ໝາກ​ຜົນ​ແຫ່ງ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ເຮັດ​ໃຫ້​ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ

Thu Hoa
Chia sẻ
(VOVWORLD) -  ຄະນະກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ຫາກໍ່ຈັດວາລະປະຊຸມຄົບຄະນະເພື່ອກວດກາ ແລະ ປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບວຽກງານ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019. ຕາມບົດລາຍງານຂອງລັດຖະບານແລ້ວ, ວຽການການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019 ມາຮອດປະຈຸບັນ ບັນລຸໄດ້ໝາກຜົນທີ່ດີ, ປະກອບສ່ວນຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດຕື່ມອີກ.
ໝາກ​ຜົນ​ແຫ່ງ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ເຮັດ​ໃຫ້​ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ - ảnh 1

ທ່ານນາງເລທິງາ ປະທານຄະນະກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

 ສະຫລຸບເນື້ອໃນປຶກສາຫາລືທີ່ວາລະປະຊຸມ

(ພາບquochoi.vn)

    ປີ 2019, ພັກ ແລະ ລັດຫວຽດນາມ ໄດ້ສືບຕໍ່ຮັກສາ ແລະ ຍູ້ແຮງວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ດ້ວຍວິທີປະຕິບັດຢ່າງມີແບບແຜນ, ຂ້ຽວຂາດ, ຄົບຊຸດ ແລະ ເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາ ແລະ ໄດ້ຮັບການຊົມເຊີຍ, ເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຜ່ານນັ້ນ, ສືບຕໍ່ຢືນຢັນຄວາມຕັດສິນໃຈຂອງພັກ, ລັດໃນ ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸມເຟືອຍ.

ຫາງສຽງຕີລາຄາສູງໝາກຜົນຂອງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

    ໃນຫຼາຍໝາກຜົນທີ່ພົ້ນເດັ່ນຂອງ ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໜ້າສົນໃຈແມ່ນໝາກຜົນຈາກວຽກງານຄົ້ນພົບ ແລະ ແກ້ໄຂການສໍ້ລາດບັງຫຼວງ ຊື່ງຕາມນັ້ນ, ອົງການສືບສວນ ກະຊວງຕຳຫຼວດຫວຽດນາມ ໄດ້ດຳເນີນການສືບສວນສອບສວນ 420 ຄະດີ, ມີຈຳເລີຍ 876 ຄົນຍ້ອນມີໂທດສໍ້ລາດບັງຫຼວງ, ໄດ້ສະໜີຟ້ອງສານດຳເນີນຄະດີ 217 ກໍລະນີ, ມີຜູ້ຕ້ອງຫາ 653 ຄົນ, ສ່ວນຫຼາຍແມ່ນໃນບັນດາຂົງເຂດ: ຍັກຍອກສັບສິນ; ສວຍໃຊ້ສິດອຳນາດໃນການປະຕິບັດໜ້າທີ່ທາງລັດຖະການ, ສວຍໃຊ້ຕຳແໜ່ງ, ສິດອຳນາດເພື່ອຄອບຄອງສັບສິນ, ກິນສິນບົນ…..ຫຼາຍຄະດີໃຫ່ຍໄດ້ຖືກຄົ້ນພົບ, ເປີດການສືບສວນສວບສວນ. ປະຊາຊົນທົ່ວປະເທດໄດ້ຕີລາຄາສູງບັນດາໝາກຜົນໃນວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019. ທ່ານນາງຟ້າມທິກີມລວານ, ຄະນະທະນາຍຄວາມນະຄອນໂຮ່ຈີມິນ ຊີ້ແຈ້ງວ່າ:

    ຂ້າພ້າເຈົ້າເຫັນດີເຫັນພ້ອມກັບເລື່ອງອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ 2 ທ່ານຖືກຈັບຕົວ ແລະ ກ່ອນນັ້ນແມ່ນການປັບໄໝລົງໂທດສະມາຊິກພັກຫຼາຍຄົນທີ່ໄດ້ລະເມີດກົດໝາຍ. ສິ່ງນີ້ກໍ່ໝາຍຄວາມວ່າ ເຖິງວ່າເປັນພະນັກງານໄດ້ກິນເບັ້ຍບຳນານ ຫຼືກຳລັງດຳລົງຕຳແໜ່ງກໍ່ຕາມ, ເມື່ອລະເມີດກົດໝາຍກໍ່ຕ້ອງຖຶກປັບໄໝລົງໂທດຄືກັນກັບສາມັນຊົນ

ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງສືບຕໍ່ແມ່ນໜ້າທີ່ໃຈກາງ

   ເພື່ອໃຫ້ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນກ່ວາອີກ, ປີ 2020, ລັດຖະບານສືບຕໍ່ກຳນົດວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງວ່າແມ່ນໜ້າທີ່ຈຸດສຸມໃນການນຳພາ, ຊີ້ນຳບໍລິຫານ ແລະ ສຸມໃສ່ຊີ້ນຳປະຕິບັດບັນດາໜ້າທີ່ລະອຽດຢ່າງຄົບຊຸດ. ກ່ຽວກັບວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ທ້ອງຖິ່ນ, ທ່ານເຈີ່ນກວັກຈູງ, ເລຂາຄະນະພັກນະຄອນເກີນເທີ ໃຫ້ຮູ້ວ່າ: ເກີນເທິ ຈະສຸມໃສ່ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໜ້າໃນ ວຽກງານການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຕ້ານການຟູມເຟືອຍ, ພິເສດແມ່ນຈະເປັນເຈົ້າການໃນການກຳແໜ້ນສະພາບການ, ເພີ່ມທະວີວຽກງານກວດກາດ້ວຍຕົນເອງ, ຄົນພົບການສໍ້ລາດບັງຫຼວງພາຍໃນອົງການສຳນັກງານ, ຫົວໜ່ວຍ ແລະ ທ້ອງຖິ່ນ. ທ່ານເຈີ່ນກວັກຈູງ ກ່າວວ່າ:

         ວຽກງານກວດກາ, ຕິດຕາມກວດກາໄດ້ຮັບການປະຕິບັດເປັນປະຈຳ, ກຳນົດໄດ້ວຽກງານຈຸດສຸມ. ໃນການກວດກາ, ຕິດຕາມກວດກາກໍ່ຄົ້ນພົບສິ່ງທີ່ເຮັດຍັງບໍ່ທັນໄດ້ດີ, ຂໍ້ຂາດຕົກບົກຜ່ອງຢ່າງທັນການ ແລະ ເມື່ອຄົ້ນພົບການລະເມີດກໍ່ຕ້ອງປັບໄໝລົງໂທດຢ່າງເຂັ້ມງວດ. ຈາກນັ້ນຈະຮັດແໜ້ນລະບຽບວິໄນ, ມີປະໂຫຍດໃນການນາບຂູ່ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ.

     ສະພາບການສໍ້ລາດບັງຫຼວງຢູ່ຫວຽດນາມ ພວມໄດ້ຮັບ “ການກຳຈັດເທື່ອລະກ້າວ ແລະ ມີທິດຫລຸດຜ່ອນລົງ” ແຕ່ຍັງມີການຜັນແປອັນສັບສົນ. ເລື່ອງນຳບັນດາເຫດການລະເມີດຢ່າງໜັກໜ່ວງຂອງພະນັກງານຂັ້ນສູງຂຶ້ື້ນສານໃນໄລຍະຜ່ານມາ ແລະ ວາງອອກໜ້າທີ່ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນປີ 2020 ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດຫວຽດນາມ ໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອຍ.


ຕອບກັບ