( vovworld ) – ທ່ານນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຊື່ງຈຸດສຸມແມ່ນບັນດາກຸ່ມເສດຖະ ກິດ, ບໍລິສັດໃຫ່ຍແຫ່ງລັດ ໄລຍະ 2011-2015 ເພື່ອແນໃສ່ເຮັດໃຫ້ເສດຖະກິດພາກລັດກາຍເປັນຫຼັກແຫຼ່ງ, ປະຕິບັດບົດບາດຕົ້ນຕໍ, ດັດສົມ ແລະ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ຕໍ່ໄປແມ່ນບົດຂຽນຂອງນັກຂ່າວ Thu Hoa ທີ່ພາດຫົວເລື່ອງວ່າ: ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່.
(ພາບປະກອບ)
ຕາມແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ວິສາຫະກິດທີ່ມີທຶນຂອງລັດ 100% ຈະຖືກຈັດແບ່ງຕາມ 3 ກຸ່ມເພື່ອດຳເນີນການສ້າງໂຄງປະກອບຄືນໃໝ່. ເລື່ອງສ້າງໂຄງປະກອບວິສາຫະກິດຄືນໃໝ່ຕາມຂະແໜງການ, ຂົງເຂດບໍ່ຈຳແນກຂັ້ນ, ອົງການຄຸ້ມຄອງ, ກ່ອນອື່ນໝົດຈະຖືກປະຕິບັດສຳລັບບັນດາວິສາຫະກິດໃນຂົງເຂດການກໍ່ສ້າງ, ການຄ້າ, ໂທລະຄົມມະນາຄົມ, ພິມຈຳໜ່າຍ, ສະໜອງ ແລະ ລະບາຍນ້ຳ, ສິ່ງແວດລ້ອມເຂດຕົວເມືອງ….ເລື່ອງສ້າງໂຄງປະກອບກຸ່ມເສດຖະກິດ, ບໍລິສັດໃຫ່ຍຂອງລັດຄືນໃໝ່ ໄດ້ຖືກປະຕິບັດຢ່າງຮອບດ້ານຈາກຮູບແບບການຈັດຕັ້ງ, ການຄຸ້ມຄອງ, ແຫຼ່ງຊັບພະຍາກອນມະນຸດ, ອາຊີບຜະລິດດຳເນີນທຸລະກິດ, ຍຸດທະສາດການພັດທະນາ, ການລົງທຶນ ຕະຫຼອດຮອດຕະຫຼາດ ແລະ ຜະລິດຕະພັນ. ຕາມສາດສະດາຈານ, ດຣ Tran Hau ຮອງຜູ້ອຳນວຍການສະຖາບັນການເງິນແລ້ວ, ເລື່ອງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຫຼືເວົ້າແນວອື່ນແມ່ນຫັນລັດວິສາຫະກິດເປັນຫຸ້ນສ່ວນຄວນເລີ່ມຈາກບັນດາກຸ່ມເສດຖະກິດໃຫ່ຍຄື: ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ, ກຸ່ມບໍລິສັດຖ່ານຫີນ ແລະ ແຮ່ທາດຫວຽດນາມ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel… ຢ່າງເຖິງຖອງ. ເລື່ອງຂາຍທຶນຂອງລັດຕ້ອງມຸ້ງໄປເຖິງບັນດານັກລົງທຶນເອກະຊົນ, ຫລຸດຜ່ອນບັນດານັກລົງທຶນຍຸດທະສາດ:
“ເພື່ອປະຕິບັດການຫັນລັດວິສາຫະກິດເປັນຫຸ້ນສ່ວນສຳເລັດຜົນ, ກ່ອນອື່ນໝົດລັດຕ້ອງຍົກອອກບັນຊີລາຍຊື່ຂະແໜງໃດທີ່ລັດຢຶດຖືໝົດ, ບັນດາຂະແໜງຊື່ງລັດຈະຢຶດຖືເປັນຕົ້ນຕໍ ແລະ ຂະແໜງໃດລັດຈະປ່ອຍເພື່ອດຳເນີນການຫັນເປັນຫຸ້ນສ່ວນຢ່າງຂ້ຽວຂາດ ແລະ ຫັນເປັນຫຸ້ນສ່ວນເຂົ້າສູ່ລວງເລິກ. ນັບທັງບັນດາກຸ່ມບໍລິສັດໃຫ່ຍ, ກຸ່ມເສດຖະກິດປາຍແຫຼມຂອງຫວຽດນາມ ກໍ່ຄວນຫັນເປັນຫຸ້ນສ່ວນແບບລົງເລິກ ເພື່ອມີທຶນຂອງເອກະຊົນເຂົ້າຮ່ວມ ແລະ ພ້ອມກັນເຂົ້າຮ່ວມການບໍລິຫານກັບລັດ“
ຕາມແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຊື່ງທ່ານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ນັ້ນ ໄດ້ຍົກອອກຄຳຮຽກຮ້ອງໃຫ້ບັນດາລັດວິສາຫະກິດຕ້ອງຢຸດຕິສະພາບການລົງທຶນນອກຂະແໜງ, ຂົງເຂດທຳການຜະລິດ ດຳເນີນທຸລະກິດຕົ້ນຕໍກ່ອນປີ 2015. ທ່ານ Bui Ngoc Son, ສັງກັດສະຖາບັນເສດຖະກິດ ແລະ ການເມືອງໂລກຖືວ່າ:
“ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ລັດຄວນຮັດແຄບເລື່ອງລັດກຳບັນດາຮາກຖານດຳເນີນທຸລະກິດເພື່ອສະແຫວງຜົນ ແລະ ມອບໂອນບັນດາຂົງເຂດນີ້ໃຫ້ເອກະຊົນເຮັດ. ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ສັງຄົມ, ເພື່ອໃຫ້ວິວັດການມອບໂອນສຳເລັດຜົນ, ຄວນເອົາໃຈໃສ່ເຖິງບັນດາຂົງເຂດສາທາລະນະ ສາທາລະນະປະໂຫຍດທີ່ມອບໃຫ້ພາກເອກະຊົນເຮັດ, ຕ້ອງຄ່ອຍໆປະຕິບັດ ແລະ ຕ້ອງມີບັນດາໂຄງການໜູນຊ່ວຍບັນດາວິສາຫະກິດພາຍຫຼັງທີ່ຫັນເປັນຫຸ້ນສ່ວນ ເພື່ອໃຫ້ວິສາຫະກິດເຄື່ອນໄຫວຢ່າງເປັນປົກກະຕິ, ເຮັດໄດ້ຄືແນວນັ້ນຈຶ່ງບັນລຸໝາກຜົນທີ່ດີ“
ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່: ຄຸນນະພາບ, ປະສິດທິຜົນ
(ພາບ:baomoi.com)
ພາຍຫຼັງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ລັດຕ້ອງມີກົນໄກ, ນະໂຍບາຍທີ່ເໝາະສົມເພື່ອໜູນຊ່ວຍວິສາຫະກິດພັດທະນາ. ດ້ານອື່ນ, ຕ້ອງມອບສິດຕິດຕາມກວດກາລັດວິສາຫະກິດໃຫ້ແກ່ບັນດາກະຊວງ ຂະແໜງການຢ່າງແຮງກ່ວາອີກ. ຕາມທ່ານດຣ Tran Tien Cuong ສະຖານບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງແລ້ວ, ຄວນສ້າງບົດບາດ, ພາລະໜ້າທີ່, ການຈັດຕັ້ງສິດກຳມະສິດແຫ່ງລັດ, ເພີ່ມປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງ, ພິເສດແມ່ນຄວາມສາມາດຕິດຕາມກວດກາຂອງເຈົ້າຂອງກຳມະສິດຄືນໃໝ່:
”ເມື່ອກອນພວກເຮົາໄດ້ມີຄວາມເອົາໃຈໃສ່ເຖິງເປົ້າໝາຍຄຸ້ມຄອງແມ່ນບັນດາລັດວິສາຫະກິດແຕ່ປະຈຸບັນ, ພວກເຮົາຕ້ອງເອົາໃສ່ຫຼາຍກ່ວາໃນຖານະເປັນຜູ້ຄຸ້ມຄອງລັດ, ບົດບາດການຄຸ້ມຄອງລັດ”
ໜື່ງໃນບັນດາມາດຕະການຊື່ງແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ໄດ້ຍົກອອກມາ ນັ້ນແມ່ນຕ້ອງຮີບເຮັ່ງສຳເລັດບັນດາການຈັດແບ່ງປະເພດວິສາຫະກິດຕ້ອງຫັນເປັນຫຸ້ນສ່ວນ ຕາມທິດຍູ້ແຮງການຫັນສິດກຳມະສິດເປັນຫຼາຍຮູບຫຼາຍແບບ; ກຳນົດຢ່າງຈະແຈ້ງບັນດາຂະແໜງການ, ຂົງເຂດເມື່ອປະຕິບັດການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ຈຸດໝາຍຊັບຊ້ອນ, ການຫັນວິສາຫະກິດເປັນຫຸ້ນສ່ວນຕາມບັນດາວິທີການທີ່ໄດ້ຮັບການເຊັນອະນຸມັດ ຊື່ງລັດຖະບານຫວຽດນາມ ຖືວ່າ ແມ່ນໜ້າທີ່ຈຸດສຸມແຕ່ນີ້ຮອດປີ 2015.