຕີທັນສະໄໝ ດ້ວຍສຽງດັງແຮງ ແລະ ມີຄວາມຟົດຟື້ນທີ່ສຸດ ແຕ່ບາງຄັ້ງຄາວເຂົາເຈົ້າກໍ່ຟັງດົນຕີທີ່ອ່ອນຊ້ອຍຂອງ ຫວຽດນາມ, ບົດເພງກ່ຽວກັບປະທານ ໂຮ່ຈີມິນ. ຟັງຫລາຍເທື່ອ ອ້າຍ Mohamed ກໍ່ຈື່ເນື້ອຮ້ອງໄດ້. ອ້າຍ Mohamed Anees Sharara ແບ່ງປັນວ່າ:

 “ປະທານ ໂຮ່ຈີມິນ ເປັນຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ. ພວກເພື່ອນຈົ່ງເຊື່ອຂ້າພະເຈົ້າ, ເມື່ອຮັບຟັງບົດເພງທີ່ພວກຫຼານນ້ອຍຮ້ອງ, ຂ້າພະເຈົ້າໄດ້ຫຼັ່ງນ້ຳຕາ

ຂ້າພະເຈົ້າຫລັ່ງນ້ຳຕາ ເມື່ອໄດ້ຟັງເພງກ່ຽວກັບປະທານ ໂຮ່ຈີມິນ - ảnh 1 ຄອບຄົວອ້າຍ Mohamed

ຍິ່ງຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ, ກ່ຽວກັບເສັ້ນທາງປະຕິວັດ ເຊິ່ງເພິ່ນເລືອກເຟັ້ນ ເພື່ອໃຫ້ ຫວຽດນາມ ຍາດໄດ້ເອກະລາດ, ປະຊາຊົນ ຫວຽດນາມ ມີຊີວິດການເປັນຢູ່ອີ່ມໜຳສຳລານ, ຢູ່ເຢັນເປັນສຸກຄືທຸກວັນນີ້ ຍິ່ງກະຕຸກຊຸກຍູ້ໃຫ້ອ້າຍ Mohamed ຢາກມາຢ້ຽມຢາມນະຄອນທີ່ໃສ່ຊື່ລຸງ ໂຮ່ ເພື່ອໄດ້ເຫັນປະຈັກຕາ ສິ່ງໃດທີ່ຕົນເອງໄດ້ຮັບຟັງ, ໄດ້ອ່ານ. ລາວຕົກສະເງີ້ຕໍ່ການພັດທະນາຢ່າງແຮງຂອງນະຄອນ ແລະ ໄດ້ປະພັນບົດເພງ “ຄ່ຳຄືນແຫ່ງນະຄອນ ໂຮ່ຈີມິນ”.

ພາຍຫລັງມາຢ້ຽມຢາມນະຄອນ ໂຮ່ຈີມິນ ແລ້ວ, ອ້າຍ Mohamed ຍິ່ງມີຄວາມເຄົາລົບນັບຖືປະທານ ໂຮ່ຈີມິນ ຢ່າງລົ້ນເຫຼືອ. ລາວໄດ້ຮຽນເອົາຫລາຍສິ່ງຫລາຍຢ່າງຈາກລຸງ.

        “ສິບປາກເວົ້າບໍ່ທໍ່ຕາເຫັນ ສິ່ງທຳອິດທີ່ດຶງດູດຂ້າພະເຈົ້າແມ່ນຮູບນອກຂອງປະທານ ໂຮ່ຈີມິນ, ເບິ່ງເພິ່ນເປັນຄົນລຽບງ່າຍ, ສະຫງ່ຽມຄ່ຽມຄົມ, ແຕ່ເພິ່ນແມ່ນນັກການເມືອງຍິ່ງໃຫຍ່. ປະທານ ໂຮ່ຈີມິນ ໄດ້ປະຕິບັດທຸກສິ່ງທຸກຢ່າງ ເພື່ອໃຫ້ປະເທດ ຫວຽດນາມ ມີສັນຕິພາບ. ແນວຄິດຂອງເພິ່ນແມ່ນໜັກແໜ້ນທີ່ສຸດ. ເພິ່ນເຮັດໃຫ້ຂ້າພະເຂົ້າ ຕ້ອງເບິ່ງຄືນຕົນເອງ. ຂ້າພະເຈົ້າຮຽນ ແລະ ປະຕິບັດຕາມປະທານ ໂຮ່ຈີມິນ ຫລາຍຢ່າງ ເປັນຕົ້ນແມ່ນແບບແຜນການດຳລົງຊີວິດ, ວິທີການເຮັດວຽກ.

        ເອືຶ້ອຍ ກາເທືອງ, ເມຍຂອງອ້າຍ Mohamed ແບ່ງປັນວ່າ: ອ້າຍ Mohamed ມີນ້ຳໃຈຮັກແພງ ແລະ ເຄົາລົບນັບຖືພິເສດຕໍ່ປະທານ ໂຮ່ຈີມິນ. ເພິ່ນເປັນແບບຢ່າງ ໃຫ້ອ້າຍ Mohamed ຮ່ຳຮຽນ ແລະ ປະຕິບັດຕາມ.

        “ຜ່ານການຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງປະທານ ໂຮ່ຈີມິນ ນັັ້ນ, ອ້າຍ Mohamed ຍັງມີຄວາມປາດຖະໜາວ່າ ຈະມີຊີວິດການເປັນຢູ່ແບບລຽບງ່າຍຄືກັບລຸງໂຮ່. ລາວມີຄວາມໃຝ່ຝັນວ່າ ເມື່ອພັກກິນເບ້ຍບຳນານແລ້ວ, ລາວຈະດຳລົງຊີວິດຢູ່ໃນເຮືອນນ້ອຍຫລັງໜຶ່ງ ທີ່ມີສວນຄົວຢູ່ເຂດບ້ານນາ ຫວຽດນາມ ມີຊີວິດແບບລຽບງ່າຍ ແລະ ສະຫງົບສຸກ ຄືກັນກັບລຸງໂຮ່ ເຄີຍດຳລົງຊີວິດ.

        ປະທານ ໂຮ່ຈີມິນ ໄດ້ລ່ວງລັບໄປແລ້ວ ແຕ່ບັນດາແນວຄິດ ແລະ ແບບຢ່າງຄຸນສົມບັດຂອງເພິ່ນ ຍາມໃດກໍ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງ ແລະ ແຂງແຮງ ບໍ່ພຽງແຕ່ສຳລັບໄວໜຸ່ມ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບເພື່ອນມິດຢູ່ 5 ທະວີບໃນໂລກອີກດ້ວຍ. ເພິ່ນໄດ້ອຸທິດຕະຫລອດຊີວິດ ເພື່ອໃຫ້ ຫວຽດນາມ ມີສັນຕິພາບ, ເອກະລາດ, ພັດທະນາ ແລະ ວັດທະນາຖາວອນ./.

ຕອບກັບ