ຖື​ຄວາມອ​ີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ເພື່ອ​ສູ້​ຊົນ

Lai Hoa - Thu Hoa
Chia sẻ
(VOVWORLD) -ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດ້ວຍຫລາຍເນື້ອໃນສຳຄັນ, ກຳນົດທິດພັດທະນາປະເທດຊາດ ພວມເລີມຕົ້ນຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວພັກ, ທົ່ວປວງຊົນ. ໃນມະຕິ, ພັກກອມມູນິດຫວຽດນາມ ສືບຕໍ່ຊາບຊຶມເລິກເຊິ່ງທຸກແຜນນະໂຍບາຍ, ນະໂຍບາຍແມ່ນເລີ່ມມາຈາກຄວາມມຸ່ງມາດປາດຖະຫນາ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນເປັນເປົ້າໝາຍເພື່ອສູ້ຊົນ.

ທີ່ວາລະອັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນ ຄວາມຕັດສິນໃຈອັນໃຫຍ່ຫລວງໃນການກະທຳເພື່ອນຳມະຕິຂອງກອງປະຊຸມເຂົ້າມາປະຕິບັດໃນຊີວິດ.

 “ນຳເອົາມະຕິກອງປະຊຸມໃຫຍ່ເຂົ້າມາປະຕິບັດໃນຊີວິດ ຫັນຄວາມຕັດສິນໃຈສຳຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ ຫາກບໍ່ແມ່ນວາງອອກໃນກອງປະຊຸມຊື່ໆເທົ່ານັ້ນ. ນີ້ພຽງແຕ່ແມ່ນການເປີດສາກ, ເຮັດໄດ້ຫລືບໍ່?ຕ້ອງນຳເອົາຊັບສິນວັດຖຸ ຄວາມຮັ່ງມີ ແລະ ຄວາມຜາສຸກມາໃຫ້ປະຊາຊົນ. ນັ້ນຈຶ່ງແມ່ນຜົນສຳເລັດແທ້ຈິງຂອງກອງປະຊຸມໃຫຍ່”

ຖື​ຄວາມອ​ີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ເພື່ອ​ສູ້​ຊົນ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ນຳເອົາຄວາມຮັ່ງມີ, ຄວາມຜາສຸກມາໃຫ້ປະຊາຊົນ ແມ່ນສານ ຊື່ງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນ ທີ່ວາລະອັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ສິ່ງນີ້ ກໍ່ແມ່ນເປົ້າໝາຍ, ຄຸນຄ່າຫລັກຊື່ງພັກກອມມູນິດຫວຽດນາມ ສູ້ຊົນປະຕິບັດໃນຕະຫລອດ 91 ປີ ຜ່ານມາ. ຜົນສຳເລັດຂອງການປະຕິວັດຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ ພິເສດແມ່ນພຶດຕິກຳຕົວຈິງຂອງ 35 ປີແຫ່ງການປ່ຽນແປງໃຫມ່ ເປັນການພິສູດໃຫ້ເຫັນ ພັກ ໄດ້ເສີມຂະຫຍາຍແຫລ່ງກຳລັງປະຊາຊົນໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳມາເຊິ່ງຄວາມອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ. ເພາະສະນັ້ນ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກສືບຕໍ່ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ” ເພື່ອສຸມໃສ່ເບິ່ງແຍງຊີວິດການເປັນຢູ່, ຜົນປະໂຫຍດຂອງປະຊາຊົນຢ່າງຄົບຖ້ວນ. ສິ່ງນີ້ກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ.

ໃນມະຕິກອງປະຊຸມໃຫຍ່ ໄດ້ເພີ່ມເຕີມ 2 ບັນຫາໃຫຍ່ “ປະຊາຊົນຕິດຕາມ ແລະ ປະຊາຊົນຊົມໃຊ້” ກາຍເປັນທິດນຳສົມບູນ. ສາດສະດາຈານ ປອ ຟຸ່ງຫືວຟູ ຮອງປະທານ ສະພາທິດສະດີສູນກາງ ຢືນຢັນ:

ປະຊາຊົນຊົມໃຊ້ ນີ້ແມ່ນສັດຈະວິພາກ.ເພາະເມື່ອເຂົ້າຮ່ວມເສດຖະກິດການຕະຫລາດ ກຳລັງຫນູນສຳຄັນແມ່ນຜົນປະໂຫຍດ. ຄວາມກົມກຽວດ້ານຜົນປະໂຫຍດແມ່ນສຳຄັນ. ເຮັດວຽກຕ້ອງໄດ້ຊົມໃຊ້, ເຮັດຫລາຍໄດ້ຊົມໃຊ້ຫລາຍ. ປະຊາຊົນແມ່ນຜູ້ນຳມາເຊິ່ງດ້ານວັດຖຸ ປະຊາຊົນຕ້ອງແມ່ນຜູ້ໄດ້ຊົມໃຊ້ບັນດາຜົນງານເຫລົ່ານັ້ນ. ນັ້ນແມ່ນທາດແທ້ຂອງລະບອບສັງຄົມນິຍົມ ແລະ ນັ້ນແມ່ນ ກຳລັງຫນູນເພື່ອຊຸກຍູ້ການພັດທະນາສັງຄົມ”

ການຊົມໃຊ້ ແມ່ນກຳລັງຫນູນອັນຍິ່ງໃຫຍ່ສ້າງເປັນກຳລັງແຮງຂອງປະຊາຊົນໃນເລື່ອງຫັນຄວາມຄາດຫວັງຂອງພັກ ຂອງປະຊາຊົນ ກ່ຽວກັບການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ສັນຕິສຸກໃຫ້ປະກົດຜົນເປັນຈິງ.  ປະຕິບັດສິດຊົມໃຊ້ຂອງປະຊາຊົນຈະກາຍເປັນກຳລັງຫນູນ ແລະ ເປົ້າໝາຍສຸດທ້າຍຂອງລັດທິສັງຄົມນິຍົມ ແມ່ນ ທຸກສິ່ງທຸກຢ່າງກໍ່ແມ່ນເພື່ອຄວາມຜາສຸກຂອງປະຊາຊົນ.

ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງແທ້ຈິງ ຕ້ອງມີຄວາມຮັບຮູ້ຈາກຂັ້ນເທິງລົງຂັ້ນລຸ່ມ ເປັນຕົ້ນແມ່ນຂັ້ນຮາກຖານ. ການນຳແຂວງ, ເມືອງ, ຕາແສງ ຕ້ອງເຊື່ອມຊຶມເລື່ອງ ຖືຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນເປັນເປົ້າໝາຍເພື່ອສູ້ຊົນ. ພາຍຫລັງກອງປະຊຸມໃຫຍ່ແຕ່ລະຄັ້ງ, ບົດຮຽນອັນເລິກເຊິ່ງຊື່ງອົງຄະນະພັກ ແລະ ປະຊາຊົນ ແຂວງ ຮ່າຕິ່ງ ຖອດຖອນມາໄດ້ ນັ້ນແມ່ນຕ້ອງສ້າງ, ປະກາດໃຊ້ໂຄງການ ແຜນການ ລະອຽດ ເພື່ອນຳເອົາມະຕິກອງປະຊຸມໃຫຍ່ເຂົ້າປະຕິບັດໃນຕົວຈິງ.

ທ່ານເລຂາພັກແຂວງ ຮ່າຕິ້ງ ຮ່ວາງຈູງຢູງ ໃຫ້ຮູ້ວ່າ:

“ດ້ວຍບັນດາເນື້ອໃນຊື່ງກອງປະຊຸມໃຫຍ່ວາງອອກ ພວກຂ້າພະເຈົ້ານຳເອົາບັນຍາກາດປະຊາທິປະໄຕ, ຄວາມປິຕິຊົມຊື່ນຂອງກອງປະຊຸມໃຫຍ່ ມາຜັນຂະຫຍາຍຢູ່ທ້ອງຖິ່ນຕົນ. ບັນດາເນື້ອໃນກອງປະຊຸມໃຫຍ່ວາງອອກ ຈະຜັນຂະຫຍາຍຢ່າງເໝາະສົມຢູ່ແຕ່ລະຂົງເຂດ, ບໍລິເວນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ. ນຳປະເທດຫວຽດນາມ ສືບຕໍ່ມີບາດກ້າວພັດທະນາ ເຮັດແນວໃດເພື່ອຍົກສູງຊີວິດການເປັນຢູ່ດ້ານວັດຖຸ ຈິດໃຈຂອງປະຊາຊົນ”

ແນວຄິດຈິດໃຈຂອງປະຊາຊົນ ແມ່ນການວັດແທກຄຸນຄ່າຂອງພັກກອມມູນິດຫວຽດນາມ. ນັ້ນກໍ່ແມ່ນກົກເຄົ້າສ້າງເປັນພະລັງຊີວິດ ຄວາມຍືນຍົງຄົງຕົວຕະຫລອດການຂອງພັກກອມມູນິດຫວຽດນາມ ນັ້ນກໍ່ແມ່ນກົກເຄົ້າເພື່ອໃຫ້ພັກ ແລະ ປະຊາຊົນຕັດສິນໃຈຫັນຄວາມຄາດຫວັງສ້າງສາປະເທດຫວຽດນາມ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນປະກົດຜົນເປັນຈິງ.

ຕອບກັບ