ຈີນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ ເມື່ອສືບຕໍ່ມີການປະພຶດໄຮ້ເຫດຜົນ ຢູ່ທະເລຕາເວັນອອກ

Huyen
Chia sẻ
(VOVWORLD) -  ບັນດາການກະທຳທ່ວງເອົາອະທິປະໄຕຢ່າງໄຮ້ເຫດຜົນ ແລະ ຜິດກົດໝາຍຂອງ ຈີນ ໃນໄລຍະມໍ່ໆມານີ້ ສືບຕໍ່ເຮັດໃຫ້ປະຊາຄົມສາກົນຄັດຄ້ານຢ່າງແຮງ ແລະ ບໍ່ພໍໃຈທີ່ສຸດ. 

ຫາງສຽງສາກົນຖືວ່າ ດ້ວຍວິທີການປະພຶດທີ່ບໍ່ເຄົາລົບກົດໝາຍສາກົນ, ປັກກິງ ມີແຕ່ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ, ເຮັດໃຫ້ຄວາມເຄັ່ງຕຶງກັບອາເມລິກາ ເພີ່ມຂຶ້ນ, ກໍ່ຜົນເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້ໃນການພົວພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ.

        ໃນໄລຍະມໍ່ໆມານີ້, ຈີນ ສືບຕໍ່ສະແດງໃຫ້ເຫັນຄວາມສາມາດ “ແປປ່ຽນ” ໃນນະໂຍບາຍຢູ່ທະເລຕາເວັນອອກ, ນັບແຕ່ການແຕ້ມເສັ້ນ 9 ຕອນເອົາເອງຢູ່ທະເລຕາເວັນອອກຈົນເຖິງການໂຄສະນາກ່ຽວກັບອັນທີ່ເອີ້ນວ່າ ຍຸດທະສາດຊືຊາ. ເມື່ອປະຊາຄົມສາກົນຄັດຄ້ານກ່ຽວກັບເສັ້ນ 9 ຕອນນັ້ນ, ຈີນ ໄດ້ປ່ຽນທິດໃນທັນທີ, ໂດຍສຸມໃສ່ອັນທີ່ເອີ້ນວ່າ ຖະແຫຼງການອະທິປະໄຕຟ້າວໄປຄວ້າໃສ່ບັນດາເກາະ, ພຸ່ມປະກາລັງນ້ຳຖ້ວມ, ບັນດາຫາດຊາຍຢູ່ທະເລຕາເວັນອອກ. ຈີນ ບໍ່ໄດ້ໃຫ້ສ້າງຕັ້ງອັນທີ່ເອີ້ນວ່າ “ຊີຊາ” ແລະ “ໜານຊາ” ຢ່າງບັງອາດ, ຈັດກຳລັງເຮືອບິນໄປຈອດຢູ່ເກາະ ດ໊າຈື໋ເທິບ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.

ຈີນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ຕົນເອງ ເມື່ອສືບຕໍ່ມີການປະພຶດໄຮ້ເຫດຜົນ ຢູ່ທະເລຕາເວັນອອກ - ảnh 1 ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Kelly Craft (ພາບ: ອິນເຕີແນັດ)

        ຍູ້ແຮງຍຸດທະສາດຊື່ຊາ, ຈີນ ໄດ້ລະເມີດຫລາຍມາດຕາທີ່ລະບຸໃນກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ຢ່າງຮ້າຍແຮງ, ສະແດງໃຫ້ເຫັນບາດກ້າວປີນຂັ້ນໄດທີ່ມີລັກສະນະຄິດໄລ່ໄຕຕອງໃນການຢັ້ງຢືນອະທິປະໄຕຢ່າງຜິດກົດໝາຍຂອງປະເທດນີ້ຢູ່ເຂດທະເລຕາເວັນອອກ, ດ້ວຍກົນອຸບາຍຫວັງຢາກຫັນທະເລຕາເວັນອອກມາເປັນທະເລຂອງຕົນ. ຫາງສຽງສາກົນສືບຕໍ່ມີບັນດາການຄັດຄ້ານຢ່າງຮຸນແຮງຕໍ່ຄວາມມັກໃຫຍ່ໃຝ່ສູງໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກ.

ສົ່ງຈົດໝາຍທາງການຫລາຍສະບັບເຖິງສະຫະປະຊາຊາດ

       ໃນຊຸມວັນຜ່ານມາ, ບັນດາປະເທດ, ນັບທັງບັນດາປະເທດໃນເຂດທີ່ກ່ຽວຂ້ອງ ຫຼື ນອກເຂດກໍ່ຕາມ, ລ້ວນແຕ່ອອກສຽງຄັດຄ້ານຕໍ່ຄວາມມັກໃຫຍ່ໃຝ່ສູງໄຮ້ເຫດຜົນຂອງຈີນ ຢູ່ທະເລຕາເວັນອອກຢ່າງຕໍ່ເນື່ອງ.

        ໃນການຜັນແປຄັ້ງຫຼ້າສຸດ, ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Kelly Craft ຫາກໍ່ສົ່ງຈົດໝາຍສົ່ງເຖິງເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານບັນດາຄຳຮຽກສິດອະທິປະໄຕຢູ່ທະເລຢ່າງຜິດກົດໝາຍຂອງ ຈີນ. ເນື້ອໃນຈົດໝາຍ, ທ່ານນາງເອກອັກຄະລັດຖະທູດ Kelly Craft ເນັ້ນໜັກວ່າ ອາເມລິກາ ຄັດຄ້ານບັນດາຄຳຮຽກສິດອະທິປະໄຕຢູ່ທະເລຂອງ ຈີນ ຍ້ອນມັນບໍ່ເໝາະສົມກັບກົດໝາຍສາກົນ ໄດ້ສ່ອງແສງຜ່ານສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍ່ຖະແຫຼງວ່າ ອາເມລິກາ ຄັດຄ້ານບັນດາຄຳຮຽກສິດອະທິປະໄຕຢ່າງຜິດກົດໝາຍຂອງຈີນ ຢູ່ທະເລຕາເວັນອອກ, ທ່ານຖືວ່າ ບັນດາຄຳຮຽກສິດຂອງ ຈີນ ແມ່ນເປັນອັນຕະລາຍ ແລະ ຜິດກົດໝາຍ. ທ່ານ  Pompeo ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດຈົ່ງສາມັກຄີກັນໃນການຮັກສາກົດໝາຍສາກົນ ແລະ ຄວາມເສລີໃນການເດີນເຮືອ.

        ໃນຂະນະນັ້ນ, ອິນໂດເນເຊຍ ກໍ່ຢືນຢັນຫຼັກໝັ້ນຂອງປະເທດນີ້ກ່ຽວກັບບັນຫາທະເລຕາເວັນອອກ ເຊິ່ງໄດ້ລະບຸໃນຈົດໝາຍທາງການສົ່ງເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃນວັນທີ 26 ພຶດສະພາ. ອິນໂດເນເຊຍ ສະແດງໃຫ້ເຫັນການສະໜັບສະໜູນຂອງລັດຖະບານປະເທດນີ້ ຕໍ່ກັບຄຳຕັດສິນຂອງສານເມື່ອປີ 2016 ຂອງສານອະນຸຍາໂຕຕຸລາການຢູ່ La Hay, ເມື່ອສານສະໜັບສະໜູນ ຟີລິບປີນ ໃນເຫດຮ້ອງຟ້ອງ ຈີນ ກ່ຽວກັບເຂດນ້ຳແດນ. ຈົດໝາຍທາງການໄດ້ຢືນຢັນຄືນໃໝ່ “ຄຳຮຽກສິດຂອງ ຈີນ ກ່ຽວກັບ “ເສັ້ນ 9 ຕອນ” ແມ່ນບໍ່ມີພື້ນຖານດ້ານນິຕິທຳ ແລະ ລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຢ່າງຮ້າຍແຮງ.”

        ຈົດໝາຍທາງການຂອງອິນໂດເນເຊຍ ແມ່ນປະຕິກິລິຍາໃໝ່ສຸດ ໃນຈຳນວນຈົດໝາຍທາງການຫລາຍສະບັບຂອງບັນດາປະເທດອາຊຽນ ທີ່ສົ່ງເຖິງສະຫະປະຊາຊາດ ພາຍຫລັງຈົດໝາຍທາງການຂອງ ຫວຽດນາມ ເມື່ອເດືອນມີນາ 2020 ແລະ ຂອງ ມາເລເຊຍ ເມື່ອເດືອນທັນວາ 2019 ກ່ຽວກັບເລື່ອງ ຈີນ ຖະແຫຼງປະກາດອະທິປະໄຕເຂດໄຫຼ່ທະວີບຢູ່ທະເລຕາເວັນອອກ.

ຄຳນວນຜົນປະໂຫຍດ ແລະ ສິ່ງທີ່ຕ້ອງທົດແທນ

       ອາດເຫັນໄດ້ວ່າ ໃນໄລຍະຜ່ານມາ, ທັດສະນະ ແລະ ການກະທຳຂອງ ຈີນ ມີການຄຳນວນຢ່າງລະອຽດ. ຈີນ ບໍ່ຫົວຊາຕໍ່ອະທິປະໄຕທີ່ບໍ່ອາດປະຕິເສດໄດ້ຂອງ ຫວຽດນາມ ກ່ຽວກັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢູ່ທະເລຕາເວັນອອກ, ພ້ອມທັງເມີນເສຍຕໍ່ສິດຖືກຕ້ອງຕາມກົດໝາຍຂອງບັນດາປະເທດໃນພາກພື້ນ ແລະ ໂລກກ່ຽວກັບຄວາມເສລີໃນການເດີນເຮືອ, ການບິນ, ທ່ວງເອົາອະທິປະໄຕຢ່າງໄຮ້ເຫດຜົນ ຕາມວິທີທີ່ເຂົາເຈົ້າຕ້ອງການ. ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງການຄຳນວນລະຫວ່າງຜົນປະໂຫຍດ ຊື່ງມັນນຳມາໃຫ້ ແລະ ສິ່ງທີ່ຕ້ອງທົດແທນ ແມ່ນເປັນໜ້າສົນໃຈ.

        ຕາມບັນດານັກສັງເກດການແລ້ວ, ບັນດາຄວາມສ່ຽງທີ່ຕິດພັນກັບເລື່ອງ ຈີນ ຈັດວາງບັນດາສິດຢູ່ທະເລຕາເວັນອອກຕາມລຳພັງໃຈ ແມ່ນອາດຈະເກີດຂຶ້ນຢ່າງແນ່ນອນ. ຄວາມເຄັ່ງຕຶງລະຫວ່າງ ປັກກິງ ແລະ ວໍຊິງຕັນ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເມື່ອ 2 ຝ່າຍປະທະກັນໃນຫລາຍດ້ານ, ນັບແຕ່ດ້ານການຄ້າ, ເຕັກໂນໂລຊີຈົນເຖິງບັນດາບັນຫາກ່ຽວກັບການທະຫານ ແລະ ປະຈຸບັນພັດຖິ້ມໂທດ, ຕຳໜິຕິຕຽນກັນກ່ຽວກັບວິທີແກ້ໄຂໂລກລະບາດໂຄວິດ-19 ກໍ່ຄືຕົ້ນກຳເນີດຂອງໄວຣັດ SARS-CoV-2. ໄປຄຽງຄູ່ກັນນັ້ນ, ພາບພົດຂອງປະເທດໃຫຍ່ໃນສາຍຕາຂອງບັນດາປະເທດບ້ານໃກ້ເຮືອນຄຽງຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມປີມໍ່ໆມານີ້ ກໍ່ຖືກເສຍຫາຍ ຍ້ອນການປະພຶດທີ່ບໍ່ເຄົາລົບກົດໝາຍສາກົນຂອງ ຈີນ. ສະນັ້ນ, ຖ້າ ຈີນ ສືບຕໍ່ມີບັນດາການປະພຶດຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ, ຖືເບົາກົດໝາຍສາກົນ ແລະ ອະທິປະໄຕຂອງບັນດາປະເທດຕັ້ງຢູ່ແຄມທະເລ, ຈະພາໄປເຖິງຄວາມສ່ຽງສູ້ຢັນກັນ, ການປະທະກັນເພີ່ມຂຶ້ນ ແລະ ຄວາມສ່ຽງການປະທະກັນກ່ຽວກັບພາກສ່ວນໃນພາກພື້ນກໍ່ເພີ່ມຂຶ້ນ. ພ້ອມທັງ, ກໍ່ຄວາມສັບສົນ, ຮ້າຍແຮງກ່ວາ ໃຫ້ແກ່ການແກ້ໄຂການຂັດແຍ້ງກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ. ສັງເກດລວມແລ້ວ, ສິ່ງດັ່ງກ່າວ ແມ່ນສິ່ງທີ່ກໍ່ໃຫ້ເກີດຄວາມອັນຕະຫລາຍຕໍ່ຄວາມໝັ້ນຄົງ  ແລະ ສະຖຽນລະພາບໃນພາກພື້ນ./.

ຕອບກັບ