ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ

Thu Hang
Chia sẻ
(VOVWORLD) -  ປະຈຸບັນ, ທ່າໄດ້ປຽບໃຫຍ່ຂອງ ຫວຽດນາມ ແມ່ນມີກຳລັງແຮງງານທີ່ຫລວງຫລາຍ ແລະ ໂຄງປະກອບແຮງງານໜຸ່ມ. ຕາມກົມໃຫຍ່ສະຖິຕິແລ້ວ, ປີ 2018, ປະຊາກອນ ຫວຽດນາມ ມີປະມານ 94 ລ້ານຄົນ, ໃນນັ້ນ  ກຳລັງແຮງງານທີ່ຢູ່ໃນເກນອາຍຸ 15 ປີຂຶ້ນໄປກວມເອົາປະມານ 55,16 ລ້ານຄົນ. 

ແຫຼ່ງຊັບພະຍາກອນມະນຸດແມ່ນປັດໄຈຕັດສິນຕໍ່ຜົນສຳເລັດ ແລະ ຄວາມກ້າວໜ້າຂອງແຕ່ລະປະເທດ, ໃນນັ້ນ ລະດັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນໄມ້ວັດແທກຕົ້ນຕໍໃນການຕີລາຄາລະດັບຄວາມກ້າວໜ້າຂອງສັງຄົມ, ຄວາມຍຸຕິທຳ ແລະ ການພັດທະນາແບບຍືນຍົງ. ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2011 2020, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືກກຳນົດວ່າແມ່ນຂອດບຸກທະລຸຂອງວິວັດການຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ; ພື້ນຖານພັດທະນາແບບຍືນຍົງ ແລະ ເພີ່ມທະວີທ່າໄດ້ປຽບຂອງການແກ່ງແຍ້ງໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ảnh 1 ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ (ພາບ: ອິນເຕີແນັດ)

        ເຖິງວ່າພວມຢູ່ໃນໄລຍະມີປະຊາກອນໃນເກນອາຍຸໜຸ່ມແໜ້ນ ດ້ວຍແຫຼ່ງສະໜອງແຮງງານທີ່ເຫຼືອເຟືອ ແລະ ເປັນປົກກະຕິກໍ່ຕາມ, ແຕ່ວ່າຕໍ່ໜ້າທ່າອ່ຽງການເຊື່ອມໂຍງສາກົນ, ຫວຽດນາມ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່ຫລາຍຢ່າງ.

ຫວຽດນາມ ມີທ່າໄດ້ປຽບແມ່ນກຳລັງແຮງງານຫລວງຫລາຍ ແລະ ໂຄງປະກອບແຮງງານໜຸ່ມ

       ປະຈຸບັນ, ທ່າໄດ້ປຽບໃຫຍ່ຂອງ ຫວຽດນາມ ແມ່ນມີກຳລັງແຮງງານທີ່ຫລວງຫລາຍ ແລະ ໂຄງປະກອບແຮງງານໜຸ່ມ. ຕາມກົມໃຫຍ່ສະຖິຕິແລ້ວ, ປີ 2018, ປະຊາກອນ ຫວຽດນາມ ມີປະມານ 94 ລ້ານຄົນ, ໃນນັ້ນ  ກຳລັງແຮງງານທີ່ຢູ່ໃນເກນອາຍຸ 15 ປີຂຶ້ນໄປກວມເອົາປະມານ 55,16 ລ້ານຄົນ. ພ້ອມກັນນັ້ນ, ສະມັດຕະພາບແຮງງານຂອງ ຫວຽດນາມ ໃນໄລຍະຜ່ານມາໄດ້ມີການປັບປຸງພໍສົມຄວນ, ເພີ່ມຂຶ້ນຢ່າງສະໜຳສະເໝີໃນແຕ່ລະປີ ແລະ ແມ່ນປະເທດທີ່ມີລະດັບຄວາມໄວສະມັດຕະພາບແຮງງງານເພີ່ມຂຶ້ນສູງໃນພາກພື້ນ ອາຊຽນ.

        ໄປຄຽງຄູ່ກັນນັ້ນ, ຄຸນນະພາບແຮງງານ ຫວຽດນາມ ໃນຊຸມປີຜ່ານມາກໍ່ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ; ແຮງງານທີ່ໄດ້ຜ່ານການບຳລຸງສ້າງ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ ແລະ ຕະຫລາດແຮງງານສ່ວນໃດສ່ວນໜຶ່ງ. ກຳລັງແຮງງານດ້ານເຕັກນິກໄດ້ເປັນເຈົ້າຂອງວິທະຍາສາດ - ເຕັກໂນໂລຊີ, ຮັບພາລະໜ້າທີ່ຕຳແໜ່ງວຽກງານທີ່ມີຄວາມຮຽກຮ້ອງຕ້ອງການລະດັບສູງໃນການຜະລິດ, ດຳເນີນທຸລະກິດໄດ້ເກືອບທັງໝົດ ເຊິ່ງເມື່ອກ່ອນ ແມ່ນຕ້ອງໄດ້ຈ້າງນັກຊ່ຽວຊານຕ່າງປະເທດ…ທ່ານ ບູຍແອັງຕ໊ວນ, ອະທິການບໍດີມະຫາວິທະຍາໄລການຄ້າຕ່າງປະເທດໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຕັ້ງບັນຫາການບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດໃໝ່ ແມ່ນມີຄວາມສຳຄັນ, ຮີບດ່ວນ ແລະ ຈຳເປັນທີ່ສຸດ. ການບໍລິຫານແຫຼ່ງຊັບພະຍາກອນມະນຸດໃນສະພາບການໃໝ່ ຮຽກຮ້ອງຕ້ອງມິີການປ່ຽນແປງໃໝ່ໃນທັງລະບົບການບຳລຸງສ້າງ, ຄົ້ນຄວ້າ ແລະ ນັບທັງການນຳໃຊ້ ແລະ ປະຕິບັດພຶດຕິກຳຕົວຈິງ. ພວກຂ້າພະເຈົ້າກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງບັນດາຝ່າຍ, ລະຫວ່າງບັນດາອົງການຈັດຕັ້ງສາກົນກັບມະຫາວິທະຍາໄລ ແລະ ວິສາຫະກິດຂອງ ຫວຽດນາມ, ຍົກອອກບັນດາຮູບແບບໃໝ່ ໃນການກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ ໃນສະພາບການເຊື່ອມໂຍງ

       ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຕໍ່ ຫວຽດນາມ ແມ່ນຕ້ອງກະກຽມກຳລັງແຮງງານ ທີ່ສາມາດຕອບສະໜອງ ແລະ ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາຄຳໝັ້ນສັນຍາສາກົນ.

        ປັດຈຸບັນ, ຫວຽດນາມ ມີຂອບຂະໜາດປະຊາກອນຢືນອັນດັບທີ 13, 14 ໃນໂລກ ແລະ ພິເສດແມ່ນຂອບຂະໜາດພື້ນຖານເສດຖະກິດຢືນອັນດັບ 37, 38 ໃນໂລກ, ແຕ່ຍັງບໍ່ທັນໄດ້ເຂົ້າ top 50 ປະເທດແຖວໜ້າໂລກກ່ຽວກັບການບຳລຸງສ້າງອາຊີບເທື່ອ. ທີ່ກອງປະຊຸມສຳມະນາສາກົນອາຊີ ຄັ້ງທີ 18 ຂອງສະຫະສະມາຄົມພັດທະນາແຫຼ່ງຊັບພະຍາກອນມະນຸດສາກົນ (AHRD) ທີ່ຫາກໍ່ດຳເນີນໄປຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: ການສຶກສາບຳລຸງສ້າງອາຊີບຢູ່ ຫວຽດນາມ ຄວນມີຄວາມຄາດຫວັງຢ່າງແຮງກ່ວາ ເພື່ອບືນຕົວຂຶ້ນໃຫ້ເທົ່າທຽມກັບບັນດາປະເທດກ້າວໜ້າຢູ່ພາກພື້ນ ແລະ ໂລກ, ນຳພື້ນຖານເສດຖະກິດກ້າວຂຶ້ນໃນລະບົບມູນຄ່າທີ່ສູງກ່ວາ. ວຽກງານບຳລຸງສ້າງອາຊີບ ຕ້ອງໃກ້ຊິດຕິດແທດກັບຄວາມຕ້ອງການຈິງຂອງຕະຫລາດ, ພັດທະນາການບຳລຸງສ້າງອາຊີບດ້ວຍມາດຖານຄຸນນະພາບສາກົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສູງຂອງບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ສ້າງກົນໄກການຮ່ວມມືລະຫວ່າງໂຮງຮຽນ, ວິສາຫະກິດ ແລະ ລັດຖະບານໃນບັນດາຂົງເຂດຂະແໜງອາຊີບທີ່ເປັນຈຸດສຸມ, ເນື້ອໃນ ແລະ ຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ມີທັກສະສູງຕ້ອງຕິດພັນກັບຄວາມຕ້ອງການຂອງຕະຫລາດ ແລະ ພື້ນຖານເສດຖະກິດ. ລັດ, ໂຮງຮຽນ, ວິສາຫະກິດຕ້ອງມີນະໂຍບາຍຢ່າງຈະແຈ້ງກ່ວາ. ວິສາຫະກິດເຂົ້າຮ່ວມການສ້າງເນື້ອໃນບຳລຸງສ້າງ, ຈັດສົ່ງພະນັກງານເຂົ້າຮ່ວມການບຳລຸງສ້າງ, ຮັບເອົານັກຮຽນມາຝຶກງານ. ສຳລັບໂຮງຮຽນແມ່ນສຸມໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາຄູອາຈານຍົກສູງຄຸນນະພາບວິຊາສະເພາະ…

        ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະຈະມາເຖິງ, ລັດຖະບານກໍ່ຄືຂະແໜງການສຶກສາໄດ້ ແລະ ພວມສ້າງບັນດານະໂຍບາຍໃຫ້ເໝາະສົມ, ໃນນັ້ນ ແມ່ນສືບຕໍ່ສ້າງກົງຈັກການຄຸ້ມຄອງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ສຳເລັດ, ປ່ຽນແປງໃໝ່ວິທີການຄຸ້ມຄອງ, ຍົກສູງກຳລັງຄວາມສາມາດ, ປະສິດທິພາບ ແລະ ປະສິດທິຜົນແຫ່ງການເຄື່ອນໄຫວຂອງກົງຈັກການຄຸ້ມຄອງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ.

        ພ້ອມກັນນັ້ນ, ລັດຖະບານຕ້ອງສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ສະດວກ ເພື່ອດຶງດູດເອົາບັນດາຄູອາຈານ, ນັກວິທະຍາສາດທີ່ມີຄວາມເກັ່ງກ້າສາມາດ ແລະ ປະສົບການຂອງຕ່າງປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມວິວັດການບຳລຸງສ້າງຊັບພະຍາກອນມະນຸດຂັ້ນມະຫາວິທະຍາໄລ ແລະ ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຢູ່ບັນດາຮາກຖານການສຶກສາຂຶ້ນມະຫາວິທະຍາໄລແຫ່ງຕ່າງໆຂອງ ຫວຽດນາມ, ມີບັນດານະໂຍບາຍພິເສດ ເພື່ອດຶງດູດເອົາບັນດາມະຫາວິທະຍາໄລ, ໂຮງຮຽນສອນອາຊີບຂັ້ນສູງສາກົນເຂົ້າມາເຄື່ອນໄຫວຢູ່ ຫວຽດນາມ ./.

ຕອບກັບ