ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

Chia sẻ
(VOVWORLD) -  ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ

ຫວຽດນາມ ແລະ ກຳປູເຈຍ ຫາກໍ່ລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ ເພື່ອແກ້ໄຂບັນຫາປັກຫຼັກໝາຍຊາຍແດນ. ນີ້ໄດ້ຮັບຖືວ່າ ແມ່ນຫຼັກໝາຍປະຫວັດສາດ, ສ້າງບາດກ້າວພື້ນຖານສຳຄັນ ເພື່ອໃຫ້ 2 ປະເທດກ້າວໄປເຖິງຄວາມເຫັນດີເປັນເອກະພາບ 100% ກ່ຽວກັບການປັກຫຼັກໝາຍຊາຍແດນ, ການກຳນົດຊາຍແດນ, ຈາກນັ້ນ ສ້າງເງື່ອນໄຂປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ.

ຫວຽດນາມ - ກຳປູເຈຍ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ - ảnh 1ພິທີລົງນາມໃນເອກະສານ 2 ສະບັບຢ່າງເປັນທາງການ  (ພາບ: VGP)

        ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນຮ່ວມຍາວປະມານກ່ວາ 1.200 ກິໂລແມັດ, ໂດຍຜ່ານ 10 ແຂວງຂອງ ຫວຽດນາມ ແລະ 9 ແຂວງຂອງ ກຳປູເຈຍ. ໃນເກືອບເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການພົບປະເຈລະຈາເປັນຫລາຍຄັ້ງ, ລົງນາມໃນເອກະສານນິຕິທຳຫລາຍສະບັບ ເພື່ອຮັບຮູ້ຜົນງານການແກ້ໄຂຊາຍແດນລະຫວ່າງ 2 ປະເທດ.

ມານະພະຍາຍາມເພື່ອເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ

       ເສັ້ນຊາຍແດນທາງບົກລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການ ກຳນົດໃນສົນທິສັນຍາວ່າດ້ວຍການກຳນົດຊາຍແດນແຫ່ງຊາດທີ່ໄດ້ເຊັນກັນໃນປີ 1985 ແລະ ສົນທິສັນຍາເພີ່ມເຕີມສົນທິສັນຍາວ່າດ້ວຍການກຳນົດຊາຍແດນແຫ່ງຊາດທີ່ເຊັນກັນໃນປີ 2005. ນັບແຕ່ປີ 2006, ການປະຕິບັດສົນທິສັນຍາປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005, 2 ຝ່າຍໄດ້ຕັດສິນໃຈດຳເນີນວຽກງານການແບ່ງກຳນົດ, ຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ. ປີ 2013, 2 ຝ່າຍໄດ້ເຫັນດີເປັນເອກະພາບກັນປັກບັນດາຫຼັກໝາຍສຳຮອງເພີ່ມເຕີມ ເພື່ອກຳນົດແຈ້ງເສັ້ນຊາຍແດນໃນຕົວຈິງ. ໝາກຜົນ, ທ້າຍປີ 2018, 2 ຝ່າຍໄດ້ແບ່ງເສັ້ນຊາຍແດນສຳເລັດປະມານ 1.045 ກິໂລແມັດ, ກໍ່ສ້າງຫຼັກໝາຍໄດ້ກ່ວາ 2000 ຫຼັກໝາຍຢູ່ 1.500 ຈຸດທີ່ຕັ້ງຕົວຈິງ, ບັນລຸປະມານ 84% ປະລິມານວຽກງານແບ່ງຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນທົ່ວລະບົບເສັ້ນຊາຍແດນ.

        ສຳລັບຈຳນວນວຽກງານ 16% ທີ່ຍັງເຫຼືອນັ້ນ ຍັງບໍ່ທັນໄດ້ຮັບການຜັນຂະຫຍາຍແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃນຕົວຈິງ, ບົນຈິດໃຈຮ່ວມມືຢ່າງຕັ້ງໜ້າ, ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈ ຈະແກ້ໄຂທັງໝົດໂດຍໄວ ເພື່ອຫັນໄປສູ່ໄລຍະສົມທົບກັນແກ້ໄຂບັນຫາກຳນົດເສັ້ນຊາຍແດນທາງທະເລ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນທີ່ພິທີລົງນາມໃນວັນທີ 05 ຕຸລາ ຜ່ານມາ.

        “ການນຳ 2 ປະເທດຈະສືບຕໍ່ຊີ້ນຳ, ກະຕຸກຊຸກຍູ້ ເພື່ອປະຕິບັດການກຳນົດປັກຫຼັກໝາຍຊາຍແດນໃນທົ່ວເສັ້ນຊາຍແດນໃຫ້ສຳເລັດໂດຍໄວ, ບົນພື້ນຖານຄວາມເຂົ້າອົດເຂົ້າໃຈເຊິ່ງກັນ ແລະ ກັນ, ນ້ຳໃຈຄວາມຮັບຜິດຊອບລະຫວ່າງ 2 ປະເທດ, ເຄົາລົບກົດໝາຍສາກົນ, ພິເສດແມ່ນບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງໄດ້ຮັບການລົງນາມລະຫວ່າງ 2 ປະເທດພວກເຮົາ. ຍ້ອນວຽກງານແບ່ງຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກຂອງພວກເຮົາຍັງບໍ່ທັນສຳເລັດທັງໝົດ, ດັ່ງນັ້ນ ວຽກງານຄຸ້ມຄອງ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຢູ່ເຂດຊາຍແດນ ຄວນໄດ້ປະຕິບັດຕາມທິດ: ດຳເນີນການຄຸ້ມຄອງຕາມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ເຊິ່ງໄດ້ຮັບການຮັບຮູ້ ແລະ ຂຽນໄວ້ໃນຈົດໝາຍທາງການວ່າດ້ວຍການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນບັນດາເຂດທີ່ໄດ້ປະຕິບັດວຽກງານແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນສຳເລັດ (ປະມານ 84%); ສືບຕໍ່ຄຸ້ມຄອງຕາມຂໍ້ກຳນົດຢູ່ຂໍ້ 5 ມາດຕາ 3, ສົນທິສັນຍາເພີ່ມເຕີມ 2005 ສຳລັບບັນດາເຂດທີ່ຍັງບໍ່ທັນປະຕິບັດການແບ່ງຂີດຂັ້ນເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃຫ້ສຳເລັດ (ປະມານ 16%).

ໝາກຜົນທີ່ສຳຄັນ

ໃນຕະຫຼອດ 40 ປີທີ່ຜ່ານມາ, ຫວຽດນາມ ແລະ ກຳປູເຈຍໄດ້ມານະພະຍາຍາມ, ພ້ອມກັນແກ້ໄຂບັນຫາຊາຍແດນ, ຜັນຂະຫຍາຍ ວຽກງານ ແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງປົກລະຫວ່າງສອງປະເທດ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ນຳມາເຊິ່ງບັນດາໝາກຜົນທີ່ສຳຄັນ. ເລື່ອງຫວຽດນາມ ແລະ ກຳປູເຈຍໄດ້ລົງນາມໃນສັນຍາສະບັບເພີ່ມເຕີມ ປີ 2019 ແລະ ອະນຸສັນຍາ ວ່າດ້ວຍການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທີ່ຜ່ານມາແມ່ນເຫດການທີ່ມີຄວາມສຳຄັນພິເສດໃນການພົວພັນລະຫວ່າງສອງປະເທດ, ສ້າງຂີດໝາຍປະຫວັດສາດທີ່ມີຄວາມໝາຍໃນວິວັດການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດພາຍຫຼັງການເຈລະຈາໄດ້ດຳເນີນມາເປັນເວລາກ່ວາ 36 ປີ. ເຫດການນີ້ຢັ້ງຢືນເຖິງເປົ້າໝາຍລວມຂອງສອງຝ່າຍແມ່ນກໍ່ສ້າງເສັ້ນຊາຍແດນທີ່ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ມີຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າການເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດ ແລະ ຄວາມສິວິໄລຂອງປະຊາຊົນທັງສອງປະເທດ. ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hunsen ຢັ້ງຢືນວ່າ:

ພິທີລົງນາມໃນເອກະສານປະຫວັດສາດສອງສະບັບໃນມື້ນີ້ໄດ້ພິສູດໃຫ້ເຫັນວ່າ ຄວາມຄືບໜ້າໃນການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ ພວກເຮົາ ບັນລຸໄດ້ບາດກ້າວທີ່ໜ້າພາກພູມໃຈ. ນີ້ກໍ່ແມ່ນຄວາມມານະພະຍາຍາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຂ້າພະເຈົ້າ, ພ້ອມກັບຄະນະກຳມະການປະສົມຊາຍແດນ ແລະ ອຳນາດການປົກຄອງທຸກຂັ້ນຂອງສອງປະເທດໃນຕະຫຼອດໄລຍະ 14 ປີທີ່ຜ່ານມາ, ນັບແຕ່ພາຍຫຼັງລົງນາມໃນສັນນາສະບັບເພີ່ມເຕີມໃນປີ 2005 ມາຮອດປັດຈຸບັນ. ໝາກຜົນອັນຍິ່ງໃຫຍ່ໃນວຽກງານແປ່ງເສັ້ນຊາຍແດນ, ປັກຫຼັກໝາຍເຂດຊາຍແດນເຊິ່ງທັງສອງປະເທດບັນລຸໄດ້ແມ່ນເລີ່ມມາຈາກຄວາມມານະພະຍາຍາມໃນການຊອກຫາວິທີການແກ້ໄຂລວມ ບົນນ້ຳໃຈມິດຕະພາບ, ນ້ຳໃຈອ້າຍນ້ອງ, ຄວາມເຫັນໃຈເຊິ່ງກັນແລະກັນ ແລະ ເປັນເພື່ອນມິດຂອງກັນຜ່ານຫຼາຍສິບປີທີ່ຜ່ານມາ.

        ບັນຫາຊາຍແດນ, ຜືນແຜ່ນດິນແມ່ນບັນຫາທີ່ສັກກາລະບູຊາສຳລັບແຕ່ລະປະເທດຊາດ. ເລື່ອງມີເສັ້ນຊາຍແດນໄດ້ຮັບການໄວ້ແບ່ງລະອຽດຈຳແບກ,ຂີດຂັ້ນຢ່າງຈະແຈ້ງໃນຕົວຈິງ, ໄດ້ຮັບຮູການຢັ້ງຢືນດ້ວຍເອກະສານນິຕິກຳລະດັບສາກົນຈະສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະ ຮັບປະກັນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບເຂດຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມກໍ່ຄືການເພີ່ມທະວີການພົວພັນແລກປ່ຽນ ແລະ ການຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.

        ເລື່ອງ ຫວຽດນາມ ແລະ ກຳປູເຈຍລົງນາມໃນເອກະສານສອງສະບັບໄດ້ສະແດງໃຫ້ເຫັນວ່າ ຖ້າມີໄມຕິຈິດ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບ, ຄວາມໄວ້ເນື່ອເຊື່ອໃຈ ແລະ ຄວາມມານະພະຍາຍາມລວມແລ້ວ, ບັນຫາຫຍຸ້ງຍາກຄື ບັນຫາຊາຍແດນ, ຜືນແຜ່ນດິນກໍ່ຍັງສາມາດເປັນເອກະພາບເພື່ອແກ້ໄຂໄດ້. ນີ້ກໍ່ໄດ້ຖືວ່າແມ່ນເຫດການປະຫວັດສາດທີ່ສຳຄັນ, ເພື່ອໃຫ້ສອງຝ່າຍຫວນຄືນເສັ້ນທາງທີ່ໄດ້ຜ່ານມາ, ຈາກນັ້ນສ້າງກຳລັງໜູນເພື່ອບັນລຸໄດ້ບັນດາ ຜົນສຳເລັດອັນສຳຄັນໃນການແກ້ໄຂບັນດາຊາຍແດນ, ຜືນແຜ່ນດິນໃນໄລຍະຈະມາເຖິງ.

ຕອບກັບ