ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ: ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​​ໃນ​ກາ​ນຮ່ວມ​ມື

Anh Huyen
Chia sẻ
(VOVWORLD) - ກອງພົບປະເອກອັກຄະລັດຖະທູດບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ປະຈໍາຫວຽດນາມ ປີ 2019 ໂດຍ ກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 9  10 ກັນຍາ ຢູ່ຮ່າໂນ້ຍ. ໂດຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງບັນດາປະເທດຕາເວັນອອກກາງ - ອາຟະລິກາ, ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດຕາເວັນອອກກາງໃນພາກພື້ນນີ້ເປັນສໍາຄັນ. ດັ່ງນັ້ນ, ນີ້ແມ່ນເຫດການເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ສ້າງກາລະໂອກກາດໂອ້ລົມສົນທະນາ ແລະ ແລກປ່ຽນໂດຍກົງລະຫວ່າງບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດໃນພາກພື້ນນີ້ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍດ້ານກວ່າອີກ.

ດ້ວຍຕະຫຼາດມີປະຊາກອນກວ່າ 1,6 ຕື້ຄົນ, ມີເນື້ອທີ່ກວ້າງກວ່າ 36 ລ້ານ Km2, ຕາເວັນອອກກາງ - ອາຟະລິກາ ແມ່ນພາກພື້ນທີ່ມີຄວາມສາມາດບົ່່ມຊ້ອນຫຼາຍຢ່າງໃນການຮ່ວມມື. ກົງກັນຂ້າມ, ຫວຽດນາມ ແມ່ນປະເທດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງເປັນພາກພື້ນທີ່ມີການເຕີບໂຕໄວທີ່ສຸດໃນ ອາຊີ-ປາຊີຟິກ. ໃນຈໍານວນ 70 ປະເທດຢູ່ ຕາເວັນອອກກາງ - ອາຟະລິກາ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 69 ໃນຈໍານວນ 70 ປະເທດ; ມີການພົວພັນທາງການຄ້າກັບທຸກປະເທດໃນພາກພື້ນ ດ້ວຍວົງເງິນການຄ້າສອງສົ້ນບັນລຸກວ່່າ 17,5 ຕື້ USD ປີ 2018, ເພີ່ມຂຶ້ນ 300% ເມື່ອທຽບໃສ່ປີ 2008.

        ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ລ້ວນແຕ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ເຄີຍສະໜັບສະໜູນເຊິ່ງກັນແລະກັນໃນໄລຍະຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ແລະ ພາລະກິດແຫ່ງການສ້າງສາ ແລະ ພັດທະນາເສດຖະກິດຂອງແຕ່ລະປະເທດ. ບັນດາປະເທດທີ່ມາຈາກ ອາຟະລິກາ, ຕາເວັນອອກກາງ ຕາງກໍຕີລາຄາສູງການພັດທະນາຂອງຫວຽດນາມ ໂດຍຖືວ່າ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ແລະ ການຮ່ວມສໍາພັນສາກົນພວມດໍາເນີນຢ່າງແຮງຢູ່ທັງ ທະວີບ ອາຊີ ແລະ ພາກພື້ນ ຕາເວັນອອກກາງ, ອາຟະລິກາ ດ້ວຍບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນທີ່ ສາມາດໜູນຊ່ວຍໃຫ້ແກ່ກັນນັ້ນ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ, ອາຟະລິກາ ພວມມີກາລະໂອກາດຫຼາຍຢ່າງເພື່ອພັດທະນາດີກວ່າອີກ.

ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ: ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​​ໃນ​ກາ​ນຮ່ວມ​ມື - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກເກືື່ອງ (ພາບ: baoquocte.vn)

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກເກືື່ອງ ຖືວ່າ:

        “ການພົວພັນລະຫວ່າງຕາເວັນອອກກາງ, ອາຟະລິກາ ກັບ ຫວຽດນາມ ແມ່ນດີງາມທີ່ສຸດ ແລະ ມີມາແຕ່ດົນນານ. ປະເທດໃດຢູ່ ອາຟະລິກາ ເມື່ອເວົ້າເຖິງຫວຽດນາມ ກໍລ້ວນແຕ່ຮູ້ຈັກປະທານໂຮ່ຈີມິນ ແລະ ທ່ານພົນເອກຫວໍງວຽນຢ໊າບ. ການພົວພັນດ້ານການເມືອງແມ່ນດີຄືແນວນັ້ນ ແຕ່ຂ້າພະເຈົ້າຖືວ່າ ການພົວພັນດ້ານເສດຖະກິດແມ່ນຍັງບໍ່ທ່ວງທັນ. ມັນມີຫຼາຍສາເຫດ, ອາດຈະແມ່ນຍ້ອນຄວາມຮັບຮູ້ຂອງທັງສອງຝ່າຍກ່ຽວກັບຄວາມສໍາຄັນຂອງການພັດທະນາ, ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນຍັງມີຂໍ້ຈໍາກັດ. ດັ່ງນັ້ນ ຈຸດປະສົງສໍາຄັນຂອງບັນດາເອກອັກຄະລັດຖະທູດຫວຽດນາມທີ່ກອງປະຊຸມຄັ້ງນີ້ ແມ່ນຈະສະໜອງຂໍ້ມູນ ແລະ ແຈ້ງໃຫ້ເຂົາເຈົ້າຮັບຊາບກ່ຽວກັບສະພາບການຂອງຫວຽດນາມ ໃນໄລຍະຜ່ານມາກໍຄື ບັນດາການກໍານົດທິດຂອງພວກເຮົາໃນໄລຍະຈະມາເຖິງ”.

        ໃນສະພາບການພົວພັນຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະ ພາກພື້ນຕາເວັນອອກກາງ - ອາຟະລິກາ ທີ່ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ, ທັງຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ ລ້ວນແຕ່ຮັບຮູ້ໄດ້ວ່າ ອັດຕາແລກປ່ຽນການຄ້າລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ, ອາຟະລິກາ ກວມເອົາພຽງແຕ່ 3,5% ໃນຈໍານວນ 480 ຕື້ USD ລວມຍອດມູນຄ່າການສົ່ງອອກສິນຄ້າຫວຽດນາມໃນປີ 2018 ເຊິ່ງຍັງແມ່ນຕົວເລກທີ່ຕໍ່າ ເມື່ອທຽບໃສ່ລະດັບການເຕີບໂຕ ແລະ ຂອບຂະໜາດເສດຖະກິດ ແລະ ປະຊາກອນຂອງທັງສອງຝ່າຍ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນດາຝ່າຍ ຕ້ອງເຮັດຫຼາຍກວ່າອີກ, ມີຄວາມຕັດສິນໃຈກວ່າອີກ ແລະ ມີປະສິດທິຜົນກວ່າອີກ. ທ່ານເອກອັກຄະລັດຖະທູດ ອີຢິບ Mahmoud Hassan Nayel ຖືວ່າ:

ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອີຢີບໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະທີ່ຜ່ານມາ, ປະມານ 100% ພາຍໃນ 3 ປີທີ່ຜ່ານມາ ແລະ ສະເພາະສຳລັບ ປີ 2018ແມ່ນເພີ່ມຂຶ້ນ 20%. ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນນີ້ຍັງເຕີບໂຕຢ່າງແຮງກວ່າອີກໃນໄລຍະທີ່ຈະມາເຖິງ. ຂ້າພະເຈົ້າຖືວ່າ ບັນຫາຫຼັກແຫຼ່ງແມ່ນການຮັບຮູ້ຂໍ້ມູນຂອງກັນ, ແລະ ກອງປະຊຸມຄັ້ງນີ້ແມ່ນ ໂອກາດທີ່ດີເພື່ອໃຫ້ບັນດາຝ່າຍສາມາດຊອກຫາຂໍ້ມູນ, ກຳແໜ້ນໂອກາດການຮ່ວມມື, ຈາກນັ້ນຊຸກຍູ້ການຄ້າສອງສົ້ນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ.

        ສ້າງການກະຕຸກຊຸກຍູ້ໃຫ້ແກ່ການຄ້າ, ການລົງທຶນ

        ໃນສະພາບການນັ້ນ, ຕ້ອງມີຫຼາຍການເຄື່ອນໄຫວກ່ວາອີກ, ນຳໃຊ້ບັນດາມາດຕະການເຕັກນິກເພື່ອໃຫ້ມະຫາຊົນ ຫວຽດນາມ ແລະ ບັນດາປະເທດ ທາງທິດຕາເວັນອອກກາງ - ອາຟະລິກາ ຮັບຮູ້ຕື່ມອີກກ່ຽວກັບວັດທະນະທຳ, ພາສາ, ເຂົ້າໃຈບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເມື່ອມາຮ່ວມມືກັນ ແມ່ນໜ້າທີ່, ເປົ້າໝາຍຂອງກອງປະຊຸມ “ພົບປະເອກອັກຄະລັດຖະທູດ ບັນດາປະເທດຢູ່ທາງທິດຕາເວັນອອກກາງ - ອາຟະລິກາ 2019”. ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກເກຶອງແລ້ວ, ກອງປະຊຸມຄັ້ງນີ້ເພື່ອແນໃສ່ຜັນຂະຫຍາຍບົດບາດຂອງບັນດາທ່ານເອກອັກຖະລັດຖະທູດ, ເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ຕາເວັນອອກກາງ - ອາຟະລິກາໃຫ້ມີປະສິດທິຜົນ. ທ່ານກ່າວວ່າ:

        ນີ້ ແມ່ນຄັ້ງທຳອິດທີ່ພວກເຮົາຈັດຕັ້ງກອງປະຊຸມດັ່ງກ່າວ, ເຊິ່ງນອນໃນຂອບເຂດແຜນຮ່າງພັດທະນາການພົວພັນລະຫວ່າງ ຫວຽດນາມ ຕາເວັນອອກກາງ ອາຟະລິກາໄລຍະ 2016 2020 ທີ່ໄດ້ຮັບການອະນຸມັດຜ່ານຈາກລັດຖະບານ. ຜ່ານກອງປະຊຸມນີ້, ປາດຖະໜາວ່າຈະສ້າງການກະຕຸກຊຸກຍູ້ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ  ຕາເວັນອອກກາງອາຟະລິກາໃນໄລຍະຈະມາເຖິງ, ໃນກອງປະຊຸມຄັ້ງນີ້, ນອກຈາກການແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການຮັບຮູ້ແລ້ງ, ຫາກຍັງສຸມໃສ່ເຂົ້າ 3 ບັນຫາແມ່ນ: ຊຸກຍູ້ການພົວພັນເສດຖະກິດການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ຕາເວັນອອກກາງອາຟະລິກາໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າບັນດາຂົງເຂດເຊິ່ງເປັນທ່າແຮງຂອງພວກເຮົາ ແລະ ຂອງເຂົາເຈົ້າ.

        ໃນນະໂຍບາຍທາງການທູດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບບັນດາປະເທດຢູ່ຕາເວັນອອກ ກາງ ອາຟະລິກາ. ຫຼາຍປະເທດໃນພາກພື້ນໄດ້ຕັ້ງໜ້າປະຕິບັດນະໂຍບາຍມຸ່ງໄປສູ່ທາງທິດຕາເວັນອອກ, ເພີ່ມທະວີການພົວພັນກັບບັນດາປະເທດ, ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຢູ່ ອາຊີ, ໃນນັ້ນມີ ຫວຽດນາມ. ພິເສດ, ໃນໄລຍະຜ່ານມາ, ບັນດາປະເທດຢູ່ຕາເວັນອອກກາງ ອາຟະລິກາສະໜັບກໍ່ໄດ້ສະໜູນຫວຽດນາມຢ່າງແຮງໃນເລື່ອງດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ການພົວພັນດ້ານການເມືອງອັນດີງານນັ້ນພວມແມ່ນພື້ນຖານທີ່ໝັ້ນແກ່ນເພື່ອໃຫ້ ຫວຽດນາມ ແລະ ພາກພື້ນຕາເວັນອອກກາງອາຟະລິກາຊຸກຍູ້ການຮ່ວມມືໃນຫຼາຍດ້ານໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ