ມານະພະຍາຍາມຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ

Thu Hoa
Chia sẻ

(VOVWORLD) -ການປ່ຽນແປງຂອງດິນຟ້າອາກາດ ອາດຈະເຮັດໃຫ້ບັນດາຜົນງານພັດທະນາຂອງມະນຸດຖືກຖອຍຫລັງ, ເປັນຕົ້ນແມ່ນການນາບຂູ່ເຖິງສິດພື້ນຖານຂອງມະນຸດ. ຫວຽດນາມ ໄດ້ ແລະ ພວມພ້ອມກັບປະຊາຄົມສາກົນຮັບມືກັບໄພທຳມະຊາດ, ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການພັດທະນາຂອງສັງຄົມ, ຮັບປະກັນສິດໄດ້ດຳລົງຊີວິດຢ່າງປອດໄພ ແລະ ປອດໃສຂອງມະນຸດ. ການເຄື່ອນໄຫວນີ້ ສືບຕໍ່ຢັ້ງຢືນນະໂຍບາຍຂອງຫວຽດນາມ ໃນການຮັບປະກັນບັນດາສິດຂອງມະນຸດ ພິເສດແມ່ນກຸ່ມຄົນມີຄວາມສ່ຽງ, ຕໍ່ຫນ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ມານະພະຍາຍາມຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ - ảnh 1ຫວຽດນາມ ປະຕິບັດຫລາຍມາດຕະການເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. (ພາບ: baogiaothong.vn)

ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຫລາຍກວ່າໝູ່ໃນໂລກ ຍ້ອນມີແຄມທະເລຍາວຢຽດ. ຕາມການຄິດໄລ່, ຖ້າຫາກນ້ຳທະເລຂຶ້ນສູງ 1 ແມັດ, ມີ 40% ເນື້ອທີ່ທົ່ງນາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, 10% ເນື້ອທີ່ທົ່ງນາຢູ່ເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ຈະຖືກນ້ຳຖ້ວມ, ຊີວິດການເປັນຢູ່ ຂອງປະຊາຊົນປະມານ 20 – 30 ລ້ານຄົນຖືກຜົນສະທ້ອນໂດຍກົງ. ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດແມ່ນຜົນສະທ້ອນຢ່າງຮ້າຍແຮງທີ່ສຸດສຳລັບເປົ້າໝາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ເປົ້າໝາຍສະຫັດສະວັດ ແລະ ການພັດທະນາແບບຍືນຍົງຂອງຫວຽດນາມ. ຕາມນັ້ນແລ້ວ ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ GNI ຫລຸດລົງເຖິງ 3,5% ໃນປີ 2050 ແລະ ຜົນສະທ້ອນເຖິງ 74% ປະຊາກອນຫວຍດນາມ ພິເສດ ແມ່ນຜົນສະທ້ອນຢ່າງຮ້າຍແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຜູ້ທຸກຍາກ, ຄົນພິການ.

ມານະພະຍາຍາມພ້ອມກັບປະຊາຄົມໂລກໃນການປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ແຕ່ປີ 1994, ເປັນເຈົ້າການໃນການຜັນຂະຫຍາຍຫລາຍການເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືປະຕິບັດບັນດາພັນທະຢ່າງຄົບຖ້ວນຂອງຝ່າຍທີ່ເຂົ້າຮ່ວມ UNFCCC, ອະນຸສັນຍາ Kyoto ແລະ ຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ແມ່ນຫນຶ່ງໃນ 20 ປະເທດທຳອິດປະຕິບັດການສຳຫລວດກວດກາ, ອັບເດດ INDC ຢ່າງສຳເລັດ ພ້ອມທັງ ໄດ້ດັດປັບເພີ່ມລະດັບປະກອບສ່ວນຫລາຍສົມຄວນເຂົ້າໃນການຫລຸດຜ່ອນອາຍພິດເຮືອນແກ້ວໃຫ້ເໝາະສົມກັບສະພາບການພັດທະນາເສດຖະກິດ ສັງຄົມຮອດປີ 2030 ຂອງປະເທດຊາດ. ຫວ່າງແລ້ວນີ້ ຫວຽດນາມ ໄດ້ປະກາດໃຊ້ແຜນການແຫ່ງຊາດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄລຍະ ແຕ່ປີ 2021- 2030, ວິໄສທັດຮອດປີ 2050 ດ້ວຍເປົ້າໝາຍລວມເພື່ອແນໃສ່ຫລຸດຜ່ອນຜົນສະທ້ອນ ແລະ ຄວາມສ່ຽງຕໍ່ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ມານະພະຍາຍາມຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ - ảnh 2ກອງປະຊຸມສຳມະນາ "ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ກຸ່ມຄົນມີຄວາມສ່ຽງ. (29/7). ພາບ: BNG

ການຫລຸດຜ່ອນອາຍພິດເຮືອນແກ້ວ ໄດ້ກາຍເປັນຄຳຮຽກຮ້ອງຕ້ອງປະຕິບັດສຳລັບທຸກອົງການ, ສ່ວນບຸກຄົນດຳລົງຊີວິດ ແລະ ເຮັດວຽກ ຢູ່ດິນແດນຂອງຫວຽດນາມ ແລະ ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ສະບັບປັບປຸງ. ມາຮອດປະຈຸບັນ ຫວຽດນາມ ຍັງສືບຕໍ່ແມ່ນຫນຶ່ງໃນບັນດາປະເທດພວມພັດທະນາທຳອິດໃນໂລກ ນຳເອົາພັນທະ ແລະ ຄຳໝັ້ນສັນຍາຫລຸດຜ່ອນອາຍພິດເຮືອນແກ້ວເຂົ້າໃນລະບົບກົດໝາຍເພື່ອໃຫ້ປະຊາຊົນທົ່ວປວງຊົນປະຕິບັດ ແລະ ຖືການຫລຸດຜ່ອນອາຍພິດເຮືອນແກ້ວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ.

ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ບໍ່ພຽງແຕ່ມານະພະຍາຍາມກະທຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ໄດ້ ແລະ ພວມເອົາໃຈໃສ່ເປັນພິເສດເຖິງບັນຫາຮັບປະກັນສິດທິມະນຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບັນດາເນື້ອໃນກ່ຽວກັບການຮັບປະກັນສິດທິມະນຸດໃນນະໂຍບາຍ, ກົດໝາຍ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໄດ້ສ້າງຂຶ້ນບົນພື້ນຖານຫັນບັນດາສົນທິສັນຍາສາກົນກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດຊື່ງ ຫວຽດນາມ ແມ່ນປະເທດສະມາຊິກ ໃຫ້ເປັນກົດໝາຍໝູນໃຊ້ພາຍໃນປະເທດ. ຫວຽດນາມ ໄດ້ ແລະ ພວມສົມທົບຢ່າງແຫນ້ນແຟ້ນກັບ ສປຊ ຊຸກຍູ້ບັນດາມະຕິຂອງທຸກປີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ,ສຸມໃສ່ເຂົ້າໃນສິດຂອງແຕ່ລະກຸ່ມລະອຽດຄື: ສິດທິເດັກ, ສິດທິແມ່ຍິງ, ສິດຜູ້ອາຍຸສູງ, ສິດຂອງຊາວອົບພະຍົບ.. ໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ ມານະພະຍາຍາມແກ້ໄຂບັນດາການກະທົບຢ່າງຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ເພື່ອການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ບັນຫາສິດທິມະນຸດ. ພິເສດ ຫວຽດນາມ ມານະພະຍາຍາມຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP26), ໃນນັ້ນ ມີຄຳໝັ້ນສັນຍາບັນລຸລະດັບປ່ອຍອາຍພິດເຮືອນແກ້ວລົງລະດັບ “0” ໃນປີ 2050; ກໍ່ຄືຄຳໝັ້ນສັນຍາຕາມບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງ ຫວຽດນາມ ໄດ້ເຂົ້າຮ່ວມ (ICCPR, ICESCR, CEDAW, CRC, CRPD), ເພື່ອແນໃສ່ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ກໍ່ຄືຜັນຂະຫຍາຍປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບສິດເສລີໂດຍພື້ນຖານຂອງມະນຸດ, ລວມມີ ສິດເຂົ້າຮ່ວມ ແລະ ຖະແຫລງຂ່າວ, ໂປ່ງໃສ, ມີຄວາມຮັບຜິດຊອບ, ສະເຫມີພາບ ແລະ ບໍ່ຈຳແນກການປະພຶດໃນຄວາມມານະພະຍາຍາມຫລຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ