ເຂດເສດຖະກິດ ຢູງກວັດ
ພາບປະກອບ:internet
|
(vovworld) - ທີ່ກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ:“ມາດຕະການຊຸກຍູ້ ແລະ ຍົກສູງຄຸນນະພາບກະແສເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າຫວຽດນາມ”ຊຶ່ງດຳເນີນໄປໃນວັນທີ 15/3, ຜູ້ຊ່ຽວຊານຫລາຍທ່ານໄດ້ຢັ້ງຢືນວ່າ ແມ່ນຮອດຈຸດເວລາແລ້ວ ທີ່ຫວຽດນາມ ຄວນມີນະໂຍບາຍກຳນົດທິດນຳໃຊ້ແຫລ່ງເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ໃຫ້ຖືກກັບຂົງເຂດ, ຖືກກັບຂະແຫນງອາຊີບທີ່ຈຳເປັນ ແລະ ຫລີກລ້ຽງບັນດາໂຄງການທີ່ນຳໃຊ້ເທັກໂນໂລຊີຫລ້າຫລັງ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ນີ້ກໍແມ່ນແຜນນະໂຍບາຍຂອງລັດຖະບານຫວຽດນາມໃນໄລຍະປະຈຸບັນ ເພື່ອມຸ້ງໄປເຖິງການດຶງດູດທຶນ FDI ທີ່ມີຄຸນນະພາບ ແລະ ປະສິດທິຜົນ.
ຕາມການສະຖິຕິແລ້ວ, ພາຍຫລັງ 25 ປີແຫ່ງການດຶງດູດທຶນ FDI, ແຫລ່ງທຶນນີ້ໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງການພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ສະເລ່ຍແຕ່ລະປີ, ບັນດາໂຄງການລົງທຶນໂດຍກົງຂອງຕ່າງປະເທດໄດ້ປະກອບສ່ວນກວ່າ 50% ຍອດວົງເງິນສົ່ງອອກ. ພາກສ່ວນເສດຖະກິດມີເງິນລົງທຶນຂອງຕ່າງປະເທດໄດ້ສ້າງວຽກເຮັດງານທຳໂດຍກົງໃຫ້ແກ່ຄົນງານປະມານ 2 ລ້ານຄົນ ແລະ ນັບ 100.000 ຄົນເຮັດວຽກໂດຍທາງອ້ອມ. ປະຈຸບັນ, ຢູ່ ຫວຽດນາມ ມີກວ່າ 13.500 ໂຄງການລົງທຶນຂອງຕ່າງປະເທດຍັງມີຜົນສັກສິດ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 200 ຕື້ USD. ໃນສະພາວະຄືແນວນັ້ນ, ຕາມບັນດາຜູ້ຊ່ຽວຊານເສດຖະກິດຫລາຍທ່ານແລ້ວ, ເລື່ອງດຶງດູດ, ນຳໃຊ້ ແລະ ຄຸ້ມຄອງທຶນ FDI ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນຂໍ້ຈຳກັດຈຳນວນຫນຶ່ງ. ນັ້ນແມ່ນ ບໍ່ທັນນຳໃຊ້ ແຫລ່ງທຶນນີ້ຢ່າງມີປະສິດທິຜົນ, ການດຶງດູດໂຄງການທີ່ຂຶ້ນກັບຂົງເຂດເທັກໂນໂລຊີສູງຍັງຈຳກັດຢູ່, ການຖ່າຍທອດເທັກໂນໂລຊີຍັງຊັກຊ້າ, ຊ້ຳບໍ່ໜຳ ບາງທ້ອງຖິ່ນຍັງສວຍໃຊ້ບັນດານະໂຍບາຍດຶງດູດການລົງທຶນຂອງຕ່າງປະເທດ ແຕ່ບໍ່ຄິດໄລ່ເຖິງປະສິດທິຜົນດ້ານເສດຖະກິດສັງຄົມ. ສະນັ້ນ ໄປຄຽງຄູ່ກັບການກຳນົດທິດຈຸດໝາຍຍົກລະດັບການລົງທຶນໂດຍກົງຂອງຕ່າງປະເທດຄືນໃຫມ່ ຕາມທິດມີຄຸນນະພາບ-ປະສິດທິຜົນ ແລະ ຍືນຍົງ ແມ່ນຈຳເປັນຕ້ອງປ່ຽນໃຫມ່ນະໂຍບາຍດຶງດູດທຶນ FDI ແລະ ການກຳນົດທິດແຫ່ງການຜະລິດໃນໄລຍະຈະມາເຖິງ. ຕາມທ່ານ ບຸ່ຍກວາງວີງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ຫວຽດນາມ ບໍ່ ໄຝ່ຝັນຢາກບັນລຸໄດ້ຈຸດໝາຍທັງໝົດໃນພາບດຽວ ແຕ່ສິ່ງສຳຄັນຕົ້ນຕໍ ແມ່ນຕ້ອງຍົກສູງຄຸນນະພາບທຶນ FDI. ເພື່ອເຮັດສິ່ງດັ່ງກ່າວໃຫ້ໄດ້ ຕ້ອງດຶງດູດເທັກໂນໂລຊີສູງ ແລະ ຕ້ອງກຳນົດທິດເຂົ້າໃນບັນດາຂະແຫນງອາຊີບ, ຂົງເຂດຊຶ່ງຫວຽດນາມມີທ່າໄດ້ປຽບ. ສ່ວນທ່ານ ຫງວຽນມ້າຍ, ປະທານສະຫະສະມາຄົມວິສາຫະກິດລົງທຶນຂອງຕ່າງປະເທດໄດ້ສະເຫນີວ່າ:
“ປະຈຸບັນ, ນະໂຍບາຍຂອງພວກເຮົາຕົ້ນຕໍແມ່ນດຶງດູດ FDI, ສະນັ້ນ ໄລຍະຈະມາເຖິງ ພວກເຮົາຕ້ອງປ່ຽນເປັນນະໂຍບາຍຍົກລະດັບທຶນ FDI ແລະ ນະໂຍບາຍຮ່ວມສຳພັນລະຫວ່າງວິສາຫະກິດທີ່ມີທຶນ FDI ກັບວິສາຫະກິດພາຍໃນປະເທດ ເພື່ອສ້າງເປັນກຸ່ມວິສາຫະກິດຂອງຊາດ. ພວກເຮົາຕ້ອງມີການກຳນົດທິດຕື່ມອີກກ່ຽວກັບເຂດແຄ້ວນ, ທ້ອງຖິ່ນ, ເຂດອຸດສາຫະກຳ, ເຂດເສດຖະກິດ. ຄຽງຂ້າງການກຳນົດທິດ ຢ່າງຈະແຈ້ງຂອງລັດແລ້ວ, ບັນດາເຂດອຸດສາຫະກຳຢູ່ແຕ່ລະເຂດ, ພວກເຮົາຄວນມີການກຳນົດທິດໃຫ້ແກ່ແຕ່ລະເຂດຢ່າງຈະແຈ້ງ ແລະຄວນມຸ້ງເຂົ້າສູ່ຂົງເຂດໃດເພື່ອສາມາດສ້າງທ່າໄດ້ປຽບໃຫ້ແກ່ເຂດນັ້ນ.”
ນອກນັ້ນ, ມີປັດໄຈຫນຶ່ງຊື່ງກ່ອນນີ້ໄດ້ຮັບຖືວ່າ ແມ່ນທ່າໄດ້ປຽບໃນການດຶງດູດບັນດາໂຄງການລົງທຶນຈາກຕ່າງປະເທດຂອງຫວຽດນາມ ແມ່ນຄ່າແຮງງານຖືກນັ້ນ, ປະຈຸບັນ ແມ່ນບໍ່ມີຄວາມດຶງດູດຄືກ່ອນນີ້ອີກແລ້ວ. ແຫລ່ງຊັບພະຍາກອນມະນຸດຂອງຫວຽດນາມ ເຖິງວ່າແມ່ນອຸດົມສົມບູນ ແຕ່ອັດຕາຄົນງານທີ່ຍັງບໍ່ທັນໄດ້ຮັບການບຳລຸງສ້າງແມ່ນຫລາຍພໍສົມຄວນ. ນັກລົງທຶນຕ່າງປະເທດຫລາຍທ່ານຖືວ່າ: ການຂາດກຳມະກອນທີ່ຊຳນານງານ ແມ່ນສາຍເຫດສຳຄັນຊື່ງເຮັດໃຫ້ເຂົາເຈົ້າບໍ່ນຳໃຊ້ກຳລັງການຜະລິດຂອງໂຮງງານໃຫ້ໝົດໄດ້. ທ່ານ ຟານຫືວທັງ, ຜູ້ອຳນວຍການສູນຄົ້ນຄ້ວາການລົງທຶນຂອງຕ່າງປະເທດ ໄດ້ເນັ້ນຫນັກວ່າ: ຄວນເອົາໃຈໃສ່ເປັນພິເສດເຖິງຈຸດໝາຍປົວແປງ, ຍົກລະດັບຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ບົດຮຽນຈາກຫລາຍປະເທດຊີ້ໃຫ້ເຫັນວ່າ: ເລື່ອງເປັນເຈົ້າການກະກຽມ ແລະ ພ້ອມແລ້ວທີ່ຈະສະຫນອງແຫລ່ງຊັບພະຍາກອນມະນຸດແມ່ນທ່າໄດ້ປຽບ ໃນການແກ້ງແຍ້ງທີ່ສຳຄັນ, ສົ່ງຜົນກະທົບຫລາຍເຖິງການຕັດສິນໃຈເພື່ອລົງທຶນຂອງບັນດານັກລົງທຶນ. ໂດຍມີທັດສະນະເຊັນດຽວກັນ, ທ່ານຮອງສາສະດາຈານ, ດອກເຕີ ຟູ່ງຊວັນຫຍ້າ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຖືວ່າ: ບັນດາຂະແຫນງການກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ຄວນລົງທຶນຢ່າງມີຈຸດສຸມ, ມີຍຸດທະສາດຍາວນານກ່ຽວກັບ ແຫລ່ງຊັບພະຍາກອນມະນຸດ.”
“ຮອດຈຸດເວລາແລ້ວທີ່ຫວຽດນາມຕ້ອງລົງທຶນຢ່າງຈິງຈັງເພື່ອບຳລຸງສ້າງ, ຝືກຝົນຫລໍ່ຫລອມຖັນແຖວແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ການບຳລຸງສ້າງຕ້ອງຕິດພັນກັບບັນດາຄວາມຮຽກຮ້ອງຕ້ອງການຂອງບັນດານັກລົງ
ທຶນຕ່າງປະເທດ ແລະ ຕ້ອງຮ່ວມສຳພັນກັບບັນດາໂຄງການບຳລຸງສ້າງສາກົນຢ່າງແຫນ້ນແຟ້ນ ເພື່ອໃຫ້ບັນດາລາຍການບຳລຸງສ້າງຕິດພັນ ແລະ ແທດເໝາະກັບຕົວຈິງ.”
ຕາມທ່ານ ໂດ໋ເຍີດຮ່ວາງ, ຫົວຫນ້າກົມລົງທຶນຕ່າງປະເທດແລ້ວ, ໃນປີ 2012 ເລື່ອງດຶງດູດທຶນ FDI ຈະກຳນົດທິດເຂົ້າໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ອຸດສາຫະກຳຂຽວຊື່ງບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ, ເຂົ້າຮ່ວມເຄື່ອຂ່າຍຜະລິດໃນທົ່ວໂລກ. ຫວຽດນາມ ຈຳກັດການດຶງດູດບັນດາໂຄງການລົງທຶນຜະລິດເຫລັກກ້າ, ວັດສະດຸກໍ່ສ້າງ.
ພ້ອມກັບບັນດາການຄາດຄະເນຢ່າງຕັ້ງຫນ້າຂອງຜູ້ຊ່ຽວຊານ ແລະ ນັກລົງທຶນຕ່າງປະເທດຫລາຍທ່ານ ກ່ຽວກັບແງ່ຫວັງການດຶງດູດທຶນ FDI ຂອງຫວຽດນາມ ໃນໄລຍະຈະມາເຖິງ, ເລື່ອງລັດຖະບານຫວຽດນາມ ກຳນົດທິດປ່ຽນໃຫມ່ນະໂຍບາຍດຶງດູດທຶນ FDI ຈະສ້າງທ່າໄດ້ປຽບໃນການແກ້ງແຍງຂອງສະພາບແວດລ້ອມແຫ່ງການລົງທຶນ ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດພັດທະນາຢ່າງມີຄຸນນະພາບ.