ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ: ບັນ​ດາ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື

Anh Huyen
Chia sẻ
(VOVWORLD) - ວັນທີ 12 ກໍລະກົດປີ 1995 ຕາມເວລາຫວຽດນາມ ໄດ້ກ້າວເຂົ້າສູ່ປະຫວັດສາດແຫ່ງການພົວພັນລະຫວ່າງຫວຽດນາມ-ອາເມລິກາ ຂະນະທີ່ການນຳສອງປະເທດ ໄດ້ປະກາດຕໍ່ທົ່ວໂລກກ່ຽວກັບເລື່ອງສ້າງການພົວພັນທາງການທູດເປັນປົກກະຕິ. ໃນ 25 ປິຜ່ານມາ, ຫວຽດນາມ ແລະ ອາເມລິກາ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ, ກາຍເປັນຄູ່ຮ່ວມມືຮອບດ້ານຂອງກັນ. ຂອບເຂດການຮ່ວມມືໄດ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ: ບັນ​ດາ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື - ảnh 1

ທ່ານປະທານນາທິບໍດີອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: Nhật Bắc)

   25 ປີແມ່ນໄລຍະເວລາດົນປານໃດ ແຕ່ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ກໍ່ບັນລຸໄດ້ບັນດາຜົນງານທີ່ໜ້າປະທັບໃຈ. ຈາກອະດີດທີ່ເຄີຍເປັນສັດຕູ ກາຍມາເປັນຄູ່ຮ່ວມມືຮອບດ້ານຂອງກັນ, ພັດທະນາໃນທຸກຂົງເຂດ: ການເມືອງ, ການຕ່າງ ປະເທດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ….

ບັນດາຜົນງານທີ່ໜ້າປະທັບໃຈ

  ໃນ 25 ປີຜ່ານມາ, ດ້ວຍວິໄສທັດ ແລະ ຄວາມຕັດສິນໃຈດ້ານການເມືອງຂອງການນຳລຸ້ນຕ່າງໆ ສອງປະເທດຫວຽດນາມ-ອາເມລິກາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງກີດຂວາງຫຼາຍຢ່າງ, ໂຈະອະດີດຕະການໄວ້, ມຸ່ງໄປສູ່ອະນາຄົດ, ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ.

   ຕາມການຕີລາຄາຂອງທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Daniel J.Kritenbrink ແລ້ວ, ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ບັນລຸໄດ້ໃນລະດັບທີ່ບໍ່ມີໃຜວາດພາບໄດ້ກ່ອນນີ້ 25 ປີ. ບໍ່ພຽງແຕ່ການຮ່ວມມືດ້ານການເມືອງ, ການຕ່າງປະເທດເທົ່ານັ້ນ, ຫາກຍັງໃນບັນດາຂົງເຂດອື່ນໆ, ຈາກບັນດາຂົງເຂດຮ່ວມມືສອງຝ່າຍ, ພາກພື້ນ, ຕະຫຼອດຮອດການຮ່ວມມືໃນຂອບເຂດທົ່ວໂລກອີກດ້ວຍ…..ລ້ວນແຕ່ໄດ້ຮັບຮູ້ບັນດາໝາກຜົນທີ່ກ້າວກະໂດດຂັ້ນ. ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ກາຍເປັນຈຸດສຸມ ແລະ ແມ່ນກຳລັງໜູນສຳຄັນ ໃຫ້ແກ່ການພັດທະນາຂອງການພົວພັນສອງຝ່າຍໃນຕະຫຼອດ 25 ປີຜ່ານມາ. ວົງເງິນການຄ້າສິນຄ້າສອງສົ້ນໄດ້ເພີ່ມຂຶ້ນກ່ວາ 170 ເທົ່າ, ຈາກ 450 ລ້ານ USD ເມືື່ອປີ 1995 ຂຶ້ນເປັນ 77,6 ຕື້ USD ໃນປີ 2019. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Daniel J.Kritenbrink ຢືນຢັນວ່າ:

   ຂ້າພະເຈົ້າຖືວ່າ ສິ່ງທີ່ມີຄວາມໝາຍທີ່ສຸດແມ່ນພວກເຮົາສາມາດເອົາຊະນະອະດີດຕະການໄດ້, ສ້າງຄວາມຮັກແພງ ແລະ ຮ່ວມມືກັນເພື່ອພ້ອມກັນຮ່ວມມືໃນທຸກຂົງເຂດ. ຫວຽດນາມ ແລະ ອາເມລິກາ ລ້ວນແຕ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງກັນ, ພ້ອມກັນພັດທະນາຢ່າງວັດທະນາຖາວອນ. ຂ້າພະເຈົ້າຄິດວ່າການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ພວມພັດທະນາຢ່າງແຮງຍິ່ງກ່ວາເວລາໃດໝົດ.

ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ: ບັນ​ດາ​ຂີດ​ໝາຍ​ແຫ່ງ​ການ​ຮ່ວມ​ມື - ảnh 2

ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Daniel J.Kritenbrink (ກາງ) ທີ່ການປະຊຸມຂ່າວວັນທີ 2/7/2020. (ພາບ: cand.com.vn)

 ສ້າງທ່ວງທ່າໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນ 25 ປີຂ້າງໜ້າ

   ໜຶ່ງໃນບັນດາການໃຫ້ບຸລິມະສິດອັນດັບໜຶ່ງໃນປະຈຸບັນ ແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າ ຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ວິວັດການ ຟື້ນຟູເສດຖະກິດຂອງສອງປະແທດ. ລັດຖະບານຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢູ່ຫວຽດນາມ ກໍ່ຄືສ້າງບັນດາເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດອາເມລິກາ ເພື່ອໃຫ້ອາເມລິກາ ກາຍເປັນນັກລົງທຶນແຖວໜ້າຢູ່ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກີມງອກ ຖືວ່າ:

      ວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈໃນ 25 ປີຜ່ານມາ ບັນລຸໄດ້ບາດກ້າວໃຫ່ຍພໍສົມຄວນ, ສ້າງພື້ນຖານໃຫ້ແກ່ສອງຝ່າຍພິຈາລະນາ, ຊຸກຍູ້ບັນດາແນວຄວາມຄິດຮ່ວມມືໃໝ່ໃນໄລຍະຈະມາເຖິງ, ນັບທັງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມກັນນັ້ນ, ສອງປະເທດຄວນສືບຕໍ່ສົມທົບກັນແກ້ໄຂບັນດາສິ່ງທ້າທາຍ ຈາກການຜັນແປສັບສົນຂອງພາກພື້ນ ແລະ ໂລກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ແລະ ພາກພື້ນອາຊີ-ປາຊີຟິກເວົ້າລວມໂດຍສັນຕິວິທີ, ແກ້ໄຂບາງບັນຫາທີ່ຍັງຄົງຄ້າງການພົວພັນລະຫວ່າງສອງປະເທດ. ຂ້າພະເຈົ້າມີຄວາມປະເອີບໃຈ ແລະ ເຊື່ອໝັ້ນວ່າ ສອງປະເທດຈະເສີມຂະຫຍາຍໝາກຜົນຂອງ 25 ປີຜ່ານມາ, ຜ່ານຜ່າສິ່ງທ້າທາຍ ນຳການພົວພັນຫວຽດນາມ-ອາເມລິກາ ຂຶ້ນສູ່ລະດັບສູງໃໝ່.

  ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກີມງອກ ແລ້ວ, ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ໄດ້ມີການພັດທະນາຫຼາຍທີ່ສຸດ, ມີລັກສະນະຮອບດ້ານ ແລະ ຍຸດທະສາດ. ຖ້າປຽບທຽບການພົວພັນຂອງຫວຽດນາມ ກັບປະເທດຕ່າງໆ ທີ່ພວມແມ່ນຄູ່ຮ່ວມມືຮອບດ້ານ ຫລືຍຸດທະສາດນັ້ນ, ແນ່ນອນວ່າ ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ແມ່ນຕ້ອງຢູ່ໃນລະດັບຍຸດທະສາດ.

 

 

 

ຕອບກັບ