ເສດຖະກິດຫວຽດນາມສືບຕໍ່ພັດທະນາຢ່າງເປັນປົກກະຕິແລະໝັ້ນຄົງ

Vinh Phong
Chia sẻ
(VOVWORLD) -ບົດລາຍງານຂອງລັດຖະບານຕໍ່ສະພາແຫ່ງຊາດ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃນຕອນເຊົ້າວັນທີ 21 ພຶດສະພາ ກ່ຽວກັບການຕີລາຄາເພີ່ມເຕີ່ມໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງປີ 2017, ສະພາບການໃນຊຸມເດືອນຕົ້ນປີ 2018 ແລະ ໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຫວຽດນາມ ພວມມີບັນດາການພັດທະນາຢ່າງເປັນປົກກະຕິ. ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໄດ້ມີມາດຕະການແກ້ໄຂຫຼາຍຢ່າງເພື່ອພັດທະນາເສດຖະກິດ, ສັງຄົມ, ປ້ອງກັນຕ້ານການສໍ້ລາດບັງຫຼວງ.
ເສດຖະກິດຫວຽດນາມສືບຕໍ່ພັດທະນາຢ່າງເປັນປົກກະຕິແລະໝັ້ນຄົງ - ảnh 1(ໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14)

ຕາມບົດລາຍງານເຊິ່ງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ສະເໜີຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກ່ຽວກັບສະພາບການເສດຖະກິດ, ສັງຄົມປີ 2017, ສະພາບການໃນຊຸມເດືອນຕົ້ນປີ 2018 ແລະ ໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ, ບັນດາຂະແໜງການ, ທຸກຂັ້ນ ສືບຕໍ່ມານະພະຍາຍາມປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກ ເພື່ອເຮັດໃຫ້ເສດຖະກິດຫວຽດນາມ ສືບຕໍ່ພັດທະນາຢ່າງເປັນປົກກະຕິ.

ສາມາດບັນລຸບັນດາຄາດໝາຍເສດຖະກິດ, ສັງຄົມ ແລະ ລື່ນກາຍແຜນການທີ່ໄດ້ວາງອອກ

        ສະຫຼຸບໝາກຜົນຂອງປີ 2017 ໄດ້ຊີ້ໃຫ້ເຫັນວ່າ, 7/13 ຄາດໝາຍເສດຖະກິດ, ສັງຄົມຢູ່ພາຍໃນປະເທດບັນລຸຜົນງານຢ່າງຕັ້ງໜ້າ. ສິ່ງທີ່ໜ້າສົນໃຈແມ່ນລະດັບການເຕີບໂຕ GDP ບັນລຸ 6,81%, ວົງເງິນສົ່ງອອກບັນລຸກວ່າ 21% ແລະ ການສົ່ງອອກເກີນດຸນບັນລຸ 2,9 ຕື້ USD. ນັບແຕ່ຕົ້ນປີ 2018 ມາຮອດປະຈຸບັນ, ເສດຖະກິດມະຫາພາກສືບຕໍ່ຄວາມສະຫງົບໝັ້ນທ່ຽງເງິນເຟີ້ໄດ້ຮັບການຄວບຄຸມ, ດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍໃນ 4 ເດືອນເພີ່ມຂຶ້ນ 2,8%. ນະໂຍບາຍເງິນຕາໄດ້ຮັບການບໍລິຫານຢ່າງເປັນເຈົ້າການ, ມີໄຫວພິບ; ໜູນຊ່ວຍບັນດາອົງການສິນເຊື່ອທີ່ປະສົບກັບຄວາມຫຍຸ້ງຍາກຢ່າງທັນການ, ຮັບປະກັນການຊຳລະ ແລະ ຄວາມປອດໄພຂອງລະບົບ; ອັດຕາແລກປ່ຽນ, ຕະຫຼາດ ເງິນຕາຕ່າງປະເທດມີຄວາມສະຫງົບ; ການສະສົມເງິນຕາຂອງລັດບັນລຸ 63,5 ຕື້ USD. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

        “ການເຕີບໂຕດ້ານເສດຖະກິດ (GDP) ໃນໄຕມາດທີ 1 ບັນລຸ 7,38% ສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ຈຸດພົ້ນເດັ່ນແມ່ນທັງ 3 ຂົງເຂດລ້ວນແຕ່ເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ໃນນັ້ນ ກະສິກຳ, ອຸດສາຫະກຳ ແລະ ກໍ່ສ້າງ, ການບໍລິຫານ ກໍ່ລ້ວນແຕ່ເພີ່ມຂຶ້ນ. ການສົ່ງອອກສືບຕໍ່ທ່າເຕີບໂຕຢ່າງແຮງ; ໃນຊຸມເດືອນຕົ້ນປີ 2018, ມີໃບສັ່ງຊື້ສົ່ງອອກໄດ້ຮັບການລົງນາມຢ່າງຫຼວງຫຼາຍ; ວົງເງິນສົ່ງອອກໃນ 4 ເດືອນບັນລຸເກືອບ 74 ຕື້ USD. ວົງເງິນສົ່ງອອກນຳເຂົ້າເພີ່ມຂຶ້ນກວ່າ 10%, ຕົ້ນຕໍແມ່ນນຳເຂົ້າວັດຖຸ, ອຸປະກອນ, ເຄື່ອງຈັກຮັບໃຊ້ການຜະລິດ, ການສົ່ງອອກ. ເພີ່ມທະວີການຕິດຕາມກວດກາການເຄື່ອນໄຫວດ້ານການຄ້າຢູ່ເຂດຊາຍແດນ ແລະ ບັນດາມາດຕະການປ້ອງກັນທີ່ເໝາະສົມກັບຄຳໝັ້ນສັນຍາສາກົນ. ການສົ່ງອອກເກີນດຸນບັນລຸ 3,4 ຕື້ USD ປະກອບສ່ວນສຳຄັນເຂົ້າໃນການປັບປຸງດຸນຊຳລະ.”

        ບົດລາຍງານຂອງລັດຖະບານກໍ່ຊີ້ແຈ້ງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ສືບຕໍ່ໄດ້ຮັບການປັບປຸງ; ການປະຕິຮູບລະບຽບການບໍລິຫານມີຄວາມກ້າວໜ້າຫຼາຍຢ່າງ. ດັດຊະນີແກ່ງແຍ້ງຂັ້ນແຂວງ (PCI) ສະເລ່ຍບັນລຸລະດັບສູງທີ່ສຸດນັບແຕ່ເມື່ອປະຕິບັດແຕ່ປີ 2005 ມາຮອດປະຈຸບັນ. ລັດຖະບານ ແລະ ບັນດາທ້ອງຖິ່ນສືບຕໍ່ສ້າງສຳເລັດກົນໄກ, ນະໂຍບາຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໂດຍສະເພາະແມ່ນບັນດາຂໍ້ກຳນົດກ່ຽວກັບການລົງທຶນ, ກໍ່ສ້າງ, ທີ່ດິນ, ສິ່ງແວດລ້ອມ… ໃນ 4 ເດືອນ ມີວິສາຫະກິດກວ່າ 41.000 ແຫ່ງ ສ້າງຕັ້ງໃໝ່ ແລະ ວິສາຫະກິດກວ່າ 11.000 ແຫ່ງເຄື່ອນໄຫວຄືນໃໝ່; ຍອດຈຳນວນທຶນຈົດທະບຽນໃໝ່, ເພີ່ມເຕີ່ມບັນລຸກວ່າ 1,16 ລ້ານຕື້ດົ່ງ.

ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕດ້ານເສດຖະກິດ

        ນັບແຕ່ຕົ້ນປີ 2018, ດ້ວຍທິດນຳທີ່ວ່າ “ມີລະບຽບວິໄນ, ມີຄວາມສັດຊື່ບໍລິສຸດ, ມີການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະກາດໃຊ້ບັນດາລາຍການ, ແຜນການກະທຳ; ສ້າງແຜນການເຕີບໂຕຕາມໄຕມາດສຳລັບແຕ່ລະຂະແໜງ, ຂົງເຂດ. ລັດຖະບານສືບຕໍ່ສ້າງໃຫ້ຄົບຊຸດ, ມີປະສິດທິຜົນ, ປະສານສົມທົບກັນຢ່າງກົມກ່ຽວລະຫວ່າງນະໂຍບາຍເງິນຕາ ກັບນະໂຍບາຍການເງິນ, ຮັບປະກັນເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມລະດັບເພີ່ມລາຄາໃຊ້ສອຍລະເລ່ຍ 4% ແລະ ຊຸກຍູ້ການເຕີບໂຕ GDP ບັນລຸກວ່າ 6,7%. ສູ້ຊົນສືບຕໍ່ຫຼຸດຜ່ອນເພດານຄ່າດອກເບ້ຍ, ໂດຍສະເພາະແມ່ນສຳລັບບັນດາຂົງເຂດຮັບບຸລິມະສິດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ໃຫ້ຮູ້ວ່າ.

        “ປະຕິບັດມະຕິຂອງລັດຖະບານກ່ຽວກັບບັນດາມາດຕະການແກ້ໄຂຊຸກຍູ້ການສົ່ງອອກຢ່າງມີປະສິດທິຜົນ; ຍູ້ແຮງການສົ່ງເສີມດ້ານການຄ້າ, ເປີດກວ້າງຕະຫຼາດ; ຫັນລະບຽບການບໍລິຫານເປັນງ່າຍດາຍ, ໂດຍສະເພາະແມ່ນກວດກາວິຊາສະເພາະຢ່າງມີປະສິດທິຜົນ. ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປົກປ້ອງດ້ານການຄ້າ, ລະບົບເຕັກນິກໃຫ້ເໝາະສົມກັບຄຳໝັ້ນສັນຍາສາກົນ; ເພີ່ມທະວີການຄຸ້ມຄອງ, ຄວບຄຸມການນຳເຂົ້າ; ປັບປຸງສະພາບຂາດດຸນການຄ້າກັບບັນດາຄູ່ຮ່ວມມື, ຕະຫຼາດນຳເຂົ້າເກີນດຸນສູງ; ສູ້ຊົນບັນລຸຄວາມສະເໝີພາບລະຫວ່າງການນຳເຂົ້າ, ສົ່ງອອກແບບຍືນຍົງ. ພັດທະນາຕະຫຼາດພາຍໃນປະເທດຢ່າງແຮງ; ສ້າງລະບົບແຈກຢາຍຢ່າງຄົບຊຸດ ແລະ ມີປະສິດທິຜົນ, ນຳສິນຄ້າລົງສູ່ບັນດາເຂດຊົນນະບົດ, ເຂດພູດອຍ, ເຂດຫ່າງໄກສອກຫຼີກ”.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ: ລັດຖະບານຈະສືບຕໍ່ປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານກ່ຽວກັບບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງຂ້ຽວຂາດ, ມີປະສິດທິຜົນ. ເປັນເຈົ້າການກະກຽມບັນດາເງື່ອນໄຂທີ່ຈຳເປັນ, ນຳໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ພ້ອມທັງກວດກາ, ປັບປຸງ, ສ້າງສຳເລັດຍຸດທະສາດ, ວາງແຜນກຳນົດ, ກົນໄກ, ນະໂຍບາຍສ້າງໂຄງປະກອບບັນດາຂະແໜງອຸດສາຫະກຳ, ກໍ່ສ້າງຄືນໃໝ່. ພັດທະນາອຸດສາຫະກຳປຸງແຕ່ງ, ການຜະລິດ, ຮັບໃຊ້ໃຫ້ແກ່ກະສິກຳ, ອຸດສາຫະກຳຢ່າງແຮງ ຕິດພັນກັບການເຊື່ອມຕໍ່ລະບົບມູນຄ່າຂອງບັນດາບໍລິສັດນາໆຊາດ. ຍູ້ແຮງຄວາມຄືບໜ້າການກໍ່ສ້າງ ແລະ ນຳເຂົ້າໃຊ້ການບັນດາກິດຈະກຳອຸດສາຫະກຳຈຸດສຸມ. ຫຼຸດຜ່ອນລາຍຈ່າຍຢ່າງເຖິງຖອງ, ຫັນບັນດາຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ເພີ່ມສະມັດຕະພາບການຜະລິດ; ຍູ້ແຮງການໂຄສະນາເຄື່ອງໝາຍການຄ້າ. ສູ້ຊົນບັນລຸລະດັບການເຕີບໂຕ GDP ຂອງພາກພື້ນອຸດສາຫະກຳ ແລະ ກໍ່ສ້າງໃນປີ 2018 ບັນລຸປະມານ 7,7%.

ຕອບກັບ