​ການ Start up ທີ່ເກັບ​ໄດ້​ເງິນ​ຕື້​ຈາກ​ຮູບ​ແບບກ​ະ​ສິ​ກຳ​ສະ​ອາດ

Hong Phuong – Thu Hoa
Chia sẻ
(VOVWORLD) -ຈາກແຫຼ່ງນ້ຳເສດຂອງບັນດາໂຮງງານປຸງແຕ່ງສິນໃນນ້ຳ, ທ້າວ ຫງວຽນຫືວຮຸຍຮ່າວ ເກີດປີ 1995, ປັດຈຸບັນ ແມ່ນຫົວໜ້າສະໂມສອນ Start up ປ່ຽນແປງໃໝ່ປະດິດຄິດສ້າງນະຄອນ ເກິ່ນເທີ ໄດ້ຄົ້ນຄວ້າ ແລະ ບຳບັດໃຫ້ກາຍເປັນຜະລິດຕະພັນຂີ້ຕົ້ມຊີວະພາບ ທີ່ເປັນປະໂຫຍດໃຫ້ແກ່ຕົ້ນໄມ້. ແນວຄວາມຄິດດັ່ງກ່າວ ຍາດໄດ້ລາງວັນທີ 2 ຂອງການເສັງປະດິດຄິດສ້າງ Start up ຂອງ ນັກສຶກສາ ທົ່ວປະເທດ ປີ 2016, ແມ່ນໄມ້ຢັນ ຊ່ວຍໃຫ້ ຮຸຍຮ່າວ ຜັນຂະຫຍາຍຫຼາຍຮູບແບບກະສິກຳສະອາດທີ່ເປັນປະໂຫຍດ.

ພາຍຫຼັງຍາດໄດ້ລາງວັນທີ 2 ໃນຮອບຊິງຊະນະເລີດ ຂອງການເສັງ ແນວຄວາມຄິດປະດິດຄິດສ້າງ Start up “Start-up Student Ideas” ຄັ້ງທຳອິດປີ 2016 ຢູ່ ຮ່າໂນ້ຍ, ອ້າຍບ່າວ ຫງວຽນຫືວຮຸຍຮ່າວ ຢູ່ແຂວງ ກາເມົາ, ນັກສຶກສາມະຫາວິທະຍາໄລເກີ່ນເທີ ມີຄວາມເມົາມົວກັບການຄົ້ນຄວ້າບັນດາຜະລິດຕະພັນດິນສະອາດ ທີ່ໄດ້ບຳບັດຈາກຂີ້ຕົ້ມເສດ. ໂດຍມີພື້ນຖານຈາກວິວັດການຄົ້ນຄວ້າ, ຫງວຽນຫືວຮຸຍຮ່າວ ໄດ້ສ້າງຕັ້ງວິສາຫະກິດບຳບັດສິ່ງແວດລ້ອມ ແລະ ຜະລິດຕະພັນພາຍຫຼັງບຳບັດ ນັ້ນແມ່ນ ດິນສະອາດອົງຄະທາດ Nata.

​ການ Start up ທີ່ເກັບ​ໄດ້​ເງິນ​ຕື້​ຈາກ​ຮູບ​ແບບກ​ະ​ສິ​ກຳ​ສະ​ອາດ - ảnh 1ຫງວຽນຫືວຮຸຍຮ່າວ  Start up ກັບຜະລິດຕະພັນດິນສະອາດອົງຄະທາດ Nata (ພາບ: VOV)
ຈາກຜົນສຳເລັດຂອງດິນສະອາດອົງຄະທາດ Nata, ເດືອນ ມິຖຸນາ ປີ 2018, ຮຸຍຮ່າວ ໄດ້ເລີ່ມລົງທຶນເຂົ້າໃນຂົງເຂດກະສິກຳເຕັກໂນໂລຢິສູງ, ດຳເນີນການປູກໝາກແຕງຫອມອົງຄະທາດໃນເຮືອນຮົ່ມ. ໂດຍໄດ້ທົດລອງການປູກ ແລະ ຄົ້ນຄວ້າແນວພັນໝາກແຕງໃໝ່ຢູ່ເຂດດິນເຄັມກາເມົາ, ສະນັ້ນ ຮຸຍຮ່າວ ໄດ້ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ຮຸຍຮ່າວ ແບ່ງປັນວ່າ: ເມື່ອຂ້າພະເຈົ້າເວົ້າແນວຄວາມຄິດນີ້ອອກມາ, ສ່ວນຫຼາຍແມ່ນຖືວ່າ ຂ້າພະເຈົ້າຄິດເພີ້ຝັນ, ນັບທັງຜູ້ສະໜອງແນວພັນຕົ້ນໝາກແຕງຢູ່ ຍີ່ປຸ່ນ ກໍເວົ້າວ່າ ບໍ່ສາມາດປູກຕົ້ນໄມ້ຊະນິດນີ້ໄດ້. ແຕ່ເຖິງຢ່າງໃດກໍຕາມ, ຮວ່າ ຍັງຕັດສິນໃຈເຮັດ ແລະ ໄດ້ຮັບການລະດົມກຳລັງໃຈຈາກຄອບຄົວ.

“ຂ້າພະເຈົ້າ ພ້ອມກັບພໍ່ຂອງຕົນ ເລີ່ມລົງມືຄົ້ນຄວ້າ, ໃນໄລຍະທຳອິດກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຂ້າພະເຈົ້າໄດ້ປູກທົດລອງ 6 7 ກວ່າພັນຕົ້ນ ແຕ່ມີພຽງແຕ່ 2 3 ຮ້ອຍຕົ້ນແມ່ນບໍ່ຕາຍ. ເມື່ອທົດລອງແລ້ວ ກໍນຳໄປປູກ ແລະ ຖອດຖອນໄດ້ບົດຮຽນຫຼາຍຢ່າງກ່ຽວກັບຂັ້ນຕອນການປູກສະເພາະສຳລັບເຂດດິນ ກາເມົາ ແລະ ສະເພາະຂອງພາກໃຕ້ ຫວຽດນາມ. ຜົນສຳເລັດຂອງໄລຍະທີ 1 ແມ່ນໝາກແຕງຫອມ”.

ດ້ວຍຜົນສຳເລັດດັ່ງກ່າວ, ຮຸຍຮ່າວ ໄດ້ສ້າງຕັ້ງບໍລິສັດນິຄົມກະເສດເຕັກໂນໂລຢີສູງ ກາເມົາ Farm. ໄລ່ມາຮອດຈຸດເວລານີ້, ບໍລິສັດຂອງ ຮຸຍຮ່າວ ມີສວນປູກໝາກແຕງຫອມ 40 ແຫ່ງຢູ່ບັນດາແຂວງຈາກ ກາເມົາ ຮອດນະຄອນ ເກີ່ນເທີ, ແຕ່ລະແຫ່ງມີເນື້ອທີກວ້າງປະມານ 500 ຕາແມັດ. ສະເລ່ຍແຕ່ລະເດືອນ, ບໍລິສັດໄດ້ເກັບກ່ຽວໝາກແຕງຫອມໄດ້ແຕ່ 10 – 12 ໂຕນ ແລະ ຈຳໜ່າຍໃຫ້ລະບົບຮ້ານສັບພະສິນຄ້າລາຍໃຫຍ່ຄື Coop, Go ແລະ ສົ່ງອອກໄປຍັງຕ່າງປະເທດ, ສ່ວນຫຼາຍແມ່ນສົ່ງໄປຍັງ ຍີ່ປຸ່ນ, ນຳມາເຊິ່ງລາຍຮັບກວ່າ 2 ຕື້ດົ່ງຕໍ່ປີ. ບໍ່ພຽງແຕ່ເທົ່ານັ້ນ, ຮຸຍຮ່າວ ກໍແມ່ນຜູ້ນຳໜ້າໃນການນຳແນວພັນຕົ້ນສະຕໍເບີຣີ ມາປູກຢູ່ ກາເມົາ ໄດ້ຢ່າງສຳເລັດຜົນອີກດ້ວຍ.

​ການ Start up ທີ່ເກັບ​ໄດ້​ເງິນ​ຕື້​ຈາກ​ຮູບ​ແບບກ​ະ​ສິ​ກຳ​ສະ​ອາດ - ảnh 2ສວນ ສະຕໍເບີຣີ ຂອງ ຮຸຍຮ່າວ (ພາບ: VOV)
ຮູບແບບ startup ດັ່ງກ່າວຂອງ ຮຸຍຮ່າວ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍຄົນໃນທ້ອງຖິ່ນ ກໍຄືຜູ້ເຮັດວຽກເສີມ ດ້ວຍລາຍຮັບສະເລ່ຍ ແຕ່ 5 – 8 ລ້ານດົ່ງຕໍ່ຄົນຕໍ່ເດືອນ. ເພື່ອນ ຮົ່ງຮວ່າງຫ໋າວ, ນັກສຶກສາປີທີ 3, ມະຫາວິທະຍາໄລ ເກີ່ນເທີ ປັດຈຸບັນພວມເຮັດວຽກຢູ່ສວນປູກໝາກແຕງຫອມ ໃຫ້ຮູ້ວ່າ:

“ຜ່ານໄລຍະເຮັດວຽກພ້ອມກັບຜູ້ອຳນວຍການ, ຂ້າພະເຈົ້າເຫັນວ່າ ວຽກງານນີ້ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຕົນເອງ. ທີໜຶ່ງແມ່ນ ຊ່ວຍໃຫ້ຂ້າພະເຈົ້າພັດທະນາຄວາມຮູ້ກ່ຽວກັບວຽກງານໄດ້ຫຼາຍຢ່າງ. ທີສອງແມ່ນ ຊ່ວຍໃຫ້ຂ້າພະເຈົ້າມີຫົວຄິດປະດິດສ້າງ ແລະ ມີໂອກາດໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນມາ. ທີສາມແມ່ນຊ່ວຍມີລາຍຮັບເພີ່ມເຕີມເພື່ອໜູນຊ່ວຍການຮຽນ ແລະ ລໍ່ລ້ຽງຄວາມຝັນຂອງຕົນ”.

ອ້າຍ ເຈິ່ນຫວຽດຕວ໊ນ, ຮອງປະທານສະຫະພັນຊາວໜຸ່ມນະຄອນ ເກີ່ນເທີ ໃຫ້ຮູ້ວ່າ: ຮຸຍຮ່າວ ໄດ້ເຕີບໃຫຍ່ຈາກການເສັງນັກສຶກສາ startup ຂັ້ນສູງກາງ. ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸໄດ້ຜົນສຳເລັດ ຂອງ ຮຸຍຮ່າວ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ເລືອກຕັ້ງໃຫ້ເປັນຫົວໜ້າສະໂມສອນ startup ປ່ຽນແປງໃໝ່ປະດິດຄິດສ້າງ ນະຄອນ ເກີ່ນເທີ. ອ້າຍ ເຈິ່ນຫວຽດຕ໊ວນ ໃຫ້ຮູ້ຕື່ມອີກວ່າ:

“ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນ ກໍຄື ການນຳນະຄອນ ຈະສືບຕໍ່ພົບປະແລກປ່ຽນ, ໂອ້ລົມສົນທະນາເພື່ອໃຫ້ການໜູນຊ່ວຍໄດ້ຫຼາຍກວ່າອີກໃຫ້ແກ່ຊາວໜຸ່ມນະຄອນໃນຂົງເຂດ startup; ກໍຄື ຈັດຕັ້ງການໂອ້ລົມຕ່າງໆ ເພື່ອໃຫ້ຜູ້ທີ່ປະສົບຜົນສຳເລັດຄື  ຮ່າວ ແບ່ງປັນປະສົບການຂອງຕົນ. ໃນປີ 2021, ພວກຂ້າພະເຈົ້າກໍຈະໜູນຊ່ວຍ ຮ່າວ ລົງທະບຽນຜະລິດຕະພັນ OCOP ຂອງນະຄອນ.”

ອາຍຸຫາກໍ 26 ປີ ເທົ່ານັ້ນ, ແຕ່ປັດຈຸບັນ ຫງວຽນຫືວຮຸຍຮ່າວ ພວມເປັນເຈົ້າຂອງວິສາຫະກິດ 4 ແຫ່ງ ຄື ບໍລິສັດ ບຳບັດສິ່ງແວດລ້ອມ ຫງວຽນເຈິ່ນ ຈຳກັດ ເຊິ່ງສະເພາະບຳບັດຂີ້ຕົ້ມເສດໃຫ້ແກ່ບັນດາໂຮງຈັກໂຮງງານຜະລິດກຸ້ງ ຢູ່ ກາເມົາ; ບໍລິສັດ ຈັດຕັ້ງເຫດການ ຕາມຮົ່ງ ຈຳກັດ; ບໍລິສັດດິນສະອາດອົງຄະທາດ NaTa ແລະ ນິຄົມກະເສດເຕັກໂນໂລຢີສູງ ກາເມົາ Farm. ຮຸຍຮ່າວ ແມ່ນໜຶ່ງໃນຈຳນວນແບບຢາງດີເດັ່ນ 56 ຄົນ ໄດ້ຮັບລາງວັນ ເລືອງດິ່ງກົ໋ວ ປີ 2020 ແລະ ໄດ້ຮັບໃບຍ້ອງຍໍຈາກຂັ້ນຕ່າງໆແຕ່ນະຄອນຈົນຮອດຂັ້ນສູນກາງ. ກ່ຽວກັບໄລຍະທາງຂ້າງໜ້າ, ອ້າຍບ່າວຄົນນີ້ແບ່ງປັນວ່າ:

“ພວກຂ້າພະເຈົ້າ ຈະສືບຕໍ່ເປີດກວ້າງນິຄົມກະເສດ, ບໍ່ພຽງແຕ່ຢູ່ ກາເມົາ ເທົ່ານັ້ນ ຫາກຈະຂະຫຍາຍໄປບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອີກດ້ວຍ ເພື່ອນຳຜະລິດຕະພັນທີ່ມີມູນຄ່າສູງໃນຮ້ານສັບພະສິນຄ້າ ກາຍເປັນຜະລິດຕະພັນທົ່ວໄປ ຜູ້ໃດກໍສາມາດຊື້ໄດ້. ໃນຖານະເປັນຫົວໜ້າສະໂມສອນ startup ຂອງນະຄອນ, ຂ້າພະເຈົ້າຂໍຝາກເຖິງບັນດາເພື່ອນໜຸ່ມ startup ວ່າ: ການ startup ເໝືອນດັ່ງການສູ້ຮົບ ເຊິ່ງພວກເຮົາບໍ່ຮູ້ວ່າມື້ອື່ນຈະເປັນຄືແນວໃດ? ສະນັ້ນ, ເຮົາຮູ້ແຕ່ວ່າ ເຮົາຕ້ອງພະຍາຍາມເຮັດວຽກໃນມື້ນີ້ໃຫ້ດີທີ່ສຸດ, ຍາມໃດກໍຮັບເອົາບັນດາຄຳເຫັນປະກອບຂອງຄົນອື່ນ ເພື່ອດັດປັບມື້ລະເລັກລະນ້ອຍໃຫ້ສົມບູນແບບ, ກະກຽມອາວຸດທາງກາຍທາງໃຈ, ທາງປັນຍາ ແລະ ແຫຼ່ງກຳລັງເພື່ອເຂົ້າຮ່ວມການສູ້ຮົບໃຫ້ເປັນຢ່າງດີທີ່ສຸດ”.

ຜົນສຳເລັດຂອງອ້າຍບ່າວໜຸ່ມ ນີ້ ໄດ້ມາຈາກຄວາມຕັດສິນໃຈບໍ່ເຄີຍທໍ້ຖອຍໃຈ ແລະ ຮຸຍຮ່າວ ຈະອຸທິດສ່ວນຫຼາຍກວ່າອີກ ຄືດັ່ງທິດນຳທີ່ ລາວໄດ້ວາງອອກ: “ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນ ແລະ ອຸທິດສ່ວນໃຫ້ແກ່ວົງຄະນະຍາດ ແມ່ນຄວາມໄຝ່ຝັນ ທີ່ ລາວ ກ້າວເດີນປະຕິບັດຕະຫຼອດມາ”./.

 

ຕອບກັບ