ຮັກສາຜົນງານໃນການປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມໄວ້ຢ່າງໝັ້ນຄົງ

Thu Hoa
Chia sẻ

(VOVWORLD) - ຫວຽດນາມແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດໃນໂລກທີ່ປະຕິບັດວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ ຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງພ້ອມກັບຈິດໃຈຄວາມຮັບຜິດຊອບຂອງທົ່ວສັງຄົມ. ຕໍ່ຫນ້າການຜັນແປສັບສົນຂອງໂລກລະບາດໂຄວິດ 19 ແຜ່ລະບາດຮອບທີ 4 ນີ້ ນັບແຕ່ທ້າຍເດືອນເມສາ ປີ 2021 ມາຮອດປະຈຸບັນ, ຍາມໃດບັນດາສະມາຊິກລັດຖະບານກໍ່ຊີ້ນຳການປ້ອງກັນຕ້ານໂລກລະບາດໂຄວິດ -19 ນຳຢ່າງໃກ້ຊິດ ເພື່ອແນໃສ່ຮັກສາຜົນງານໃນການປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມໄວ້ຢ່າງໝັ້ນຄົງ.

ຮັກສາຜົນງານໃນການປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມໄວ້ຢ່າງໝັ້ນຄົງ - ảnh 1ບັ້ນສັກວັກຊິນກັນໂຄວິດ -19 ຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຜັນຂະຫຍາຍໃນວົງກວ້າງ(ພາບ:thoibaotaichinhvietnam.vn)

ຫວ່າງແລ້ວນີ້, ມະຕິຕົກລົງຂອງສະພາແຫ່ງຊາດລົງວັນທີ 28 ກໍລະກົດປີ 2021 ອະນຸຍາດໃຫ້ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຕັດສິນແລະ ຮັບຜິດຊອບຫນ້າທີ່ກ່ຽວກັບການປະຕິບັດບາງມາດຕະການຮີບດ່ວນໃນການປ້ອງກັນຕ້ານໂລກລະບາດໂຄວິດ -19. ກ່ອນຫນ້ານັ້ນວັນທີ 23 ກໍລະກົດປີ 2021, ທ່ານນາຍົກລັດຖະມົນຕີຟ້າມມີງຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍຜັນຂະຫຍາຍການປະຕິບັດເອກະສານທາງການຂອງຄະນະປະຈຳຄະນະເລຂາກ່ຽວກັບວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19. ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຮຽກຮ້ອງ:ໃນການຊີ້ນຳນຳພາການປ້ອງກັນຕ້ານໂລກລະບາດໂຄວິດ -19 ຕ້ອງສຸມໃສ່, ເປັນເອກະພາບ, ລົງເລິກຢູ່ໃນລະດັບຊາດ, ມີວິທີສຳຜັດໃຫມ່ ແລະຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດກວ່າ, ເຄັ່ງຄັດເຂັ້ມງວດກວ່າ, ມີປະສິດທິຜົນກວ່າ.

ບົນພື້ນຖານນັ້ນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ -19, ອີງໃສ່ສະພາບຕົວຈິງ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບໃນການນຳໃຊ້ບັນດາມາດຕະການໃຫ້ເໝາະສົມກັບການຜັນແປຂອງໂລກລະບາດໃນບໍລິເວນ. ບັນດາທ້ອງຖິ່ນອາດສາມາດນຳໃຊ້ບັນດາມາດຕະການທີ່ເຄັ່ງຄັດກວ່າເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ ແຕ່ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດ ແລະ ຍູ້ແຮງການຮຽກຮ້ອງ, ຂົນຂວາຍປະຊາຊົນຍົກສູງສະຕິລະວັງຕົວ, ຕັ້ງຫນ້າປະຕິບັດມາດຕະການປ້ອງກັນຕ້ານໂລກລະບາດ.

ຕາມຄຳຮຽກຮ້ອງຂອງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຊີ້ນຳນຳພາໂດຍກົງການປະຕິບັດການແຍກຫ່າງສັງຄົມຢູ່ບໍລິເວນນະຄອນຢ່າງເຄັ່ງຄັດ ຂ້ຽວຂາດມີປະສິດທິຜົນ. ໃນໄລຍະນີ້ ສຸມໃສ່ບຸລິມະສິດສູງສຸດໃຫ້ການຊີ້ນຳນຳພາປະຕິບັດວຽກງານປ້ອງກັນຕ້ານໂລກລະບາດ ເປັນຕົ້ນແມ່ນຢູ່ບ່ອນເກີດໂລກລະບາດ, ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ.

ຮັກສາຜົນງານໃນການປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມໄວ້ຢ່າງໝັ້ນຄົງ - ảnh 2ມີໂຮງໝໍກາງສະຫນາມຫລາຍແຫ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ບ່ອນໂຄວິດ -19 ລະບາດຢ່າງຮ້າຍແຮງ (ພາບ:HCDC)

ພິເສດ ບັນດາທ້ອງຖິ່ນຕ້ອງເພີ່ມທະວີການເຄື່ອນໄຫວຂອງຫນ່ວຍງານປ້ອງກັນຕ້ານໂລກລະບາດໂຄວິດ- 19 ໃນຊຸມຊົນຢູ່ໃນລະດັບສູງສຸດ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ, ອົງກອນ ແລະ ບົດບາດຫລັກແຫລ່ງເຊິ່ງແມ່ນກຳລັງຕຳຫລວດ, ກອງທັບໃນການປ້ອງກັນຕ້ານໂລກລະບາດໂຄວິດ -19. ທ້ອງຖິ່ນຕ່າງໆ ຄວນສ້າງບັນດາສູນໃຫ້ຄຳປຶກສາ, ກູ້ຊ່ວຍ, ໂທລະສັບສາຍດ່ວນ, Zalo… ເພື່ອຮັບຂ່າວ, ແກ້ໄຂຂໍ້ສະເຫນີ, ຄຳສ່ອງແສງຂອງປະຊາຊົນໃຫ້ທັນການ, ຕອບສະຫນອງຄວາມຕ້ອງການດ້ານສາທາລະນະສຸກຂອງປະຊາຊົນ, ເປັນຕົ້ນແມ່ນຫນູນຊ່ວຍກໍລະນີເຈັບຫນັກ.

ຕາມການຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ແລ້ວ, ຄວນຍາດແຍ່ງຊ່ວງເວລາ “ສຳຄັນພິເສດ”ເມື່ອປະຕິບັດການແຍກຫ່າງເພື່ອເພີ່ມຄວາມໄວໃນການດັບມອດ, ລົບລ້າງເຂດເກີດໂລກລະບາດ ບໍ່ໃຫ້ເກີດໂລກລະບາດຢູ່ບ່ອນໃຫມ່, ສ້າງເຂດປອດໄພ, ໝັ້ນແກ່ນ, ວ່ອງໄວເທົ່າທີ່ຈະໄວໄດ້. ບັນດາທ້ອງຖິ່ນຄວນຮັບປະກັນແຫລ່ງຊັບພະຍາກອນມະນຸດ, ພື້ນຖານດ້ານວັດຖຸໃນການປ້ອງກັນຕ້ານໂລກລະບາດໃຫ້ທັນການ, ຄົບຖ້ວນ, ສຸມໃສ່ຊີ້ນຳນຳພາການຈັດຕັ້ງປະຕິບັດວຽກງານຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ. ເປັນຕົ້ນແມ່ນຮັບປະກັນການສະຫນອງສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນເຖິງມືຂອງປະຊາຊົນຢ່າງທັນການແລະເຕັມສ່ວນ. ພິເສດຢູ່ເຂດແຍກຫ່າງຕ້ອງເອົາໃຈໃສ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ວ່າງງານຍ້ອນໂລກລະບາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ເພື່ອປະຕິບັດວຽກງານປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ມອບໃຫ້ກະຊວງສາທາລະນະສຸກຜັນຂະຫຍາຍຫລາຍມາດຕະການຕາມບັນດາການກຳນົດທິດໃຫມ່ທີ່ສຳຄັນ ເປັນຕົ້ນໃນການປິ່ນປົວແລະແຈກຢາຍວັກຊິນ, ຈັດຕັ້ງການສັກວັນຊິນ, ແນະນຳ, ເລັ່ງລັດການສັກວັນຊິນ ຕາມແຜນການທີ່ວາງອອກ, ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ພ້ອມທັງຮີບເຮັ່ງປະຕິບັດການຄົ້ນຄ້ວາຜະລິດວັກຊິນ ກັນໂຄວິດ 19 ຢູ່ ພາຍໃນປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ກໍ່ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ເອົາໃຈໃສ່ເຖິງການປັບປຸງ, ຮັບປະກັນຄວາມປອດໄພໃຫ້ບັນດາ “ເຂດຂຽວ”, ມີຄວາມສ່ຽງເກີດໂລກລະບາດຫນ້ອຍທີ່ສຸດເພື່ອຊຸກຍູ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ.

ຕາມການຊີ້ນຳ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ຫນ່ວຍງານພິເສດຂອງລັດຖະບານພາຍໃຕ້ການຊີ້ນຳຂອງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຄວນມີຂໍ້ກຳນົດກົດລະບຽບການເຄື່ອນໄຫວ, ຈັດຕັ້ງການລາຍງານ ແລກປ່ຽນວຽກງານເປັນປະຈຳ, ແກ້ໄຂບັນດາບັນຫາເກີດທີ່ຂຶ້ນຢູ່ກັບທີ່ຢ່າງທັນການ, ວາງອອກບັນດາມາດຕະການ, ວິທີການປ້ອງກັນຕ້ານໂລກລະບາດທີ່ເໝາະສົມກັບສະພາບຕົວຈິງໂດຍໄວ, ແມ່ນພື້ນຖານສຳຄັນເພື່ອຜັນຂະຫຍາຍວຽກງານປ້ອງກັນຕ້ານໂລກລະບາດຢ່າງເຄັ່ງຄັດ ຂ້ຽວຂາດກວ່າ ໃນໄລຍະຈະມາເຖິງເພື່ອແນໃສ່ສະກັດກັ້ນ ຍູ້ໂລກລະບາດໃຫ້ຖອຍໄປ, ນຳສະພາບການ ແລະ ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິໃຫມ່ໂດຍໄວ.

ຕອບກັບ