ກ້າວເຂົ້າສູ່ລະດູບານໃໝ່ດ້ວຍຄວາມເຊື່ອໝັ້ນ ແລະ ຮັກແພງ

Chia sẻ
(VOVWORLD) -ຫວຽດນາມ ພວມກະກຽມຕ້ອນຮັບລະດູບານໃໝ່ປີຊວດ 2020. ສະພາບການຢູ່ພາກພື້ນ ແລະ ໂລກພວມມີບັນດາການຜັນແປຢ່າງວ່ອງໄວ, ສັບສົນ, ຜົນກະທົບຕໍ່ຫລາຍປະເທດຢ່າງເລິກເຊິ່ງ ແລະ ຮອບດ້ານ, ໃນນັ້ນ ມີ ຫວຽດນາມ.

 ໃນສະພາບການນັ້ນ, ການສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນປີ 2019, ຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຄວາມເຊື່ອໝັ້ນຕໍ່ບັນດາໝາກຜົນຢ່າງໃຫຍ່ຫລວງຈາກລະດູບານໃໝ່ນີ້ກ່ວາອີກ.

        ອາດຢັ້ງຢືນໄດ້ວ່າ ບັນດາຄວາມມານະພະຍາຍາມ ແລະ ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2019 ແມ່ນເປັນໜ້າຊື່ນຊົມທີ່ສຸດ, ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ. ນັ້ນແມ່ນປະຖົມປັດໄຈອັນສຳຄັນເພື່ອໃຫ້ປະເທດຊາດສືບຕໍ່ປະຕິບັດປີສຸດທ້າຍຂອງແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2021 ແລະ ຍຸດທະສາດການພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2011 – 2021.

ກ້າວເຂົ້າສູ່ລະດູບານໃໝ່ດ້ວຍຄວາມເຊື່ອໝັ້ນ ແລະ ຮັກແພງ - ảnh 1(ພາບປະກອບ) 

        ປີ 2020 ດ້ວຍຫລາຍເຫດການສຳຄັນຂອງປະເທດຊາດຄື: ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ; 90 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ; ປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ; 75 ປີແຫ່ງວັນຊາດສສ. ຫວຽດນາມ; 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ; 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; ປີ ຫວຽດນາມ ປະຕິບັດບົດບາດເປັນປະທານ ອາຊຽນ, ປະທານສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA 41) ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021…

        ເພື່ອປະຕິບັດໃຫ້ສຳເລັດ ແລະ ລື່ນກາຍຄາດໝາຍ, ໜ້າທີ່ການພັດທະນາປະເທດຊາດປີ 2020, ຫວຽດນາມ ພວມສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງກຳລັງພາຍໃນ ແລະ ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ. ສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕຢ່າງວ່ອງໄວ, ໝັ້ນຄົງ, ແທດຈິງ, ເຂົ້າສູ່ລວງເລິກ. ສ້າງການຫັນປ່ຽນຢ່າງແຮງກ່ວາໃນການປະຕິບັດບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານ, ຮັບມືກັບໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

        ພ້ອມກັນນັ້ນ, ແມ່ນມີບັນດານະໂຍບາຍ, ມາດຕະການລະອຽດ ເພື່ອພັດທະນາວັດທະນະທຳ, ສັງຄົມ, ກໍ່ສ້າງມະນຸດ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ກໍ່ສ້າງຊົນນະບົດໃໝ່, ແກ້ໄຂວຽກເຮັດງານທຳ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງປະຕິບັດບັນດາແຜນການ, ນະໂຍບາຍສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ຕັ້ງໜ້າຜັນຂະຫຍາຍບັນດາມະຕິສູນກາງພັກກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ, ປະກັນສັງຄົມ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ສາທາລະນະສຸກ, ປະຊາກອນ…

        ໜ້າທີ່ຈຸດສຸມໃນປີ 2020 ແມ່ນປັບປຸງ, ເພີ່ມທະວີກຳລັງແຮງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ; ຍົກສູງວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາແບບຍືນຍົງ. ກຳແໜ້ນ, ຕີລາຄາ, ຄາດຄະເນຢ່າງວ່ອງໄວ, ຖືກຕ້ອງກັບສະພາບການ, ເປັນຕົ້ນແມ່ນກ່ຽວກັບບັນຫາທະເລຕາເວັນອອກ, ຊາຍແດນ, ເປັນເຈົ້າການຮັບມືກັບກໍລະນີສັບສົນໄດ້ຢ່າງທັນການ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເຂດນ້ຳແດນດິນອັນຄົບຖ້ວນຂອງປະເທດຊາໄວ້ດຢ່າງໝັ້ນຄົງ. ປີ 2020, ຫວຽດນາມ ຈະສືບຕໍ່ປະຕິບັດມະຕິວ່າດ້ວຍການເພີ່ມທະວີກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ຖອຍການເສື່ອມທາດຂາດຄຸນກ່ຽວກັບແນວຄິດດ້ານການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປເອງ”, “ຫັນປ່ຽນເອງ”ຢ່າງເຂັ້ມງວດ, ຕິດພັນກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ເດັດດ່ຽວຕໍ່ສູ້ກຳຈັດປັດເຂ່ຍຜູ້ທີ່ສໍ້ລາດບັງຫລວງ, ຕ້ານທຸກປະກົດການຊື້ຈ້າງຕຳແໜ່ງ, ສິດອຳນາດ. ມີກົນໄກ, ນະໂຍບາຍສົ່ງເສີມ, ປົກປ້ອງຜູ້ທີ່ກ້າຄິດ, ກ້າປະຕິບັດ, ກ້າຮັບຜິດຊອບ. ຮັດກຸມກົດລະບຽບວິໄນຂໍ້ກຳນົດດ້ານການບໍລິຫານ, ກວດກາ, ກະຕຸກຊຸກຍູ້ເປັນປະຈຳ, ສ້າງການຫັນປ່ຽນຢ່າງແຮງໃນການປະຕິບັດວຽກງານທາງລັດຖະການ; ຍົກສູງຄຸນສົມບັດ, ວັດທະນະທຳ, ລັກສະນະອາຊີບຂອງພະນັກງານ, ພາລະກອນ, ລັດຖະກອນ. ຢຶດໝັ້ນເດັດດ່ຽວຕໍ່ສູ້ການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ຢ່າງ ຕິດພັນກັບການຍູ້ແຮງສ້າງກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ.

        ລະດູບານໃໝ່ປີຊວດ 2020 ພວມວຽນມາ, ເລີ່ມຕົ້ນຂອງລະດູບານໃໝ່ແມ່ນການສະເຫຼີມສະຫຼອງວັນປະຫວັດສາດທີ່ຍິ່ງໃຫຍ່, ວັນສ້າງຕັ້ງພັກຄົບຮອບ 90 ປີ. ເສັ້ນທາງເຊິ່ງ ຫວຽດນາມ ພວມກ້າວເດີນໄປແມ່ນໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດກ່ວາ 30 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ພວກເຮົາມີຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຕໍ່ເສັ້ນທາງແຫ່ງການພັດທະນາຂອງປະເທດຊາດ, ແນ່ນອນວ່າ ຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຍາດແຍ່ງກາລະໂອກາດ, ປຸກລຸກທຸກແຫຼ່ງກຳລັງ, ນຳປະເທດຊາດກ້າວຂຶ້ນສູ່ເສັ້ນທາງປະເທດເຂັ້ມແຂງ, ປະຊາຊົນຮັ່ງມີ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ./.

ຕອບກັບ