NATO ຕໍ່ໜ້າບາດລ້ຽວສຳຄັນພາຍຫຼັງໄລຍະ 70 ປີແຫ່ງການຄົງຕົວ

Huyen
Chia sẻ
(VOVWORLD) -NATO ຍັງປະເຊີນໜ້າກັບບັນດາບັນຫາອື່ນໆຢູ່ພາຍໃນກຸ່ມ, ຄຽງຂ້າງກັບການແບ່ງປັນລາຍຈ່າຍໃຫ້ແກ່ການເຄື່ອນໄຫວ.

NATO ຕໍ່ໜ້າບາດລ້ຽວສຳຄັນພາຍຫຼັງໄລຍະ 70 ປີແຫ່ງການຄົງຕົວ - ảnh 1

  ກອງປະຊຸມໂດຍມີການເຂົ້າຮ່ວມຂອງປະມຸກລັດ 29 ປະເທດສະມາຊິກ

(ພາບ: Getty)

ກອງປະຊຸມສຸດຍອດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ໄຂຂຶ້ນໃນວັນທີ 03 ທັນວາ, ຢູ່ນະຄອນຫຼວງລອນດອນ, ລາຊະອານາຈັກອັງກິດ, ໄດ້ວາງອອກເປົ້າໝາຍເພີ່ມທະວີຄວາມສາມັກຄີ ແລະ ວາງອອກທິດທາງໃຫ້ແກ່ອະນາຄົດ. ເຖິງຢ່າງໃດກໍ່ຕາມ, ສຳພັນທະມິດດ້ານການທະຫານດັ່ງກ່າວພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນພາຍໃນກຸ່ມ, ພາຍຫຼັງໄລຍະ 70 ປີແຫ່ງການຄົງຕົວ.

        ກອງປະຊຸມໂດຍມີການເຂົ້າຮ່ວມຂອງປະມຸກລັດ 29 ປະເທດສະມາຊິກ, ໃນນັ້ນມີ ທ່ານປະທານາທິບໍດີອາເມລິກາ Donald Trump, ທ່ານນາຍົກລັດຖະມົນຕີເຢຍລະມັນ Angela Merkel, ທ່ານປະທານາທິບໍດີຝລັ່ງ Emmanuel Macron. ຕາມແຈ້ງການກ່ອນຈັດກອງປະຊຸມ, ເຫດການນີ້ຈະຍົກອອກຖະແຫຼງການຮ່ວມ, ໃນນັ້ນໃຫ້ຄຳໝັ້ນສັນຍາກ່ຽວກັບການປ້ອງກັນລວມໝູ່. ເຖິງຢ່າງໃດກໍ່ຕາມ, ຫາງສຽງມີຄວາມສົງໄສກ່ຽວກັບໝາກຜົນດັ່ງກ່າວ. ບັນດາຄວາມຫຍຸ້ງຍາກເຊິ່ງ NATO ພວມປະເຊີນໜ້າ, ຍາກທີ່ຈະຜ່ານຜ່າໄດ້ເພື່ອຊອກຫາຄວາມເຫັນດີເຫັນພ້ອມໃນບັນດາຫົວເລື່ອງທີ່ຮ້ອນເຮັ່ງ.

ສິ່ງທ້າທາຍຈາກບັນດາບັນຫາຢູ່ພາຍໃນກຸ່ມ

        ກ່ອນທີ່ກອງປະຊຸມສຸດຍອດດຳເນີນຢູ່ ລອນດອນ, ໜຶ່ງໃນບັນດາຫົວເລື່ອງທີ່ໄດ້ເຕື້ອງເຖິງຫຼາຍທີ່ສຸດນັ້ນແມ່ນ ບ້ວງລາຍຈ່າຍດ້ານການທະຫານຂອງບັນດາປະເທດສະມາຊິກ NATO ເພີ່ມຂຶ້ນລະດັບ 2% GDP ຂອງແຕ່ລະປະເທດ. ນີ້ແມ່ນຫົວເລື່ອງໄດ້ກໍ່ຄວາມຂັດແຍ້ງຫຼາຍຢ່າງຢູ່ພາຍໃນກຸ່ມ NATO ໃນໄລຍະ 2 – 3 ປີຜ່ານມາ, ເມື່ອອາເມລິກາ ໄດ້ກໍ່ຄວາມກົດດັນຢ່າງລຽນຕິດ ແລະ ຕຳໜິຕິຕຽນບັນດາປະເທດເອີລົບ ໄດ້ປະໃຫ້ ອາເມລິກາ ຕ້ອງແບກຫາບດ້ານການເງິນທີ່ໜັກໜ່ວງ.

        NATO ຍັງປະເຊີນໜ້າກັບບັນດາບັນຫາອື່ນໆຢູ່ພາຍໃນກຸ່ມ, ຄຽງຂ້າງກັບການແບ່ງປັນລາຍຈ່າຍໃຫ້ແກ່ການເຄື່ອນໄຫວ. ທຳອິດແມ່ນສະພາບບໍ່ລົງລອຍກັນທີ່ນັບມື້ນັບເລິກເຊິ່ງລະຫວ່າງຕວກກີ ແລະ ບັນດາສຳພັນທະມິດຫຼັກແຫຼ່ງໃນ NATO, ພິເສດແມ່ນອາເມລິກາ, ເຊິ່ງກ່ຽວຂ້ອງເຖິງບັ້ນຮົບດ້ານການທະຫານຫວ່າງມໍ່ໆມານີ້ຂອງຕວກກີ ຢູ່ທິດຕາເວັນອອກສ່ຽງເໜືອຊີຣີ. ກ່ອນດຳເນີນກອງປະຊຸມສຸດຍອດ 1 ອາທິດ, ຕວກກີ ໄດ້ຍົກອອກຄຳຂາດຕໍ່ NATO, ກ່າວເຕື່ອນວ່າຈະປະຕິເສດທຸກແຜນການຂອງພັນທະມິດການທະຫານດັ່ງກ່າວ, ຖ້າຫາກວ່າບໍ່ໄດ້ຮັບການສະໜັບສະໜູນດ້ານການເມືອງຢ່າງແຮງ ໃນຫຼັກໝັ້ນຂອງຕົນສຳລັບກຳລັງຊາວ Kurd ຢູ່ຊີຣີ. ທັດສະນະແຂງກະດ້າງດັ່ງກ່າວຂອງຕວກກີ ໄດ້ເຮັດໃຫ້ NATO ປະສົບກັບຄວາມຫຍຸ້ງຍາກກວ່າໃນການຜັນຂະຫຍາຍບັນດາແຜນການປ້ອງກັນດ້ານການທະຫານໃນບາງປະເທດເອີລົບຕາເວັນອອກ, ເພື່ອແນໃສ່ສະກັດກັ້ນບັນດາໄພນາບຂູ່ຈາກລັດເຊຍ ພາຍຫຼັງທີ່ມົດສະກູ ໂຮມແຫຼມ ກຣືມ ເຂົ້າເມື່ອປີ 2014.

        ເຖິງວ່າແມ່ນສະມາຊິກຂອງ NATO ກໍ່ຕາມ, ແຕ່ໃນໄລຍະຜ່ານມາ ຕວກກີ ໄດ້ມີບັນດາການກະທຳຢ່າງຕໍ່ເນື່ອງເຊິ່ງເຮັດໃຫ້ NATO ບໍ່ພໍໃຈ, ຈາກເລື່ອງສົ່ງທະຫານໄປຍັງຊີຣີ ເພື່ອບຸກໂຈມຕີກຳລັງຊາວ Kurd, ພັນທະມິດຂອງກຸ່ມໃນການຕໍ່ສູ້ຕ້ານ IS, ຫຼື ຮ່ວມມືກັບລັດເຊຍ, ເຊິ່ງແມ່ນຄູ່ແຂ່ງຂອງກຸ່ມ. ບັນດາການກະທຳຂອງທ່ານປະທານາທິບໍດີ Erdogan ໄດ້ເຮັດໃຫ້ຫຼາຍສະມາຊິກຂອງພັນທະມິດ ແລະ ນັກຊ່ຽວຊານມີຄວາມສົງໄສວ່າ ຕວກກີ ຈະສືບຕໍ່ເຂົ້າຮ່ວມພັນທະມິດການທະຫານອີກ ຫຼື ບໍ?. ເຖິງຢ່າງໃດກໍ່ຕາມ, NATO ກໍ່ບໍ່ຢາກຍົກເລີກການພົວພັນ ເມື່ອ ຕວກກີ ມີເນື້ອທີ່ດິນແດນທີ່ກວ້າງໃຫຍ່, ມີກຳລັງແຮງດ້ານການທະຫານ ແລະ ພູມມີປະເທດມີທີ່ຕັ້ງສຳຄັນໃນຍຸດທະສາດ.

        ບໍ່ພຽງແຕ່ເທົ່ານັ້ນ, ກອງປະຊຸມສຸດຍອດຄັ້ງນີ້ ຍັງປຶກສາຫາລືເຖິງບັນຫາພາຍໃນອື່ນໆອີກ. ຢູ່ອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ພວມປະເຊີນໜ້າກັບການຄັດຄ້ານທີ່ນັບມື້ນັບຮ້າຍແຮງ. ທີ່ຝລັ່ງ, ທ່ານ Emmanuel Macron, ຕ້ອງແກ້ໄຂບັນຫາກຳມະກອນຢຸດງານຄັ້ງໃຫຍ່ທົ່ວປະເທດໃນວັນທີ 05 ທັນວາ. ຢູ່ເຢຍລະມັນ, ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ກໍ່ຢືນຢູ່ຕໍ່ໜ້າຄວາມສ່ຽງລົ້ມລະລາຍພາຍຫຼັງຄູ່ຮ່ວມມືຄື ພັນທະມິດຂອງພັກປະຊາທິປະໄຕສັງຄົມ - SPD, ມີກົງຈັກການນຳໃໝ່. ສ່ວນຢູ່ອັງກິດ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຍັງມີເວລາບໍ່ຮອດ 1 ເດືອນ ແມ່ນຈະກ້າວເຂົ້າສູ່ການເລືອກຕັ້ງທົ່ວປະເທດທີ່ມີລັກສະນະຕັດສິນຊີ້ຂາດເຖິງວິວັດທະນາການ Brexit. ຄຽງຂ້າງນັ້ນ, ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງໃນພັນທະມິດດັ່ງກ່າວກ່ຽວກັບບັນຫານິວເຄຼຍຂອງອີຣານ, ໂຄງການທໍ່ສົ່ງອາຍແກັດລະຫວ່າງເຢຍລະມັນ ແລະ ລັດເຊຍ…

NATO ຕໍ່ໜ້າບາດລ້ຽວໃໝ່

        ໃນສະພາບການນັ້ນ, ກອງປະຊຸມສຸດຍອດຄັ້ງນີ້ໄດ້ສ້າງຂີດໝາຍແມ່ນຈຸດເວລາສຳຄັນຂອງກຸ່ມ. ບໍ່ພຽງແຕ່ແມ່ນຂີດໝາຍ 70 ປີເທົ່ານັ້ນ, ຫາກນີ້ຍັງແມ່ນຈຸດເວລາທີ່ເໝາະສົມເພື່ອປົວແປງ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນໃນໄລຍະຜ່ານມາ, ເພື່ອຮັບປະກັນວ່າ ພັນທະມິດຂ້າມມະຫາສະມຸດປາຊີຟິກ ມີຄວາມດຸ່ນດ່ຽງກັນ. ຊ້ຳບໍ່ໜຳໂຄສົກຂອງ NATO ໄດ້ປະຕິເສດວິທີເອີ້ນຊື່ຂອງກອງປະຊຸມພັນທະມິດການທະຫານດັ່ງກ່າວແມ່ນກອງປະຊຸມສຸດຍອດ, ຫາກພຽງຖືວ່ານີ້ແມ່ນກອງປະຊຸມຢູ່ລະດັບຕ່ຳກວ່າ, ພ້ອມທັງໃຫ້ຮູ້ວ່າ ອາດຈະບໍ່ມີຖະແຫຼງການຮ່ວມພ້ອມກັບແຜນການໃນອະນາຄົດໃດໆທີ່ໄດ້ຍົກອອກມາ.

        ບັນດາຄຳຖະແຫຼງ ແລະ ຄຳຕຳໜິຕິຕຽນທີ່ຮ້າຍແຮງຂອງບາງປະເທດສະມາຊິກ, ໄດ້ສ່ອງແສງໃຫ້ເຫັນສະພາບຄວາມຂັດແຍ້ງກັນຂອງກຸ່ມ ແມ່ນໜ້າທີ່ຍາກທີ່ຈະປະຕິບັດໃນມື້ໃດມື້ໜຶ່ງໄດ້. NATO ພວມຢືນຢູ່ຕໍ່ໜ້າບາດລ້ຽວສຳຄັນໃນປະຫວັດສາດແຫ່ງການຄົງຕົວ. ບັນດາການນຳ NATO ຕ້ອງວາງອອກຍຸດທະສາດໃໝ່, ຈິນຕະນາການໃໝ່ກ່ຽວກັບທິດທາງໃນໄລຍະຈະມາເຖິງ ແລະ ການແກ້ໄຂສຳລັບບັນດາວຽກງານທີ່ຫຍຸ້ງຍາກ, ນັບທັງຢູ່ພາຍໃນກຸ່ມເອງ ແລະ ນອກກຸ່ມ.

ຕອບກັບ