ການກະທຳຂອງອາເມລິກາກໍ່ຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດ

Hong Van
Chia sẻ

(VOVWORLD) -ພຽງກວ່າສອງອາທິດ ພາຍຫລັງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາ ບັນດາກຳລັງນິວເຄຼຍ ໄລຍະກາງ (INF) ແລະ ຫລັງຈາກນັ້ນບໍ່ດົນ ເມື່ອວໍຊີງຕັນ ເປີດເຜີຍເຈດຈຳນົງວ່າຈະຜັນຂະຫຍາຍລູກສອນໄຟໄລຍະກາງ ຢູ່ ອາຊີ. ວັນທີ 18 ສິງຫາ, ທຳນຽບ 5 ແຈ ໄດ້ຍິງທົດລອງລູກສອນໄຟຕິດປີກໄລຍະໄກກວ່າ 500 ກິໂລແມັດ. ການກະທຳຂອງ ວໍຊີງຕັນ ເຮັດໃຫ້ປະຊາຄົມສາກົນແປກປະຫລາດ ແລະ ມີຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດໃນອະນາຄົດ.

ການກະທຳຂອງອາເມລິກາກໍ່ຄວາມວິຕົກກັງວົນຕໍ່ການຊ່ວງເສັງອາວຸດ - ảnh 1 ພາບປະກອບ

ພາບ:vietnam+

ທຳນຽບ 5 ແຈ ໃຫ້ຮູ້ວ່າ: ການທົດລອງ ອາວຸດ ແມ່ນແຜນການຂອງລູກສອນໄຟຕິດປີກ Tomahawk ຊື່ງ ທະຫານເຮືອ ອາເມລິກາ ນຳໃຊ້, ໄດ້ດັດປັບ ແລະ ຍິງທົດລອງຢູ່ຫນ້າດິນ. ລູກສອນໄຟຖືກຍິງຈາກ ເກາະ San Nicolas ແລະ ຍິງຖືກເປົ້າໝາຍຫ່າງຈາກນັ້ນ 500 ກິໂລແມັດ. ນີ້ແມ່ນໄລຍະຍິງຖືກຈຳກັດ ຕາມການກຳນົດຂອງ INF. ລູກສອນໄຟໄດ້ຕິດຫົວລຸກປືນທຳມະດາບໍ່ແມ່ນຫົວລູກປືນນິວເຄຼຍ.

ການທົດລອງລູກສອນໄຟ ພາຍຫລັງຫລາຍປີຖືກຜູກມັດຍ້ອນສົນທິສັນຍາ INF

ອະພິປາຍຕໍ່ການກະທຳຂອງ ທຳນຽບ 5 ແຈ, ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີ -ປາຊີຟີກ ສັງກັດ ມະຫາວິທະຍາໄລ ຫລີນານ ຮົ່ງກົງ ໃຫ້ຂໍ້ສັງເກດວ່າ: ເລື່ອງຖອນຕົວອອກຈາກ ສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ເປັນການແກ້ຕົວໃຫ້ ອາເມລິກາ. ຫວ່າງມໍ່ໆມານີ້ ອາເມລິກາ ບໍ່ມີລູກສອນໄຟໄລຍະກາງປະເພດໃດ ຍ້ອນຖືກຈຳກັດຈາກ INF. ສະນັ້ນ ຢາກກຳມະສິດ ກຳລັງຄວາມສາມາດນີ້, ເຂົາເຈົ້າຕ້ອງຖອນອອກຈາກສົນທິສັນຍາ, ພັດທະນາ ແລະ ຍິງທົດລອງບັນດາລູກສອນໄຟປະເພດໃຫມ່.

ກ່ອນນັ້ນ ພາຍຫລັງ ຖອນຕົວອອກຈາກ INF ໃນວັນທີ 2 ສິງຫາ, ລັດຖະບານ ອາເມລິກາ ໄດ້ສົ່ງສັນຍານໃຫ້ເຫັນວ່າ ປະເທດນີ້ ຈະຍູ້ໄວເລື່ອງພັດທະນາບັນດາປະເພດລູກສອນໄຟທຳມະດາ. ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ດ້ວຍເລື່ອງຖອນຕົວອອກຈາກ INF, ກະຊວງປ້ອງກັນປະເທດ ຈະສາມາດສືບຕາມການພັດທະນາບັນດາປະເພດລູກສອນໄຟທຳມະດາຈາກຫນ້າດິນ. ທ່ານລັດຖະມົນຕີຄົນນີ້ ກໍ່ຖະແຫລງວ່າ ທ່ານ ຢາກໃຫ້ທຳນຽບ 5 ແຈ ພັດທະນາ ແລະ ຜັນຂະຫຍາຍລູກສອນໄຟຕິດຫົວລູກປຶນນິວເຄຼຍ ໄລຍະກາງ ໃຫ້ໄວເທົ່າທີ່ຈະໄວໄດ້. ແລະ ພຽງ 2 ມື້ ພາຍຫລັງຍິງລູກສອນໄຟໄລຍະກາງ, ທ່ານ Ryan D McCarthy ລັດຖະມົນຕີກະຊວງກອງທັບບົກ ອາເມລິກາ ໃຫ້ຮູ້ວ່າ: ວໍຊີງຕັນ ພວມຊອກຫາວິທີພັດທະນາປະເພດລູກສອນໄຟມີຄວາມໄວເຫນືອສຽງ ຕິດຫົວລູກປຶນນິວເຄຼຍບິນໄວກວ່າທົບ 5 ເທົ່າເມື່ອທຽບໃສ່ລະດັບຄວາມໄວຂອງສຽງ.

ເປັນຫນ້າສົນໃຈ, ທຳນຽບ 5 ແຈ ກໍ່ປະກາດເຈດຈຳນົງເລີ່ມຕົ້ນການທົດລອງລູກສອນໄຟນຳວິຖີໄລຍະຍິງ 3000 – 4000 ກິໂລແມັດ. ເລື່ອງຍິງທົດລອງນີ້ອາດຈະເລີ່ມຕົ້ນນັບແຕ່ທ້າຍປີ 2019. ທັງສອງປະເພດລູກສອນໄຟນີ້ລ້ວນແຕ່ບໍ່ຕິດຫົວລູກປືນນິວເຄຼຍ.

ຄວາມວິຕົກກັງວົນໃນການຊ່ວງເສັງອາວຸດ

ເລື່ອງຍິງທົດລອງລູກສອນໄຟຕິດປີກຈາກຫນ້າດິນເຄີຍຖືກຫ້າມກ່ອນນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວທຳອິດແຫ່ງການຊ່ວງເສັງອາວຸດໃຫມ່ ເຮັດໃຫ້ທັງໂລກມີຄວາມວິຕົກກັງວົນ. ນອກນັ້ນ ເຫດຍິງທົດລອງລູກສອນໄຟໃຫມ່ຂອງ ອາເມລິກາ ຍັງໄດ້ຮັບຖືວ່າແມ່ນອນໃນແຜນການເພີ່ມທະວີການມີຫນ້າຂອງກອງທັບອາເມລິກາຢູ່ ພາກພື້ນ ອາຊີ - ປາຊີຟິກ ກວ່າອີກ.

ໃນທັນທີ ທັງລັດເຊຍ ແລະ ຈີນ ໄດ້ຕຳຫນິຕິຕຽນຢ່າງແຮງ ແລະ ກ່າວເຕືອນຜົນຮ້າຍຢ່າງຫນັກຫນ່ວງຈາກການກະທຳຂອງ ອາເມລິກາ. ວັນທີ 20 ສິງຫາ, ທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເວົ້າວ່າ: ນີ້ແມ່ນສິ່ງທີ່ເປັນຫນ້າເສຍດາຍ ແລະ ພາໄປເຖິງຄວາມເຄັ່ງຕຶງການທະຫານປີນຂັ້ນໄດ. ປະທານາທິບໍດີ ລັດເຊຍ Vladimir Putin ຍັງບໍ່ທັນມີຄຳວິຈານໃດ ພາຍຫລັງເຫດຍິງທົດລອງຂອງ ອາເມລິກາ ແຕ່ຫວ່າງແລ້ວນີ້ ການນຳລັດເຊຍໄດ້ກ່າວເຕືອນວ່າ ປະເທດນີ້ ຈະຕ້ອງເລີ່ມຕົ້ນການພັດທະນາລູກສອນໄຟໄລຍະສັ້ນ ຖ້າຫາກ ອາເມລິກາ ເລີ່ມຕົ້ນປະຕິບັດສິ່ງດັ່ງກ່າວ.

ໃນຂະນະນັ້ນ ຄວາມວິຕົກກັງວົນຂອງ ປັກກີ່ງ ໄດ້ສະແດງໃຫ້ເຫັນ ເມື່ອປະເທດນີ້ ເນັ້ນຫນັກວ່າ ການກະທຳຂອງ ອາເມລິກາ ໄດ້ປຸກປັ່ນໃຫ້ມີການຊ່ວງເສັງ ອາວຸດໃຫມ່ ພາໄປເຖິງການສູ້ຢັນດ້ານການທະຫານປີນຂັ້ນໄດ ແລະ ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຄວາມໝັ້ນຄົງຂອງພາກພື້ນ ແລະ ໂລກ. ຕາມຈີນແລ້ວ  ແມ່ນຮອດຈຸດເວລາທີ່ ວໍຊີງຕັນ ຄວນປະລະຄວາມຊົງຈຳສົງຄາມເຢັນ ແລະ ເຮັດຫລາຍສິ່ງ ເພື່ອສັນຕິພາບ, ສະຖຽນລະພາບຂອງໂລກ.

ຄວາມວິຕົກກັງວົນຕໍ່ການກະທຳຂອງ ອາເມລິກາ, ວັນທີ 22 ສິງຫາ, ສປຊ ຈັດການປະຊຸມດ່ວນທີ່ກ່ຽວຂ້ອງເຖິງຖະແຫລງການຂອງ ອາເມລິກາ ກ່ຽວກັບບັນດາແຜນການພັດທະນາແລະ ຜັນຂະຫຍາຍບັນດາລູກສອນໄຟໄລຍະກາງ. ການປະຊຸມກ່ອນນີ້ ໄດ້ຈັດຂຶ້ນ ຕາມຮູບການເປີດ ດ້ວຍບົດລາຍງານຈາກຜູ້ຕາງຫນ້າຂອງທ່ານເລຂາທິການໃຫຍ່ ສປຊ.

ເລື່ອງ ອາເມລິກາ ຍິງທົດລອງລູກສອນໄຟ ພາຍຫລັງ INF  ໝົດຜົນສັກສິດ ແລະ ສົນທິສັນຍາຫລຸດຜ່ອນອາວຸດຍຸດທະສາດ (START) ໃຫມ່ ມີຄວາມສ່ຽງບໍ່ໄດ້ຕໍ່ກຳນົດເວລາ ພາຍຫລັງປີ 2021, ໄດ້ເຮັດໃຫ້ຫາງສຽງໂລກມີຄວາມວິຕົກກັງວົນຢ່າງແທ້ຈິງ. ໃນສະພາບການປະຈຸບັນ, ບໍ່ວ່າບາດກ້າວເດີນໃດທີ່ໄປໄວໂພດກໍ່ຈະເກີດຄວາມສ່ຽງກໍ່ການຊ່ວງເສັງອາວຸດໃຫມ່.

ຕອບກັບ