Chocolate: ການເລີ່ມຕົ້ນທຸລະກິດເງິນລ້ານຂອງວິສາຫະກິດ

Hue + Tu
Chia sẻ
(VOVWORLD) -Chocolate Marou ໄດ້ກາຍເປັນເລື່ອງລາວສ້າງແຫຼ່ງບັນດານໃຈ ເມື່ອເວົ້າເຖິງຈິດໃຈເລີ່ມຕົ້ນທຸລະກິດ ແລະ ເຈດຈຳນົງບືນຕົວຂຶ້ນສ້າງຄວາມຮັ່ງມີ. ນີ້ແມ່ນເຄື່ອງໝາຍການຄ້າ Chocolate ທຳອິດ (Made in Vietnam) ທີ່ມີຊື່ໃນແຜນທີ່ບັນດາຜະລິດຕະພັນເຂົ້າໜົມ Chocolate ແຊບທີ່ສຸດໃນໂລກ.
Chocolate: ການເລີ່ມຕົ້ນທຸລະກິດເງິນລ້ານຂອງວິສາຫະກິດ - ảnh 1 Chocolate Marou ແມ່ນກຳມະສິດຂອງອ້າຍ Samuel Maruta ແລະ ອ້າຍ Vincent Mourou

Chocolate Marou ແມ່ນກຳມະສິດຂອງອ້າຍ Samuel Maruta ແລະ ອ້າຍ Vincent Mourou ໄດ້ຮ່ວມກັນປະດິດຂຶ້ນມາ ດ້ວຍເຄື່ອງໝາຍການຄ້າທຳອິດທີ່ມີຊື່ວ່າ Marou Faiseurs de chocolat. ອ້າຍ  Samuel Maruta ແບ່ງປັນວ່າ:

“ທຸກສິ່ງທຸກຢ່າງໄດ້ເລີ່ມຕົ້ນມາແຕ່ປີ 2011. ຄາວນັ້ນ ຂ້າພະເຈົ້າ ແລະ Vincent ມີໂອກາດໄປຊອກຫາຕົ້ນກາກາວ ຢູ່ເຂດບ້ານນາ ຫວຽດນາມ . ພວກຂ້າພະເຈົ້າໄດ້ພົບກັບຜູ້ປູກຕົ້ນກາກາວຢູ່ນັ້ນ. ຫລັງຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຕັດສິນເຮັດທົດລອງ Chocolate. ໃນຊ່ວງເວລານັ້ນ, ພວກຂ້າພະເຈົ້າຍັງບໍ່ທັນມີປະສົບການເຮັດ Chocolate ເທື່ອ ນັ້ນແມ່ນຄວາມຕັດສິນໃຈແບບໂສສ່ຽງ.”

ຍ້ອນຄວາມມັກໃຫຍ່ໃຝ່ສູງຂອງ Samuel Maruta ແລະ Vincent Mourou ໄດ້ປະດິດແຕ່ງ Chocolate bean-to-bar ຊະນິດທຳອິດຢູ່ ຫວຽດນາມ ແລະ ພາຍຫລັງສ້າງຕັ້ງບໍລິສັດມາເປັນເວລາ 4 ປີ, ເຂົາເຈົ້າໄດ້ເຮັດໃຫ້ທົ່ວໂລກມີຄວາມປະເອີບໃຈ ດ້ວຍບັນດາແທ່ງ Chocolate ທີ່ມີຄຸນນະພາບສູງ, ເມື່ອທຽບໃສ່ກັບບັນດາຍີ່ຫໍ້ທີ່ມີຊື່ສຽງຂອງ ເອີຣົບ, ໄດ້ເອົາ ຫວຽດນາມ ເຂົ້າໄປຢູ່ໃນແຜນທີ່ Chocolate ໂລກ. ອ້າຍ Samuel Maruta ຫວນຄືນວ່າ:

ນັບແຕ່ໄລຍະທຳອິດ, ພວກຂ້າພະເຈົ້າບໍ່ຮູ້ວ່າ ກາກາວ ຫວຽດນາມ ມີຄຸນນະພາບດີ. ຂອບຂະໜາດຜະລິດກາກາວຂອງ ຫວຽດນາມ ກໍ່ນ້ອຍທີ່ສຸດ. ຫລັງຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ ກາກາວ ຫວຽດນາມ ໜ້ອຍແຕ່ມີຄຸນນະພາບດີທີ່ສຸດ.”

ມາຮອດປັດຈຸບັນ, Marou Faiseurs de Chocolat ໄດ້ກາຍເປັນໜຶ່ງໃນບັນດາວິສາຫະກິດຜະລິດ Chocolate “bean to bar” ແຫ່ງທຳອິດຢູ່ ອາຊີ ແລະກໍ່ແມ່ນໜຶ່ງໃນຈຳນວນໜ້ອຍວິສາຫະກິດໃນໂລກຜະລິດ Chocolate ແທ້ 100%ຢູ່ທ້ອງຖິ່ນປູກກາກາວເລີຍ. ປັດຈຸບັນ, ແຫຼ່ງວັດຖຸດິບຂອງບໍລິສັດນັບມື້ນັບໄດ້ເປີດກ້ວາງຢູ່ຫລາຍແຂວງ, ນະຄອນຂອງ ຫວຽດນາມ. ອ້າຍ Vincent Mourou, ແມ່ນໜຶ່ງໃນສອງຄົນທີ່ຮ່ວມກັນກໍ່ຕັ້ງສ້າງບໍລິສັດ, ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າກໍ່ຢາກເຮັດສິ່ງທີ່ແຕກຕ່າງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຜະລິດກາກາວຢູ່ບ່ອນປູກເລີຍແມ່ນທ່າໄດ້ປຽບ ຍ້ອນວ່າ ພວກຂ້າພະເຈົ້າຢູ່ໃກ້ກັບບ່ອນປູກ. ຕາມປົກກະຕິ, ຮູບການຜະລິດໄດ້ດຳເນີນກົງກັນຂ້າມ. ໝາຍຄວາມວ່າ ກາກາວຖືກສົ່ງໄປເຮັດ Chocolate ຢູ່ບ່ອນທີ່ມີອາກາດໜາວກ່ວາ. ດ້ວຍເຕັກໂນໂລຊີທັນສະໄໝ, ພວກເຮົາສາມາດເຮັດ Chocolate ຢູ່ທີ່ນີ້ໄດ້ຢ່າງງ່າຍດາຍ, ເຖິງວ່າຕ້ອງມີຄວາມລະມັດລະວັງຕໍ່ການເຄື່ອນຍ້າຍໄປມາກໍ່ຕາມ.

Chocolate: ການເລີ່ມຕົ້ນທຸລະກິດເງິນລ້ານຂອງວິສາຫະກິດ - ảnh 2ຮ້ານ Chocolate Marou

ເມື່ອເລົ່າຄືນກ່ຽວກັບເສັ້ນທາງແຫ່ງການເລີ່ມຕົ້ນທຸລະກິດຂອງ Marou, ອ້າຍ Vincent Mourou ແບ່ງປັນວ່າ: ແທນທີ່ໃຫ້ຄວາມ “ເບື່ອໜ່າຍ” ນັ້ນແມ່ນເຮັດກ້ອນ Chocolate ອຸດສາຫະກຳໃຫ້ກາຍເປັນກ້ອນເຂົ້າໜົມເຫລື້ອມຍິບຍັບບາດຕາບາດໃຈ, ແຕ່ບໍລິສັດຂອງລາວພັດຢາກຊອກໄດ້ຄຸນຄ່າແກ່ນສານທີ່ມີຢູ່ແລ້ວຂອງ Chocolate. ວິທີໜຶ່ງດຽວເພື່ອເຮັດໄດ້ສິ່ງນັ້ນ ແມ່ນເລີ່ມມາຈາກແຫຼ່ງວັດຖຸດິບ. ອ້າຍ Vincent Mourou ເຜີຍໃຫ້ຮູ້ວ່າ:

ວັດຖຸດິບມີພຽງແຕ່ 2 ຊະນິດແມ່ນ ກາກາວ ແລະ ນ້ຳຕານເທົ່ານັ້ນ, ງ່າຍດາຍທີ່ສຸດ ແລະ ພວກຂ້າພະເຈົ້າຢາກຮັກສາຄວາມງ່າຍດາຍນີ້ ດ້ວຍຄວາມນຶກຄິດທີ່ວ່າ Chocolate ບໍ່ຄວນໃສ່ລົດຫອມຕື່ມ ເປັນຕົ້ນແມ່ນວານີລາ. ພວກຂ້າພະເຈົ້າຮັກສາໃຫ້ມັນດີຕໍ່ສຸຂະພາບ, ງ່າຍດາຍ ແລະ ສຳຄັນແມ່ນລົດຊາດທີ່ເປັນເອກະລັກສະເພາະ.

ເມື່ອເລີ່ມຕົ້ນປະຕິບັດ, Marou ໄດ້ພົບຄວາມຫຍຸງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ ກ່ຽວກັບທີ່ຕັ້ງພູມສາດ, ແຮງງານ ແລະ ເຕັກນິກ, ລະດັບສີມືແຮງງານຂອງຊາວກະສິກອນ ຍ້ອນຄວາມມຸ່ງຫວັງຢາກໃຫ້ການຜະລິດກາກາວບັນລຸຄຸນນະພາບສູງສຸດ.

ຜ່ານການຄົ້ນຄວ້າ ແລະ ກຳນົດການຫລຸດຜ່ອນບົດບາດເປັນກາງຂອງສູນເກັບຊື້ກາກາວ, Marou ໄດ້ຈັດຕັ້ງຂັ້ນຕອນເອງ, ນັບແຕ່ຊອກຫາສົ້ນເຂົ້າ, ຄວບຄຸມແຫຼ່ງສິນຄ້າຕະຫລອດຮອດກາກາວສຳເລັດຮູບອອກມາເປັນແຕ່ລະເມັດ ເພື່ອຮັບປະກັນໃຫ້ແຫຼ່ງທີ່ມາມີຄຸນນະພາບດີທີ່ສຸດ. ຜະລິດຕະພັນສົ້ນອອກແມ່ນແຫຼ່ງ Chocolate ອາດເວົ້າໄດ້ວ່າແຊບທີ່ສຸດ.

ຕະຫລາດພາຍໃນປະເທດ ແລະ ສາກົນໄດ້ຮອງຮັບການປະກົດຕົວຂອງ Chocolate Marou ຫວຽດນາມ ຢ່າງຟົດຟື້ນຄຶກຄັກຄື: ຝຣັ່ງ, ອາເມລິກາ, ການາດາ, ອົດສະຕາລີ, ຍີ່ປຸ່ນ…ໄລ່ແຕ່ປີ 2011, ເມື່ອ Marou ໄດ້ແນະນຳ Chocolate  ແທ່ງທຳອິດ ອອກສູ່ຕະຫລາດມາຮອດປັດຈຸບັນ, ລາຍຮັບຂອງ Marou ມີການເຕີບໂຕຢ່າງບໍ່ຢຸດຢັ້ງ. ຈາກຜົນສຳເລັດນີ້,  Marou ມີຄວາມປາດຖະໜາວ່າ ຈະສືບຕໍ່ຜະລິດ Chocolate ຂອງ ຫວຽດນາມ ໃນອະນາຄົດ. ອ້າຍ Vincent Mourou ໃຫ້ຮູ້ວ່າ:

ຂ້າພະເຈົ້າບໍ່ໄດ້ກິນແໜງ ເມື່ອຫັນປ່ຽນມາຜະລິດ Chocolate ຢູ່ ຫວຽດນາມ. ຂ້າພະເຈົ້າ ແລະ Sam ໄດ້ມີໂອກາດປະຕິບັດແນວຄວາມຄິດທີ່ເປັນໜ້າຈັບໃຈຂອງຕົນເອງ ແລະ ມາຮອດປັດຈຸບັນ ພວກຂ້າພະເຈົ້າຮູ້ສຶກວ່າ ໂຊກດີຫລາຍ ຍ້ອນໄດ້ເລືອກເອົາເສັ້ນທາງນີ້.”

Samuel Maruta ແລະ Vincent Mourou ລ້ວນແຕ່ເຊື່ອໝັ້ນວ່າ ປະເທດ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ຊາວ ຫວຽດນາມ ສາມາດປະຕິບັດແນວຄວາມຄິດຂອງຕົນ ບໍ່ວ່າຢູ່ບ່ອນໃດ ແລະ ຂົງເຂດທີ່ແຕກຕ່າງກັນ ເພື່ອໃຫ້ການເລີ່ມຕົ້ນທຸລະກິດປະສົບຜົນສຳເລັດ./.

ຕອບກັບ