ຂໍ້ຕົກລົງນິວເຄຼີຍອີຣານ ມີໄພຖືກແຕກແຫງຢ່າງງ່າຍດາຍຍິ່ງກວ່າເວລາໃດໝົດ

Chia sẻ
(VOVWORLD) -ເຕເຮຣານ ອາດຈະຖອນຕົວອອກຈາກສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ໝາຍຄວາມວ່າຈະບໍ່ປະຕິບັດທຸກພັນທະ ແລະ ການຜູກມັດສາກົນໃນບັນຫາອາວຸດນິວເຄຼຍອີກ.

ຂໍ້ຕົກລົງນິວເຄຼີຍອີຣານ ມີໄພຖືກແຕກແຫງຢ່າງງ່າຍດາຍຍິ່ງກວ່າເວລາໃດໝົດ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: Reuters)

ຄືດັ່ງການຄາດຄະເນຂອງວົງການນັກໄຈ້ແຍກ, ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນຕົວອອກຈາກຂໍ້ຕົກລົງອີຣານ, ຫຼື ຍັງເອີ້ນວ່າແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA) ທີ່ໄດ້ລົງນາມລະຫວ່າງອີຣານ ກັບ 6 ປະເທດມະຫາອຳນາດ (ກຸ່ມ P5+1 ລວມມີ ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝລັ່ງ ແລະ ເຢຍລະມັນ) ເມື່ອປີ 2015, ເອກະສານເຊິ່ງຫາງສຽງໄດ້ຕັ້ງຄວາມຫວັງຫຼາຍຢ່າງດັ່ງກ່າວ, ພວມນັບມື້ນັບປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ອາດເວົ້າໄດ້ວ່າ, ຂໍ້ຕົກລົງດັ່ງກ່າວມີໄພແຕກແຫງພວມກາຍເປັນສິ່ງທີ່ເຫັນໄດ້ລ່ວງໜ້າຍິ່ງກວ່າເວລາໃດໝົດ.

        ໃນຖະແຫຼງການຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດອີຣານ ປະຈຳອັງກິດ Hamid Baeidinejad ໄດ້ກ່າວເຕື່ອນວ່າ, ເຕເຮຣານ ອາດຈະຖອນຕົວອອກຈາກສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ໝາຍຄວາມວ່າຈະບໍ່ປະຕິບັດທຸກພັນທະ ແລະ ການຜູກມັດສາກົນໃນບັນຫາອາວຸດນິວເຄຼຍອີກ. ອະພິປາຍກ່ຽວກັບບັນດາຄຳກ່າວປາໄສດັ່ງກ່າວ, ວັນທີ 10 ພະຈິກ, ໂຄສົກກະຊວງການຕ່າງປະເທດອີຣານ Abbas Mousavi ໃຫ້ຮູ້ວ່າ, ອີຣານ ຍັງບໍ່ທັນຍົກອອກຂໍ້ຕົກລົງສຸດທ້າຍເທື່ອ, ແຕ່ກໍ່ຢືນຢັນວ່າໄດ້ກະກຽມບັນດາແຜນການທີ່ແຕກຕ່າງກັນ ແລະ ອາດຈະມີການເລືອກເຟັ້ນທີ່ເໝາະສົມຕາມແຕ່ລະຈຸດເວລາ. ໃນວັນດຽວກັນ, ອີຣານ ກໍ່ເລີ່ມກໍ່ສ້າງເຕົາປະຕິກອນນິວເຄຼຍເລກທີ 2 ຢູ່ໂຮງງານໄຟຟ້ານິວເຄຼຍ Bushehr. ບັນດາການກະທຳຄັ້ງຫຼ້າສຸດດັ່ງກ່າວຖືກດຳເນີນພາຍຫຼັງ 2 – 3 ວັນ ເມື່ອອີຣານ ດຳເນີນໄລຍະຫຼຸດຜ່ອນຄຳໝັ້ນສັນຍານິວເຄຼຍເປັນຄັ້ງທີ 4, ພ້ອມທັງໄດ້ເລີ່ມ ສູບທາດຢູຣານຽມ ໃສ່ບັນດາຈັດພົ້ນສູນຢູ່ຮານຖານນິວເຄຼຍ Fordow ໃນວັນທີ 06 ພະຈິກ. ຕາມອົງການພະລັງງານປະລະມານູອີຣານ ແລ້ວ, ເຕເຮຣານ ມີແຜນການເສີມທາດ ຢູຣານຽມ ຢູ່ໃນລະດັບ 4,5% ຢູ່ຮາກຖານນິວເຄຼຍ Fordow ລື່ນກາຍຂໍ້ກຳນົດຢູ່ໃນລະດັບ 3,67% ຕາມຂໍ້ຕົກລົງນິວເຄຼຍປີ 2015. ກ່ອນໜ້ານັ້ນ, ອີຣານ ກໍ່ໄດ້ຍົກອອກບັນດາຄຳກ່າວເຕືອນຢ່າງຕໍ່ເນື່ອງ ກໍຄືບັນດາການກະທຳໃນຕົວຈິງທີ່ສະແດງໃຫ້ເຫັນການອອກຕົວຂອງປະເທດນີ້ກັບບັນດາຄຳໝັ້ນສັນຍາໃນ JCPOA, ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຕົກລົງຖອນອາເມລິກາ ອອກຈາກເອກະສານພຽງຝ່າຍດຽວ ແລະ ຈັດວາງຄຳສັ່ງລົງໂທດແນໃສ່ຂົງເຂດທະນາຄານ ແລະ ຂະແໜງອຸດສາຫະກຳນ້ຳມັນຂອງອີຣານ ເມື່ອເດືອນ ພຶດສະພາ ປີ 2018.

        ຕາມບັນດາແຫຼ່ງຂ່າວແລ້ວ, ໃນເດືອນ ກໍລະກົດ ຜ່ານມາ, ເຕເຮຣານ ໄດ້ “ລື່ນກາຍ” ລະດັບສະສົມຢູຣານຽມ 300 ກີໂລກຣາມ. ສ່ວນອີຣານ ກໍ່ຢືນຢັນວ່າ ໄດ້ເພີ່ມປະລິມານເສີມທາດຢູຣານຽມ ຢູ່ໃນລະດັບຕ່ຳຈາກ 450 ກຣາມ/ວັນ ຂຶ້ນເຖິງ 5 ກີໂລກຣາມ/ວັນ. ຫວ່າງມໍ່ໆມານີ້, ປະເທດອິດສະລາມນີ້ຖະແຫຼງວ່າ ພວມມີຢູຣານຽມ 500 ກີໂລກຣາມ ທີ່ໄດ້ເສີມຢູ່ໃນລະດັບຕ່ຳ. ວົງການເຈົ້າໜ້າທີ່ອີຣານ ເວົ້າວ່າ, ການກະທຳດັ່ງກ່າວແມ່ນເພື່ອແນໃສ່ “ບັງຄັບໃຫ້ບັນດາປະເທດມະຫາອຳນາດເອີລົບ ແລະ ບັນດາຄູ່ຮ່ວມມືດ້ານການຄ້າຊອກຫາມາດຕະການແກ້ໄຂຢ່າງຮອບດ້ານກວ່າໃຫ້ແກ່ອີຣານ, ຫາກບໍ່ແມ່ນການທຳລາຍຂໍ້ຕົກລົງ”. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ໃນຕົວຈິງບໍ່ແມ່ນເລື່ອງງ່າຍຄືແນວນັ້ນ. ຊ້ຳບໍ່ໜຳ, ຫວ່າງແລ້ວນີ້ທ່ານປະທານາທິບໍດີອີຣານ Hassan Rouhani ຍັງກ່າວເຕືອນວ່າ ປະເທດນີ້ອາດຈະສືບຕໍ່ທຳລາຍບັນດາຄຳໝັ້ນສັນຍາໃນເດືອນ ມັງກອນ ປີ 2020, ຖ້າຫາກວ່າເອີລົບ ບໍ່ມີການກະທຳແທດຈິງເພື່ອຊ່ວຍ ເຕເຮຣານ ສົ່ງອອກນ້ຳມັນ.

        ໃນສະພາບອຳນາດການປົກຄອງອາເມລິກາ ຍັງບໍ່ທັນມີສັນຍານໃດໆທີ່ສະແດງໃຫ້ເຫັນການຜ່ອນສັ້ນຜ່ອນຍາວ ແລະ ບັນດາປະເທດເອີລົບ ຍັງບໍ່ທັນຊອກໄດ້ມາດຕະການແກ້ໄຂທີ່ສາມາດເປັນໄປໄດ້ເພື່ອກູ້ເອົາຂໍ້ຕົກລົງອີຣານ ນັ້ນ, ເລື່ອງເຕເຮຣານ ໄດ້ກ່າວເຕືອນຢ່າງຕໍ່ເນື່ອງ ພ້ອມກັບບັນດາການກະທຳຕົວຈິງເພື່ອຖອນຕົວອອກຈາກບັນດາຄຳໝັ້ນສັນຍານິວເຄຼຍກັບ P5+1, ໄດ້ເຮັດໃຫ້ແຜນການດຳເນີນງານຮ່ວມຢ່າງຮອບດ້ານມີໄພຖືກແຕກແຫງຢ່າງງ່າຍດາຍຍິ່ງກວ່າເວລາໃດໝົດ.

ຕອບກັບ