ຂໍ້ຕົກລົງສະບັບໃໝ່ຂອງ ອັງກິດ ແລະ ອີຢູ ໄດ້ແກ້ໄຂສະພາບຈົນຕາແຈ Brexit

Thu Hoa
Chia sẻ
(VOVWORLD) - ພາຍຫລັງ ອັງກິດ ແລະ ອີຢູ ຖະແຫຼງວ່າ ສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນວັນທີ 17 ຕຸລາ, ທຸກຄົນກໍ່ມີຄວາມສົນໃຈຕໍ່ ລອນດອນ ຖ້າເບິ່ງວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະນຳ ອັງກິດ ຖອນຕົວອອກຈາກ ອີຢູ ໃນທ້າຍເດືອນນີ້

ວັນທີ 17 ຕຸລາ, ກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງສະບັບໃໝ່ ເຊິ່ງ ອັງກິດ ແລະ ອີຢູ ຫາກໍ່ບັນລຸໄດ້ໃນວັນດຽວກັນ, ທີ່ກ່ຽວຂ້ອງເຖິງເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ (ຫຼືເອີ້ນວ່າ Brexit). ທ່ານປະທານສະພາ ເອີຣົບ Donald Tusk ຖືວ່າ: ຂໍ້ຕົກລົງ Brexit ສະບັບໃໝ່ນີ້ ທັງ ອີຢູ ແລະ ອັງກິດ ເບິ່ງຄືວ່າໃກ້ຈະຫລຸດພົ້ນອອກຈາກຄວາມເປັນຫ່ວງກັງວົນອິດເມື່ອຍສຸດທ້າຍຂອງ Brexit.

ຂໍ້ຕົກລົງສະບັບໃໝ່ຂອງ ອັງກິດ ແລະ ອີຢູ ໄດ້ແກ້ໄຂສະພາບຈົນຕາແຈ Brexit - ảnh 1 ພາບປະກອບ / TTXVN

        ຕໍ່ໜ້າວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ ອັງກິດ Johnson  ແລະ ທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker ຖະແຫຼງວ່າ 2 ຝ່າຍສາມາດບັນລຸໄດ້ຂໍ້ຕົກລົງຍິ່ງໃຫຍ່, ຂໍ້ຕົກລົງທີ່ “ຍຸຕິທຳ ແລະ ດຸ່ນດ່ຽງ” ກ່ຽວກັບບັນຫາ Brexit. ຕາມຂໍ້ຕົກລົງປະຫວັດສາດນີ້, ສະພາຕ່ຳ ອັງກິດ ຈະດຳເນີນບາດກ້າວສຳຄັນທີ່ສຸດ ແມ່ນຈັດຕັ້ງການປ່ອນບັດທີ່ມີຄວາມໝາຍປະຫວັດສາດໃນວັນທີ 19 ຕຸລາ ເພື່ອຕັດສິນເລື່ອງປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ. ນອກນັ້ນ, ຂໍ້ຕົກລົງສະບັບນີ້ ກໍ່ຄວນໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາການນຳ ອີຢູ, ບັນຫາທີ່ໄດ້ຮັບການຕີລາຄາແມ່ນ ຈະບໍ່ປະສົບກັບສິ່ງກີດຂວາງຫລາຍເກີນໄປ.

ລົບລ້າງມາດຕາ Back stop

       ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫລັງການນຳ ອີຢູ ແລະ ອັງກິດ ປະກາດກ່ຽວກັບຂໍ້ຕົກລົງ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງ ອີຢູ ໃຫ້ຮູ້ວ່າ: ອີຢູ ແລະ ອັງກິດ ໄດ້ຫຍັບມໍ່ເຂົ້າໃກ້ກັນກ່ວາ ກ່ຽວກັບມາດຕາ Back stop ໃນຂໍ້ຕົກລົງສະບັບໃໝ່. ກ່ອນໜ້ານັ້ນ, ມາດຕາ Back stop ໃນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ອີຢູ ແລະ ລັດຖະບານຂອງທ່ານນາງອະດີດນາຍົກລັດຖະມົນຕີ ອັງກິດ Theresa May ລວມມີບັນດາຂໍ້ກຳນົດທີ່ແນໃສ່ຮັບປະກັນເລື່ອງບໍ່ເວົ້າເຖິງບັນຫາຊາຍແດນທາງບົກຢູ່ເກາະ ອຽກລັງ, ໃນກໍລະນີບັນດາການເຈລະຈາດ້ານການຄ້າພາຍຫລັງ Brexit ລະຫວ່າງ ລອນດອນ ແລະ ບຣຸກແຊນ ບໍ່ປະສົບຜົນສຳເລັດ. ມາດຕາທີ່ກໍ່ໃຫ້ເກີດການໂຕ້ຖຽງກັນນີ້ ຖືກຖືວ່າ ແມ່ນສາຍເຫດທີ່ເຮັດໃຫ້ຂໍ້ຕົກລົງ Brexit ເຊິ່ງໄດ້ຮັບການລົງນາມພາຍໃຕ້ສະໄໝຂອງທ່ານນາງອະດີດນາຍົກລັດຖະມົນຕີ ອັງກິດ Theresa May ແຕ່ຖືກສະພາຕ່ຳ ອັງກິດ ປະຕິເສດໃນການປ່ອນບັດທັງ 3 ຄັ້ງ. ອີຢູ ຖະແຫຼງວ່າ ພຽງແຕ່ພິຈາລະນາລົບລ້າງມາດຕານີ້ເທົ່ານັ້ນ ເມື່ອຝ່າຍ ອັງກິດ ຍົກອອກມາມາດຕະການປ່ຽນແທນທີ່ “ມີປະສິດທິຜົນ”, ຕອບສະໜອງທຸກມາດຖານຂອງມາດຕາເກົ່າ. ໃນຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້, ອັງກິດ ແລະ ອີຢູ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ Johnson ທີ່ວ່າ: ອຽກລັງເໜືອ ຈະຢູ່ໃນເຂດພາສີຂອງລາຊະອານາຈັກ ອັງກິດ, ແຕ່ສິນຄ້າທີ່ຜ່ານ ອັງກິດ ຈະຖືກຈັດວາງອັດຕາພາສີ ຖ້າຫາກສິນຄ້ານັ້ນນຳເຂົ້າ ອຽກລັງ ແລະ ເຂດຕະຫລາດໜຶ່ງດຽວຂອງທົ່ວກຸ່ມ ອີຢູ. ມາດຕາ Back stop ໄດ້ຮັບການແກ້ໄຂແມ່ນບາດກ້າວບຸກທະລຸໃນວິວັດທະນາການ Brexit ໄດ້ຍູ້ຄ່າເງິນປອນຂຶ້ນກ່ວາ 1% ຢ່າງວ່ອງໄວ ດ້ວຍອັດຕາແລກປ່ຽນ 1 ປອນເທົ່າກັບ 1,29 USD ໃນວັນທີ 17 ຕຸລາ 2019.

ປະເທດ ອັງກິດ ສືບຕໍ່ຖືກແບ່ງແຍກ

       ພາຍຫລັງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ວົງການເຈົ້າໜ້າທີ່ສະຫະພາບ ເອີຣົບ (ອີຢູ) ຢືນຢັນວ່າ ບັນລຸໄດ້ຂໍ້ຕົກລົງ Brexit, ທ່ານ Jeremy Corbyn ການນຳພັກກຳມະກອນຝ່າຍຄ້ານຢູ່ ອັງກິດ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາປະຕິເສດຮ່າງຂໍ້ຕົກລົງນີ້ ຍ້ອນວ່າມັນບໍ່ຊ່ວຍສ້າງຄວາມສາມັກຄີພາຍໃນປະເທດ. ທ່ານຢັ້ງຢືນວ່າ ວິທີດີທີ່ສຸດເພື່ອແກ້ໄຂບັນຫາ Brexit ແມ່ນມອບໃຫ້ປະຊາຊົນມີສຽງເວົ້າສຸດທ້າຍໃນການລົງປະຊາມະຕິແບບເປີດເຜີຍ. ຂໍ້ຕົກລົງ Brexit ສະບັບໃໝ່ຂອງທ່ານນາຍົກລັດຖະມົນຕີ Boris Johnson ກໍ່ຖືກຝ່າຍຄ້ານພັກປະຊາທິປະໄຕເສລີພາບຄັດຄ້ານ. ຕາມທ່ານ Jo Swinson ການນຳພັກນີ້ແລ້ວ, ຂໍ້ຕົກລົງສະບັບໃໝ່ ຈະສົ່ງຜົນກະທົບຫຍໍ້ທໍ້ເຖິງບັນດາຂົງເຂດຄື: ເສດຖະກິດ, ການບໍລິການສາທາລະນະ ແລະ ສິ່ງແວດລ້ອມຢູ່ ອັງກິດ. ທ່ານ Nicola Sturgeon ການນຳພັກຊົນຊາດ Scotland (SNP) ກໍ່ຖະແຫຼງວ່າ ຈະບໍ່ປ່ອນບັດສະໜັບສະໜູນຂໍ້ຕົກລົງ Brexit ສະບັບໃໝ່ຂອງທ່ານນາຍົກລັດຖະມົນຕີ Boris Johnson ຢູ່ສະພາແຫ່ງຊາດ ຍ້ອນວ່າ ຂໍ້ຕົກລົງນີ້ໄດ້ ເຮັດໃຫ້ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ມີຄວາມຫຍຸ້ງຍາກທີ່ສຸດ.

        ເຖິງຢ່າງໃດກໍ່ຕາມ, ທ່ານປະທານສະພາຕ່ຳ ອັງກິດ Jacob Rees-Mogg ພັດຖືວ່າ: ອັງກິດ ບັນລຸໄດ້ຂໍ້ຕົກລົງອັນດີງາມກັບ ອີຢູ, ຮັບປະກັນໃຫ້ທົ່ວລາຊະອານາຈັກ ອັງກິດ ເປັນພັນທະມິດພາສີ. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ, ທ່ານ Rees-Mogg ຢືນຢັນວ່າ: ນີ້ແມ່ນຂໍ້ຕົກລົງ “ເປັນໜ້າຈັບໃຈ ແລະ ມີຄວາມຕັ້ງໜ້າ”, ຈະລົບລ້າງມາດຕາ Back stop ແລະ ຮັບປະກັນໃຫ້ ອັງກິດ ເປັນພັນທະມິດພາສີໜຶ່ງດຽວ.

ຫາງສຽງ ອີຢູ ຊົມເຊີຍ

       ສ່ວນທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໄດ້ຊົມເຊີຍຂໍ້ຕົກລົງທີ່ບັນລຸໄດ້ໃນຈຸດເວລາສຸດທ້າຍລະຫວ່າງທ່ານນາຍົກລັດຖະມົນຕີ ອັງກິດ Johnson  ແລະ ອີຢູ ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອີຢູ, ຖືນີ້ແມ່ນການເຈລະຈາເໝາະສົມ ເຊິ່ງຈະປົກປ້ອງບັນດາຜົນປະໂຫຍດຂອງ ເອີຣົບ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Barnier ຢືນຢັນວ່າ: “ພວກຂ້າພະເຈົ້າບັນລຸໄດ້ຂໍ້ຕົກລົງຢ່າງຍຸຕິທຳ, ສອດຄ່ອງ ແລະ ເໝາະສົມກັບບັນດາຫຼັກການຂອງພວກຂ້າພະເຈົ້າ”. ກໍ່ມີທັດສະນະຄືກັນ, ທ່ານປະທານສະພາ ເອີຣົບ Donald Tusk ຕີລາຄາສູງຂໍ້ຕົກລົງ Brexit ສະບັບໃໝ່ ເຊິ່ງ ອັງກິດ ແລະ ອີຢູ ບັນລຸໄດ້ ແລະ ຖືວ່າ: “ມີຂໍ້ຕົກລົງຍາມໃດກໍ່ດີກ່ວາບໍ່ມີຂໍ້ຕົກລົງ”. ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ກໍ່ຊົມເຊີຍຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ລະຫວ່າງ ອີຢູ ແລະ ລອນດອນ, ທ່ານຖືວ່າ: ຂໍ້ຕົກລົງສະບັບນີ້ ອາດຈະໄດ້ຮັບຄວາມເຫັນດີຈາກບັນດາສະມາຊິກລັດຖະສະພາທີ່ມີແນວຄິດສົງໄສຂອງ ອັງກິດ. ກ່າວຄຳເຫັນທີ່ການພົບປະກັບບັນດາການນຳບໍ່ຊ້າຍຈັດຂວາໂພດກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອີຢູ ຢູ່ ບຣຸກແຊນ, ທ່ານປະທານາທິບໍດີ Macron ສະແດງ “ຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຮັບຮອງເອົາໃນການປ່ອນບັດຂອງສະພາແຫ່ງຊາດ ອັງກິດ”.

        ພາຍຫລັງ ອັງກິດ ແລະ ອີຢູ ຖະແຫຼງວ່າ ສາມາດບັນລຸໄດ້ຂໍ້ຕົກລົງ Brexit ໃນວັນທີ 17 ຕຸລາ, ທຸກຄົນກໍ່ມີຄວາມສົນໃຈຕໍ່ ລອນດອນ ຖ້າເບິ່ງວ່າ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະນຳ ອັງກິດ ຖອນຕົວອອກຈາກ ອີຢູ ໃນທ້າຍເດືອນນີ້, ກໍ່ສາມາດຍາດໄດ້ການສະໜັບສະໜູນ ເພື່ອຮັບຮອງເອົາຂໍ້ຕົກລົງສະບັບນີ້ຢູ່ສະພາແຫ່ງຊາດໃນວັນທີ 19 ຕຸລາ ຫຼື ບໍ່./.

ຕອບກັບ