ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ

BNG - Huyen
Chia sẻ
(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 07 – 10 ຕຸລາ. ນີ້ແມ່ນເຫດການສຳຄັນ, ໄດ້ຮັບຄວາມຫວັງວ່າຈະສ້າງຂີດໝາຍໃໝ່ໃນກົນໄກຮ່ວມມືແມ່ຂອງ - ຍີປຸ່ນ, ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ, ປາດຖະໜາຢາກສວມບົດບາດຕັ້ງໜ້າໃນກົນໄກຮ່ວມມືດັ່ງກ່າວ ກໍຄືພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(ພາບປະກອບ: VGP)

ກອງປະຊຸມສຸດຍອດຮ່ວມມືແມ່ຂອງ - ຍີ່ປຸ່ນ ຄັ້ງນີ້ ເປັນຂີດໝາຍ 10 ປີແຫ່ງການສ້າງຕັ້ງ ແລະ ພັດທະນາກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ ແລະ 3 ປີແຫ່ງການຜັນຂະຫຍາຍຍຸດທະສາດໂຕກຽວ ດ້ວຍບັນດາໝາກຜົນພົ້ນເດັ່ນໃນບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງໄພທຳມະຊາດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພົບປະແລກປ່ຽນປະຊາຊົນ…

ກົນໄກຮ່ວມມືຢ່າງມີປະສິດທິຜົນ

        ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 12 ດຳເນີນຢູ່ຟິລິບປີນ (ເມື່ອເດືອນ ມັງກອນ 2007), ຍີ່ປຸ່ນ ໄດ້ນຳສະເໜີໂຄງການພົວພັນຮ່ວມມືແມ່ຂອງ - ຍີ່ປຸ່ນ ໂດຍສຸມໃສ່ 3 ຂົງເຂດໃຫ້ບຸລິມະສິດ, ລວມມີ: ເຊື່ອມໂຍງເຂົ້າໃນເສດຖະກິດອະນຸພາກພື້ນ (ປັບປຸງໂຄງປະກອບພື້ນຖານໂຄງລ່າງ, ເພີ່ມທະວີການເຊື່ອມຕໍ່ພາກພື້ນ…); ເປີດກວ້າງດ້ານການຄ້າ - ການລົງທຶນລະຫວ່າງຍີ່ປຸ່ນ ແລະ ພາກພື້ນແມ່ຂອງ; ເດີນຕາມບັນດາຄຸນຄ່າທົ່ງເຖິງ ແລະ ເປົ້າໝາຍລວມຂອງພາກພື້ນຄື: ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເປົ້າໝາຍພັດທະນາສະຫັດສະວັດ, ຄວບຄຸມໂລກລະບາດ, ປົກປັກຮັກສາສິ່ງແວດລ້ອມ…

        ໄລ່ມາຮອດປະຈຸບັນ, ຍີ່ປຸ່ນ ແລະ ບັນດາປະເທດແມ່ຂອງ ລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ດຳເນີນກອງປະຊຸມສຸດຍອດ 9 ຄັ້ງ, ກອງປະຊຸມລັດຖະມົນຕີເສດຖະກິດ 11 ຄັ້ງ ເຊິ່ງບັນລຸໄດ້ຂໍ້ຕົກລົງຫຼາຍສະບັບ ແລະ ໝາກຜົນລະອຽດ. ໄລຍະຜ່ານມາ, ບັນດາຂົງເຂດຮ່ວມມືລະຫວ່າງພາກພື້ນແມ່ຂອງ - ຍີ່ປຸ່ນ ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດຄື: ການພັດທະນາພື້ນຖານໂຄງລ່າງຕ່າງໆ, ສ້າງລະບົບນິຕິກຳອຳນວຍຄວາມສະດວກພັດທະນາເສດຖະກິດແບບຍືນຍົງ, ຮັດແຄບຊ່ອງວ່າງໃນການພັດທະນາ; ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບບັນດາສິ່ງທ້າທາຍຄື: ໂລກລະບາດ, ໄພທຳມະຊາດ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາປະເທດແມ່ຂອງ ແລະ ຍີ່ປຸ່ນ.

        ໃນໄລຍະ 2016 - 2018, ການຮ່ວມມືແມ່ຂອງ - ຍີ່ປຸ່ນ ໄດ້ຜັນຂະຫຍາຍ “ຍຸດທະສາດໂຕກຽວ ໃໝ່ 2015” ແລະ “ແຜນການເຄື່ອນໄຫວແມ່ຂອງ - ຍີ່ປຸ່ນ ເພື່ອແນໃສ່ປະຕິບັດຍຸດທະສາດໂຕກຽວ ໃໝ່ 2015” ດ້ວຍເປົ້າໝາຍບັນລຸໄດ້ “ການເຕີບໂຕດ້ານຄຸນນະພາບ” ແລະ ສືບຕໍ່ພັດທະນາເສດຖະກິດແບບຍືນຍົງ ແລະ ສຳໝ່ຳສະເໝີຢູ່ອະນຸພາກພື້ນແມ່ນ້ຳຂອງ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທີ່ກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 7 (ເມື່ອວັນທີ 04 ກໍລະກົດ 2015), ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ສະຫງວນທຶນໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ຈຳນວນປະມານ 6,7 ຕື້ USD ໃຫ້ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ເພື່ອຜັນຂະຫຍາຍ “ຍຸດທະສາດໂຕກຽວ 2015” ແລະ ໃຫ້ບຸລິມະສິດແກ່ອະນຸພາກພື້ນແມ່ນ້ຳຂອງ ໃນການປະຕິບັດຂໍ້ລິເລີ່ມ 110 ຕື້ USD ໂດຍຮ່ວມມືກັບທະນາຄານພັດທະນາອາຊີ (ADB) ກ່ຽວກັບການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງຢູ່ພາກພື້ນອາຊີ - ປາຊີຟິກ.

        ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາ “ຍຸດທະສາດຮ່ວມມືໂຕກຽວ 2018” ກຳນົດທິດຮ່ວມມືແມ່ຂອງ - ຍີ່ປຸ່ນ ໄລຍະ 2019 - 2021. ພ້ອມກັນນັ້ນ, ກອງປະຊຸມກໍ່ຕີລາຄາຄືນບັນດາບົດບາດທີ່ຖອດຖອນມາໄດ້ໃນຂະບວນວິວັດ 10 ປີແຫ່ງການຮ່ວມມື ແລະ ບັນດາກາລະໂອກາດ, ສິ່ງທ້າທາຍຂອງການຮ່ວມມືແມ່ຂອງ - ຍີ່ປຸ່ນ ໃນໄລຍະໃໝ່.

ຫວຽດນາມ ສວມບົດບາດຕັ້ງໜ້າໃນກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ

        ໂດຍຕັ້ງຢູ່ປະຕູຂອງພາກພື້ນແມ່ຂອງ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບບັນດາປະເທດເຂດອະນຸພາກພື້ນ, ໂດຍສະເພາະແມ່ນກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ. ນັບແຕ່ເມື່ອກົນໄກຮ່ວມມືດັ່ງກ່າວໄດ້ຮັບການສ້າງຕັ້ງ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຂອງປະເທດທີ່ມີຄວາມຮັບຜິດຊອບ, ຂະຫຍັນຂັນເຄື່ອນ ແລະ ຕັ້ງໜ້າ.

        ພາຍຫຼັງໄລຍະ 10 ປີແຫ່ງການຮ່ວມມື, ດ້ວຍບັນດາການປະກອບສ່ວນຢ່າງມີປະສິດທິຜົນ, ຫວຽດນາມ ພວມນັບມື້ນັບຢືນຢັນບົດບາດ, ສຽງເວົ້າທີ່ສຳຄັນໃນຫຼາຍບັນຫາໃຫຍ່ຂອງການຮ່ວມມືແມ່ຂອງ - ຍີ່ປຸ່ນ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ກຽມພ້ອມ ພ້ອມກັບຍີ່ປຸ່ນ ແລະ ບັນດາປະເທດສ້າງບັນດາແຜນການຮ່ວມມືໄລຍະຍາວ ມຸ່ງໄປເຖິງເປົ້າໝາຍລວມແມ່ນການພັດທະນາ ແລະ ຮັດແຄບຊ່ອງວ່າງໃນການພັດທະນາຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ.

        ອາດຈະຕ້ອງເວົ້າເຖິງບັນດາຂໍ້ລິເລີ່ມທີ່ພົ້ນເດັ່ນຂອງຫວຽດນາມ ໃນໄລຍະຜ່ານມາຄື: ຂໍ້ລິເລີ່ມ “ເພີ່ມທະວີການເຊື່ອມຕໍ່ບັນດາແລວເສດຖະກິດຢູ່ອະນຸພາກພື້ນແມ່ນ້ຳຂອງ ຜ່ານການຊຸກຍູ້ການຂົນສົ່ງດ້ວຍຫຼາຍຮູບແບບ” ຫຼື ຂໍ້ລິເລີ່ມ “ເປີດກວ້າງການເຊື່ອມຕໍ່ອະນຸພາກພື້ນແມ່ນ້ຳຂອງກັບບັນດາເຂດອ້ອມແອ້ມຄືອາຊີໃຕ້”. ບັນດາຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຢ່າງແຮງຈາກບັນດາປະເທດຄູ່ຮ່ວມມື. ຈາກກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ, ມີຫຼາຍໂຄງການໄດ້ຮັບການຜັນຂະຫຍາຍຢູ່ຫວຽດນາມ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຈະມີການຢ້ຽມຢາມຍີ່ປຸ່ນ. ການຢ້ຽມຢາມພິເສດນີ້ຖືກດຳເນີນໃນໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ເພື່ອແນໃສ່ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ທີ່ພວມພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ. ການເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ພ້ອມແລ້ວທີ່ຈະພ້ອມກັບຍີ່ປຸ່ນ ແລະ ບັນດາປະເທດສ້າງບັນດາແຜນການຮ່ວມມືໄລຍະຍາວ ມຸ່ງໄປເຖິງເປົ້າໝາຍລວມແມ່ນພັດທະນາ ແລະ ຮັດແຄບຊ່ອງວ່າງໃນການພັດທະນາຂອງບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ ກໍຄືໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ