ຜົນກະທົບຂອງການເລືອກຕັ້ງຢູ່ອິດສະຣາແອັນຕໍ່ອະນາຄົດດ້ານການເມືອງຢູ່ຕາເວັນອອກກາງ

Huyen
Chia sẻ
(VOVWORLD) -ບັນດາຜູ້ມີສິດເລືອກຕັ້ງອິດສະຣາແອັນ ໄດ້ໄປປ່ອນບັດຄັ້ງທີ 2 ໃນປີ 2019. ໝາກຜົນການປ່ອນບັດນີ້ຈະຕັດສິນຊາຕາກຳການເມືອງຂອງທ່ານນາຍົກລັດຖະມົນຕີຄົນປະຈຸບັນ Benjamin Netanyahu, ເຊິ່ງເປັນການນຳເດີນຕາມແນວທາງລັດທິຊົນຊາດ, ນິຍົມຮັກສາເດີມ ແລະ ແຂງກະດ້າງ.

ຜົນກະທົບຂອງການເລືອກຕັ້ງຢູ່ອິດສະຣາແອັນຕໍ່ອະນາຄົດດ້ານການເມືອງຢູ່ຕາເວັນອອກກາງ - ảnh 1 ທ່ານນາຍົກລັດຖະມົນຕີ Benjamin Netanyahu

(ພາບ: AFP/TTXVN)

ວັນທີ 17 ກັນຍາ, ບັນດາຜູ້ມີສິດເລືອກຕັ້ງອິດສະຣາແອັນ ໄດ້ໄປປ່ອນບັດຄັ້ງທີ 2 ໃນປີ 2019. ໝາກຜົນການປ່ອນບັດນີ້ຈະຕັດສິນຊາຕາກຳການເມືອງຂອງທ່ານນາຍົກລັດຖະມົນຕີຄົນປະຈຸບັນ Benjamin Netanyahu, ເຊິ່ງເປັນການນຳເດີນຕາມແນວທາງລັດທິຊົນຊາດ, ນິຍົມຮັກສາເດີມ ແລະ ແຂງກະດ້າງ. ທ່ານ B.Netanyahu ຈະຮັບໄຊຊະນະໃນອາຍຸການນີ້ ຫຼື ຢຸດຕິພາລະກິດການເມືອງທີ່ແກ່ຍາວເປັນເວລາ 10 ປີຢ່າງລຽນຕິດບົນເວທີການເມືອງອິດສະຣາແອັນ ຫຼື ບໍ່? ສິ່ງດັ່ງກ່າວຈະສົ່ງຜົນສະທ້ອນເຖິງອະນາຄົດຂອງພາກພື້ນຕາເວັນອອກກາງ.

        ນີ້ແມ່ນການປ່ອນບັດຄັ້ງທີ 2 ໃນຮອບເວລາ 6 ເດືອນຜ່ານມາຢູ່ອິດສະຣາແອນ, ແມ່ນການຊ່ວງເສັງລະຫວ່າງພັກ Likud ຂອງທ່ານນາຍົກລັດຖະມົນຕີຄົນປະຈຸດບັນ B.Netanyahu ກັບພັກຂຽວ - ຂາວ ຂອງທ່ານອະດີດເສນາທິການໃຫຍ່, ນາຍພົນ Benny Gantz. ໃນການເລືອກຕັ້ງເມື່ອທ້າຍເດືອນ ເມສາ ຜ່ານມາ, ພັກ Likud ຂອງທ່ານ B.Netanyahu ພ້ອມກັບບັນດາພັກຝ່າຍຂວາ ແລະ ຊາວຢິວ ຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ, ແຕ່ກໍ່ບໍ່ສາມາດສ້າງເປັນສຳພັນທະມິດໄດ້ ຍ້ອນມີຄວາມບໍ່ລົງລອຍກັນກ່ຽວກັບກົດໝາຍວ່າດ້ວຍພັນທະດ້ານການທະຫານສຳລັບບັນດາຊາວໜຸ່ມເຜົ່ນພັນຊາວຢິວ. ສະພາບບໍ່ມີທາງອອກດັ່ງກ່າວໄດ້ບັງຄັບໃຫ້ທ່ານ B.Netanyahu ຕ້ອງໄປເຖິງຂໍ້ຕົກລົງຍົກເລີກສະພາແຫ່ງຊາດ ແລະ ຈັດການເລືອກຕັ້ງກ່ອນກຳນົດເວລາໃນຄັ້ງນີ້.

ຍັງແມ່ນຍຸດໂທບາຍເກົ່າ

        ກ່ອນການປ່ອນບັດ, ທ່ານນາຍົກລັດຖະມົນຕີອິດສະຣາແອັນ B.Netanyahu ໄດ້ສ້າງບັນຍາກາດຮ້ອນເຮັ່ງດ້ວຍບັນດາຄຳຖະແຫຼງ ແລະ ທັດສະນະຂອງຕົນ. ທຳອິດແມ່ນຢືນຢັນວ່າ, ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້, ສິ່ງທຳອິດເຊິ່ງທ່ານຈະປະຕິບັດແມ່ນໂຮມເຂດ ຈໍແດນ, ສ່ວນໜຶ່ງຂອງເຂດຕາເວັນຕົກແມ່ນ້ຳຈໍແດນ ເຂົ້າຜືນແຜ່ນດິນຂອງອິດສະຣາແອັນ. ກ່ອນໜ້ານັ້ນ, ການນຳອາຍຸ 69 ປີນີ້ກໍ່ໄດ້ເປີດເຜີຍບັນດາພະຍານຫຼັກຖານກ່ຽວກັບເລື່ອງ ອີຣານ ມີຮາກຖານພັດທະນາອາວຸດນິວເຄຼຍລັບ, ໃນສະພາບທີ່ການພົວພັນລະຫວ່າງອາເມລິກາ -  ອີຣານ ພວມເຄັ່ງຕຶງທີ່ສຸດ. ການກະທຳດັ່ງກ່າວໄດ້ຮັບຖືວ່າແມ່ນການຊີ້ບອກວ່າ ຈະສຸດຈິດສຸດໃຈກັບສຳພັນທະມິດອາເມລິກາ. ບໍ່ພຽງແຕ່ເທົ່ານັ້ນ, ກ່ອນການເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ B.Netanyahu ກໍ່ໄປຢ້ຽມຢາມມົດສະກູ ສະແດງຄວາມຍິນດີກັບທ່ານປະທານາທິບໍດີລັດເຊຍ Vladimir Putin. ທ່ານນາຍົກລັດຖະມົນຕີ B.Netanyahu ກໍ່ຮີບເຮັ່ງສົ່ງເສີມການລົງນາມໃນສັນຍາປ້ອງກັນປະຫວັດສາດລະຫວ່າງ Tel Aviv ແລະ ວໍຊິງຕັນ.

        ວົງການນັກສັງເກດການໄດ້ສັງເກດວ່າ ບັນດາການກະທຳດັ່ງກ່າວບໍ່ແປກປະຫຼາດ, ຍ້ອນບັນດາການກະທຳຂອງການນຳອິດສະຣາແອັນ ໃນຄັ້ງນີ້ບໍ່ແມ່ນເລື່ອງໃໝ່ ຫາກພຽງແມ່ນ “ການປັບປຸງຄືນເທົ່ານັ້ນ”, ເຊິ່ງເຄີຍໄດ້ນຳໃຊ້ທີ່ການປ່ອນບັດຄັ້ງທີ 1 ໃນເດືອນເມສາ ປີ 2019, ດ້ວຍເປົ້າໝາຍດຶງດູດ ແລະ ແກ່ດຶງການສະໜັບສະໜູນຂອງບັນດາຜູ້ມີສິດເລືອກຕັ້ງ ດ້ວຍວິທີທີ່ວ່າ “ປົກປ້ອງສິດຜົນປະໂຫຍດແຫ່ງຊາດ ແລະ ເປີດກວ້າງຜືນແຜ່ນດິນ”. 5 ເດືອນກ່ອນນີ້, ກ່ອນທີ່ດຳເນີນການເລືອກຕັ້ງໃນເດືອນເມສາ, ທ່ານ B.Netanyahu ກໍ່ມີການກະທຳທີ່ຄ້າຍຄືກັນ ເມື່ອຂົນຂວາຍທ່ານປະທານາທິບໍດີອາເມລິກາ Donald Trump ຮັບຮອງເຂດພູພຽງ Golan ແມ່ນຂຶ້ນກັບ ອິດສະຣາແອັນ. ຍ້ອນເຫດນັ້ນ, ຄຳໝັ້ນສັນຍາໂຮມບັນດາເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນນອນໃນຍຸດທະສາດບັ້ນເຄື່ອນໄຫວຫາສຽງເລືອກຕັ້ງຂອງທ່ານ B.Netanyahu ນັບແຕ່ການປ່ອນບັດເລືອກຕັ້ງເມື່ອເດືອນ ເມສາ ຜ່ານມາ. ສິ່ງທີ່ຄ້າຍຄືກັນ, ຖ້າຫາກວ່າ ກ່ອນການເລືອກຕັ້ງເມື່ອເດືອນເມສາ, ທ່ານນາຍົກລັດຖະມົນຕີ B.Netanyahu ໄດ້ໄປວໍຊິງຕັນ, ມາຮອດຕອນນີ້ ກ່ອນການເລືອກຕັ້ງຄັ້ງທີ 2 ເປັນເວລາ 1 ອາທິດ, ທ່ານກໍ່ສືບຕໍ່ປະຕິບັດການໄປປະຕິບັດງານຢູ່ ມົດສະກູ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍກັບຄູ່ຕຳແໜ່ງ Vladimir Putin.

ສະພາບຂາດສະຖຽນລະພາບຢູ່ຕາເວັນອອກກາງຄືນໃໝ່

        ຄວາມໄຫວພິບດ້ານການເມືອງ ແລະ ຍຸດໂທບາຍຍາດແຍ່ງການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງຂອງການນຳ B.Netanyahu, ໄດ້ຮັບການຄາດຄະເນວ່າ ອາດຈະຊ່ວຍໃຫ້ທ່ານ B.Netanyahu ສືບຕໍ່ຍາດໄດ້ໄຊຊະນະຢ່າງວຸດວິດກັບຄູ່ແຂ່ງເຊິ່ງແມ່ນພັກຂຽວ-ຂາວ ໂດຍທ່ານອະດີດເສນາທິການໃຫຍ່ກອງທັບ Benny Gantz ນຳໜ້າ.

        ສິ່ງດັ່ງກ່າວໝາຍຄວາມວ່າ, ດ້ວຍການເຮັດໃຫ້ຄວາມຫວັງກ່ຽວກັບມາດຕະການ 2 ລັດສຳລັບການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ ທີ່ຍັງເຫຼືອສູນເສຍໄປໝົດ ແລະ ເຫັນໄດ້ສະພາບຂາດສະຖຽນລະພາບຢູ່ຕາເວັນອອກກາງ. ໃນສະພາບຕົວຈິງ, ເຖິງວ່າພັກໃດຍາດໄດ້ໄຊຊະນະແຜນນະໂຍບາຍ ລັດທິຍຶດຄອງເຂດຕາເວັນຕົກແມ່ນ້ຳຈໍແດນ ແມ່ນຜົນປະໂຫຍດຂອງລັດອິດສະຣາແອັນ, ແມ່ນນະໂຍບາຍ “ບໍ່ມີການຜ່ອນສັ້ນຜ່ອນຍາວ” ຂອງ Tel Aviv. ສະນັ້ນ, ຄຳຖະແຫຼງໂຮມເຂດຮ່ວມພູ ຈໍແດນ, ພາກສ່ວນໜຶ່ງເຂດຕາເວັນຕົກແມ່ນ້ຳຈໍແດນ ເຂົ້າຜືນແຜ່ນດິນອິດສະຣາແອັນ, ໄດ້ເຮັດໃຫ້ຫາງສຽງຢູ່ພາກພື້ນ “ສົນໃຈພິເສດ” ແລະ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນເປັນຢ່າງຍິ່ງ. ສິ່ງດັ່ງກ່າວໄດ້ນາບຂູ່ໂດຍກົງເຖິງວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ, ທຳລາຍແງ່ຫວັງຟື້ນຟູບັນດາການເຈລະຈາສັນຕິພາບລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ. ຖ້າຫາກວ່າຄຳຖະແຫຼງຂອງທ່ານ B.Netanyahu ໄດ້ຮັບການປະຕິບັດ, ແມ່ນຈະລົບລ້າງທຸກຄວາມມານະພະຍາຍາມເພື່ອຢຸດຕິການປະທະກັນລະຫວ່າງອິດສະຣາແອັນ - ປາແລັດຕິນ, ພ້ອມທັງເຮັດໃຫ້ບັນດາຄວາມບໍ່ລົງລອຍກັນ ແລະ ຊ້ຳບໍ່ໜຳແມ່ນສະພາບເປັນປໍລະປັກລະຫວ່າງບັນດາປະເທດອາຣັບ ກັບ ອິດສະຣາແອັນ ເຊິ່ງຄົງຕົວເປັນເວລາຫຼາຍປີຜ່ານມາ ເລິກເຊິ່ງຂຶ້ນຕື່ມ.

        ນອກຈາກນັ້ນ, ການກະທຳຂອງການນຳອິດສະຣາແອັນ ອາດຈະສ້າງທຳນຽມທີ່ບໍ່ດີຢູ່ພາກພື້ນ ກໍຄືໃນໂລກ ເມື່ອຝ່າຍໜຶ່ງນຳໃຊ້ກຳລັງແຮງດ້ານການທະຫານ ຫຼື ເສດຖະກິດຂອງຕົນເພື່ອປະຕິບັດບັນດານະໂຍບາຍຂະຫຍາຍອານາເຂດ. ພ້ອມກັນນັ້ນ, ແຜນການດັ່ງກ່າວມີໄພເຮັດໃຫ້ບັນດາມະຕິ, ສັນຍາສາກົນ, ກົດໝາຍສາກົນຖືກຊຸດໂຊມ. ນອກນັ້ນ, ການກະທຳຂອງນາຍົກລັດຖະມົນຕີອິດສະຣາແອັນ ອາດຈະລະດົມກະແສລົບລ້າງຊາວຢິວ ບໍ່ພຽງແຕ່ຢູ່ບັນດາຜືນແຜ່ນດິນຂອງປາແລັດສະຕິນ ເທົ່ານັ້ນ, ຫາກຍັງແຜ່ຂະຫຍາຍອອກບັນດາປະເທດຢູ່ຕາເວັນອອກກາງ ແລະ ກວ້າງກວ່າແມ່ນທົ່ວໂລກມຸດສະລິມ ແລະ ອາຣັບ ອີກດ້ວຍ. ອີກຄັ້ງໜຶ່ງ, ຄວາມໝັ້ນຄົງຢູ່ຕາເວັນອອກກາງ ສືບຕໍ່ຢືນຢູ່ຕໍ່ໜ້າໄພຂາດສະຖຽນລະພາບ ແລະ ສິ່ງທົດສອບອັນໃຫຍ່ຫຼວງ.

ຕອບກັບ