ກະທໍາ​ເພື່ອປະ​ເທດ​ຫວຽດນາມວັດທະນາຖາວອນ

Le Phuong
Chia sẻ
(VOVWORLD) -ຫວຽດນາມ ສ້າງຍຸດທະສາດພັດທະນາໄລຍະ 2021  2030 ໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນແປຫຼາຍຢ່າງ ຍາກ ທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ລັດຖະບານຫວຽດນາມ ໄດ້ກໍານົດວ່າ ຕ້ອງສືບຕໍ່ປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ ກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງ ແລະ ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດ ດ້ວຍທັດສະນະຕ່າງໆ. ນີ້ກໍແມ່ນບັນດາຄຸນຄ່າຫຼັກແຫຼ່ງແກ່ນສານຂອງຂໍ້ສະເໜີແນະຈາກບັນດານັກຊ່ຽວຊານທັງຢູ່ພາຍໃນ ແລະ ສາກົນ ທີ່ໄດ້ຍົກອອກມາໃນເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ ປີ 2019 ເຊິ່ງໄດ້ດໍາເນີນຢູ່ຮ່າໂນ້ຍ ໃນວັນທີ 21 ກັນຍາ ຜ່ານມາ.
ກະທໍາ​ເພື່ອປະ​ເທດ​ຫວຽດນາມວັດທະນາຖາວອນ - ảnh 1ເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ ປີ 2019(ພາບປະກອບ: VOV5) 

        ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 2021 – 2030 ມີຄວາມໝາຍສໍາຄັນພິເສດໃນການນໍາຫວຽດນາມ ສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຫຼຸດພົ້ນອອກຈາກກຸ່ມບັນດາປະເທດທີ່ມີລາຍຮັບປານກາງຕໍ່າໃນປີ 2030 ແລະ ຫັນຄວາມໃຝ່ຝັນຢາກກາຍເປັນປະເທດວັດທະນາຖາວອນໃຫ້ປະກົດຜົນເປັນຈິງໃນປີ 2045 - ເຊິ່ງເປັນປີສະເຫຼີມສະຫຼອງວັນສະຖາປະນາປະເທດ ຄົບຮອບ 100 ປີ (2 ກັນຍາ 1945 – 2 ກັນຍາ 2045).

ມຸ່ງໄປສູ່ລະບອບລະບຽບການເສດຖະກິດການຕະຫຼາດທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ

        ການປະຕິຮູບລະບອບລະບຽບການ ແມ່ນຂະບວນວິວັດຢ່າງຕໍ່ເນື່ອງ ດັ່ງນັ້ນ ຫວຽດນາມ ບໍ່ອາດຢຸດວິວັດການປະຕິຮູບລະບອບລະບຽບການ ຖ້າຫາກວ່າ ບໍ່ຢາກຖືກປະໄວ້ຢູ່ທາງຫຼັງ. ເລື່ອງກໍ່ສ້າງ ແລະ ປັບປຸງກົກໄກເສດຖະກິດການຕະຫຼາດ ແມ່ນໜ້າທີ່ຍຸດທະສາດ, ແມ່ນຂອດບຸກທະລຸ, ສ້າງກໍາລັງໜູນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ຊຸກຍູ້ການຫັນປະເທດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ, ນໍາຫວຽດນາມ ຫຼຸດພົ້ນອອກຈາກກຸ່ມບັນດາປະເທດທີ່ມີລາຍຮັບປານກາງຕໍ່າໂດຍໄວ, ເພື່ອກ້າວເຂົ້າສູ່ກຸ່ມບັນດາປະເທດມີລາຍຮັບປານກາງສູງ. ຕາມທ່ານປະລິນຍາເອກ ກາວວ໊ຽດຊີງ ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມແລ້ວ, ເຖິງວ່າມີບັນດາການປັບປຸງແລ້ວກໍຕາມ ແຕ່ລະບອບລະບຽບການເສດຖະກິດການຕະຫຼາດຂອງຫວຽດນາມ ຍັງບໍ່ທັນຄົບຊຸດ ແລະ ຄົບຖ້ວນເທື່ອ ເພື່ອຮັບປະກັນໃຫ້ຕະຫຼາດເດີນແມ່ນແລ່ນສະດວກດີ. ດັ່ງນັ້ນ, ຕ້ອງມີບັນດາມາດຕະການແກ້ໄຂ.

        “ກ່ອນອື່ນໝົດ ແມ່ນຕ້ອງສ້າງສໍາເລັດວິວິດການຫັນເປັນພື້ນຖານເສດຖະກິດການຕະຫຼາດທັນສະໄໝ, ເຊື່ອມໂຍງຕາມທໍານຽມສາກົນ. ທີສອງແມ່ນ, ຕ້ອງເຮັດໃຫ້ຕະຫຼາດມີການເຄື່ອນໄຫວຢ່າງຄົບຖ້ວນ, ບໍ່ຜິດດ່ຽງ ແລະ ກາຍເປັນປັດໄຈຕັດສິນໃນການລະດົມ ແລະ ຈັດແບ່ງແຫຼ່ງກໍາລັງໃນສັງຄົມ. ທີສາມແມ່ນ, ລັດ ສືບຕໍ່ເປັນເຈົ້າການຫຼຸດຜ່ອນ ແລະ ປ່ຽນແປງບົດບາດ ແລະ ໜ້າທີ່ຂອງຕົນ, ຜ່ານນັ້ນ, ເຮັດໃຫ້ມີການປ່ຽນແປງບົດບາດ, ໜ້າທີ່ຂອງຕະຫຼາດ ແລະ ການພົວພັນລະຫວ່າງລັດ ແລະ ຕະຫຼາດ. ທີສີ່ ແມ່ນ ລັດ ຄວນສຸມໃສ່ການສ້າງ ແລະ ປັບປຸງລັດແຫ່ງອໍານາດກົດໝາຍ, ສືບຕໍ່ເປີດກວ້າງ ແລະ ປະຕິບັດປະຊາທິປະໄຕ, ຮັບປະກັນປະຕິບັດບັນດາສິດທິມະນຸດ, ສິດພົນລະເມືອງໃຫ້ຄົບຖ້ວນ ແລະ ແທດຈິງ; ສ້າງຕັ້ງໂຄງປະກອບບໍລິຫານແຫ່ງຊາດບໍ່ມີການຂັດແຍ່ງກ່ຽວກັບຜົນປະໂຫຍດ, ມີຄວາມດຸ່ນດ່ຽງລະຫວ່າງສິດອໍານາດ ແລະ ການຕິດຕາມກວດກາສິດອໍານາດ, ຄວາມຮັບຜິດຊອບອະພິປາຍຢ່າງຄົບຖ້ວນຕໍ່ປະຊາຊົນ ແລະ ວິສາຫະກິດ”.

        ປ່ຽນແປງໃໝ່ຫົວຄິດປະດິດສ້າງ ເພື່ອຂ້າມຜ່ານບ້ວງລາຍຮັບປານກາງ

        ຊຸກຍູ້ການປ່ຽນແປງໃໝ່ຫົວປະດິດຄິດສ້າງແບບກວມລວມ ໄດ້ຮັບຖືວ່າ ມີບົດບາດສໍາຄັນທີ່ສຸດ ເພື່ອໃຫ້ ຫວຽດນາມ ມີການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ ແລະ ບັນລຸເປົ້າໝາຍພັດທະນາແບບຍືນຍົງ. ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານແລ້ວ, ປັດຈຸບັນ, ຫວຽດນາມ ພວມຢູ່ໃນໄລຍະບາດລ້ຽວສໍາຄັນ, ດັ່ງນັ້ນ, ບັນດາການຕັດສິນຂອງລັດຖະບານກ່ຽວກັບຂອບຂະໜາດ ແລະ ລະດັບຄວາມໄວຂອງການປ່ຽນແປງໃໝ່ປະດິດຄິດສ້າງ, ແບບວີທີປະຕິບັດ ເຮັດແນວໃດເພື່ອໃຫ້ການປ່ຽນແປງໃໝ່ຫົວຄິດປະດິດສ້າງ ນໍາມາເຊິ່ງຜົນປະໂຫຍດ... ຈະສົ່ງຜົນກະທົບເຖິງການບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານນາງ Caitlin Wiesen, ຫົວໜ້າຄະນະຜູ້ຕາງໜ້າ UNDP  ປະຈໍາ ຫວຽດນາມ ຊີ້ແຈ້ງວ່າ:

        “ຢູ່ຫວຽດນາມ, ພວກເຮົາຕ້ອງຊຸກຍູ້ການປ່ຽນແປງໃໝ່ຫົວຄິດປະດິດສ້າງ ດ້ວຍການຊຸກຍູ້ການແຜ່ຂະຫຍາຍເຕັກໂນໂລຢີ, ອີງໃສ່ປະລິມານບັນດາວິສາຫະກິດທີ່ໝູນໃຊ້ເຕັກໂນໂລຢີລະດັບການແຊກຊຶມຂອງເຕັກໂນໂລຢີ, ຕາມຂອບຂະໜາດ ແລະ ລະດັບຄວາມເລິກເຊິ່ງຂອງການນໍາໃຊ້ເຕັກໂນໂລຢີຢູ່ບັນດາວິສາຫະກິດ. ອີກສິ່ງໜຶ່ງກໍ່ມີຄວາມສໍາຄັນຫຼາຍ ນັ້ນແມ່ນ ທັງເພດຍິງ ແລະ ຊາຍ ລ້ວນແຕ່ຕ້ອງເຂົ້າຮ່ວມ ແລະ ພິເສດແມ່ນຜູ້ຕົກຢູ່ທາງຫຼັງ,ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ ເຮັດແນວໃດເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງເພື່ອທຸກຄົນ, ຕ້ອງແນໃສ່ການເຂົ້າຮ່ວມທຸກເຈົ້າກໍາ ແລະ ຕ້ອງແຜ່ຂະຫຍາຍບັນດາຜົນປະໂຫຍດຂອງການປ່ຽນແປງໃໝ່ປະດິດຄິດສ້າງ. ລັດຖະບານຕ້ອງສວມບົດບາດຫຼັກແຫຼ່ງ ເພື່ອພຽງແຕ່ລົງທຶນເຂົ້າລະບອບລະບຽບການເທົ່ານັ້ນ ຫາກຍັງຕ້ອງສ້າງສິ່ງແວດລ້ອມປ່ຽນແປງໃໝ່ປະດິດຄິດສ້າງ ລວມມີທັງການຄົ້ນຄວ້າ ແລະ ການພັດທະນາ”.

        ການກະທຳເພື່ອປະເທດຫວຽດນາມ ວັດທະນາຖາວອນ

        ສືບທອດບັນດາໝາກຜົນທີ່ບັນລຸໄດ້ໃນການປ່ຽນແປງໃໝ່, ປັດຈຸບັນຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດອຸດສາຫະກຳ, ມີລາຍຮັບປານກາງສູງ, ມີລະບອບລະບຽບການດ້ານເສດຖະກິດຢ່າງຄົບຖ້ວນຕາມມາດຖານທົ່ວໄປຂອງພື້ນຖານເສດຖະກິດການຕະຫຼາດທີ່ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ມີສະມັດຕະພາບໃນການອອກແຮງງານ ແລະ ກຳລັງການແກ່ງແຍ້ງສູງ, ຮັບປະກັນຄວາມກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການພັດທະນາວັດທະນາທຳ, ພັດທະນາມະນຸດ, ປະຕິບັດຄວາມກ້າວໜ້າ ຍຸຕິທໍາສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາສັງຄົມແບບຍືນຍົງ. ບັນດາເປົ້າໝາຍນີ້ໄດ້ສ່ອງແສງຄວາມຄາດຫວັງກ່ຽວກັບປະເທດທີ່ມີການດຳລົງຊີວິດໄດ້ຮັບການປັບປຸງເງື່ອນໄຂວັດຖຸຢ່າງບໍ່ຢຸດຢັ້ງ, ສັງຄົມທີ່ປອດໃສ, ປະຊາທິປະໄຕ ແລະ ສະເໝີພາບ, ມີລະດັບວັດທະນະທໍາສູງ, ເປັນປະເທດທີ່ປະສິດທິຜົນ ແລະ ມີຄວາມຮັບຜິດຊອບໃນການອະພິປາຍ.

        ທ່ານບຸ່ຍເຕິດທັ້ງ, ອະດີດຫົວໜ້າສະຖາບັນຍຸດທະສາດພັດທະນາ, ກະຊວງແຜນການ ແລະ ການລົງທຶນ, ໄດ້ເຕື້ອງເຖິງ 6 ກຳນົດທິດສຳຄັນເພື່ອໃຫ້ຫວຽດນາມອາດຈະກາຍເປັນປະເທດວັດຖະນາຖາວອນ ຮອດປີ 2030 ແລະ ວິໄສທັດຮອດປີ 2045, ນັ້ນແມ່ນ:

        ທີໜຶ່ງຕ້ອງຍົກສູງຄຸນນະພາບລະບອບລະບຽບເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ແກ້ໄຂການພົວພັນລະຫວ່າງ ລັດ, ການຕະຫຼາດ ແລະ ສັງຄົມໃຫ້ເປັນຢ່າງດີ. ກຳນົດທິດທີ ສອງແມ່ນສືບຕໍ່ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຢ່າງແທດຈິງເພື່ອກຳນົດໄດ້ຮູບແບບການເຕີບໂຕເສດຖະກິດໃຫຍ່ໂດຍໄວ. ທີ່ສາມ, ພັດທະນາ ວິທະຍາສາດ - ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າຢ່າງແຮງງເປັນກຳລັງໜຸນຕົ້ນຕໍຂອງຮູບແບບການເຕີບໂຕເສດຖະກິດໃໝ່. ທີ ສີ່, ພັດທະນາເຄືອຂ່າຍພື້ນຖານໂຄງລ່າງ ແລະ ລະບົບຕົວເມືອງຢ່າງແຮງ. ທີ ຫ້າ ແມ່ນສຸມໃສ່ການພັດທະນາມະນຸດ ແລະ ວັດທະນະທຳ - ສັງຄົມ. ແລະ ອັນສຸດທ້າຍແມ່ນປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ມີປະສິດທິຜົນ.

        ບັນດາຂ້ໍສັງເກດ, ຂໍ້ສະເໜີຂອງບັນດານັກຊ່ຽວຊານ ສາກົນ ແລະ ພາຍໃນປະເທດທີ່ໄດ້ຍົກອອກມາຢູ່ເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2019 ໄດ້ຮັບການຕີລາຄາສູງຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ໄດ້ຖືວ່າແມ່ນແຫຼ່ງຂໍ້ມູນທາບທາມອັນລ້ຳຄ່າ, ມີລັກສະນະກຳນົດທິດສູງ, ຜ່ານນັ້ນ, ຊ່ວຍໃຫ້ ຫວຽດນາມຊອກຫາໄດ້ວິທີການເຮັດວຽກທີ່ເໝາະສົມກັບຫວຽດນາມ, ປະກອບສ່ວນໂດຍກົງໃຫ້ແກ່ການສ້າງຮ່າງຍຸດທະສາດພັດທະນາ 2021 – 2030, ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ເພື່ອແນໃສ່ຫັນຄວາມຄາດຫວັງຢາກກໍ່ສ້າງປະເທດຫວຽດນາມໃຫ້ເຂັ້ມແຂງຈະເລີນກ້າວໜ້າ, ກາຍເປັນປະເທດອຸດສາຫະກຳ, ນອນໃນກຸ່ມນໍາໜ້າບັນດາປະເທດທີ່ມີລາຍຮັບປານກາງສູງ ໃນປີ 2030 ແລະ ກາຍເປັນປະເທດອຸດສາຫະກຳພັດທະນາທີ່ທັນສະໄໝ, ຕາມກໍານົດທິດສັງຄົມນິຍົມ ໃນປີ 2045ໃຫ້ປະກົດຜົນເປັນຈິງ./.

ຕອບກັບ