ທ່າ​ອ່ຽງ​ໄກ​່​ເກ່ຍ ແລະ ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

Ba Thi
Chia sẻ
(VOVWORLD) -ໃນຊຸມວັນນີ້, ທ່າອ່ຽງໄກ່ເກ່ຍ ສືບຕໍ່ແຜ່ຂະຫຍາຍຢ່າງແຮງຢູ່ພາກພື້ນຕາເວັນອອກກາງ, ເຊິ່ງເປັນພາກພື້ນທີ່ໄດ້ຮັບຖືວ່າແມ່ນຈຸດເຄັ່ງຮ້ອນຂອງໂລກໃນຫຼາຍທົດສະວັດຜ່ານມາ.

ມີສັນຍານຕັ້ງໜ້າຫຼາຍຢ່າງກ່ຽວກັບການສ້າງສັນຕິພາບຢູ່ພາກພື້ນ ຕາເວັນອອກກາງ ໄດ້ຮັບການຮັບຮູ້ໃນໄລຍະຜ່ານມາ, ພິເສດແມ່ນພາຍຫຼັງ ອິດສະຣາແອັນ ລົງນາມໃນຂໍ້ຕົກລົງສັນຕິພາບກັບສອງປະເທດ ອາຣັບ ຄື ສະຫະລັດ ອາຣັບ ເອມມີເລດ (UAE) ແລະ ບາເຣັນ ຢູ່ ວໍຊີງຕັນ (ອາເມລິກາ) ໃນວັນທີ 15 ກັນຍາ ຜ່ານມາ.

ທ່າ​ອ່ຽງ​ໄກ​່​ເກ່ຍ ແລະ ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ảnh 1ວັນທີ 15 ຕຸລາ, ສະພາແຫ່ງຊາດ ອິດສະຣາແອັນ  ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການສ້າງສັນຕິພາບ ເຊິ່ງປະເທດນີ້ໄດ້ລົງນາມກັບບັນດາປະເທດ ອາຣັບ (ພາບ:  AFP/TTXVN)


ບັນດາການຜັນແປຢ່າງຕັ້ງໜ້າ

ເຫດການຫຼ້າສຸດແມ່ນເລື່ອງ ອິດສະຣາແອັນ ແລະ ບາເຣັນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ຜັນຂະຫຍາຍ 14 ຖ້ຽວບິນການຄ້າຕໍ່ ອາທິດ ລະຫວ່າງ ມານາມາ (ບາເຣັນ) ແລະ ສະໜາມບິນ Ben Gurion (ອິດສະຣາແອັນ) ໃນວັນທີ 22 ຕຸລາ. ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Gabi Ashkenazi  ຖືວ່າ ຂໍ້ຕົກລົງສະບັບດັ່ງກ່າວຈະນຳມາເຊິ່ງການເຕີບໂຕໃນການດຳເນີນທຸລະກິດ, ເສດຖະກິດ ແລະ ການທ່ອງທ່ຽວ… ພ້ອມທັງຢັ້ງຢືນວ່າ ອິດສະຣາແອັນ ຈະເປີດກວ້າງການສ້າງສັນຕິພາບກັບບັນດາປະເທດອື່ນໆໃນພາກພື້ນ.

        ຂໍ້ຕົກລົງວ່າດ້ວຍການບິນລະຫວ່າງ ອິດສະຣາແອັນ ແລະ ເບເຣັນ ໄດ້ລົງນາມພາຍຫຼັງທີ່ ອິດສະຣາແອັນ ແລະ ສະຫະລັດ ອາຣັບ ເອມມີເລດ ໄດ້ລົງນາມຂໍ້ຕົກລົງທີ່ຄ້າຍຄືກັນພຽງແຕ່ 2 ວັນ. ນອກຈາກຂໍ້ຕົກລົງວ່າດ້ວຍການບິນແລ້ວ, ອິດສະຣາແອັນ ແລະ ສະຫະລັດ ອາຣັບ ເອມມີເລດ ຍັງໄດ້ລົງນາມໃນຂໍ້ຕົກລົງອື່ນອີກ 3 ສະບັບ, ໃນນັ້ນລວມມີຂໍ້ຕົກລົງວ່າດ້ວຍການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງສອງປະເທດ. ພິເສດ, ກໍໃນວັນທີ 20 ຕຸລາ, ສະຫະລັດ ອາຣັບ ເອມມີເລດ ໄດ້ສະເໜີເປີດສະຖານທູດປະຈຳ ນະຄອນ Tel Aviv ຂອງ ອິດສະຣາແອັນ ໃຫ້ໄວທີ່ສຸດຢ່າງເປັນທາງການ, ເຊິ່ງເປັນບາດກ້າວເດີນເພື່ອປະຕິບັດຂໍ້ຕົກລົງວ່າດ້ວຍການສ້າງການພົວພັນລະຫວ່າງສອງປະເທດເປັນປົກກະຕິໃຫ້ປະກົດຜົນເປັນຈິງ.

        ເຖິງຢ່າງໃດກໍຕາມ, ການຜັນແປທີ່ໄດ້ຮັບການຕີລາຄາວ່າເປັນໜ້າສົນໃຈທີ່ສຸດ ແມ່ນເລື່ອງບັນດາແຫຼ່ງຂ່າວຈາກລັດຖະບານຂ້າມຜ່ານ ຊູດັງ ໃນວັນທີ 22 ຕຸລາ ໄດ້ເວົ້າວ່າ ທ່ານນາຍົກລັດຖະມົນຕີ Abdalla Hamdok ພ້ອມແລ້ວທີ່ຈະສ້າງການພົວພັນເປັນປົກກະຕິກັບ ອິດສະຣາແອັນ. ໃນວັນດຽວກັນ, ບັນດາແຫຼ່ງຂ່າວ ຈາກ ອິດສະຣາແອັນ ກໍໃຫ້ຮູ້ວ່າ, ຄະນະຜູ້ແທນຂອງປະເທດນີ້ ໄດ້ເດີນທາງໄປຍັງ ຊູດັງ ເພື່ອປຶກສາຫາລືກ່ຽວກັບບັນຫາສ້າງການພົວພັນເປັນປົກກະຕິ. ໃນທັນທີ, ນັກຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ຊູດັງ ຈະກາຍເປັນປະເທດຕໍ່ໄປທີ່ເດີນຕາມ ສະຫະລັດ ອາຣັບ ເອມມີເລດ ແລະ ບາເຣັນ ຈະລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງການພົວພັນເປັນປົກກະຕິກັບ ອິດສະຣາແອັນ.

        ບັນດາບາດກ້າວເດີນທີ່ລະມັດລະວັງ

        ດ້ວຍບັນດາການຜັນແປຢ່າງຕັ້ງໜ້າດັ່ງກ່າວ, ສາມາດຢັ້ງຢືນວ່າ ບັນຍາກາດການສ້າງສັນຕິພາບ ແລະ ການໄກ່ເກ່ຍພວມແຜ່ຂະຫຍາຍຢູ່ພາກພື້ນ ຕາເວັນອອກກາງ ເຊິ່ງເປັນພາກພື້ນທີ່ເຄີຍຂາດສະຖຽນລະພາບ. ແຕ່ວ່າ ໃນເວລາດຽວກັນນັ້ນ, ນັກຊ່ຽວຊານຫຼາຍທ່ານ ຍັງລະມັດລະວັງ ແລະ ເຕືອນວ່າ, ປະຊາຄົມສາກົນ ຍັງຄົງມານະພະຍາຍາມຫຼາຍກວ່າອີກ ເພື່ອພື້ນຖານສັນຕິພາບຢູ່ພາກພື້ນ ຕາເວັນອອກກາງ ດ້ວຍຫຼາຍເຫດຜົນ.

        ກ່ອນອື່ນໝົດ, ຂໍ້ຕົກລົງສັນຕິພາບສະບັບຕ່າງໆ ທີ່ບັນລຸໄດ້ ແລະ ພວມໄດ້ຊຸກຍູ້ລະຫວ່າງ ອິດສະຣາແອັນ ກັບບັນດາປະເທດ ອາຣັບ ຍັງບໍ່ທັນໄດ້ຮັບການສະໜັບສະໜູນ ແລະ ເຫັນດີເຫັນພ້ອມຈາກບັນດາປະເທດ ອາຣັບ ທັງໝົດ ແລະ ບັນດາປະເທດໃນພາກພື້ນ, ໃນນັ້ນ, ສິ່ງທີ່ເປັນໜ້າເວົ້າເຖິງທີ່ສຸດແມ່ນ ການຄັດຄ້ານຢ່າງແຮງຂອງ ປາແລັດສະຕິນ, ເຊິ່ງເປັນປະເທດໜຶ່ງທີ່ນອນໃນວິວັດທະນາການສ້າງສັນຕິພາບ ຢູ່ພາກພື້ນຕາເວັນອອກກາງ, ກໍຄື ອີຣານ ແລະ ຕວັກກີ ເຊິ່ງເປັນສອງປະເທດທີ່ມີຜົນສະທ້ອນຫຼາຍຢ່າງຢູ່ ພາກພື້ນດັ່ງກ່າວ.

        ໄປຄຽງຄູ່ກັນນັ້ນ, ບັນດາຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ທີ່ປິ່ນອ້ອມບັນຫານິວເຄຼຍ, ການຂາດສະຖຽນລະພາບຢູ່ ປາແລັດສະຕິນ, ຊີຣີ, ລີບັງ, ອີຣັກ, ລີບີ… ຍາມໃດກໍ່ອາດຈະກໍ່ຜົນກະທົບທີ່ບໍ່ດີຕໍ່ການສ້າງພື້ນຖານສັນຕິພາບໃນພາກພື້ນຕາເວັນອອກກາງ.

        ນອກຈາກນັ້ນ ກໍ່ຍັງໄດ້ເວົ້າເຖິງບັນດາຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນພາກພື້ນ ກໍຄືໃນຂອບເຂດທົ່ວໂລກ ທີ່ພວມເຮັດໃຫ້ຄວາມສົນໃຈ ກໍຄື ແຫຼ່ງກຳລັງສາກົນທີ່ສະຫງວນໃຫ້ແກ່ ພາກພື້ນ ຕາເວັນອອກກາງນີ້ ຫຼຸດໜ້ອຍຖອຍລົງ, ຍາກທີ່ຈະສ້າງກຳລັງພົນໃຫ້ມີຄວາມເຂັ້ມແຂງພຽງພໍເພື່ອຊຸກຍູ້ການສ້າງພື້ນຖານສັນຕິພາບຢ່າງຮອບດ້ານຢູ່ພາກພື້ນນີ້./.

ຕອບກັບ