26 ປີ ຫວຽດນາມຮ່ວມເດີນທາງ ແລະ ພັດທະນາພ້ອມກັບປະຊາຄົມອາຊຽນ

Huyen
Chia sẻ
(VOVWORLD) - ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ແລະ ມີການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງປະຊາຄົມອາຊຽນ ລວມໃຫ້ສົມບູນແບບ, ຖືປະຊາຊົນເປັນໃຈກາງ.
26 ປີ ຫວຽດນາມຮ່ວມເດີນທາງ ແລະ ພັດທະນາພ້ອມກັບປະຊາຄົມອາຊຽນ - ảnh 1ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຄືວັນທີ 28 ກໍລະກົດ 1995
(ພາບ: TTXVN)

ວັນທີ 28 ກໍລະກົດ ເຊິ່ງເປັນຂີດໝາຍສະເຫຼີມສະຫຼອງ 26 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄືວັນທີ 28 ກໍລະກົດ 1995 – 28 ກໍລະກົດ 2021. ພາຍຫຼັງໄລຍະເກືອບ 3 ທົດສະວັດແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນກະທົບຕໍ່ໂຄງສ້າງຄວາມເປັນເອກະພາບ ກໍຄືການຮັກສາສັນຕິພາບ, ຄວາມວັດທະນາຖາວອນຂອງອາຊຽນ ຢູ່ພາກພື້ນ. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ແລະ ມີການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການສ້າງປະຊາຄົມອາຊຽນ ລວມໃຫ້ສົມບູນແບບ, ຖືປະຊາຊົນເປັນໃຈກາງ.

ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ, ແນວທາງ, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໃນໄລຍະໃໝ່ໄດ້ຮັບການຊີ້ນຳຢ່າງຈະແຈ້ງໃນບັນດາເອກະສານກອງປະຊຸມໃຫຍ່ຂອງພັກ. ຫວຽດນາມ ສືບຕໍ່ “ເພີ່ມທະວີການພົວພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດໃນອົງການຈັດຕັ້ງອາຊຽນ”…, “ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນອາຊຽນ ແລະ “ຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານ ແລະ ມີປະສິດທິຜົນກັບບັນດາປະເທດອາຊຽນ”.

ດ້ວຍການກຳນົດທິດດັ່ງກ່າວ, ເລື່ອງເຂົ້າເປັນສະມາຊິກ ອາຊຽນ ກາຍເປັນຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ກໍ່ແມ່ນຈຸດສຸມຍຸດທະສາດຂອງການຕ່າງປະເທດຫຼາຍຝ່າຍໃນອາຊຽນ ຂອງຫວຽດນາມ. ເພາະສະນັ້ນ, ຍາມໃດຫວຽດນາມ ກໍ່ມີສະຕິຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງອາຊຽນ ໃນບັນດາການເຄື່ອນໄຫວໂດຍສັງລວມທາງການທູດ, ຖືອາຊຽນ ແມ່ນເຂດອ້ອມຮອບແຫ່ງຄວາມໝັ້ນຄົງໂດຍກົງຂອງປະເທດຊາດ, ແມ່ນຊາຍຄາລວມຂອງຕົນ.

ບັນດາຂີດໝາຍສຳຄັນ

ໃນໄລຍະ 26 ປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າພ້ອມກັບບັນດາປະເທດສະມາຊິກອື່ນ ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ແຜນການຮ່ວມມືສຳຄັນຂອງອາຊຽນ, ພິເສດແມ່ນການສ້າງປະຊາຄົມອາຊຽນ.

ເຫດການປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນທ້າຍປີ 2015 ໄດ້ມີບັນດາການປະກອບສ່ວນທີ່ໜ້າຮັບຮູ້ຂອງຫວຽດນາມ ຄື: ຂໍ້ລິເລີ່ມເປີດກວ້າງສະມາຊິກຂອງກອງປະຊຸມສຸດຍອດອາຊີ (EAS) ດ້ວຍເລື່ອງຊຸກຍູ້ ລັດເຊຍ ແລະ ອາເມລິກາ ເຂົ້າເປັນສະມາຊິກ; ຂໍ້ລິເລີ່ມເປີດກວ້າງກົນໄກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+). ນີ້ແມ່ນບັນດາກົນໄກເຊື່ອມຕໍ່ ບໍ່ພຽງແຕ່ຢູ່ໃນອາຊຽນ ເທົ່ານັ້ນ, ຫາກຍັງແມ່ນລະຫວ່າງ ອາຊຽນ ກັບບັນດາປະເທດ, ສ້າງທີ່ຕັ້ງບົດບາດຂອງອາຊຽນ ກັບບັນດາຄູ່ຮ່ວມມື.

ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນ ແຈ້ງຜ່ານການເປັນປະທານອາຊຽນ ຄັ້ງຕ່າງໆ ດ້ວຍບັນດາຂໍ້ສະເໜີ ແລະ ຂໍ້ລິເລີ່ມລະອຽດ. ພາຍຫຼັງເຂົ້າເປັນສະມາຊິກອາຊຽນ ເປັນເວລາ 3 ປີ, ດ້ວຍບົດບາດເປັນປະທານອາຊຽນ ປີ 1998, ຫວຽດນາມ ໄດ້ຮຽບຮຽງແຜນການກະທຳ ຮ່າໂນ້ຍ ເພື່ອຊຸກຍູ້ການຟື້ນຟູພາຍຫຼັງວິກິດການການເງິນອາຊີ, ປະກອບສ່ວນຮັດແຄບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດສະມາຊິກ. ປີ 2010, ເປັນຄັ້ງທີ 2 ທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ຫວຽດນາມ ໄດ້ຊຸກຍູ້ບັນດາສິ່ງເຊິ່ງນັກສັງເກດການການທູດເອີ້ນວ່າ “ວັດທະນະທຳການປະຕິບັດ”.

ກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບ, ເປັນໜ້າເວົ້າເຖິງທີ່ສຸດແມ່ນບັນດາການປະກອບສ່ວນຢ່າງລະອຽດຂອງຫວຽດນາມ ໃນການສ້າງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍຄືຊຸກຍູ້ການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ມີປະສິດທິພາບ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕາເວັນອອກ.

ພິເສດ, ປີ 2020 ໄດ້ສ້າງຂີດໝາຍ 25 ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ, ກໍແມ່ນຄັ້ງທີ 3 ທີ່ຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ໃນຄາວນັ້ນ ຫວຽດນາມ ເວົ້າສະເພາະ ແລະ ອາຊຽນ ເວົ້າລວມພວມປະເຊີນໜ້າກັບໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກໍໄດ້ພິສູດໃຫ້ເຫັນຄຸນນະທາດ ແລະ ບົດບາດນຳພາ, ເປັນເຈົ້າການຂອງປະເທດປະທານໝູນວຽນ. ມີຂໍ້ລິເລີ່ມຫຼາຍຂໍ້ກ່ຽວກັບການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19 ແລະ ການຟື້ນຟູໄລຍະຫຼັງໂລກລະບາດ ໄດ້ປະກາດ ແລະ ນຳມາຜັນຂະຫຍາຍຕົວຈິງໃນປີ 2020. ສຳຄັນກວ່ານັ້ນ ແມ່ນຜ່ານການຮ່ວມມືຕ້ານໂລກລະບາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ, ຄວາມສະໜິດຕິດພັນໃນອາຊຽນ ນັບມື້ນັບສະໜິດແໜ້ນກວ່າ.

ຍາມໃດ ອາຊຽນ ກໍ່ແມ່ນໃຈກາງໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ

ຫວນຄືນໄລຍະທາງ ¼ ສະຕະວັດທີ່ຜ່ານມາ, ຜົນສຳເລັດ ແລະ ບົດບາດທີ່ນັບມື້ນັບໃຫຍ່ຫຼວງຂອງ ອາຊຽນ ດ້ວຍການຮ່ວມເດີນທາງຂອງ ຫວຽດນາມ, ໄດ້ເປັນການສະແດງໃຫ້ເຫັນຄວາມຖືກຕ້ອງໃນຄວາມຕັດສິນໃຈເຂົ້າເປັນສະມາຊິກ ອາຊຽນ ຂອງຫວຽດນາມ.

ໃນສະພາບການໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນນັ້ນ, ຫວຽດນາມ ສືບຕໍ່ເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ການກຳນົດທິດເພື່ອຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ ສາມັກຄີ, ເຂັ້ມແຂງ. ປະຊາຄົມອາຊຽນ ເຕີບໃຫຍ່ ແລະ ເຂັ້ມແຂງດ້ວຍຕົນເອງ ນັ້ນແມ່ນບ່ອນອີງຢ່າງໝັ້ນຄົງຂອງຫວຽດນາມ ເພື່ອຜ່່່ານຜ່າບັນດາຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ພາຍຫຼັງເຂົ້າເປັນສະມາຊິກອາຊຽນ ເປັນເວລາ 26 ປີ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບສ່ວນສ້າງ ອາຊຽນ ໃຫ້ກາຍເປັນປະຊາຄົມລວມສົມບູນແບບ, ຖືປະຊາຊົນເປັນໃຈກາງ.

ຕອບກັບ