ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ສ້າງ​ສັນ​ຕິ​ພາບ

Ngoc Thach
Chia sẻ
(VOVWORLD) -  “ຫວຽດນາມສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ” ພວມແມ່ນຕົວແບບໃຫ້ແກ່ຫຼາຍປະເທດ, ເປັນຕົ້ນແມ່ນບັນດາປະເທດກຳລັງພັດທະນາ ແລະ ຢູ່ພາກພື້ນທີ່ມີຄວາມເຄັ່ງຕຶງຄື ຕາເວັນອອກກາງ, ອາຟະລິກາ. ມີນັກການທູດຫຼາຍຄົນປະຈຳ ອີຢີບ ໄດ້ຢັ້ງຢືນສິ່ງນີ້ກັບ ນັກຂ່າວ VOV ປະຈຳ Cairo. ຕາມເຂົາເຈົ້າແລ້ວ, ຫວຽດນາມໄດ້ຮູ້ ວິທີການເພື່ອປົກປັກຮັກສາສັນຕິພາບຢ່າງຈະແຈ້ງດັ່ງນັ້ນ ຫວຽດນາມຈຶງມີບົດບາດທີ່ຕັ້ງໜ້າໃນການສ້າງຕັ້ງພື້ນຖານສັນຕິພາບ. ຫວຽດນາມ ໄດ້ ແລະ ກຳລັງສວມບົດບາດສຳຄັນໃນການສ້າງຄວາມສາມັກຄີ, ສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊຽນ ແລະ ສາກົນເວົ້າລວມ.
ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ສ້າງ​ສັນ​ຕິ​ພາບ - ảnh 1ທ່ານ ມາຕົງຮີ ເອກອັກຄະລັດຖະທູດສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ  

ທ່ານ ມາຕົງຮີ ເອກອັກຄະລັດຖະທູດສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ມາຫວຽດນາມ 3 ເທື່ອແລ້ວ ໂດຍບັນດາການເດີນທາງມາປະຕິບັດງານຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ທ່ານມີຄວາມປະທັບໃຈທີ່ສຸດກ່ຽວກັບປະເທດ ຫວຽດນາມ ສັນຕິພາບ ແລະ ສະຖຽນລະພາບ. ທ່ານຍາມໃດກໍ່ຕິດຕາມການພັດທະນາຂອງ ຫວຽດນາມ ໃນໄລຍະຜ່ານມາ, ທ່ານ ມາຕົງຮີ ໃຫ້ຮູ້ວ່າ:

        “ປັດຈຸບັນ, ຫວຽດນາມສວມບົດບາດສຳຄັນທີ່ສຸດໃນເວທີປາໄສສາກົນ. ໂດຍເປັນສະມາຊິກຂອງ ອາຊຽນມາຫຼາຍປີ, ຫວຽດນາມ ພວມຢັ້ງຢືນໄດ້ສຽງເວົ້າໃນເວທີສາກົນ, ເປັນຕົ້ນແມ່ນອາຊຽນ. ຫວຽດນາມ ເຖິງວ່າຍັງຄົງມີບັນດາບັນຫາຢູ່ທະເລກໍ່ຕາມ ແຕ່ຂ້າພະເຂົ້າມີຄວາມຫວັງຢ່າງແທ້ຈິງວ່າ ເພື່ອຜົນປະໂຫຍດລວມຂອງປະຊາຊົນ ແລະ ບັນດາປະເທດໃນພາກພື້ນ, ບັນດາບັນຫາຈະໄດ້ແກ້ໄຂໂດຍສັນຕິວິທີຜ່ານການເຈລະຈາ. ຂ້າພະເຈົ້າໄດ້ເຫັນປະຈັກຕາຄວາມມານະພະຍາຍາມ ຂອງ ຫວຽດນາມດ້ວຍບົດບາດໃນ ອາຊຽນກໍ່ຄືຢູ່ເວທີປາໄສພາກພື້ນອາຊີໃນຫຼາຍຂົງເຂດ.”

ທ່ານເອກອັກຄະລັດຖະທູດ ກໍາປູເຈຍ ປະຈໍາ ອີຢິບ Khuom Phor Rattanak ຮັບຮູ້ບົດບາດຂອງ ຫວຽດນາມ ໂດຍຜ່ານບັນດາການປະກອບສ່ວນກ່ຽວກັບການຕ່າງປະເທດໃນກຸ່ມບັນດາປະເທດ ອາຊຽນ ແລະ ອາຊີ ປະຈໍາ Cairo. ຫວຽດນາມ ຍາມໃດກໍມານະພະຍາຍາມເພີ່ມທະວີການສ້າງສາຍພົວພັນລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ. ທ່ານເອກອັກຄະລັດຖະທູດ Khuom Phor Rattanak ກໍຕີລາຄາສູງຄວາມມານະພະຍາຍາມຂອງບັນດານັກການທູດຫວຽດນາມ ໃນການເປັນເຈົ້າການຊຸກຍູ້ຄວາມສາມັກຄີໃນກຸ່ມ ອາຊຽນ ເວົ້າສະເພາະ ແລະ ໃນປະຊາຄົມສາກົນເວົ້າລວມ:

“ເອກອັກຄະລັດຖະທູດຫວຽດນາມ ພວມຂຶ້ນແຜນເພື່ອຊຸກຍູ້ກຸ່ມກ້ອນສາມັກຄີລະຫວ່າງ 54 ອົງການການທູດບັນດາປະເທດ ອາຊີ ປະຈໍາ Cairo. ສິ່ງດັ່ງກ່າວໄດ້ສ້າງການເຊື່ອມຈອດລະຫວ່່າງບັນດາເອກອັກຄະລັດຖະທູດ ກໍຄື ລະຫວ່າງບັນດາປະເທດເຂົ້າກັນ. ກ່ຽວກັບ ອາຊຽນ, ບັນດາປະເທດຂອງພວກເຮົາ ໄດ້ພ້ອມກັນຜ່ານຜ່າໄລຍະທີ່ຍາວນານ. ບັນດາກົນໄກຮ່ວມມືໃນ ອາຊຽນ ພວມໄດ້ຮັບການຊຸກຍູ້ເປັນຢ່າງດີ ແລະ ພວກເຮົາພວມແມ່ນມະຫາຄອບຄົວ ເພື່ອພ້ອມກັນແກ້ໄຂບັນດາວຽກງານສໍາຄັນຂອງກຸ່ມ ອາຊຽນ. ອາຊຽນ ແມ່ນຈຸດໃຈກາງຍຸດທະສາດທີ່ສໍາຄັນຂອງ ອາຊີ. ພວກຂ້າພະເຈົ້າຫວັງວ່າ  ບັນດາປະເທດ ອາຊຽນ ຈະ ເພີ່ມທະວີຄວາມສາມັກຄີກັນໃຫ້ຫຼາຍກວ່າອີກ ແລະ ເປັນເອກະພາບກັນຫຼາຍກວ່າ ເພາະວ່າ ມີພຽງແຕ່ຄວາມສາມັກຄີີ ພວກເຮົາ ຈຶ່ງຈະພ້ອມກັນແກ້ໄຂບັນດາວຽກງານລວມໄດ້”.

 “ສັນຕິພາບ ແລະ ພັດທະນາເສດຖະກິດ” ແມ່ນຄວາມປະທັບໃຈພິເສດຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ອີຢິບ Hany Selim ກ່ຽວກັບ ຫວຽດນາມ. ທ່ານ Selim ຖືວ່າ ການປະຕິວັດປີ 1945 ຂອງຫວຽດນາມ ປະສົບຜົນສໍາເລັດ ແມ່ນຂີດໝາຍປະຫວັດສາດອັນສໍາຄັນສໍາລັບທົ່ວທັງບັນດາປະເທດພວມພັດທະນາ ແລະ ບັນດາການປ່ຽນແປງໃໝ່, ການປະຕິຮູບທີ່ປະສົບຜົນສໍາເລັດໃນວັນນີ້ ໄດ້ເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດສຸມ ເພື່ອໃຫ້ບັນດາປະເທດພວມພັດທະນາຮໍ່າຮຽນຕາມ. ໃນສະພາບການທີ່ສາກົນ ແລະ ບັນດາພາກພື້ນມພວມມີການຜັນແປຢ່າງສັບສົນ, ເກີດການປະທະກັນຫຼາຍຢ່າງນັ້ນ, ທ່ານຮອງລັດຖະມົນຕີ Hany Selim  ຖືວ່າ ການສ້າງພື້ນຖານສັນຕິພາບ ແມ່ນຄວາມປາດຖະໜາຂອງປະຊາຊົນບັນດາປະຊາຊາດ ແລະ ຫວຽດນາມ ແມ່ນຕົວແບບເພື່ອຮໍ່າຮຽນຕາມ.

        “ອີຢິບ ແມ່ນສູນກາງແກ້ໄຂການປະທະກັນຂອງທົ່ວພາກພື້ນ, ເຊິ່ງໄດ້ເຄີຍຈັດຕັ້ງຫຼາຍເວທີປາໄສ, ຊຸດຝຶກອົບຮົມ ແລະ ກອງປະຊຸມສໍາມະນາໂຕະມົນ ດ້ວຍການຮ່ວມມືຂອງອົງການຮັກສາສັນຕິພາບ ສປຊ. ພວກຂ້າພະເຈົ້າຢາກເຊື້ອເຊີນຫວຽດນາມ ພ້ອມດ້ວຍ ບັນດາປະເທດຢູ່ພາກພື້ນ ອາຊີ ແລະ ອາຊີກາງ ເຂົ້າຮ່ວມເວທີປາໄສ ແລະ ການຮ່ວມມືແລກປ່ຽນນັກຊ່ຽວຊານກ່ຽວກັບຂົງເຂດນີ້ ເພາະວ່າ ນີ້ແມ່ນຂົງເຂດສໍາຄັນທີ່ສຸດ. ເມື່ອປຶກສາຫາລືກ່ຽວກັບວຽກງານຮັກສາສັນຕິພາບ, ຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດປະຕິບັດວຽກງານນີ້ໄດ້ເປັນຢ່າງດີ ເພາະວ່າ ຫວຽດນາມ ເຂົ້າໃຈແຈ້ງເຖິງຄຸນຄ່່າຂອງສັນຕິພາບໄດ້ດີທີ່ສຸດ. ຫວຽດນາມ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບການປົກປັກຮັກສາສັນຕິພາບ ເພາະສະນັ້ນ ຫວຽດນາມ ມີບົດບາດຕັ້ງໜ້າໃນການສ້າງພື້ນຖານສັນຕິພາບ. ພວກຂ້າພະເຈົ້າປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນຖານະຂອງປະທານ ອາຊຽນໃນປີ 2020 ໃຫ້ຫຼາຍກວ່າອີກ ”.

        ເພື່ອໂລກແຫ່ງສັນຕິພາບນັ້ນ ແມ່ນຄວາມປາດຖະໜາຂອງປະຊາຊົນໃນໂລກ ແລະ ຄວາມໄຝ່ຝັນຂອງປະຊາຊົນຫຼາຍປະເທດທີ່ພວມຕ້ອງປະເຊີນໜ້າກັບສົງຄາມແລະ ການປະທະກັນຢູ່ຕາເວັນອອກກາງ ແລະ ອະຟະລິກາ. ຍິ່ງກວ່າໃຜໝົດ ປະຊາຊົນຫວຽດນາມເຂົ້າໃຈໄດ້ເຖິງຄຸນຄ່າຂອງສັນຕິພາບ, ເອກະລາດ ແລະ ຍາມໃດກໍປາດຖະໜາສ້າງໂລກແຫ່ງສັນຕິພາບ, ສາມັກຄີີ ແລະ ພັດທະນາຢ່າງວັດທະນາຖາວອນ./.

ຕອບກັບ