ທົ່ວປວງຊົນຮ່ວມແຮງຮ່ວມໃຈເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດ

Chia sẻ
(VOVWORLD) -ທົ່ວຊາດຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດໂຄວິດ-19 ນີ້.

ທົ່ວປວງຊົນຮ່ວມແຮງຮ່ວມໃຈເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ

(ພາບ: VTV)

ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ສົ່ງຜົນກະທົບເຖິງທຸກດ້ານໃນຊີວິດ-ສັງຄົມຂອງບັນດາປະເທດ, ໃນນັ້ນມີຫວຽດນາມ, ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ອອກຄຳຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ເດັດດ່ຽວປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຢ່າງມີປະສິດທິຜົນ.

        ໂລກລະບາດໂຄວິດ-19 ພວມສືບຕໍ່ແຜ່ລະບາດໃນທົ່ວໂລກ ແລະ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອາດຈະກໍ່ໃຫ້ເກີດຜົນຮ້າຍທີ່ຮ້າຍແຮງກວ່າອີກ.

ປະຊາຊົນມີຄວາມເຊື່ອໝັ້ນ, ສະໜັບສະໜູນວຽກງານປ້ອງກັນ, ຄວບຄຸມໂລກລະບາດ

        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລ້ວ, ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ລັດ, ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19, ທຸກຂະແໜງການ, ທຸກຂັ້ນ, ທ້ອງຖິ່ນຕ່າງໆ, ທັງລະບົບການເມືອງໄດ້ສາມັກຄີກັນ, ເປັນເອກະພາບເດັດດ່ຽວຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ທັງສະກັດກັ້ນ, ຈຳກັດການແຜ່ລະບາດຂອງໂລກລະບາດ, ທັງຮັບປະກັນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດສັງຄົມ; ໃນເບື້ອງຕົ້ນໄດ້ຮັບໝາກຜົນຕັ້ງໜ້າຫຼາຍຢ່າງ, ເປັນການສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນການຕໍ່ສູ້ກັບໂລກລະບາດ, ເຊິ່ງໄດ້ ຮັບການຕີລາຄາສູງຈາກໂລກ.

        ໂດຍຕາງໜ້າພັກ ແລະ ລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ໄດ້ຍ້ອງຍໍຊົມເຊີຍການເຂົ້າຮ່ວມຂອງຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງຈາກຂັ້ນສູນການລົງຮອດຂັ້ນຮາກຖານ; ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງຂະແໜງສາທາລະນະສຸກ, ກຳລັງກອງທັບ, ຕຳຫຼວດ ແລະ ບັນດາຄະນະ, ກະຊວງ, ຂະແໜງການສູນກາງ; ການເຂົ້າຮ່ວມຢ່າງທັນການ, ຕັ້ງໜ້າຂອງແນວໂຮມປະເທດຊາດ, ບັນດາໝູ່ຄະນະ, ປະຊາຄົມວິສາຫະກິດ, ເພື່ອນສະຫາຍ, ນັກຮົບໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຄວາມເຊື່ອໝັ້ນ, ສະໜັບສະໜູນວຽກງານປ້ອງກັນ, ຄວບຄຸມໂລກລະບາດ.

ທົ່ວປວງຊົນຮ່ວມແຮງຮ່ວມໃຈເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດ - ảnh 2 (ພາບ: TTXVN)

ສາມັກຄີເປັນຈິດໜຶ່ງໃຈດຽວແມ່ນພື້ນຖານເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດ

        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລ້ວ, ປະຈຸບັນ, ຫວຽດນາມ ພວມຢູ່ໃນຈຸດເວລາມີຄວາມສ່ຽງເຊື້ອໂຄວິດ-19 ແຜ່ລະບາດໃນປະຊາຄົມທີ່ນັບມື້ນັບກວ້າງກວ່າ, ທົ່ວລະບົບການເມືອງຕ້ອງສຸມໃສ່ຢູ່ໃນລະດັບສູງເພື່ອສືບຕໍ່ເປັນເຈົ້າການສະກັດກັ້ນ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ຫ້າມການປະໝາດ, ໂຍະຍານຢ່າງເດັດຂາດ; ຕ້ອງກຳແໜ້ນສະພາບການ, ຄາດຄະເນແຜນການໂລກລະບາດທີ່ຮ້າຍແຮງ, ວາງອອກບັນດາມາດຕະການທີ່ມີປະສິດທິຜົນຢ່າງທັນການເພື່ອຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໃຫ້ໄດ້. ແຕ່ລະອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ແຕ່ລະທ້ອງຖິ່ນຕ້ອງເປັນເຈົ້າການ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາວຽກງານປ້ອງກັນ, ຄວບຄຸມໂລກລະບາດ; ໃຫ້ບຸລິມະສິດແຫຼ່ງກຳລັງ, ເວລາ ແລະ ກຳລັງເຫື່ອແຮງແກ່ວຽກງານສຳຄັນນີ້.

        ເມື່ອເນັ້ນໜັກເຖິງມູນເຊື້ອຮັກຊາດ, ຄຸນທຳຂອງຊາດຫວຽດນາມ ໃນແຕ່ລະຄັ້ງເມື່ອປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຖືວ່າ, ໃນການຕໍ່ສູ້ປ້ອງກັນ, ຄວບຄຸມໂລກລະບາດຢູ່ໃນຈຸດເວລາສຳຄັນທີ່ສຸດນີ້, ມີບາງມາດຕະການແນ່ນອນວ່າຈະສົ່ງຜົນສະທ້ອນເຖິງການເຄື່ອນໄວຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ກໍຄືການດຳລົງຊີວິດປະຈຳວັນຂອງປະຊາຊົນ.  ດ້ວຍຈິດໃຈຖືສຸຂະພາບ ແລະ ຊີວິດອິນຊີຂອງມະນຸດແມ່ນເໜືອກວ່າສິ່ງໃດໝົດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນ, ນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ເດັດດ່ຽວປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຢ່າງມີປະສິດທິຜົນ. ປະຊາຊົນແຕ່ລະຄົນແມ່ນນັກຮົບໃນແນວຮົບປ້ອງກັນ, ຄວບຄຸມໂລກລະບາດ.

        ຢູ່ໃນໂລກ, ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ສະແດງຄວາມເອົາໃຈໃສ່, ການແບ່ງປັນ, ຄວາມເຫັນອົກເຫັນໃຈ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຄວາມມານະພະຍາຍາມໃນການຮ່ວມມືຢ່າງແທດຈິງ, ການສົມທົບກັບບັນດາປະເທດຢ່າງທັນການ, ໂດຍສະເພາະແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ຖືວ່າ, ໃນສະພາບການຄືໃນປະຈຸບັນ, ຄວາມສາມັກຄີ ແລະ ການສົມທົບກັນກະທຳໃນທົ່ວໂລກ ແມ່ນພື້ນຖານຮັບປະກັນ ເພື່ອໂລກຍາດໄດ້ໄຊຊະນະສຸດທ້າຍຕໍ່ໂລກລະບາດນີ້.

        ມວຍທ້າຍຄຳຮຽກຮ້ອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ເນັ້ນໜັກວ່າ: ທົ່ວຊາດຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ເພື່ອຍາດເອົາໄຊຊະນະຕໍ່ໂລກລະບາດໂຄວິດ-19 ນີ້.

ຕອບກັບ