ຫ​ວຽດ​ນາມ ສ້າງ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ທະ​ເລ​​ຢ່າງສົມ​ບູນ​ແບບ

Thu Hoa
Chia sẻ
(VOVWORLD) -ຫວຽດນາມ ເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ (ສປຊ) ກ່ຽວກັບທະເລປີ 1982  UNCLOS – “ລັດຖະທຳມະນູນຂອງມະຫາສະມຸດ” ນັບແຕ່ປີ 1994. ໃນໄລຍະ 25 ປີແຫ່ງການປະຕິບັດ UNCLOS, ຫວຽດນາມ ໄດ້ສ້າງລະບົບກົດໝາຍແຫ່ງຊາດວ່າດ້ວຍທະເລຢ່າງສົມບູນແບບ, ສ້າງຂອບເຂດນິຕິກຳສຳລັບການເຄື່ອນໄຫວຂຸດຄົ້ນ, ຄຸ້ມຄອງ ແລະ ອະນຸລັກຮັກສາບັນດາແຫລ່ງຊັບພະຍາກອນທະເລໃຫ້ສອດຄ່ອງກັບສົນທິສັນຍາ, ຮັບໃຊ້ຫນ້າທີ່ສຸມໃສ່ພັດທະນາເສດຖະກິດ, ຊຸກຍູ້ການພົວພັນດ້ານເສດຖະກິດຂອງຫວຽດນາມ ກັບບັນດາປະເທດ, ຍົກທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນສູງຂຶ້ນ.
ຫ​ວຽດ​ນາມ ສ້າງ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ທະ​ເລ​​ຢ່າງສົມ​ບູນ​ແບບ - ảnh 1ກ່ຳປັ່ນຕຳຫຼວດທະເລ 8001 ປະຕິບັດໜ້າທີ່ຢູ່ ຮ້ານຍາມ DK1/15 (ພາບ: TTXVN)

ໂດຍແມ່ນປະເທດແຄມທະເລ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ ດ້ວຍເກາະຫນ້ອຍໃຫຍ່ນັບພັນໆແຫ່ງ, ໃນນັ້ນ ລວມມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຫວຽດນາມ ມີຜົນປະໂຫຍດຫລາຍຢ່າງຈາກທະເລ. ໂດຍຮັບຮູ້ໄດ້ຄວາມສຳຄັນຂອງທະເລ, ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມວິວັດການສ້າງສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ພາຍຫລັງ (UNCLOS) ໄດ້ຮັບການຮັບຮອງເອົາ, ຫວຽດນາມ ແມ່ນຫນຶ່ງໃນຈຳນວນ 107 ປະເທດທຳອິດລົງນາມ ແລະ ປະຕິບັດລະບຽບການໃຫ້ສັດຕະຍາບັນໂດຍໄວ. ວັນທີ 23 ມີຖຸນາປີ 1994, ສະພາແຫ່ງຊາດ ສສ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການໃຫ້ສັດຕະຍາບັນ (UNCLOS). ວັນທີ 14 ກໍລະກົດປີ 1994, ຫວຽດນາມ ໄດ້ສົ່ງເອກະສານໃຫ້ສັດຕະຍາບັນເຖິງທ່ານເລຂາທິການໃຫຍ່ ສປຊ. ສະນັ້ນ ວັນທີ 16 ພະຈິກປີ 1994,    ເມື່ອ UNCLOS ເລີ່ມມີຜົນປະກາດໃຊ້ ກໍ່ກົງກັບໂອກາດເອກະສານສະບັບນີ້ມີຜົນສັກສິດສຳລັບຫວຽດນາມ. ດ້ວຍການໃຫ້ສັດຕະຍາບັນ UNCLOS, ຫວຽດນາມ  ຢັ້ງຢືນຄວາມຕັດສິນໃຈພ້ອມກັບປະຊາຄົມສາກົນສ້າງຄວາມເປັນລະບຽບຮຽບຮ້ອຍຢ່າງຍຸຕິທຳ, ສົ່ງເສີມການພັດທະນາ ແລະ ການຮ່ວມມືບົນທະເລ.

ສ້າງນະໂຍບາຍກ່ຽວກັບທະເລໃຫ້ສົມບູນແບບ

ທະເລ, ໝູ່ເກາະ ແມ່ນພາກສ່ວນຫນຶ່ງໃນອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານແຫ່ງຊາດ, ແມ່ນບ່ອນຫາລ້ຽງຊີບ, ແມ່ນປະຕູພົວພັນກັບສາກົນ, ສະຫນິດຕິດພັນຢ່າງແຫນ້ນແຟ້ນກັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ. ໂດຍຮັບຮູ້ໄດ້ສິ່ງສຳຄັນນັ້ນ, ພັກກອມມູນິດຫວຽດນາມ ໄດ້ສ້າງວິໄສທັດ ແລະປະກາດໃຊ້ຫລາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບທະເລ, ໝູ່ເກາະ. ໃນນັ້ນ ສຳຄັນ ແມ່ນ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງ

 ຮອດປີ 2030, ວິໄສທັດຮອດປີ 2045”. “ຍຸດທະສາດທະເລຫວຽດນາມ ຮອດປີ 2020” ວາງຄາດໝາຍນຳຫວຽດນາມ ກາຍເປັນປະເທດມີຄວາມເຂັ້ມແຂງກ່ຽວກັບທະເລ, ສ້າງຄວາມຮັ່ງມີຈາກທະເລ, ປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕບົນທະເລຢ່າງໝັ້ນຄົງ ປະກອບສ່ວນສຳຄັນເຂົ້າໃນພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມ.  ຍຸດທະສາດວາງອອກ 5 ຂົງເຂດບຸລິມະສິດພັດທະນາ ນັ້ນແມ່ນ ການຂຸດຄົ້ນ, ປຸງແຕ່ງ ນ້ຳມັນອາຍແກດສ, ຂຸດຄົ້ນປຸງແຕ່ງ ສິນທະເລ; ພັດທະນາເສດຖະກິດການເດີນທະເລ; ພັດທະນາການທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບຢູ່ທະເລ; ເພີ່ມທະວີການກໍ່ສ້າງບັນດາເຂດເສດຖະກິດ, ເຂດອຸດສາຫະກຳ. ພ້ອມກັນນັ້ນ ຍຸດທະສາດກໍ່ໄດ້ກຳນົດການກໍ່ສ້າງພື້ນຖານໂຄງລ່າງທະເລ, ໝູ່ເກາະ. ໃນນັ້ນ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດ ປີ 2030 , ວິໄສທັດຮອດປີ 2045” ເປັນການຢັ້ງຢືນບັນດາທັດສະນະສະເຫມີຕົ້ນສະເຫມີປາຍຂອງ ພັກ ແລະ ລັດ ຫວຽດນາມ ກ່ຽວກັບແຜນນະໂຍບາຍພັດທະນາເສດຖະກິດທະເລຢ່າງແຮງ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ແຫລ່ງຊັບພະຍາກອນທະເລຢ່າງໝັ້ນຄົງ ພ້ອມທັງວາງບັນດາເປົ້າໝາຍໃຫມ່ດ້ວຍບັນດາມາດຕະການສັງລວມ, ຍຸດທະສາດ.

ສ້າງລະບົບກົດໝາຍແຫ່ງຊາດວ່າດ້ວຍທະເລໃຫ້ສົມບູນແບບ

ເພື່ອແນໃສ່ສ້າງຂອບເຂດນິຕິກຳສຳລັບການເຄື່ອນໄຫວຂຸດຄົ້ນ, ຄຸ້ມຄອງ ແລະ ອະນຸລັກຮັກສາບັນດາແຫລ່ງຊັບພະຍາກອນທະເລໃຫ້ສອດຄ່ອງກັບ UNCLOS, ຮັບໃຊ້ຫນ້າທີ່ສຸມໃສ່ພັດທະນາເສດຖະກິດ, ຊຸກຍູ້ການພົວພັນດ້ານການຄ້າຂອງຫວຽດນາມ ກັບບັນດາປະເທດ,  ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃຫ້ສູງຂຶ້ນບົນເວທີສາກົນ, ມີກົດໝາຍສະເພາະຂະແຫນງກ່ຽວກັບທະເລ ແລະ ບັນດາຂົງເຂດເສດຖະກິດທະເລ ຫລາຍສະບັບໄດ້ປະກາດໃຊ້. ໃນນັ້ນເປັນຫນ້າສົນໃຈ ແມ່ນກົດໝາຍວ່າດ້ວຍນ້ຳມັນອາຍແກັດ ສະບັບປັບປຸງ ປີ 2008; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2014; ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດປີ 2003; ກົດໝາຍວ່າດ້ວຍສິນທະເລປີ 2017; ປະມວນກົດໝາຍວ່າດ້ວຍການເດີນທະເລຫວຽດນາມປີ 2015; ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະປີ 2015; ກົດໝາຍວ່າດ້ວຍການວາງແຜນກຳນົດປີ 2017; ກົດໝາຍວ່າດ້ວຍຕຳຫລວດທະເລຫວຽດນາມປີ 2018.

ເລື່ອງກາຍເປັນສະມາຊິກ UNCLOS ຮຽກຮ້ອງຫວຽດນາມ ຕ້ອງມີກົດໝາຍສະເພາະ ແລະ ສັງລວມກ່ຽວກັບທະເລ. ໃນສະພາບການນັ້ນ ວັນທີ 21 ມີຖຸນາປີ 2012, ກົດໝາຍວ່າດ້ວຍທະເລຫວຽດນາມ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ, ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2013 ເປັນຕົ້ນໄປ. ນີ້ແມ່ນຂີດໝາຍສຳຄັນໃນການພັດທະນາຂອງລະບົບກົດໝາຍ ຫວຽດນາມ ເວົ້າລວມ ກໍຄື ໃນວິວັດການສ້າງບັນດາຂໍ້ກຳນົດກົດໝາຍກ່ຽວຂ້ອງເຖິງທະເລເວົ້າສະເພາະໃຫ້ສົມບູນແບບ.

ດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍທະເລຫວຽດນາມ, ເປັນຄັ້ງທຳອິດ ຫວຽດນາມ ມີເອກະສານນິຕິກຳສະບັບຫນຶ່ງ ໂດຍກຳນົດລະບອບລະບຽບການນິຕິກຳບັນດາເຂດທະເລ, ໝູ່ເກາະ ຂຶ້ນກັບອະທິປະໄຕ ແລະ ອຳນາດອະທິປະໄຕຂອງຫວຽດນາມ ຕາມ UNCLOS ຢ່າງຄົບຖ້ວນ.

ນີ້ແມ່ນພື້ນຖານດ້ານກົດໝາຍທີ່ສຳຄັນເພື່ອໃຫ້ຫວຽດນາມປະຕິບັດການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາເສດຖະກິດທະເລ, ໝູ່ເກາະຂອງຕົນ. ພ້ອມກັນນັ້ນ ຜ່ານນັ້ນ ຫວຽດນາມ ໄດ້ສົ່ງສານທີ່ວ່າ ຫວຽດນາມ ເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ເປັນຕົ້ນແມ່ນ UNCLOS, ສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຫ​ວຽດ​ນາມ ສ້າງ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ທະ​ເລ​​ຢ່າງສົມ​ບູນ​ແບບ - ảnh 2

ຕອບກັບ