ໂຮງເຟີນີເຈີທີ່ເປັນເອກະລັກສະຫງວນໃຫ້ແກ່ເດັກ

Vinh Phong
Chia sẻ
(VOVWORLD) -ໂດຍໄດ້ຮັບການຕີລາຄາວ່າຄືດັ່ງຮູບແບບການສຶກສາອົບຮົມທີ່ເປັນເອກະລັກເປັນແຫ່ງທີ່ເດັກໄດ້ຮັບການຝຶກຝົນ ຫຼໍ່ຫຼອມແລະພັດທະນາທາງດ້ານຈິນຕະນາການປະດິດຄິດສ້າງ, ຄວາມມານະອົດທົນແລະນິດໄສອື່ນໆອີກ.ໂຮງເຟີນີເຈີແຫ່ງນີ້ພວມແມ່ນສະຖານທີ່ໄດ້ຮັບຄວາມຊົມຊອບຈາກເດັກນ້ອຍຫຼາຍຄົນຢູ່ນະຄອນຫຼວງ  ແລະໄດ້ຮັບການສະໜັບສະໜູນຈາກພໍ່ແມ່ເດັກທັງຫຼາຍ
ໂຮງເຟີນີເຈີທີ່ເປັນເອກະລັກສະຫງວນໃຫ້ແກ່ເດັກ - ảnh 1ຫ້ອງວາງສະແດງບັນດາຜະລິດຕະພັນຂອງເດັກ

       ຢູ່ຖະໜົນ ຮວ່າງເກົ່າມີໂຮງເຟີນີເຈີແຫ່ງໜຶ່ງທີ່ມີຊື່ວ່າ ເກຣຍເຕິບ ກາລາ. ສິ່ງທີ່ພິເສດແມ່ນໂຮງເຟີນີເຈີແຫ່ງນີ້ ໄດ້ຖືກປຸກສ້າງເພື່ອຮັບໃຊ້ໃຫ້ແກ່ເດັກໄວແຕ່ 3 ຫາ 12 ປີ. ໂດຍບໍ່ມີປຶ້ມບໍ່ມີທິດສະດີບໍ່ຈັດວາງແຕ່ນັກຮຽນໄວເດັກຕ້ອງມີແນວຄວາມຄິດ ແລະຕ້ອງປະຕິບັດບັນດາຂັ້ນຕອນຂອງອາຊີບເຟີນີເຈີດ້ວຍຕົນເອງເພື່ອເຮັດສຳເລັດບັນດາເຄື່ອງຫຼິ້ນໃຫ້ແກ່ຕົນເອງ. ທ່ານຟ້າມກຸ໊ຍບິ່ງ ຜູ້ສ້າງຕັ້ງໂຮງເຟີນີເຈີເກຣຍເຕິບກາລາໃຫ້ຮູ້ວ່າ:

     “ໂຮງເຟີນີເຈີແຫ່ງນີ້ໄດ້ຮັບການສ້າງຕັ້ງຈາກຄວາມເບີກບານມ່ວນຊື່ນຂອງບັນດາຜູ້ເປັນພໍ່ເປັນແມ່ ຢາກໃຫ້ລູກມີບ່ອນເຄື່ອນໄຫວເພື່ອປະດິດຄິດສ້າງແລະເພື່ອລົງປະຕິບັດຕົວຈິງ. ກຳນົດທິດຂອງໂຮງເຟີນີເຈີແມ່ນສຶກສາອົບຮົມສິດສອນໃຫ້ເດັກໂດຍຜ່ານວຽກງານຕົວຈິງຜ່ານບັນດາການເຄື່ອນໄຫວປະດິດສ້າງໂດຍຜ່ານບັນດາການເຄື່ອນໄຫວເຫຼົ່ານີ້ເດັກນ້ອຍຈະໄດ້ຮຽນວິທະຍາສາດເຕັກນິກເຕັກໂນໂລຊີ ຄະນິດສາດແລະວິຈິດຕະກຳ”.

      ຊົ່ວໂມງຮຽນຢູ່ໂຮງເຟີນີເຈີເຄີຍເລີ່ມແຕ່ເວລາ 9 ໂມງເຊົ້າ.ບັນດາສະມາຊິກໃນໂຮງເຟີນີເຈີຄົນລະວຽກເພື່ອກະກຽມວັດຖຸເຄື່ອງຂອງອຸປະກອນຮັບໃຊ້ເດັກນ້ອຍນັບ 10 ຄົນທີ່ເຂົ້າຮ່ວມຊຸດຮຽນຕ່າງໆ.ແຕ່ລະຊົ່ວໂມງຮຽນ, ຄູສອນໃນໂຮງເຟີນີເຈີຈະແນະນຳກົນໄກການເຄື່ອນໄຫວຂອງຮູບແບບເຄື່ອງຫຼິ້ນສ້າງຄວາມບັນດານໃຈ ໃຫ່ແກ່ພວກນ້ອງກ່ອນທີ່ຈະກ້າວເຂົ້າສູ່ການສ້າງຜະລິດຕະພັນໃຫ້ສົມບູນແບບ. ທ່ານຟ້າມກຸ໊ຍບິ່ງ ກ່າວວ່າ:

       “ມີຫຼາຍຊຸດຮຽນສະຫງວນໃຫ້ພວກເດັກຄືຊຸດຮຽນ “ໄປຊອກຫາຜູ້ປະດິດສ້າງ” ເຊິ່ງອາດຈະແກ່ຍາວເປັນເດືອນຫຼືສາມເດືອນ ແຕ່ກໍ່ມີບາງຊຸດຮຽນໄລຍະສັ້ນພຽງ 5 ມື້ເທົ່ານັ້ນແຕ່ພວກເດັກໄດ້ລົງເຮັດຕົວຈິງສະແດງເຖິງຄວາມມຸ່ງຫວັງຂອງຕົນ”.

     ປີ 2015 ດ້ວຍຈຸດປະສົງສ້າງເຂດເຄື່ອນໄຫວໃຫ້ແກ່ລູກນ້ອງຂອງຕົນທ່ານຟ້າມກຸ໊ຍຟຸກພ້ອມກັບໝູ່ບາງຄົນໄດ້ສ້າງສາງເກັບມ້ຽນເຄື່ອງຂອງອຸປະກອນເຟີນີເຈີເພື່ອໃຫ້ພວກເດັກລະຫຼິ້ນ. ກ່ອນທີ່ຈະສ້າງສາງເກັບມ້ຽນເຄື່ອງຂອງ ທັງກຸ່ມໄດ້ປຶກສາຫາລືແລະ ຕົກລົງແນະນຳໃຫ້ພວກເດັກສຳຜັດກັບບັນດາເຄື່ອງຫຼິ້ນດ້ວຍໄມ້ ເພາະວ່ານີ້ແມ່ນວັດສະດຸໃກ້ຊິດຕິດແທດກັບສິ່ງແວດລ້ອມແລະສາມາດນຳໃຊ້ບັນດາວັດຖຸເຄື່ອງຂອງທີ່ໄດ້ປະຖິ້ມແລ້ວໃນການດຳລົງຊີວິດ ເພື່ອຜະລິດວັດຖຸໃໝ່. ພາຍຫຼັງເຄື່ອນໄຫວປະມານສາມເດືອນມີຫຼາຍຄົນໄດ້ຮູ້ຈັກເຖິງແລະໄດ້ຂໍໃຫ້ລູກນ້ອງຂອງຕົນເຂົ້າຮ່ວມ. ທ່ານຟຸກພ້ອມກັບບັນດາຜູ້ສ້າງຕັ້ງຮ່ວມໄດ້ຕົກລົງເປີດກວ້າງ ແລະ ຫັນສາງເກັບມ້ຽນເຄື່ອງຂອງນີ້ ກາຍເປັນໂຮງເຟີນີເຈີໂດຍໃສ່ຊື່ວ່າ ເກຣຍເຕິບກາລາ ແລະ ໄດ້ກາຍເປັນສະຖານທີ່ດູດດື່ມ ຊ່ວຍໃຫ້ພວກເດັກຮູ້ຈັກເຖິງຄຸນຄ່າຂອງການອອກແຮງງານ. ມາຮ່ວມການເຄື່ອນໄຫວຂອງໂຮງເຟີນີເຈີ ເກຣຍເຕິບກາລາ ພວກເດັກອາດຈະເຫັນປະຈັກຕາບັນດານາຍຊ່າງເຟີນີເຈີພວມບັນຊາເຄື່ອງຈັກຕ່າງໆຄືຈັກເລື່ອຍ ເຄື່ອງເຈາະເຄື່ອງຊອຍ... ພວກເດັກອາດຈະນັ່ງຕະຫຼອດສອງຊົ່ວໂມງເພື່ອຜະລິດອອກຜະລິດຕະພັນໜຶ່ງ. ຜະລິດຕະພັນນັ້ນອາດຈະບໍ່ງາມແຕ່ພວກນ້ອງຮູ້ສືກໄດ້ເຖິງຄຸນຄ່າຂອງການອອກແຮງງານແລະດີໃຈທີ່ສຸດເພາະວ່າໄດ້ເຮັດດ້ວຍມືຂອງຕົນເອງ. ມີຜູ້ໜຶ່ງໄດ້ພາລູກເຂົ້າຮ່ວມການເຄື່ອນໄຫວຂອງໂຮງເຟີນີເຈີເວົ້າວ່າ:

      “ນີ້ເປັນຄັ້ງທຳອິດທີ່ລູກຂອງຂ້າພະເຈົ້າໄດ້ເຂົ້າຮ່ວມໃນໂຮງເຟີນີເຈີ. ລູກຂອງຂ້າພະເຈົ້າຈະມີໂອກາດໄດ້ຮັບຄວາມຮູ້ຕື່ມກ່ຽວກັບບັນດາການເຄື່ອນໄຫວທີ່ຕ້ອງມີການສົມທົບຂອງມືຕີນຕາພ້ອມທັງເພີ່ມຄວາມເຂົ້າໃຈ ກ່ຽວກັບບັນດາວິຊາຮຽນຕົວຈິງແລະສ້າງຄວາມຊີນເຄີຍກັບບັນດາເພື່ອນໃໝ່”.

      ໃນໄລຍະທີ່ຈະມາເຖິງໂຮງເຟີນີເຈີເກຣຍເຕິບກາລາຈະພົວພັນເປີດກວ້າງສູ່ບັນດາໂຮງຮຽນຫຼາຍກວ່າອີກຍ້ອນວ່າບັນດາໂຮງຮຽນກໍ່ມີບໍລິເວນທີ່ກວ້າງໃຫຍ່ ເພື່ອສາມາດຮອງຮັບເດັກໄດ້ຫຼາຍຄົນແລະພວກນ້ອງກໍ່ຮູ້ສຶກສະບາຍໃຈແລະມີເງື່ອນໄຂສະດວກໃນການປະດິດຄິດສ້າງ.

ຕອບກັບ