​ເພີ່ມ​ທະວີ​​ການ​ຮ່ວມ​ມື​ສາກົນ​ໃນ​ການ​​ປ້ອງກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​​ໂຄ​ວິດ - 19 ​ໃນ​ວົງ​ກວ້າງ

Anh Huyen
Chia sẻ
(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ ດ້ວຍຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຕາມແຕ່ລະຊົ່ວໂມງນັ້ນ, ແຕ່ລະປະເທດ ລ້ວນແຕ່ດໍາເນີນບັນດາມາດຕະການຂ້ຽວຂາດເພື່ອສະກັດກັ້ນໂລກລະບາດດັ່ງກ່າວ. ຢູ່ຫວຽດນາມ, ນອກຈາກການຜັນຂະຫຍາຍບັນດາມາດຕະການຢ່າງຮອບດ້ານ ແລະ ແຂງແຮງແລ້ວ, ລັດຖະບານຫວຽດນາມ ຍາມໃດກໍຊຸກຍູ້ການເພີ່ມທະວີການຮ່ວມມືສາກົນ, ພ້ອມກັນກະທໍາ ເພື່ອຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງ ເຊິ່ງມວນມະນຸດພວມຕ້ອງປະເຊີນໜ້າ.

ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19, ອາດຢັ້ງຢືນໄດ້ວ່າ ບໍ່ມີປະເທດໃດສາມາດມີການກະທໍາຕ່າງຫາກ, ພັດປະສົບຜົນສໍາເລັດໄດ້. ເພາະສະນັ້ນ, ຫວຽດນາມ ຍາມໃດກໍຮັບຮູ້ ແລະ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບທຸກປະເທດໃນທຸກດ້ານ ເພື່ອພ້ອມກັນຜ່ານຜ່າໄລຍະອັນຫຍຸ້ງຍາກໃນປັດຈຸບັນ.

ຕັ້ງໜ້າ, ເປັນເຈົ້າການ ແລະ ຍົກສູງການຮ່ວມມືສາກົນ

        ໂດຍເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ເຊິ່ງໄດ້ດໍາເນີນໃນວັນທີ 26 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ສົມທົບກັບທົ່ວໂລກ ແລະ ພາກພື້ນ ແມ່ນມີຄວາມສໍາຄັນທີ່ສຸດ; ພ້ອມທັງຢັ້ງຢືນຄວາມຕັດສິນໃຈ ແລະ ຄໍາໝັ້ນສັນຍາຂອງຫວຽດນາມໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານເນັ້ນໜັກວ່າ ຫວຽດນາມ ຢືດໝັ້ນປະຕິບັດເປົ້າໝາຍຄວບຄູ່ ນັ້ນແມ່ນ ຄວບຄຸມໂລກລະບາດ ແລະ ສືບຕໍ່ພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ.

        ໃນຊຸມວັນຜ່ານມາ, ບັນດາການນໍາຫວຽດນາມ ກໍຄືທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່່າກິມງອັກ... ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕໍາແໜ່ງປະເທດຕ່າງ ເພື່ອແບ່ງປັນກ່ຽວກັບສະພາບການໂລກລະບາດໂຄວິດ - 19, ສະເໜີບັນດາມາດຕະການຮ່ວມມືໃນສະພາບທີ່ໂລກລະບາດພວມນັບມື້ນັບແຜ່ລະບາດເປັນວົງກວ້າງໃນຂອບເຂດທົ່ວໂລກ.

​ເພີ່ມ​ທະວີ​​ການ​ຮ່ວມ​ມື​ສາກົນ​ໃນ​ການ​​ປ້ອງກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​​ໂຄ​ວິດ - 19 ​ໃນ​ວົງ​ກວ້າງ - ảnh 1 (ພາບປະກອບ: suckhoedoisong.vn)

ຢູ່ທີ່ບັນດາການໂອ້ລົມທາງໂທລະສັບ, ບັນດາການນໍາຫວຽດນາມ ກໍໄດ້ແບ່ງປັນບາງມາດຕະການ ເຊິ່ງຫວຽດນາມ ໄດ້ ແລະ ກໍາລັງຜັນຂະຫຍາຍ ເປັນຕົ້ນແມ່ນ ຢຸດຕິການອະນຸຍາດໃຫ້ຊາວຕ່າງປະເທດເຂົ້າເມືອງໂດຍຊົ່ວຄາວ, ຈໍາກັດການພົວພັນແລກປ່ຽນໃນສັງຄົມ, ປະຕິບັດການແຍກຕົວລວມໝູ່ ຫຼື ປະຕິບັດການແຍກຕົວດ້ວຍຕົນເອງ, ຢຸດຕິການເຄື່ອນໄຫວດໍາເນີນທຸລະກິດທີ່ເຕົ້າໂຮມຫຼາຍຄົນຄື ຮ້ານບັນເທີງ, ພັດທະຄານ, ຮ້ານອາຫານ, ການໂຮມປະຊຸມ... ໄວ້ຊົ່ວຄາວ. ພ້ອມທັງຢັ້ງຢືນວ່າ ໃນເບື້ອງຕົ້ນ ຫວຽດນາມ ສ້າງວິທີການປິ່່ນປົວບັນລຸມາດຕະຖານ ສໍາລັບບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19, ຄົ້ນຄວ້າສໍາເລັດຊຸດ Kit ວິໄຈຫາເຊື້ອໄວຣັດ SARS-CoV-2, ກໍານົດລະບົບ ແຢນ ໄວຣັດ,ຊຸກຍູ້ການຄົ້ນຄວ້າ, ຜະລິດວັກຊີນ... ພິເສດ, ຫວຽດນາມ ຖືວ່າ ການຮ່ວມມືໃນພາກພື້ນ ແລະ ສາກົນ ໄດ້ສວມບົດບາດສໍາຄັນໃນວຽກງານສະກັດກັ້ນການແຜ່ລະບາດ ແລະ ຄວບຄຸມໂລກລະບາດໃນໄລຍະຈະມາເຖິງ.

ທີ່ກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີ ອາຊຽນ -EU ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid – 19 ເຊິ່ງໄດ້ຈັດຕັ້ງໃນວັນທີ 20 ມີນາທີ່ຜ່ານມາ, ໃນຖະນະບົດບາດເປັນປະທານອາຊຽນ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຢັ້ງຢືນວ່າ: ໂດຍເປັນປະທານອາຊຽນ 2020, ຫວຽດນາມໄດ້ສົມທົບກັບບັນດາປະເທດອາຊຽນຢ່າງແໜ້ນແຟ້ນຊຸກຍູ້ວິທີການສຳຜັດຢ່າງຄົບຊຸດ, ສັງລວມຂອງທົ່ວປະຊາຄົມອາຊຽນເພື່ອຍົກສູງຄວາມສາມາດໃນການກຽມພ້ອມ ແລະ ບັນດາມາດຕະການເປັນເຈົ້າການຮັມມືກັບໂລກລະບາດແລະ ຫຼຸດຜ່ອນບັນດາຜົນກະທົບ. ບັນດາປະເທດອາຊຽນໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຄົມຊຸດໂດຍໄວເພື່ອແນໃສ່ສົມທົບກັນແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ການໜູນຊ່ວຍກັນທາງດ້ານເຕັກນິກ, ເລີ່ມດຳເນີນບັນດາກົນໄກຮັບມືຢ່າງຮີບດ່ວນກ່ຽວກັບສາທາລະນະສຸກຂອງອາຊຽນກໍ່ຄືລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື.

ໃນຖານະເປັນປະທານອາຊຽນ, ຫວຽດນາມໄດ້ສະເໜີສະຫະພາບເອລົບ (EU) ໜູນຊ່ວຍທາງດ້ານເຕັກນິກ, ຮ່ວມມືກັນຄົ້ນຄ້ວາວິທະຍາສາດໃນການຄວບຄຸມ ແລະ ປິ່ນປົວບັນດາຜູ້ຕິດເຊື້ອພະຍາດ Covid – 19, ເອົາໃຈໃສ່ຮັບປະກັນສິດ ແລະ ຜົນປະໂຫຍດ ແລະ ມີການປະພຶດສະເໝີພາບສຳລັບພົນລະເມືອງບັນດາປະເທດອາຊຽນຢູ່ EU, ສົມທົບກັນຫຼຸດຜ່ອນບັນດາຜົນກະທົບດ້ານເສດຖະກິດ - ສັງຄົມ ຂອງໂລກລະບາດ.

ຫວຽດນາມຕັ້ງບຸລິມະສິດສູງສຸດໃນການຄວບຄຸມໂລກລະບາດ

ໂລກລະບາດ Covid -19 ແມ່ນສິ່ງທ້າທາຍລວມຂອງທົ່ວໂລກ ແລະ ບັນດາປະເທດທັງໝົດໃນປັດຈຸບັນ. ການຮ່ວມມືສາກົນຂໍ້ແມ່ນກຸນແຈສຳຄັນໃຫ້ແກ່ບັ້ນເຄື່ອນໄຫວປ້ອງ, ສະກັດກັ້ນໂລກລະບາດ Covid – 19 ນີ້.

        ບຸລິມະສິດສູງສຸດຂອງລັດຖະບານ ຫວຽດນາມໃນປັດຈຸບັນແມ່ນປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ໜ້າທີ່ນີ້ບໍ່ສາມາດປະຕິບັດສຳເລັດໄດ້ຖ້າຫາກວ່າບໍ່ມີການຮ່ວມມື, ຮ່ວມແຮງຮ່ວມໃຈຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ໄລຍະຈະມາເຖິງ, ຫວຽດນາມສືບຕໍ່ຍູ້ແຮງການຮ່ວມມືກັບບັນດາປະເທດອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ, ອົງການອະນາໄມໂລກ ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນ ເພື່ອແນໃສ່ຄວບຄຸມໂລກລະບາດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີຄວາມປອດໄພ ແລະ ປະເທດມີຄວາມພັດທະນາ ແລະ ສະຖຽນລະພາບ.

ຕອບກັບ