ປີປະທານ ອາຊຽນ ດ້ວຍຈຸດປະສົງຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ

Anh Huyen
Chia sẻ
(VOVWORLD) - ຫວຽດນາມ ຈະຮັບບົດບາດເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນັບແຕ່ວັນທີ 01 ມັງກອນ 2020 ຢ່າງເປັນທາງການ. ດ້ວຍຈຸດປະສົງ “ຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ”, ຫວຽດນາມ ໄດ້ກຽມພ້ອມ ເພື່ອຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນຄັ້ງທີ 2 ຮັບບົດບາດເປັນປະທານ ອາຊຽນ, ຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ໃນຊີວິດການເມືອງທົ່ວໂລກ.

        ປີ 2020 ເປັນຂີດໝາຍ 5 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ. ບົນພື້ນຖານຂອງການພັດທະນາຢ່າງໜັກແໜ້ນກ່ວາ 50 ປີຜ່ານມາ, ບັນດາປະເທດສະມາຊິກ, ເຖິງວ່າມີຄວາມເປັນຫລາຍຮູບຫລາຍແບບທາງດ້ານເສດຖະກິດ, ປະຫວັດສາດ, ວັດທະນະທຳກໍ່ຕາມ, ແຕ່ກໍ່ພວມສືບຕໍ່ສະໜິດຕິດພັນກັນຢ່າງແໜ້ນແຟ້ນ ຍ້ອນມີບັນດາຄຸນຄ່າ, ນ້ຳໃຈປະຊາຄົມ ແລະ ຄວາມຮັບຜິດຊອບ, ຜົນປະໂຫຍດພາຍໃຕ້ຊາຍຄາລວມ. ຕໍ່ໜ້າການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບແວດລ້ອມພາກພື້ນ ແລະ ສາກົນ, ຄວາມສາມາດສະໜິດຕິດພັນແບບຍືນຍົງ, ຍິ່ງກ່ວາເວລາໃດໝົດ, ຍິ່ງມີຄວາມໝາຍສຳຄັນສຳລັບ ອາຊຽນ.

ໃນສະພາບການນັ້ນ, ເມື່ອຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ປີ 2020, ຫວຽດນາມ ມຸ່ງໄປເຖິງຈຸດປະສົງ “ສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ” ແນໃສ່ຮັກສາຜົນປະໂຫຍດລວມທັງກ່ຽວກັບຍຸດທະສາດ ແລະ ເສດຖະກິດລະຫວ່າງບັນດາປະເທດສະມາຊິກ ກໍ່ຄືການຮັກສາ ແລະ ແຜ່ຂະຫຍາຍຈິດໃຈ ແລະ ສີສັນປະຊາຄົມໃນປະຊາຊົນ ອາຊຽນ ທຸກຊັ້ນວັນນະ.

ປີປະທານ ອາຊຽນ ດ້ວຍຈຸດປະສົງຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ - ảnh 1 ທ່ານ ຫງວນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

ເພີ່ມທະວີຄວາມສະໜິດຕິດພັນແບບຍືນຍົງຂອງ ອາຊຽນ

ຫວນຄືນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ກ່ວາ 50 ປີຜ່ານມາ, ອາດຈະເຫັນໄດ້ວ່າຄວາມສະໜິດຕິດພັນໄດ້ສ້າງພະລັງຊີວິດ ແລະ ທີ່ຕັ້ງຂອງ ອາຊຽນ. ບັນດາປະເທດສະມາຊິກ ອາຊຽນ, ເຖິງວ່າຢູ່ໃກ້ກັນທາງດ້ານພູມສາດກໍ່ຕາມ, ແຕ່ມີລະບອບການເມືອງ, ວັດທະນະທຳ, ພາສາ ແລະ ລະດັບການພັດທະນາເປັນຫລາຍຮູບຫລາຍແບບ, ໄດ້ຄ່ອຍໆຮັດແຄບຊ່ອງຫວ່າງ, ຄວາມແຕກໂຕ່ນກັນ, ສ້າງປະຊາຄົມ ອາຊຽນ ມີຊາຕາກຳ ແລະ ຜົນປະໂຫຍດລວມ. ກໍ່ອີງໃສ່ຄວາມສະໜິດຕິດພັນແບບຍືນຍົງນັ້ນ ເຊິ່ງປະຊາຄົມ ອາຊຽນ ອາດຈະຍົກສູງກຳລັງຄວາມສາມາດປັບຕົວໃຫ້ແທດເໝາະກັບສະພາບການຢ່າງເປັນເຈົ້າການ ແລະ ມີປະສິດທິຜົນຕໍ່ບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ໄດ້ວາງອອກ, ກາຍເປັນປັດໄຈນັບມື້ນັບສຳຄັນໃນບັນດາກົນໄກຮ່ວມມືພາກພື້ນ ແລະ ທົ່ວໂລກ.

ໃນສະພາບການໂລກປັດຈຸບັນ, ພິເສດແມ່ນການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ນັບມື້ນັບຮ້າຍແຮງ. ບັນດາບັນຫາທົ່ວໂລກ ອາດຈະກໍ່ໃຫ້ເກີດບັນດາຜົນກະທົບກົງກັນຂ້າມໃນ ອາຊຽນ. ຍິ່ງກ່ວານັ້ນ, ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0 ພວມວາງອອກບັນດາສິ່ງທ້າທາຍໃໝ່ຕໍ່ ອາຊຽນ. ສະນັ້ນ, ຫວຽດນາມ ໄດ້ເລືອກເອົາຫົວເລື່ອງຂອງປີ ອາຊຽນ 2020 ແມ່ນ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ”. ປະຊາຄົມສະໜິດຕິດພັນ ແລະ ພັດທະນາ ຕ້ອງເພີ່ມທະວີຄວາມເປັນເຈົ້າການປັບຕົວໃຫ້ແທດເໝາະຕໍ່ບັນດາປັດໄຈກະທົບຈາກພາຍນອກ ແລະ ກົງກັນຂ້າມ, ຄວາມສາມາດເປັນເຈົ້າການປັບຕົວໃຫ້ແທດເໝາະ ພຽງແຕ່ບັນລຸໄດ້ຖ້າຫາກ ອາຊຽນ ແມ່ນກຸ່ມໜຶ່ງທີ່ສະໜິດຕິດພັນກັນຢ່າງແໜ້ນແຟ້ນເທົ່ານັ້ນ. ກ່ຽວກັບສິ່ງດັ່ງກ່າວ, ທ່ານ ຫງວນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແບ່ງປັນວ່າ:

ສິ່ງຕົ້ນຕໍຂອງປະຊາຄົມ ແມ່ນຕ້ອງສະໜິດຕິດພັນກັນ, ຕ້ອງຊອກຫາສິ່ງກະຕຸກຊຸກຍູ້ໃຫ້ເຊື່ອມຈອດສະໜິດຕິດພັນກັນ. ນັ້ນແມ່ນຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບ, ສະໜິດຕິດພັນກັນທັງກ່ຽວກັບເສດຖະກິດ, ວັດທະນະທຳ ແລະ ສະຕິຄວາມຮັບຮູ້ຂອງປະຊາຄົມ, ຂອງວິສາຫະກິດ, ກ່ຽວກັບບັນດາຜົນປະໂຫຍດລວມຂອງປະຊາຄົມ. ພວກເຮົາຕ້ອງມີຈິນຕະນາການກ່ຽວກັບປະຊາຄົມ, ນັ້ນແມ່ນພ້ອມກັນກະທຳເພື່ອປະຊາຄົມ ບໍ່ຄວນພຽງແຕ່ເລີ່ມມາຈາກຜົນປະໂຫຍດຂອງປະເທດຊາດເທົ່ານັ້ນ.

ໜ້າທີ່ເກົ່າ, ສິ່ງທ້າທາຍໃໝ່

ປີ 2020 ກໍ່ເປັນຂີດໝາຍ ຫວຽດນາມ ເຂົ້າຮ່ວມ ອາຊຽນ ຄົບຮອບ 25 ປີ ແລະ ນີ້ກໍ່ແມ່ນຄັ້ງທີ 2 ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ. ພາຍຫລັງ 10 ປີ, ທີ່ຕັ້ງບົດບາດຂອງປະເທດຊາດ, ທີ່ຕັ້ງບົດບາດຂອງ ອາຊຽນ, ສະພາບການພາກພື້ນ ແລະ ສາກົນມີການປ່ຽນແປງຫລາຍຢ່າງ. ຕ້ອງເຮັດແນວໃດພະຍາຍາມຮັກສາທ່າພັດທະນາຂອງ ອາຊຽນ ໃຫ້ໄດ້, ສືບທອດ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍົກສູງທ່າພັດທະນານັ້ນກ່ວາອີກ ດ້ວຍບັນດາຂໍ້ລິເລີ່ມຂອງຕົນເອງ ແມ່ນເປົ້າໝາຍ ເຊິ່ງປະທານ ອາຊຽນ ປີ 2020 ມຸ່ງໄປເຖິງ. ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

ພວກເຮົາຕ້ອງເຮັດແນວໃດ ສ້າງຂີດໝາຍໃໝ່ ເພື່ອຈາກນັ້ນ ອາຊຽນ ຈະຜັນຂະຫຍາຍໃນຊຸມປີຕໍ່ໄປ, ພິເສດແມ່ນສ້າງແຜນການສັງລວມກ່ຽວກັບການສ້າງປະຊາຄົມ 2025 ໃຫ້ສຳເລັດ. ຈາກຄວາມຮັບຮູ້ນັ້ນ ພວກເຮົາຈະມີຄວາມສະໜິດຕິດພັນ, ສ້າງບັນດາທັດສະນະຫຼັກໝັ້ນລວມຂອງ ອາຊຽນ ຕໍ່ບັນດາບັນຫາຂອງພາກພື້ນ ແລະ ໂລກ.

ໄປຄຽງຄູ່ກັນນັ້ນ, ບຸລິມະສິດຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ ແມ່ນປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0. ຫວຽດນາມ ຈະພ້ອມກັບບັນດາປະເທດສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແທດເໝາະກັບການປະຕິວັດນີ້, ສຸມໃສ່ການເລີ່ມຕົ້ນທຸລະກິດຂອງ ອາຊຽນ, ຊຸກຍູ້ຕາໜ່າງນະຄອນອັດສະລິຍະ ອາຊຽນ…

25 ປີແຫ່ງການເຂົ້າຮ່ວມ ອາຊຽນ, ເຖິງວ່າເປັນປະເທດເຂົ້າເປັນສະມາຊິກຕາມຫລັງ, ລະດັບການພັດທະນາຍັງມີໄລຍະຫ່າງກັບຫລາຍປະເທດກໍ່ຕາມ, ແຕ່ ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນເຈດຕະນາດີ ແລະ ຄວາມມານະພະຍາຍາມ, ຄວາມສຸດອົກສຸດໃຈ ແລະ ຄວາມຮັບຜິດຊອບ, ປະກອບສ່ວນບໍ່ໜ້ອຍເຂົ້າໃນຜົນງານລວມຂອງ ອາຊຽນ. ອາຊຽນ ມີຄວາມສຳຄັນຍຸດທະສາດສຳລັບ ຫວຽດນາມ, ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ອາຊຽນ ຮ່ວມສຳພັນຢ່າງແໜ້ນແຟ້ນກ່ວາ, ສາມັກຄີກ່ວາ, ແທດເໝາະກ່ວາຕໍ່ບັນດາການກະທົບຂອງຍຸກສະໄໝ. ປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂວງ, ສີວິໄລ ແລະ ເພື່ອປະຊາຊົນ ຈະແມ່ນຈຸດປະສົງ ເຊິ່ງ ຫວຽດນາມ ມານະພະຍາຍາມມຸ່ງໄປເຖິງໃນປີປະທານ ອາຊຽນ 2020 ແລະ ຊຸມປີຕໍ່ໄປ./.

ຕອບກັບ