ສິ່ງບັງເອີນໃນການເຈລະຈາລະຫວ່າງອາເມລິກາ - ຕາລີບານ

Van
Chia sẻ
(VOVWORLD) -ສາຍເຫດທີ່ພາໄປເຖິງຂໍ້ຕົກລົງຂອງເຈົ້າຂອງທຳນຽບຂາວແມ່ນຍ້ອນວັນທີ 05 ກັນຍາ, ຕາລີບານ ດຳເນີນເຫດບຸກໂຈມຕີຢູ່ປ້ອມກວດກາໃກ້ກັບສຳນັກງານ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ແລະ ສະຖານທູດອາເມລິກາ ປະຈຳອາບການິດສະຖານ, ເຮັດໃຫ້ມີ 12 ຄົນເສຍຊີວິດ

ສິ່ງບັງເອີນໃນການເຈລະຈາລະຫວ່າງອາເມລິກາ - ຕາລີບານ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: Reuters)

ພາຍຫຼັງຍົກເລີກການເຈລະຈາສັນຕິພາບປິດລັບຢູ່ຄ້າຍ David ກັບການນຳຕາລີບານ ແລະ ທ່ານປະທານາທິບໍດີອາບການິດສະຖານ Ashraf Ghani ກ່ຽວກັບຮ່າງຂໍ້ຕົກລົງຊຸກຍູ້ສັນຕິພາບຢູ່ອາບການິດສະຖານ ເປັນເວລາ 1 ວັນ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງເປັນທາງການວ່າ ຂໍ້ຕົກລົງສັນຕິພາບກັບຕາລີບານ “ບໍ່ສາມາດປະຕິບັດໄດ້”. ນີ້ແມ່ນສິ່ງບັງເອີນເມື່ອອາເມລິກາ ແລະ ຕາລີບານ ມານະພະຍາຍາມຊອກຫາສຽງເວົ້າລວມໃນຕະຫຼອດໄລຍະ 1 ປີຜ່ານມາ ແລະ ເຮັດໃຫ້ວິວັດທະການສັນຕິພາບຢູ່ອາບການິດສະຖານ ປະສົບກັບຄວາມຫຍຸ້ງຍາກ.

        ໃນໄລຍະ 1 ປີຜ່ານມາ, ອາເມລິກາ ໄດ້ຊຸກຍູ້ຮອບເຈລະຈາກັບຕາລີບານ ລວມ 9 ຄັ້ງ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຊຸກຍູ້ສັນຕິພາບຢູ່ອາບການິດສະຖານ. ທີ່ຮອບເຈລະຈາທີ 9 ຜ່ານມາ, 2 ຝ່າຍໄດ້ເຫັນດີຕໍ່ຮ່າງຂໍ້ຕົກລົງ, ເຊິ່ງຕາມນັ້ນແລ້ວ, ອາເມລິກາ ມີແຜນການຖອນພົນທະຫານ 5.000 ຄົນອອກຈາກອາບການິດສະຖານ ແລະ ປິດປະຕູ 5 ຖານທີ່ໝັ້ນດ້ານການທະຫານພາຍໃນເວລາ 135 ວັນ. ສ່ວນ ຕາລີບານ ຈະໃຫ້ຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບັນດາອົງການກໍ່ການຮ້າຍຄື ເຄືອຂ່າຍ al-Qaeda ຫຼື ອົງການ IS ສວຍໃຊ້ອາບການິດສະຖານ ເປັນ “ແປ້ນຢຽບ” ເພື່ອດຳເນີນບັນດາເຫດບຸກໂຈມຕີໃສ່ອາເມລິກາ ແລະ ບັນດາປະເທດສຳພັນທະມິດ.

ສາຍເຫດ

        ສາຍເຫດທີ່ພາໄປເຖິງຂໍ້ຕົກລົງຂອງເຈົ້າຂອງທຳນຽບຂາວແມ່ນຍ້ອນວັນທີ 05 ກັນຍາ, ຕາລີບານ ດຳເນີນເຫດບຸກໂຈມຕີຢູ່ປ້ອມກວດກາໃກ້ກັບສຳນັກງານ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ແລະ ສະຖານທູດອາເມລິກາ ປະຈຳອາບການິດສະຖານ, ເຮັດໃຫ້ມີ 12 ຄົນເສຍຊີວິດ, ໃນນັ້ນມີນາຍທະຫານອາເມລິກາ 1 ຄົນ ແລະ ກວ່າ 40 ຄົນຖືກຮັບບາດເຈັບ.

        ແຕ່ດົນນານມາແລ້ວ, ຕາລີບານ ເຄີຍດຳເນີນບັນດາການເຄື່ອນໄຫວດ້ານການທະຫານເປັນປະຈຳ ແລະ ຫຼາຍຄັ້ງຄືແນວນັ້ນຢູ່ອາບການິດສະຖານ, ແຕ່ພົນທະຫານອາເມລິກາ ບໍ່ຖືກເສຍຫາຍຫຍັງ, ຈົນຮອດເຫດບຸກໂຈມຕີຜ່ານມາ. ເບິ່ງຄືວ່າ, ຕາລີບານ ໄດ້ສຸມຈິດສຸມໃຈເກີດເຫດໃສ່ຍຸດໂທບາຍທີ່ວ່າ ທັງເຈລະຈາສັນຕິພາບກັບອາເມລິກາ, ພ້ອມທັງເພີ່ມທະວີການເຄື່ອນໄຫວດ້ານການທະຫານຢູ່ອາບການິດສະຖານ ເຊິ່ງໄດ້ເຮັດໃຫ້ປະທານາທິບໍດີອາເມລິກາ ບໍ່ສາມາດອົດທົນໄດ້ອີກ ເມື່ອຖະແຫຼງວ່າ ຖ້າຫາກຕາລີບານ ບໍ່ເຫັນດີຢຸດຍິງໃນເວລາດຳເນີນບັນດາການເຈລະຈາສັນຕິພາບທີ່ມີຄວາມສຳຄັນທີ່ສຸດນີ້ ເຂົາເຈົ້າອາດຈະບໍ່ເຫຼືອກຳລັງແຮງເພື່ອເຈລະຈາຂໍ້ຕົກລົງທີ່ມີຄວາມໝາຍອີກແລ້ວ.

        ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ສາຍເຫດທີ່ເຮັດໃຫ້ທ່ານ D.Trump ມີບັນດາຂໍ້ຕົກລົງດັ່ງກ່າວ ແມ່ນຍ້ອນການເຈລະຈາກັບອຳນາດການປົກຄອງ Kabul (ອາບການິດສະຖານ), ຕາລີບານ ຢູ່ຄ້າຍ David ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ D.Trump ຖືກເຈົ້າໜ້າທີ່ໃນອຳນາດການປົກຄອງ ແລະ ວົງການສະມາຊິກລັດຖະສະພາຫຼາຍທ່ານຕຳໜິຕິຕຽນ. ຍ້ອນມັນດຳເນີນໃນຈຸດເວລາທີ່ອາເມລິກາ ໃກ້ຈະຈັດພິທີລະນຶກເຖິງວັນເຫດກໍ່ການຮ້າຍ 11 ກັນຍາ ຄົບຮອບ 18 ປີ, ເຊິ່ງແມ່ນວັນກຳລັງ al-Qaeda ດ້ວຍການໜູນຊ່ວຍຂອງຕາລີບານ ປະຕິບັດເຫດບຸກໂຈມຕີຢູ່ປະເທດອາເມລິກາ ເຊິ່ງເຮັດໃຫ້ນັບພັນໆຄົນເສຍຊີວິດ. ຖ້າຫາກວ່າ, ການພົບປະດຳເນີນຢູ່ຄ້າຍ David ຈະໃຫ້ຕາລີບານ ມີທ່າແຮງດ້ານການເມືອງທີ່ບໍ່ເປັນໜ້າໄດ້ຮັບໃນໄລຍະເຈລະຈາຄືໃນປະຈຸບັນ ແລະ ຈະແມ່ນໄຊຊະນະດ້ານໂຄສະນາເຜີຍແຜ່ທີ່ຫຼາຍພໍສົມຄວນສຳລັບຕາລີບານ. Laurel Miller, ເຈົ້າໜ້າທີ່ດ້ານການທູດອາເມລິກາ ກ່ຽວກັບອາບການິດສະຖານ ແລະ ປາກິດສະຖານ ໄລຍະ 2013 – 2017 ໃຫ້ຂໍ້ສັງເກດວ່າ: ຈະບໍ່ມີເລື່ອງຍ້ອນພົນທະຫານຄົນໜຶ່ງເສຍຊີວິດເຮັດໃຫ້ທ່ານ D.Trump ປ່ຽນແປງຍຸດທະສາດ ຫຼື ນະໂຍບາຍໃດໜຶ່ງທີ່ພວມໄດ້ຮັບການຜັນຂະຫຍາຍປະຕິບັດຢູ່ອາບການິດສະຖານ ແລະ ກັບຕາລີບານ. ຂໍ້ຕົກລົງຍົກເລີກການເຈລະຈາສັນຕິພາບປິດລັບ ອາດເກີດມາຈາກຄວາມຕ້ອງການຢູ່ພາຍໃນ ແລະ ບັງຄັບຕ້ອງເຮັດຄືແນວນັ້ນ.

        ກົງກັນຂ້າມ, ມີບາງຄຳເຫັນໄດ້ຮຽກຮ້ອງໃຫ້ທ່ານ D.Trump ຄວນສະໜັບສະໜູນບັນດາຂໍ້ຕົກລົງສັນຕິພາບ. ມີຄຳເຫັນອື່ນໆກໍ່ເນັ້ນໜັກວ່າ, ໃນໄລຍະເກືອບ 2 ທົດສະວັດຕໍ່ສູ້ຢູ່ອາບການິດສະຖານ ແລະ ຊາວອາເມລິກາ ຫຼາຍຄົນທີ່ເສຍສະຫຼະຊີວິດຢູ່ປະເທດຕາເວັນອອກກາງ ນີ້ແມ່ນພໍແລ້ວ.

ຄວາມວິຕົກກັງວົນ

       ໃນຂະນະທີ່ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສ້າງກຳລັງດັນດ້ານການທະຫານສຳລັບພວກກະບົດຕາລີບານ, ແມ່ນການຕ່າວປີ້ນ “ຢ່າງວ່ອງໄວ” ສຳລັບບັນດາຄວາມມານະພະຍາຍາມສ້າງເປັນຂໍ້ຕົກລົງ ເພື່ອແນໃສ່ສິ້ນສຸດສົງຄາມຢູ່ອາບການິດສະຖານ ເປັນເວລາເກືອບ 20 ປີນັ້ນ, ກຳລັງຕາລີບານ ກໍ່ຍົກອອກຄຳກ່າວເຕືອນວ່າ ຂໍ້ຕົກລົງຍົກເລີກການເຈລະຈາສັນຕິພາບອາບການິດສະຖານ ໃນວັນທີ 08 ກັນຍາ ຂອງທ່ານປະທານາທິບໍດີ D.Trump ຈະເຮັດໃຫ້ຊາວອາເມລິກາ ຫຼາຍຄົນເສຍຊີວິດ. ໂຄສົກຂອງຕາລີບານ Zabihullah Mujahid ໄດ້ຕຳໜິຕິຕຽນທ່ານ D.Trump ຍ້ອນຍົກເລີກການເຈລະຈາ, ພ້ອມທັງຖືວ່າ, ສິ່ງດັ່ງກ່າວຈະເຮັດໃຫ້ອາເມລິກາ ຖືກປະລາໄຊຫຼາຍກວ່າອີກ. ບັນດາຄວາມເສຍຫາຍດ້ານຊີວິດອິນຊີ ແລະ ຊັບສິນຈະສືບຕໍ່ເພີ່ມຂຶ້ນ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີອາບການິດສະຖານ Ashraf Ghani ໄດ້ຮຽກຮ້ອງໃຫ້ຕາລີບານ ສິ້ນສຸດການໃຊ້ຄວາມຮຸນແຮງ ແລະ ເຈລະຈາໂດຍກົງກັບລັດຖະບານອາບການິດສະຖານ, ພາຍຫຼັງທ່ານ D.Trump ຍົກເລີກການເຈລະຈາ. ສັນຕິພາບຈະປະກົດມີຢ່າງແທ້ຈິງເມື່ອຕາລີບານ ເຫັນດີຢຸດຮົບ.

        ທ່ານປະທານາທິບໍດີ D.Trump ເຄີຍຫວັງວ່າ, ການເຈລະຈາລະຫວ່າງອາເມລິກາ ແລະ ພວກກະບົດຕາລີບານ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີອາບການິດສະຖານ Ashraf Ghani ຢູ່ຄ້າຍ David ຈະດຳເນີນໄປຢ່າງສະດວກດີ. ຖ້າເຮັດໄດ້ຄືແນວນັ້ນ, ວໍຊິງຕັນ ອາດຈະສາມາດຖອນພົນທະຫານຈຳນວນໜຶ່ງອອກຈາກສົງຄາມທີ່ແກ່ຍາວເປັນເວລາ 18 ປີທີ່ເຮັດໃຫ້ເສຍຫາຍທັງທາງດ້ານຊີວິດອິນຊີ ແລະ ຊັບສິນ. ແຕ່ການຜັນແປຕ່າວປີ້ນໃນ 2 – 3 ວັນຜ່ານມາກ່ຽວກັບຂໍ້ຕົກລົງສັນຕິພາບໃຫ້ແກ່ອາບການິດສະຖານ ອີກຄັ້ງໜຶ່ງໄດ້ຊີ້ໃຫ້ເຫັນວ່າ ການປະທະກັນຢູ່ອາບການິດສະຖານນັ້ນ ແມ່ນໜຶ່ງໃນບັນດາບັນຫາການຕ່າງປະເທດທີ່ເຈັບປວດທີ່ສຸດຂອງອາເມລິກາ ແລະ ຄວາມຫວັງຟື້ນຟູຄວາມໝັ້ນຄົງ ແລະ ສັນຕິພາບໃຫ້ແກ່ອາບການິດສະຖານ ພາຍຫຼັງໄລຍະ 18 ປີແຫ່ງການປະທະກັນຍັງແມ່ນບັນຫາຂອງອະນາຄົດ.

ຕອບກັບ