VOV ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກໃນເດືອນ "ຊາວໜຸ່ມ"

Chia sẻ
(VOVWORLD) -ໂດຍຕອບສະໜອງເດືອນຊາວໜຸ່ມດ້ວຍຫົວຂໍ້ວ່າ “ຊາວໜຸ່ມອາສາສະໝັກເພື່ອປະຊາຄົມ”, ໃນເດືອນ ມີນາ ນີ້, ຄະນະຊາວໜຸ່ມວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດບັນດາການເຄື່ອນໄຫວແທດຈິງ, ເໝາະສົມກັບສະພາບຕົວຈິງຂອງແຕ່ລະຫົວໜ່ວຍ.
VOV ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກໃນເດືອນ "ຊາວໜຸ່ມ" - ảnh 1 (ນັກຂ່າວ, ບັນນາທິການຂອງ VOV ຕອບສະໜອງຂະບວນການບໍລິຈາກເລືອດມະນຸດສະທຳ)

ໃນຊຸມວັນນີ້, ຢູ່ທົ່ວທຸກແຫ່ງຫົນໃນທົ່ວປະເທດ, ມີສະມາຊິກຊາວໜຸ່ມຂອງ VOV ກວ່າ 1.200 ຄົນ ພວມຜັນຂະຫຍາຍການປະຕິບັດບັນດາກິດຈະກຳໄວໜຸ່ມ, ນຳເອົາບັນດາຂອງຂວັນໄປມອບໃຫ້ເດັກທີ່ທຸກຍາກຢູ່ເຂດຫ່າງໄກຊອກຫຼີກ, ເຂດພູດອຍ. ເສື້ອສີຟ້າທີ່ປຽກເຫື່ອຂອງບັນດາສະມາຊິກຊາວໜຸ່ມຂອງ VOV ໄດ້ປະກົດຕົວຢູ່ທົ່ວທຸກແຫ່ງຫົນ. ໜັງສືພິມເອເລັກໂຕນິກ (vov.vn) ໄດ້ນຳຂອງຂວັນນັບຮ້ອຍພູດ, ໂສ້ງເສື້ອເພື່ອໄປມອບໃຫ້ເດັກນ້ອຍຢູ່ເຂດພູສູງໄຕບັກ (ໝາຍເຖິງເຂດທີ່ຢູ່ທິດຕາເວັນຕົກສ່ຽງເໜືອຫວຽດນາມ); ສະມາຊິກຊາວໜຸ່ມຢູ່ບັນດາອົງການປະຈຳນະຄອນໂຮ່ຈິມິນ, ເຂດພາກກາງ, ເຂດ ໄຕງວຽນ ຫຼື ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍ່ມີບັນດາການເຄື່ອນໄຫວແທດຈິງ, ຕອບບຸນແທນຄຸນບັນດາແມ່ຫວຽດນາມ ວິລະຊົນ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ບັນດາການລົງຕົວຈິງຢູ່ເຂດທີ່ມີເດັກນ້ອຍທຸກຍາກ, ເຂດຫ່າງໄກ່ຊອກຫຼີກເຊິ່ງບັນດາຫົວໜ່ວຍຂອງ VOV ຈັດຕັ້ງ ໄດ້ຊ່ວຍໃຫ້ບັນດານັກຂ່າວ, ບັນນາທິການມີພຶດຕິກຳຕົວຈິງ ແລະ ກຳລັງໜູນຕື່ມອີກເພື່ອສູ້ຊົນໃນການປະຕິບັດວຽກງານ ແລະ ການເຄື່ອນໄຫວເປັນຂະບວນການ. ເພື່ອນ ເລເຟືອງທ໋າວ, ນັກຂ່າວຫ້ອງການສາທາລະສະສຸກ, ສັງກັດພະແນກວັດທະນະທຳ - ສັງຄົມ (VOV2,) ວິທະຍຸກະຈາຍສຽງຫວຽດນາມ, ແບ່ງປັນວ່າ.

        “ເມື່ອເຂົ້າຮ່ວມບັນດາການລົງຕົວຈິງນັ້ນ, ຂ້າພະເຈົ້າໄດ້ຊອກຮູ້ແຫ່ງທີ່ຕົນໄດ້ໄປຮອດໄປເຖິງ, ບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບສະຖານທີ່ເທົ່ານັ້ນ, ຫາກຂ້າພະເຈົ້າຍັງຮູ້ຈັກເຖິງການດຳລົງຊີວິດ ແລະ ຮີດຄອງປະເພນີຂອງປະຊາຊົນຢູ່ແຫ່ງນັ້ນວ່າເປັນຄືແນວໃດ. ຂ້າພະເຈົ້າໄດ້ເກັບກຳຄວາມຮູ້ຕື່ມອີກ, ນັບມື້ນັບເປີດກວ້າງກວ່າກ່ຽວກັບສິ່ງທີ່ຕົນເອງຍັງບໍ່ທັນຮູ້”.

        ໂດຍຮັບຮູ້ໄດ້ບົດບາດ, ຄວາມຮັບຜິດຊອບຂອງໄວໜຸ່ມໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສະມາຊິກຊາວໜຸ່ມຂອງ VOV ພວມມານະພະຍາຍາມ, ໄປຊອກຮູ້ໃນແຕ່ລະວັນ ເພື່ອຖ່າຍທອດຂໍ້ມູນໃນທຸກດ້ານຂອງການດຳລົງຊີວິດໄດ້ຢ່າງທັນການຢູ່ບັນດາຊ່ອງຈະຈາຍສຽງ, ໂທລະພາບ, ສືສິ່ງພິມ ແລະ ສື່ເອເລັກໂຕນິກ. ບໍ່ພຽງແຕ່ເຮັດວຽກງານວິຊາສະເພາະເປັນຢ່າງດີເທົ່ານັ້ນ, ບັນດາສະມາຊິກຊາວໜຸ່ມຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາສຳນັກງານ ແລະ ບ່ອນຢູ່ອາໄສອີກດ້ວຍ. ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໂດຍ VOV ຈັດຕັ້ງໄດ້ປະຕິບັດເປັນເວລາ 10 ປີມານີ້, ອັນໄດ້ດຶງດູດສະມາຊິກຊາວໜຸ່ມນັບຮ້ອຍຄົນເຂົ້າຮ່ວມ. ນັກຂ່າວ, ບັນນາທິການຂອງ VOV ແຕ່ລະຄົນ ລ້ວນແຕ່ແມ່ນນັກໂຄສະນາຢ່າງຕັ້ງໜ້າຜ່ານຄື້ນວິທະຍຸກະຈາຍສຽງແຫ່ງຊາດ, ພ້ອມກັນນັ້ນກໍ່ແມ່ນບັນດາຜູ້ຕອບສະໜອງຂະບວນການບໍລິຈາກເລືອດມະນຸດສະທຳ ດ້ວຍຈິດໃຈທີ່ວ່າ “ເລືອດແຕ່ລະຢາດທີ່ບໍລິຈາກ, ສາມາດກອບກູ້ເອົາຊີວິດຄົນເຈັບ”. ຜ່ານບັນດາການເຄື່ອນໄຫວອາສາສະໝັກ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ກຳລັງແຮງໃນການປະດິດຄິດສ້າງ ເພື່ອປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ພ້ອມທັງມີກາລະໂອກາດຝຶກຝົນຫຼໍ່ຫຼອມ ແລະ ການເຕີບໃຫຍ່ຈາກພຶດຕິກຳຕົວຈິງ. ທ່ານ ຟ້າມຢຸຍຮືງ, ຮອງເລຂາຜູ້ຮັບຜິດຊອບສະເພາະຄະນະພັກ VOV, ໃຫ້ຮູ້ວ່າ.

        “ກຳລັງສະມາຊິກຊາວໜຸ່ມຂອງ VOV ແມ່ນມີກວ່າ 1.200 ຄົນ. ນີ້ແມ່ນກຳລັງຫຼັກແຫຼ່ງຂອງທັງວຽກງານວິຊາສະເພາະ ແລະ ການເຄື່ອນໄຫວຂະບວນການ. ຄະນະພັກ ແລະ ການນຳ VOV ມີຄວາມເອົາໃຈໃສ່ທີ່ສຸດ, ສ້າງເງື່ອນໄຂ ແລະ ລະດົມກຳລັງໃຈໃຫ້ພວກເພື່ອນໜຸ່ມປະຕິບັດບັນດາການເຄື່ອນໄຫວຄືແນວນັ້ນ”.

        ເພື່ອໃຫ້ວຽກງານອາສາສະໝັກບັນລຸໄດ້ຜົນງານສູງກວ່າ, ຄະນະຊາວໜຸ່ມ VOV ໄດ້ສົມທົບກັບ ຄະນະຊາວໜຸ່ມສຳນັກຂ່າວສານຫວຽດນາມ ລົງນາມໃນສັນຍາສົມທົບກັນຈັດຕັ້ງລາຍການອາສາສະໝັກ “ຄວາມໄຝ່ຝັນຂອງນ້ອງ” ດ້ວຍບັນດາການເຄື່ອນໄຫວແທດຈິງ, ເອົາໃຈໃສ່ເບິ່ງແຍງເດັກທຸກຍາກຢູ່ເຂດພູສູງ, ຊ່ວຍໃຫ້ພວກນ້ອງມີເງື່ອນໄຂບືນຕົວຂຶ້ນ ໃນການຮໍ່າຮຽນ ແລະ ການດຳລົງຊີວິດ. ອ້າຍ ເລມິງດຶກ, ເລຂາຄະນະຊາວໜຸ່ມສຳນັກຂ່າວສານຫວຽດນາມ, ໃຫ້ຮູ້ວ່າ.

        “ເລຂາຄະນະຊາວໜຸ່ມ 2 ຫົວໜ່ວຍໄດ້ປຶກສາຫາລືນຳກັນກ່ຽວກັບລາຍການເຄື່ອນໄຫວອາສາສະໝັກທີ່ມີຄວາມໝາຍທີ່ສຸດ ແລະ ສາມາດປະຕິບັດໄດ້. ໃນປີ 2019, 2 ຫົວໜ່ວຍຈະພ້ອມກັນປະຕິບັດລາຍການມຸ່ງໄປສູ່ເດັກເຍົາວະຊົນຢູ່ເຂດພູສູງທີ່ປະສົບກັບຄວາມຫຍຸ້ງຍາກ. ລະອຽດແມ່ນ, ຈະໜູນຊ່ວຍພວກນ້ອງມີເງື່ອນໄຂໃນການຮ່ຳຮຽນ. ອາດຈະກໍ່ສ້າງໂຮງຮຽນ, ກໍ່ສ້າງຫໍສະໝຸດ ໂດຍອີງໃສ່ສະພາບຕົວຈິງ ແລະ ການລະດົມແຫຼ່ງກຳລັງຂອງ 2 ຫົວໜ່ວຍ”.

        ດ້ວຍການສະໜັບສະໜູນຈາກບັນດາວິສາຫະກິດ ແລະ ການປະກອບສ່ວນຂອງພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ໃນເດືອນ ມີນາ ນີ້, ພະແນກຂ່າວສະຖານະການການເມືອງ (VOV1) ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຮງຮຽນອະນຸບານ ອຽນເຄືອງ, ຢູ່ເມືອງ ລາງແຈ໊ງ, ແຂວງ ແທັງຮ໊ວາ ດ້ວຍຈຳນວນເງິນລົງທຶນກໍ່ສ້າງທັງໝົດເກືອບ 1 ຕື້ດົ່ງ ແລະ ກະກຽມການກໍ່ສ້າງໂຮງຮຽນແຫ່ງອື່ນຢູ່ແຂວງ ຕວຽນກວາງ ດ້ວຍມູນຄ່າການກໍ່ສ້າງກວ່າ 500 ລ້ານດົ່ງ. ພາຍຫຼັງກໍ່ສ້າງສຳເລັດ, ບັນດາໂຮງຮຽນດັ່ງກ່າວ ຈະປະກອບສ່ວນຊ່ວຍໃຫ້ຄູອາຈານ ແລະ ພວກນ້ອງນັກຮຽນມີເງື່ອນໄຂສິດສອນ, ຮ່ຳຮຽນໃຫ້ເປັນຢ່າງດີກວ່າ.

ຕອບກັບ