ອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນພາຍຫຼັງຈັດວາງຄຳສັ່ງລົງໂທດອີຣານຄືນໃໝ່

Chia sẻ
(VOVWORLD) -ບັນດາມາດຕະການລົງໂທດຂອງສະຫະປະຊາຊາດແນໃສ່ອີຣານ ໄດ້ເລີ່ມມີຜົນສັດສິດຄືນໃໝ່ ແລະ ອາເມລິກາ ຈະ “ຈັດວາງບັນດາຜົນຮ້າຍຢ້ອນຫຼັງ” ຖ້າຫາກບັນດາປະເທດສະມາຊິກສະຫະປະຊາຊາດ ບໍ່ປະຕິບັດບັນດາຄຳສັ່ງລົງໂທດ.

ອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນພາຍຫຼັງຈັດວາງຄຳສັ່ງລົງໂທດອີຣານຄືນໃໝ່ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP)

ໃນຊຸມມື້ນີ້, ຫາງສຽງສາກົນສືບຕໍ່ໃຫ້ຄວາມສົນໃຈເຖິງປະເທດອາເມລິກາ, ບໍ່ພຽງແຕ່ສະພາບການຊ່ວງເສັງເຂົ້າທຳນຽບຂາວທີ່ພວມໄປເຖິງຈຸດເວລາສຸດທ້າຍເທົ່ານັ້ນ, ຫາກຍັງແມ່ນບັນດາການກະທຳເຊິ່ງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ພວມດຳເນີນມຸ່ງໄປເຖິງພາກພື້ນຕາເວັນອອກກາງ ຄືສ້າງຂໍ້ຕົກລົງສັນຕິພາບລະຫວ່າງອິດສະຣາແອັນ ແລະ ບັນດາປະເທດອາຣັບ, ຟື້ນຟູບັນດາຄຳສັ່ງລົງໂທດຕ້ານອີຣານ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍອີກດ້ວຍ. ໃນນັ້ນ, ຄວາມມານະພະຍາຍາມຟື້ນຟູບັນດາຄຳສັ່ງລົງໂທດຕ້ານອີຣານ ຂອງອາເມລິກາ ພວມເປັນການສະແດງໃຫ້ເຫັນເຖິງການຖືກຕົກຢູ່ໂດດດ່ຽວຍ້ອນຖືກປະຊາຄົມສາກົນຄັດຄ້ານຢ່າງແຮງ.

        ວັນທີ 19 ກັນຍາ ຜ່ານມາ (ຕາມເວລາອາເມລິກາ), ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຖະແຫຼງວ່າ, ບັນດາມາດຕະການລົງໂທດຂອງສະຫະປະຊາຊາດແນໃສ່ອີຣານ ໄດ້ເລີ່ມມີຜົນສັດສິດຄືນໃໝ່ ແລະ ອາເມລິກາ ຈະ “ຈັດວາງບັນດາຜົນຮ້າຍຢ້ອນຫຼັງ” ຖ້າຫາກບັນດາປະເທດສະມາຊິກສະຫະປະຊາຊາດ ບໍ່ປະຕິບັດບັນດາຄຳສັ່ງລົງໂທດ. ໃນຖະແຫຼງການເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຊີ້ແຈ້ງວ່່າ “ຖ້າຫາກວ່າບັນດາປະເທດສະຫະປະຊາຊາດ ບໍ່ປະຕິບັດສຳເລັດຄຳໝັ້ນສັນຍາຂອງເຂົາເຈົ້າກ່ຽວກັບການປະຕິບັດບັນດາມາດຕະການລົງໂທດດັ່ງກ່າວ, ອາເມລິກາ ພ້ອມແລ້ວທີ່ຈະນຳໃຊ້ເຈົ້າໜ້າທີ່ຢູ່ພາຍໃນປະເທດເພື່ອຈັດວາງບັນດາຜົນຮ້າຍຢ້ອນຫຼັງສຳລັບບັນດາການປະລາໄຊນັ້ນ ແລະ ຮັບປະກັນວ່າ ອີຣານ ຈະບໍ່ໄດ້ຮັບຜົນປະໂຫຍດຈາກການເຄື່ອນໄຫວເຊິ່ງສະຫະປະຊາຊາດ ເກືອດຫ້າມ”. ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມພຽງລຳພັງຝ່າຍດຽວດັ່ງກ່າວຂອງວໍຊິງຕັນ ຖືກຫຼາຍປະເທດຄັດຄ້ານຢ່າງແຮງ, ໃນນັ້ນລວມທັງບັນດາປະເທດພັນທະມິດຂອງອາເມລິກາ.

ຫຼາຍປະເທດຄັດຄ້ານເລື່ອງອາເມລິກາ ຈັດວາງຄຳສັ່ງລົງໂທດຕໍ່ອີຣານ ຄືນໃໝ່

        ພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຖະແຫຼງຈັດວາງຄຳສັ່ງລົງໂທດຂອງສະຫະປະຊາຊາດເພື່ອຕ້ານອີຣານ ຄືນໃໝ່ພຽງໃນເວລາ 2 - 3 ຊົ່ວໂມງ, ວັນທີ 20 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ໄດ້ອອກຖະແຫຼງການຄັດຄ້ານຢ່າງແຮງ. ຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍ ເນັ້ນໜັກວ່າ “ອາເມລິກາ ສືບຕໍ່ເຮັດໃຫ້ປະຊາຄົມສາກົນມີຄວາມເຂົ້າໃຈຜິດ ເມື່ອກະຕວງກ່ຽວກັບເລື່ອງເຮັດສຳເລັດບາງລະບຽບການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ມີຕໍ່ອີຣານ, ເຊິ່ງເຄີຍຖືກຍົກເລີກເມື່ອປີ 2015 ພາຍຫຼັງເຊັນແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍອີຣານ.”

ອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນພາຍຫຼັງຈັດວາງຄຳສັ່ງລົງໂທດອີຣານຄືນໃໝ່ - ảnh 2ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບນະໂຍບາຍຄວາມໝັ້ນຄົງການຕ່າງປະເທດທ່ານ Jossep Borreli

(ພາບ: AFP/TTXVN)

ໃນວັນດຽວກັນ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບນະໂຍບາຍຄວາມໝັ້ນຄົງການຕ່າງປະເທດທ່ານ Jossep Borreli ກໍ່ໄດ້ປະຕິເສດຖະແຫຼງການພຽງລຳພັງຝ່າຍດຽວຂອງອາເມລິກາ ກ່ຽວກັບການຟື້ນຟູບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດເພື່ອຕ້ານອີຣານ. ເຈົ້າໜ້າທີ່ອີຢູ ໄດ້ເນັ້ນໜັກວ່າ, ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງອີຣານ ເມື່ອປີ 2018 ພຽງລຳພັງຝ່າຍດຽວ ສະນັ້ນບໍ່ສາມາດລິເລີ່ມວິວັດທະນາການຟື້ນຟູບັນດາຄຳສັ່ງລົງໂທດຕາມມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້. ບັນດາຄຳໝັ້ນສັນຍາກ່ຽວກັບການຍົກເລີກການລົງໂທດໃນ JCPOA ຍັງໄດ້ນຳໃຊ້ ແລະ ອີຢູ ຈະສືບຕໍ່ຮັບປະກັນການຮັກສາ ແລະ ປະຕິບັດ JCPOA ຂອງອີຣານ ແລະ ບັນດາຝ່າຍອື່ນໆທີ່ເຂົ້າຮ່ວມຢ່າງຄົບຖ້ວນ. ທ່ານ Jossep Borreli ຢືນຢັນວ່າ JCPOA ແມ່ນເສົາຄ້ຳຕົ້ນຕໍຂອງໂຄງປະກອບບໍ່ເຜີຍແຜ່ອາວຸດນິວເຄຼຍທົ່ວໂລກ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສືບຕໍ່ປະຕິບັດຂໍ້ຕົກລົງ ແລະ ຫຼຸດຜ່ອນບັນດາການກະທຳທີ່ອາດໄດ້ຮັບຖືວ່າເຮັດໃຫ້ສະພາບການຖືກປິນຂັ້ນໄດ.

        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ຖະແຫຼງວ່າ ຍັງບໍ່ທັນຍົກອອກການກະທຳໃດໆກ່ຽວກັບບັນດາມາດຕະການລົງໂທດສຳລັບອີຣານ ຍ້ອນ “ມີຄວາມບໍ່ແນ່ນອນ” ທີ່ກ່ຽວຂ້ອງເຖິງບັນຫານີ້.

ຄວາມມານະພະຍາຍາມຍາກທີ່ຈະປະຕິບັດໄດ້ ແລະ ບັນດາຜົນຕາມມາທີ່ອັນຕະລາຍ

        ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ດ້ວຍບັນດາປະຕິກິລິຍາຢ່າງຮຸນແຮງຈາກປະຊາຊົນສາກົນ, ໃນນັ້ນມີບັນດາປະເທດພັນທະມິດຂອງອາເມິລກາ ກໍ່ຄືບັນດາປະເທດໃນອີຢູ, ອຳນາດການປົກຄອງອາເມລິກາ ພວມສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ ເມື່ອມານະພະຍາຍາມຈັດວາງບັນດາຄຳສັ່ງລົງໂທດເພື່ອຕ້ານອີຣານ ຄືນໃໝ່. ຍ້ອນວ່າ, ການເລີ່ມປະຕິບັດການຈັດວາງບັນດາຄຳສັ່ງລົງໂທດອີຣານ ຂອງສະຫະປະຊາຊາດຄືນໃໝ່ ກໍ່ໝາຍຄວາມວ່າ ຈະເປັນການຍົກເລີກຂໍ້ຕົກລົງນິວເຄຼຍອີຣານ ທີ່ໄດ້ລົງນາມເມື່ອປີ 2015, ເຊິ່ງເປັນຜົນງານຂອງບັນດາຄວາມມານະພະຍາຍາມເປັນເວລາຫຼາຍປີຈາກສາກົນ. ບໍ່ພຽງແຕ່ລັດເຊຍ ແລະ ຈີນ ເທົ່ານັ້ນ, ຫາກຫຼາຍປະເທດເອີລົບ ກໍ່ຈະຄັດຄ້ານບາດກ້າວດັ່ງກ່າວ.

        ແຕ່ວ່າ, ດ້ວຍເລື່ອງອາເມລິກາ ຖະແຫຼງຈະລົງໂທດບັນດາປະເທດທີ່ບໍ່ປະຕິບັດການຟື້ນຟູມາດຕະການລົງໂທດອີຣານ ຄືນໃໝ່ນັ້ນ, ບັນດາປະເທດພັນທະມິດອາເມລິກາ ພວມຖືກຍູ້ໃຫ້ເຂົ້າຕົກສູ່ສະພາບຍາກບໍ່ຮູ້ວ່າຈະຕ້ານຄືນອາເມລິກາ ຫຼື ຕ້ານຄືນຂໍ້ຕົກລົງ JCPOA. ໃນສະພາບການດັ່ງກ່າວ, ມາດຕະການດີທີ່ສຸດເຊິ່ງບັນດານັກໄຈ້ແຍກຊີ້ອອກແມ່ນບັນດາຝ່າຍສາກົນຄວນຢຶດໝັ້ນເອົາການເຈລະຈາກັບອີຣານ ຈົນເຖິງເມື່ອການເລືອກຕັ້ງປະທານາທິບໍດີອາເມລິກາ ສິ້ນສຸດລົງ, ດ້ວຍຄວາມຫວັງວ່າຍຸດທະສາດຂອງ ວໍຊິງຕັນ ໃນບັນຫານິວເຄຼຍອີຣານ ຈະມີການປ່ຽນແປງຕາມທິດທີ່ມີຜົນປະໂຫຍດໃຫ້ແກ່ JCPOA ໃນແຜນການຜູ້ຮັບສະໝັກເລືອກຕັ້ງພັກປະຊາທິປະໄຕຮັບໄຊຊະນະ. ເຖິງຢ່າງໃດກໍ່ຕາມ, ໃນແຜນການກົງກັນຂ້າມ, ທ່ານປະທານາທິບໍດີ D.Trump ໄດ້ຮັບໄຊຊະນະ, ບັນຫາອາດຈະສັບສົນຂຶ້ນຫຼາຍເທົ່າ ເມື່ອບັນດາປະເທດພັນທະມິດເອີລົບ ຂອງອາເມລິກາ ຈະຕ້ອງເລືອກເອົາລະຫວ່າງການປະຕິບັດຕາມແຜນການຂອງວໍຊິງຕັນ ຫຼື ຍ້ອມເສຍສະຫຼະການພົວພັນກັບອາເມລິກາ ເພື່ອຮັກສາຂໍ້ຕົກລົງເຊິ່ງເຂົາເຈົ້າໄດ້ປະກອບເຫື່ອແຮງຫຼາຍຢ່າງເພື່ອບັນລຸໄດ້ນັ້ນ. ດ້ວຍແຜນການດັ່ງກ່າວ, ບໍ່ມີສິ່ງໃດຮັບປະກັນຢ່າງແນວແນ່ວ່າ JCPOA ຈະໄດ້ຮັບການຮັກສາ ແລະ ຄາວນັ້ນຜົນຕາມມາຂອງມັນໄດ້ຮັບການຄາດຄະເນວ່າຈະຮ້າຍແຮງທີ່ສຸດ, ຍາກທີ່ຈະຄາດຄິດໄດ້.

ຕອບກັບ