ຫວຽດນາມ-ລາວ ພ້ອມກັນສ້າງອະນາຄົດ

Van
Chia sẻ
(VOVWORLD) -ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢ່າງເປັນທາງການ ນັບແຕ່ເມື່ອຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີລາວ ເມື່ອປີ 2016.

ຫວຽດນາມ-ລາວ ພ້ອມກັນສ້າງອະນາຄົດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເມື່ອເດືອນ ຕຸລາ 2016

(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ວັນທີ 01 ຕຸລາ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປ.ລາວ ມາຢ້ຽມຢາມສສ.ຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 – 03 ຕຸລາ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢ່າງເປັນທາງການ ນັບແຕ່ເມື່ອຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີລາວ ເມື່ອປີ 2016. ການຢ້ຽມຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ; ພ້ອມທັງແລກປ່ຽນບັນຫາສືບຕໍ່ຊອກຫາມາດຕະການເພື່ອຊຸກຍູ້ບັນດາຂໍ້ຕົກລົງ, ການຮ່ວມມືທີ່ໄດ້ລົງນາມແລ້ວ ກໍຄືເພີ່ມທະວີການລົງທຶນລະຫວ່າງ 2 ປະເທດ.

        ຫວຽດນາມ - ລາວ ມີມູນເຊື້ອສາມັກຄີແບບພິເສດມາແຕ່ດົນນານແລ້ວ, ສາຍພົວພັນອັນສັດຊື່ບໍລິສຸດລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ໂດຍປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນຳລຸ້ນຕ່າງໆ, ປະຊາຊົນ 2 ປະເທດເພີ່ມພູນຄູນສ້າງນັ້ນກໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຄືດັ່ງຊັບສົມບັດອັນລ້ຳຄ່າຂອງທັງ 2 ຊາດ.

ຫວຽດນາມ-ລາວ ພ້ອມກັນສ້າງອະນາຄົດ - ảnh 2ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: VGP)

ຂີດໝາຍໃນການພົວພັນດ້ານການເມືອງ

        ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. 2 ຝ່າຍໄດ້ຮັກສາການພົວພັນແລກປ່ຽນຢ້ຽມຢາມຂັ້ນສູງຢ່າງເປັນປະຈຳ ກໍຄືບັນດາການຢ້ຽມຢາມຂອງບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ; ເພີ່ມທະວີການແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ - ສັງຄົມ. ສະເພາະໃນປີ 2019, ມີຄະນະຜູ້ແທນຂັ້ນສູງຂອງການນຳ 2 ປະເທດຫຼາຍຄະນະໄດ້ໄປຢ້ຽມຢາມເຊິ່ງກັນ ແລະ ກັນຄື: ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢ້ຽມຢາມສັນຖະວະໄມຕີສປປ.ລາວ (ເມື່ອເດືອນ ກຸມພາ 2019); ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມລາວ (ເດືອນ ກັນຍາ 2019)… ກ່ຽວກັບຝ່າຍລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ມາຢ້ຽມຢາມຫວຽດນາມ (ເດືອນ ສິງຫາ 2019); ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢ້ຽມຢາມຫວຽດນາມ (ເດືອນ ມີນາ 2019)…

        ກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ສືບຕໍ່ມີບັນດາບາດກ້າວພັດທະນາໃໝ່, ແມ່ນເສົາຄ້ຳໜຶ່ງຂອງການພົວພັນລະຫວ່າງ 2 ປະເທດ. 2 ຝ່າຍໄດ້ຕັ້ງໜ້າ, ເປັນເຈົ້າການປະຕິບັດບັນດາອະນຸສັນຍາຮ່ວມມືໄລຍະ 5 ປີ ແລະ ແຜນການຮ່ວມມືປະຈຳປີກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ປະຕິບັດສັນຍາກ່ຽວກັບຂໍ້ກຳນົດລະບຽບຊາຍແດນ, ສົມທົບກັນຜັນຂະຫຍາຍຂໍ້ຕົກລົງລະຫວ່າງ 2 ລັດຖະບານກ່ຽວກັບການແກ້ໄຂບັນຫາປະຊາຊົນອົບພະແບບຊະຊາຍ ແລະ ການແຕ່ງງານບໍ່ຖືກຕາມລະບຽບຫຼັກການຢູ່ເຂດຊາຍແດນລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ.

        ຢູ່ບັນດາເວທີປາໄສສາກົນ, ຫວຽດນາມ ແລະ ລາວ ພ້ອມກັນສົມທົບກັນຢ່າງແໜ້ນແຟ້ນ, ສົມທົບກັບບັນດາສະມາຊິກອື່ນໆຂອງອາຊຽນ ອື່ນໃນການສ້າງປະຊາຄົມອາຊຽນ ແລະ ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນອາຊຽນ ໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ. 2 ຝ່າຍໄດ້ຮ່ວມມືກັນ, ສົມທົບຢ່າງເປັນປະຈຳກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ, ຮັບປະກັນຄວາມກົມກ່ຽວດ້ານຜົນປະໂຫຍດຂອງບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ. ຕີລາຄາກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ເນື່ອງໃນໂອກາດການໄປຢ້ຽມຢາມສປປ.ລາວ ຢ່າງເປັນທາງການ ເມື່ອປີ 2016, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ເນັ້ນໜັກວ່າ.

        “ໃນພາລະກິດແຫ່ງການຕໍ່ສູ້ເພື່ອຍາດເອົາເອກກະລາດ, ເສລີພາບມາໃຫ້ປະເທດຊາດກ່ອນນີ້ ກໍຄືໃນໄລຍະແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ທີ່ມີຄວາມສັບສົນຫຼາຍຢ່າງຄືໃນປະຈຸບັນນີ້, 2 ຊາດມີຄວາມເອກອ້າງຖະນົງໃຈເມື່ອເຫັນວ່າ 2 ປະເທດແມ່ນບັນດາເພື່ອນສະຫາຍ, ເປັນເພື່ອນມິດສະໜິດສະໜົມ ສັດຊື່ບໍລິສຸດ, ຮ່ວມທຸກຮ່ວມສຸກນຳກັນ. ບັນດາຜົນງານສຳຄັນເຊິ່ງ 2 ປະເທດບັນລຸໄດ້ນັ້ນ ໄດ້ປະກອບສ່ວນສ້າງ ແລະ ຮັກສາສະພາບແວດລ້ອມພາກພື້ນ, ສາກົນແຫ່ງສັນຕິພາບ, ສ້າງຄວາມສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ ພັດທະນາເສດຖະກິດສັງຄົມ, ສ້າງສາ ແລະ ປົກປັັກຮັກສາປະເທດຊາດ”.

ການພົວພັນດ້ານເສດຖະກິດໄດ້ມີສັນຍານດີຂື້ນ

        ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ລາວ ສືບຕໍ່ແມ່ນຈຸດເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້. ວົງເງິນການຄ້າ 2 ສົ້ນປີ 2018 ບັນລຸກວ່າ 1 ຕື້ USD, ເດືອນ ສິງຫາ ປີ 2019 ບັນລຸເກືອບ 750 ລ້ານ USD (ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018). 2 ຝ່າຍພວມຕັ້ງໜ້າຜັນຂະຫຍາຍສັນຍາການຄ້າໃໝ່ ແລະ ສັນຍາການຄ້າຊາຍແດນ ດ້ວຍເປົ້າໝາຍຮັກສາລະດັບການເຕີບໂຕຂອງວົງເງິນການຄ້າຢ່າງໜ້ອຍສຸດແມ່ນ 10%/ປີ. ມາຮອດປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ລາວ, ດ້ວຍຍອດທຶນຈົດທະບຽນແມ່ນກວ່າ 4 ຕື້ USD, ໂດຍສຸມໃສ່ໃນຫຼາຍຂົງເຂດຄື: ເຄື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນແຮ່ທາດ, ການບໍລິການ, ກະສິກຳ ແລະ ໂທລະຄົມມະນາຄົມ. ບັນດາໂຄງການເຄື່ອນໄຫວທີ່ມີປະສິດທິຜົນນອນໃນຂົງເຂດທະນາຄານ, ໂຮງແຮມ, ໄດ້ປະກອບສ່ວນເຂົ້າງົບປະມານຂອງລາວ ແລະ ຮັບປະກັນຊີວິດສັງຄົມ, ເຊິ່ງໄດ້ຮັບການຕີລາຄາສູງຈາກເພື່ອນລາວ.

        ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຄັ້ງນີ້, 2 ຝ່າຍຈະພ້ອມກັນລົງນາມບັນດາເອກະສານຮ່ວມມືສຳຄັນ ເພື່ອແນໃສ່ປັບປຸງ, ພັດທະນາການພົວພັນ 2 ຝ່າຍ. ເມື່ອຕີລາຄາກ່ຽວກັບຄວາມຕັດສິນໃຈຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ.

        “ໃນສະພາບການຂອງໂລກ ແລະ ເຕັມໄປດ້ວຍການຜັນແປຄືໃນປະຈຸບັນ, ສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ຍິ່ງມີຄວາມສຳຄັນສຳລັບ 2 ປະເທດ. ເປັນຈິດໜຶ່ງໃຈດຽວ, ພວກເຮົາຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ການພົວພັນທີ່ສັກກະລະບູຊານີ້ຂຽວສົດງົດງາມຕະຫຼອດການ”.

        ການພົວພັນລະຫວ່າງຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງມາກ່ອນນີ້ກວ່າເຄິ່ງສະຕະວັດ. ມາຮອດປະຈຸບັນ, ດ້ວຍຄວາມຕັດສິນໃຈຂອງການນຳ 2 ປະເທດ, ການພົວພັນນີ້ນັບມື້ນັບໄດ້ຮັບການປັບປຸງຢ່າງແໜ້ນແຟ້ນກວ່າ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ບັນດາບາດກ້າວພັດທະນາຕໍ່ໆໄປ.

ຕອບກັບ