ສະພາ​ແຫ່ງ​ຊາດ​ຈັດ​ກອງ​ປະຊຸມ​ທາງ​ອອນ​ລາຍ​: ມີໄຫວພິບ, ທັນ​ສະ​ໄໝ, ສ້າງ​ພື້ນຖາ​ນ​ແກ່​ການ​ປ່ຽ​ນ​ແປງ​ໃໝ່

Hong Van
Chia sẻ
(VOVWORLD) - ວັນທີ 25 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ກ້າວເຂົ້າສູ່ໃນການເຮັດວຽກອາທິດທີ 2. ຮູບແບບປະຊຸມທາງອອນລາຍ ສືບຕໍ່ໄດ້ດໍາເນີນໃນອາທິດນີ້. ນີ້ແມ່ນຄັ້ງທໍາອິດໃນຮອບໄລຍະເວລາກວ່າ 70 ປີຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍເປັນເວລາຫຼາຍວັນຢ່າງລຽນຕິດ. ຮູບແບບນີ້ ບໍ່ພຽງແຕ່ແມ່ນການປັບຕົວໃຫ້ແທດເໝາະເຂົ້າກັບສະພາບການເກີດໂລກລະບາດໂຄວິດ -  19 ເທົ່ານັ້ນ ຫາກຍັງສ້າງພ້ືນຖານໃຫ້ແກ່ບາດກ້າວແຫ່ງການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດໃນສັງກາດ 4.0 ອີກດ້ວຍ.

 

        ຮູບແບບປະຊຸມທາງອອນລາຍ ໂດຍສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນໃນການເຮັດວຽກຂອງຕະຫຼອດ 2 ອາທິດທໍາອິດຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ແຕ່ວັນທີ 20 – 29 ພຶດສະພາ). ສັນຍານຈາກຫໍສະພາແຫ່ງຊາດໄດ້ເຊື່ອມຕໍ່ກັບຄະນະສະມາຊິກສະພາແຫ່ງຊາດຂອງ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ. ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດ ເຊິ່ງ ສະພາແຫ່ງຊາດໄດ້ດໍາເນີນກອງປະຊຸມທາງອອນລາຍ ແລະ ສະພາແຫ່ງຊາດຫວຽດນາມ ກໍແມ່ນໜຶ່ງໃນບັນດາສະພາແຫ່ງຊາດທໍາອິດໃນໂລກທີ່ໝູນໃຊ້ຮູບແບບດັ່ງກ່າວ.

        ກອງປະຊຸມທາງອອນລາຍ:  ສອດຄອ່ງກັບສະພາບການຕົວຈິງ

        ຄວາມຈິງໃນໄລຍະຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ບັນຫາຫຼາຍຢ່າງໃນການດໍາລົງຊີວິດ, ເສດຖະກິດ - ສັງຄົມ ພາຍໃນປະເທດຖືກປ່ຽນແປງໄປຕາມ, ໃນນັ້ນ ມີສ່ວນກ່ຽວຂ້ອງເຖິງການປະຊຸມຂອງສະພາແຫ່ງຊາດ. ເລື່ອງເລືອກເອົາວິທີຈັດກອງປະຊຸມທາງອອນລາຍສໍາລັບງວດເຮັດວຽກທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ຮັບການຕີລາຄາວ່າ ແມ່ນເໝາະສົມກັບສະພາບການທີ່ທັງສັງຄົມພວມຢູ່ໃນໄລຍະປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ໃນວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເຊິ່ງຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ:

         “ເລື່ອງປ່ຽນແປງໃໝ່ຮູບແບບຈັດກອງປະຊຸມ ໄດ້ສະແດງໃຫ້ເຫັນວ່າ ຍາມໃດສະພາແຫ່ງຊາດມີການປ່ຽນແປງ, ມີໄຫວພິບ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ ເພື່ອໄປທັນກັບສະພາບການເສດຖະກິດ, ສັງຄົມ ເພື່ອຜົນປະໂຫຍດຂອງປະຊາຊົນ”.

        ຄວາມຈິງແລ້ວ, ພາຍຫຼັງດໍາເນີນກອງປະຊຸມທາງອອນລາຍມາເປັນເວລາໜຶ່ງອາທິດຢ່າງຕໍ່ເນື່ອງ, ກໍໄດ້ມີສັນຍານຕັ້ງໜ້າຫຼາຍຢ່າງ ເປັນຕົ້ນແມ່ນ ສະມາຊິກສະພາແຫ່ງຊາດຢູ່ຈຸດຖ່າຍທອດສົດທີ່ 63 ຄະນະ ໄດ້ປະຕິບັດການຈົດທະບຽນປະກອບຄໍາເຫັນ, ປຶກສາຫາລື ຄືກັບບັນດາກອງປະຊຸມເທື່ອກ່ອນໆ. ບັນຊີລາຍຊື່ຈົດທະບຽນກ່າວຄໍາເຫັນໄດ້ຮັບການອັບເດດຢ່າງທັນການເຂົ້າໃນລະບົບຄວບຄຸມຂອງຄະນະປະທານ ຕາມລໍາດັບທີ່ສະມາຊິກສະພາແຫ່ງຊາດໄດ້ຈົດທະບຽນໄວ້ ແລະ ໄດ້ປະກົດຢູ່ເທິງໜ້າຈໍ ທີ່ຫໍປະຊຸມ ສະພາແຫ່ງຊາດ. ທ່ານນາງ ເຈົາກວິ່ງຢາວ, ສະມາຊິກສະພາແຫ່ງຊາດແຂວງ ກຽນຢາງ ຕີລາຄາວ່າ:

        “ເລື່ອງຈົດທະບຽນກ່າວຄໍາເຫັນ ຫຼື ປຶກສາຫາລື ແມ່ນມີຄວາມເປີດເຜີຍໂປ່ງໃສ, ທັນເວລາ ແລະ ບໍ່ຖືກຜົນສະທ້ອນກ່ຽວກັບບັນຫາເວລາ. ຄວາມໄວຂອງລະບົບເຄືອຂ່າຍກໍມີຄວາມຮັບປະກັນ ແລະ ຟັງແຈ້ງດີ”.

        

ສະພາ​ແຫ່ງ​ຊາດ​ຈັດ​ກອງ​ປະຊຸມ​ທາງ​ອອນ​ລາຍ​: ມີໄຫວພິບ, ທັນ​ສະ​ໄໝ, ສ້າງ​ພື້ນຖາ​ນ​ແກ່​ການ​ປ່ຽ​ນ​ແປງ​ໃໝ່ - ảnh 1

ກອງປະຊຸມຄົບຄະນະຄັ້ງທີ 27 ຂອງກຳມະການກົດໝາຍຕາມຮູບການທາງອອນລາຍ (ພາບ: quochoi.vn)

ຄຽງຄູ່ກັນນັ້ນ, ການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ຮັບປະກັນການປະຕິບັດຜ່ານບັນດາຊອບແວ, ໂປໂຣແກມ. ສະມາຊິກສະພາແຫ່ງຊາດມີຄວາມສະດວກໃນການເຂົ້າ ໂປໂຣແກມສະພາແຫ່ງຊາດເພື່ອຊອກຫາ, ຄົ້ນຄ້ວາເອກະສານ ຫຼື ຫໍສະຫມຸດດີຈີຕອນເພື່ອຊອກຫາ ແລະ ນຳໃຊ້ເອກະສານທາບທາມຂອງ ກອງປະຊຸມສະໄໝສາມັນເທື່ອທີ 9. ທ່ານ ຫງວຽນຢຸຍຫຶວ, ສະມາຊິກສະພາແຫ່ງຊາດແຂວງດັກລັກແບ່ງປັນວ່າ:

        ພວກຂ້າພະເຈົ້າຮູ້ສຶກເພິ່ງພໍໃຈກ່ຽວກັບຄຸນນະພາບລະບົດເຄືອຂ່າຍແມ່ນສາມາດສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການຂອງສະມາຊິກ. ເລື່ອງຜັນຂະຫຍາຍຮູບການນີ້ ສະພາແຫ່ງຊາດໄດ້ກ້າວຕື່ມບາດກ້າວໜຶ່ງທີ່ຍາວໄກໃນການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຮັບໃຊ້ກອງປະຊຸມຄັ້ງຕ່າງໆ.

ປະຖົມປັດໄຈໃຫ້ແກ່ສະພາແຫງ່ຊາດເອເລັກໂຕນິກ

        ຕາມທ່ານຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດແລ້ວ, ໃນໄລຍະຫວຽດນາມພວມກ້າວໄປເຖິງເຕັກໂນໂລຢີ 4.0, ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນກອງປະຊຸມສະພາແຫ່ງຊາດແມ່ນຈຳເປັນທີ່ສຸດ. ນີ້ແມ່ນການທົດລອງໃຫ້ແກ່ ຮູບການປະຊຸມແບບໃໝ່ ແລະ ຖ້າຫາກວ່າຮູບການນີ້ມີການເຄື່ອນໄຫວທີ່ດີຢ່າງແທ້ຈິງ ນັ້ນກໍ່ຈະແມ່ນບາດກ້າວປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ.

        ພວກເຮົາເຄີຍເວົ້າວ່າຕ້ອງຫັນຄວາມສ່ຽງກາຍເປັນໂອກາດ. ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເຮົາກະກຽມໃຫ້ແກ່ການປ່ຽນແປງໃໝ່, ທັງຮັບປະກັນການປະຢັດເວລາ, ງົບປະມານ, ພ້ອມທັງຫັນເປັນການນຳໃຊ້ເຕັກໂນໂລຢີຍຸກ 4.0. ຄັ້ງນີ້ແມ່ນການບາດກ້າວກະກຽມເພື່ອໃນຂະນະທີ່ຫັນປ່ຽນໄປສູ່ 4.0, ພິເສດແມ່ນບາດກ້າວເຊື່ອມຕໍ່ທີ່ສຳຄັນເພື່ອປະຕິບັດສຳເລັດບັນດາຊອບແວໃຫ້ແກ່ສະມາຊິກໄດ້ຄົ້ນຄ້ວາ, ເຂົ້າຮ່ວມການປະກອບສ່ວນ, ລົງປະຊາມະຕິ.

        ເລື່ອງເລືອກເອົາວິທີການປະຊຸມທາງອອນລາຍສຳລັບບັ້ນທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ແມ່ນເໝາະສົມກັບສະພາບການທັງຢູ່ພາຍໃນ ແລະ ສາກົນຄືໃນປັດຈຸບັນ. ເຖິງວ່າ ເປັນຄັ້ງທຳອິດໃນປະຫວັດສາດສະພາແຫ່ງຊາດດຳເນີນກອງປະຊຸມທາງອອນລາຍ ແລະ ສະພາແຫ່ງຊາດຫວຽດນາມກໍ່ແມ່ນໜຶ່ງໃນບັນດາສະພາແຫ່ງຊາດທຳອິດໃນໂລກນຳໃຊ້ຮູບການນີ້ ແຕ່ການຈັດກອງປະຊຸມທາງອອນລາຍກໍ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຮັບປະກັນຄຸນນະພາບ. ສຳຄັນກ່ວາອີກ, ມັນສ້າງພື້ນຖານການປ່ຽນແປງໃໝ່ວິທີການຈັດກອງປະຊຸມຂອງສະພາແຫ່ງຊາດ.

           

ຕອບກັບ